Friday, May 3, 2019

ລູກອວດພໍ່ແມ່

ຕອນເປັນນັກຮຽນ ຂ້ອຍຈະຮູ້ສຶກອຶດອັດໃຈທີ່ສຸດ ເວລາທີ່ຄູອາຈານບາງຄົນມັກຈະຖາມວ່າ ເປັນລູກໃຜ-ຫຼານໃຜ?
ຂ້ອຍຮູ້ສຶກຊັງຄູຄົນໜຶ່ງນັບຕັ້ງແຕ່ມື້ທີ່ລາວຂຶ້ນຫ້ອງສອນທຳອິດ ແລ້ວເວົ້າດ້ວຍສຽງອັນດັງວ່າຂ້ອຍເປັນລູກໃຜ ໃຫ້ທຸກຄົນໄດ້ຮັບຮູ້ກັນໝົດຫ້ອງນະຕອນນັ້ນເລີຍ. ຂ້ອຍຮູ້ສຶກຢາກຮ້າຍ ແລະ ຢາກຈະແລ່ນໜີຈາກຫ້ອງຮຽນໄປເລີຍແຕ່ກໍ່ໄດ້ແຕ່ຂົ່ມໃຈໄວ້. ຕອນນັ້ນສະແດງອາການກອດເອິກໃສ່ອາຈານຄົນນັ້ນແບບບໍ່ຮູ້ສຶກໂຕ, ຈົນໝູ່ມາບອກວ່າເຮັດໂຕບໍ່ສຸພາບເກີນໄປ. ຈຶ່ງວາງແຂນລົງ.ໃນປິນັ້ນຫຼັງຈາກທີ່ໝູ່ຮູ້ວ່າພໍ່ຂອງຂ້ອຍແມ່ນໃຜ ແລະ ຫຼັງຈາກຄະແນນອອກມາວ່າ A ຢາກບໍ່ຢາກພວກເຂົາກໍ່ເວົ້າໂລດວ່າ "ແທ້ຫັນລະລູກອາຈານຢາກໄດ້ເທົ່າໃດກໍ່ໄດ້" (ຕອນນີ້ເພິ່ນບໍ່ແມ່ນອາຈານແລ້ວເລີຍກ່າວອາຊີບເດີມຂອງເພິ່ນໄດ້). ຄວາມຈິງຄຳກ່າວຫາຂອງຄົນ, ເຮົາກໍ່ບໍ່ຄວນໃຫ້ຜົນມາລົບກວນຈິດໃຈຂອງເຮົາ ຫຼາຍເກີນໄປ. ແຕ່ທີ່ບໍ່ພໍໃຈຄືພຶດຕິກຳມັກກ້າວກ່າຍຂອງຄູ. ນັບຈາກນັ້ນມາຂ້ອຍກໍ່ບໍ່ໄດ້ນັບຖືອາຈານຄົນນັ້ນໃນມັນສະໝອງອີກ, ເຫັນໜ້າກໍ່ທຳທ່າທັກທາຍໃຫ້ມັນແລ້ວໆ. ໃນໃຈພໍຢາກປົບໄປຮ້ອຍໂຄ້ງ.
ບໍ່ແມ່ນປະເດັນການອາຍວ່າພໍ່ແມ່ຂອງຕົນແມ່ນໃຜແນ່ນອນ, ບໍ່ວ່າພໍ່ແມ່ເຮົາເປັນໃຜ (ມັນອາດຈະມີຄົນແບບນັ້ນ ແຕ່ບໍ່ແມ່ນຂ້ອຍ) . ແຕ່ເຮົາກໍ່ບໍ່ຄ່ອຍເຫັນດາຣາດັງໆລະດັບໂລກອອກມາອວດພໍ່ອວດແມ່ກັນ. ພວກເຂົາກໍ່ດັງ ແລະ ເຮັດວຽກຂອງພວກເຂົາໄປ. ຄອບຄົວກໍ່ສ່ວນຄອບຄົວ.
ແຕ່ເປັນຫຍັງພວກຜູ້ໃຫຍ່ທີ່ເອີ້ນໂຕເອງວ່າ "ອາຈານ" ມັກເອົາເລື່ອງສ່ວນຕົວ ແລະ ຄອບຄົວເຮົາມາບອກໃຫ້ໂລກຮູ້. ຖ້າເຮົາຢາກບອກມັນຈຶ່ງແມ່ນສິດຂອງເຮົາບໍ່, ບໍ່ແມ່ນສິດຂອງອາຈານທີ່ຈະມາເຮັດແບບນັ້ນ. ຂະໜາດເຮົາຍັງບໍ່ມີສິດໄປເວົ້າວ່າພໍ່ແມ່ຂອງພວກເຂົາແມ່ນໃຜເລີຍ. ຫຼືວ່າເລິກໆກໍ່ຢາກອວດຢູ່ແຕ່ຫາໂອກາດໄດ້ຍາກ ເລີຍຊ່ວຍຄົນອື່ນອວດພໍ່ແມ່ເຂົາເຈົ້າ.
ພໍໄດ້ມາເປັນອາຈານ, ຂ້ອຍຈະຮູ້ສຶກເມື່ອຍຈົນລ່ອຍແຄ່ງ, ລ່ອຍຂາ, ລ່ອຍກ້າມຕາທີ່ຈະແນມເບິ່ງ, ຫູກໍ່ລ່ອຍທີ່ຈະຟັງ ເມື່ອເຫັນພວກທີ່ເຂົ້າຮອດມະຫາວິທະຍາໄລແລ້ວ ພໍ່-ແມ່ ຍັງພາມາລົງທະບຽນຮຽນດ້ວຍການໃສ່ຊຸດເຄື່ອງແບບຂອງອາຊີບໃດໜຶ່ງມາແບບເຕັມຍົດ, ເຕັມສັກ ແລະ ເຮັດຄືລູກຍັງເປັນເດັກນ້ອຍອົມມືບໍ່ຮູ້ຈັກຮອດການຖາມທາງ, ການໄປຈ່າຍເງິນ ແລະ ລົງທະບຽນດ້ວຍຕົນເອງ, ເບິ່ງຊົງພວກພໍ່ແມ່ເຫຼົ່ານັ້ນຢາກຈະມານັ່ງຮຽນແທນລູກພຸ້ນລະຖ້າແມ່ນເຮັດໄດ້. ປານກັບວ່າໃຫ້ລູກພາຕົນເອງມາອວດ. ລອງຄິດພາບວ່າການໄປລົງທະບຽນຮຽນມະຫາວິທະຍາໄລ ຖ້າພໍ່ແມ່ແຕ່ລະຄົນນຸ່ງເຕັມຊຸດ, ເຕັມຍົດມາສົ່ງລູກຮອດຫ້ອງຮຽນກັນໝົດທຸກຄົນ, ມັນຄົງບໍ່ຕ່າງຫຍັງກັບບັນຍາກາດໂຮງຮຽນອະນຸບານທີ່ພໍ່ແມ່ມາສົ່ງລູກອາຍຸສາມປີໃສ່ມືຄູຢູ່ໜ້າຫ້ອງຮຽນ ໃນຕອນເຊົ້າວັນຈັນກ່ອນພໍ່ແມ່ໄປການ. ຖ້າພໍ່ແມ່ເຮົາເປັນຊາວນາ ທີ່ເກັ່ງ ແລະ ຂະຫຍັນຂັນແຂງ ໄປຢຽບໝາມາຢຽບຂຽດ ເຮັດຫຼ້ອນໜ້າທີ່ຂອງຊາວນາທຸກປະການ, ເຮົາຄວນຈະສັ່ງຕັດຊຸດແນວໃດໃຫ້ພໍ່ແມ່ເຮົາໄດ້ນຸ່ງພາເຮົາໄປ ໃນວັນລົງທະບຽນ, ເພື່ອໃຫ້ຜູ້ທີ່ພົບເຫັນໄດ້ຮູ້ໂລດວ່າພໍ່ແມ່ເຮົາເປັນຊາວນາທີ່ເກັ່ງທີ່ສຸດ ແລະ ຊຸດກໍ່ມີເອກະລັກທີ່ຈະບົ່ງບອກໃນອາຊີບອັນໜ້າພາກພູມໃຈໄດ້ແບບບໍ່ຊ້ຳໃຜ.
ປະກົດການອວດພໍ່ແມ່ ມັນກໍ່ມີຫຼາກຫຼາຍຮູບແບບໃຫ້ເຮົາເຫັນເຊັ່ນ: ອວດພໍ່ແມ່ທີ່ໜ້າຮັກ, ຄອບຄົວອົບອຸ່ນ ອັນນີ້ກໍ່ເປັນຕາດີໃຈນຳ. ອວດພໍ່ແມ່ທີ່ມີຄວາມສາມາດໃນການເຮັດໜ້າທີ່ສ່ວນຕົວຂອງເຂົາເຈົ້າໄດ້ສຳເລັດຜົນ ອັນນີ້ກໍ່ໜ້າຊົມ. ໃນເວລາທີ່ເຮົາມີພໍ່ແມ່ມີບາລະມີ ແລະ ທຸກຄົນຮູ້ໂດຍທົ່ວກັນ, ແຕ່ເຮົາຍັງຫຼິ້ນຕາມກະຕິກາ ເຮົາກໍ່ບໍ່ຈຳເປັນຕ້ອງອວດອ້າງສັບພະຄຸນໃດໆ.
ແຕ່ພວກລູກຂອງຄົນບາງຄົນກໍ່ມັກອວດວ່າພໍ່ແມ່ຂອງຕົນແມ່ນໃຜ, ເພື່ອຈະໄດ້ສິດທິພິເສດ ຫຼື ເປັນຊ່ອງວ່າງໃນການກະທຳຜິດບາງຢ່າງ. ເຊິ່ງມັນກໍ່ບໍ່ແມ່ນເລື່ອງແປກທີ່ໃຜໆຈະຢາກໃຊ້ ອຳນາດ, ບຸນບາລະມີທີ່ພໍ່ແມ່ສະສົມມາ ເພື່ອອຳນວຍຄວາມສະດວກໃຫ້ຕົນເອງ. ມັນຄົງມີມາແຕ່ສະໄໝທີ່ເຮົາເລີ່ມວິວັດເປັນຈຸລະຊີບແລ້ວລະ ເພາະຂະໜາດສັດເອງຍັງໃຊ້ການອາໄສກຸ່ມກ້ອນເພື່ອເອົາຕົວລອດໃນການດຳລົງຊີວິດຂອງພວກມັນ.
ບາງຄົນກໍ່ບໍ່ໄດ້ອວດພໍ່ແມ່ຂອງຕົນອອກມາໂດຍກົງ, ແຕ່ມັກເຮັດຜິດທ້າທ້າຍກະຕິກາທີ່ພໍ່ແມ່ຂອງຕົນນັ້ນລະເປັນຄົນຕັ້ງໄວ້, ຄົນອື່ນກໍ່ເລີຍເດົາເອົາວ່າຄົນນັ້ນກຳລັງອວດພໍ່ແມ່ຂອງຕົນໃນທາງທີ່ບໍ່ເປັນໜ້າຊື່ນຊົມຂອງຄົນທັງຫຼາຍປານໃດ, ເພາະຄິດວ່າຄົງບໍ່ມີໃຜກ້າລົງໂທດ. ແຕ່ໃນປະຫວັດສາດຂອງເຮົາ (ຫາກຂໍ້ມູນນີ້ຖືກຕ້ອງຕາມຄວາມຈິງທຸກປະການ, ຂ້ອຍກໍຂໍຍົກມາອ້າງວ່າ) ເຈົ້າສຸລິຍະວົງສາ ທຳມິກະລາດ ໄດ້ສັ່ງປະຫານຊີວິດລູກຊາຍຄົນດຽວຂອງຕົນເອງ ຍ້ອນກະທຳຄວາມຜິດ ສະແດງວ່າພະອົງເປັນຕົ້ນແບບຂອງການຕໍ່ຕ້ານປະກົດການອວດພໍ່ແມ່ແບບບໍ່ຖືກຕ້ອງນີ້ຢ່າງເປັນຮູບປະທຳ.

No comments:

Post a Comment