Friday, May 3, 2019

ເຮົາລະບຸຕົວຕົນຂອງຄົນຈາກສິ່ງໃດ


ສິ່ງບົ່ງບອກຕົວຕົນຂອງຄົນໆໜຶ່ງແມ່ນຫຍັງກັນ? 

ການທີ່ເຮົາຈະບອກ ແລະ ຢືນຢັນກັບຕົວເອງວ່າເຮົາເປັນໃຜ, ມີຖິ່ນກຳເນີດຈາກດິນແດນໃດ ມັນອາດຈະແມ່ນເສື້ອຜ້າອາພອນ, ເພາະເສື້ອຜ້າອາພອນຄື ສິ່ງປະດິດມາຫໍ່ຫຸ້ມຮ່າງກາຍ ໃຫ້ແທດເໝາະກັບສະພາບພູມີອາກາດ. ແຕ່ປັດຈຸບັນກໍ່ອາດປ່ຽນໄປນຸ່ງເສື້ອຜ້າຮູບແບບໃດໆທີ່ຫຼາກຫຼາຍໃນໂລກ ຫຼື ແມ່ນແຕ່ປ່ຽນໄປນຸ່ງໃນຮູບແບບທີ່ເຮົາປະດິດປະດອຍຂຶ້ນເອງ. ອາດຈະແມ່ນສາຍເລືອດທີ່ມັນຝັງໃນ DNA ທີ່ຫຼັ່ງໄຫຼໃນຕົວເຮົາ, ທີ່ກຳນົດໜ້າຕາ, ຮູບຮ່າງຜິວພັນ; ແຕ່ເຜົ່າພັນມະນຸດກໍ່ຍັງສາມາດປົນເປໄປມາ, ເພາະການຄິດຫາມະນຸດສາຍພັນບໍລິສຸດ ກໍ່ກາຍເປັນຕົ້ນແບບຂອງການຢຽດເຜົ່າພັນຄືດັ່ງລັດທິນາຊີທີ່ໂຫດຫ້ຽມໄປ. ອາດແມ່ນບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ໜັງສືແຈ້ງເກີດທີ່ຂຽນວ່າເຮົາແມ່ນສັນຊາດໃດ, ເຊື້ອຊາດໃດ ມັນບົ່ງບອກຊັດເຈນເປັນລາຍລັກອັກສອນ ແລະ ບັງຄັບໃຊ້ທາງກົດໝາຍ ແຕ່ປານນັ້ນເຮົາກໍ່ຍັງສາມາດປ່ຽນແປງມັນໄດ້ ດ້ວຍການໄປເຂົ້າຮ່ວມກັບສັງຄົມອື່ນ, ຊາດອື່ນ. ຫຼືອາດແມ່ນສາສະໜາ ເພາະມັນຄືຕົວແທນຂອງຄວາມຄິດຄວາມເຊື່ອ ຂອງກຸ່ມຄົນໃດໜຶ່ງທີ່ເຊື່ອຮ່ວມກັນ. ແຕ່ສະໜາກໍ່ຂັບເຄື່ອນໄປຜ່ານຜູ້ຄົນ ແລະ ຜູ້ຄົນກໍ່ຍັງປ່ຽນສາສະໜາໄປ ຈາກສິ່ງທີ່ເຄີຍເຊື່ອ ກາຍເປັນບໍ່ເຊື່ອ ຫຼື ຈາກສິ່ງທີ່ເຄີຍຕໍ່ຕ້ານກາຍເປັນເຊື່ອຈົນໝົດຂໍ້ກັງວົນສົງໄສໃດໆອີກ. ຫຼື ມັນແມ່ນພາສາປາກເວົ້າທີ່ເຮົາໃຊ້ເປັນພາສາທີ 1 ໃນຊີວິດ, ແຕ່ບາງຄົນກໍ່ໄດ້ຫຼາຍພາສາພ້ອມກັນຕັ້ງແຕ່ນ້ອຍ. ຫຼື ເຮົາຈະກຳນົດວ່າແມ່ນອາຫານການກິນ ທີ່ມັກ ແລະ ບໍ່ວ່າຈະໄປຢູ່ໃສ ເຮົາກໍ່ຍັງຈະຄິດຮອດອາຫານທີ່ເຮົາເຄີຍກິນມາແຕ່ນ້ອຍຈົນໃຫຍ່. ຫຼື ເຮົາຈະກຳນົດວ່ານິໄສໃຈຄໍ ວິທີຄິດວິທີສະແດງອອກ.
ແລ້ວສິ່ງທີ່ຝັງຮາກເລິກລົງໄປໃນຄວາມຊົງຈຳທີ່ກຳນົດວ່າເຮົາເປັນໃຜນັ້ນແມ່ນສິ່ງໃດ?

No comments:

Post a Comment