Friday, May 3, 2019

ຄວາມເມີນເສີຍ

ຫຼາຍປີກ່ອນຕອນທີ່ຂ້ອຍໄປຂາຍເຄື່ອງຢູ່ຕະຫຼາດ, ມີລົດຄັນໜຶ່ງມາຕົກບວກຢູ່ໜ້າຕະຫຼາດແລ້ວຂຶ້ນບໍ່ໄດ້. ຂ້ອຍເຫັນຄົນໃນລົດລົງມາຊຸກ ປານນັ້ນລົດກໍ່ຍັງບໍ່ເຄື່ອນ. ຫຼາຍຄົນຈົກເອົາໂທລະສັບອອກມາໂທ, ສົງໄສໂທຫາພີ່ນ້ອງໃຫ້ມາຊຸກລົດຊ່ວຍ. ຂ້ອຍຖາມພີ່ນ້ອງຂອງຂ້ອຍທີ່ຂາຍເຄື່ອງຢູ່ໃກ້ກັນວ່າ: ເປັນຫຍັງເຮົາຄືບໍ່ອອກໄປຊຸກລົດຊ່ວຍເພິ່ນແດ່? ລາວຕອບງ່າຍໆວ່າ: ລາວບໍ່ມາເອີ້ນ!
ຄຳຕອບຂອງລາວເຮັດໃຫ້ຂ້ອຍຊຶງລຶງໄປບາດໜຶ່ງ, ລາວເວົ້າຕໍ່ອີກວ່າ: “ບໍ່ເອີ້ນບໍ່ຂານ, ບໍ່ວານບໍ່ຊ່ວຍ, ສຸພາສິດເວົ້າໄວ້ມັນກໍ່ຖືກແລ້ວເດ”
ຫຼັງຈາກນັ້ນປະມານ 15 ນາທີຜ່ານໄປ, ສຽງຮ້ອງໂຮແຊວດີໃຈກໍ່ດັງຂຶ້ນ, ສະແດງວ່າລົດໄດ້ຖືກຍູ້ພົ້ນບວກແລ້ວ.
ເຫດການຄັ້ງນັ້ນເຮັດໃຫ້ຂ້ອຍກັບມານຶກຖາມຕົນເອງ ແລະ ຢ້ຳຄິດຢູ່ສະເໝີວ່າ: ເຮົາມັກຈະນິຍາມວ່າຕົນເອງ “ຄົນດີ” ຢູ່ສະເໝີ, ແຕ່ຫຼາຍຄັ້ງເຮົາກໍ່ພັດເມີນເສີຍກັບການໃຫ້ຄວາມຊ່ວຍເຫຼືອຄົນອື່ນ, ທັງທີ່ມັນກໍ່ບໍ່ໄດ້ເຮັດໃຫ້ເດືອດຮ້ອນຫຍັງເລີຍ. ຫຼື ສຸພາສິດບາງຄຳມັນສອນໃຫ້ເຮົາເປັນຄົນທີ່ບໍ່ຕ້ອງໄປໃສ່ໃຈຕໍ່ກັບຄົນອື່ນເລີຍ. ຍາມເບິ່ງລະຄອນໂທລະທັດ, ເຫັນຄົນບໍ່ມີນ້ຳໃຈເຮົາກໍ່ຄຶດຄຽດແທນ ແລະ ຄິດວ່າຕົນຢາກຈະເປັນຜູ້ຢູ່ໃນເຫດການນັ້ນເພື່ອຈະເຂົ້າໄປຊ່ວຍເຫຼືອ. ແຕ່ຍາມເຮົາເຫັນເຫດການໄພພິບັດເກີດຂຶ້ນ, ມີການລະດົມທຶນຄັ້ງໃຫຍ່ໄປຊ່ວຍເຫຼືອ, ຄົນສ່ວນໃຫຍ່ບໍລິຈາກເງິນ ແລະ ຖ່າຍໜ້າຈໍລົງ social media, ບໍ່ແມ່ນວ່າມັນເປັນເລື່ອງທີ່ຜິດ, ແຕ່ເປັນຫຍັງເຮົາຈຶ່ງເລືອກເຮັດບາງເລື່ອງສະເພາະ ແລະ ລະເສີຍຕໍ່ບາງເລື່ອງ.
ໃນໂລກຂອງສັງຄົມໜ້າຈໍ ເວລາເຫັນໃຜຂຽນຂຶ້ນຕົ້ນດ້ວຍຄຳວ່າ: ເຮັດຄວາມດີ, ລະເວັ້ນຄວາມຊົ່ວ, ອີ່ມບຸນອີ່ມໃຈ, ຈິດຜ່ອງໃສ, ໃຈສະຫງົບ, ບໍ່ບຽດບຽນຄົນອື່ນ; ໂດຍສະເພາະຜູ້ເຖົ້າຜູ້ແກ່ບອກວ່າ: ທຳບຸນທຳທານ-ຊາດໜ້າຈຶ່ງມີບຸນ. ແຕ່ເບິ່ງໃນຂັນມີແຕ່ຖົງເຂົ້າໜົມທີ່ຫໍ່ດ້ວຍພລາສຕິກ, ທີ່ມັນໃຊ້ເວລາ 100 ປີກໍ່ຍ່ອຍສະຫຼາຍບໍ່ໝົດ ແຕ່ເຮົາບອກວ່າບໍ່ບຽດບຽນຄົນອື່ນ, ເຂົາເຈົ້າແນ່ໃຈໃນຄຳເວົ້ານັ້ນໄດ້ແນວໃດ? ບາງທີເຈົ້າຂອງໂຮງງານເຂົ້າໜົມທີ່ເຮົາຊື້ປ່ອຍສານພິດສູ່ອາກາດ, ປ່ອຍນ້ຳເປື້ອນ, ບໍ່ຈ່າຍຄ່າແຮງງານ...ເຮົາບໍ່ເຄີຍກວດສອບ, ພຽງແຕ່ຊື້ເຂົ້າໜົມມາໃສ່ບາດແລ້ວ ກໍ່ບອກວ່າ “ນີ້ແຫຼະຄືຄວາມດີ” ຢ່າງເຕັມປາກເຕັມຄຳ. ຂ້ອຍບໍ່ເຄີຍວ່າຕົນເອງດີກວ່າໃຜດອກ, ດັ່ງຄຳຂວັນສຳລັບຂ້ອຍ “ວັດກໍ່ບໍ່ເຂົ້າ-ເຫຼົ້າກໍ່ບໍ່ແດກ” ແຕ່ຢາກຕັ້ງຄຳຖາມ, ຢາກ “ຂີ້ສໍ້”, ເປັນຫຍັງໄທບ້ານເຮົາຄືບໍ່ຕັ້ງຄຳຖາມຫຍັງໃນຊີວິດປະຈຳວັນຂອງຕົນເອງໃຫ້ຫຼາຍຂຶ້ນແດ່? ເປັນຫຍັງທັງທີ່ຄົນໄປວັດ, ເຮັດຄວາມດີກໍ່ຫຼາຍ, ມັນໜ້າຈະມີຄົນດີໆຫຼາຍ ແຕ່ເປັນຫຍັງຂີ້ເຫຍື້ອ ແລະ ຄວາມເປື້ອນເປິຕາມຖະໜົນຫົນທາງມັນຄືຍັງຫຼາຍ ແລະ ຫຼາຍຂຶ້ນນັບມື້. ມີເຫດການໜຶ່ງທີ່ເຮັດໃຫ້ຂ້ອຍທັງຢາກຮ້າຍ, ທັງຢາກຫົວ ຄົນທີ່ມາຈັດປະມູນຊັດປູມເປົ້າຢູ່ແຖວຂ້າງເຮືອນມາລັກເອົາດອກພຸດຕົ້ນທີ່ແມ່ຂ້ອຍປູກໄວ້ໜ້າບ້ານ ເພື່ອເອົາໄປບູຊາໃນວັນສິນ, ທັງຫັກເອົາກ້ານມັນເພື່ອຈະເອົາໄປຫວິດນ້ຳສົງພະ ເພາະຢູ່ໃນຊ່ວງໄລຍະຫຼິ້ນບຸນສົງການ, ທັຖືຄຸທີ່ຈະໄປສົງໄປພະຢູ່. ຍັງບໍ່ພໍມາລັກດອກພຸດທຸກວັນສິນອີກ, ຈົນພວກເຂົາຍ້າຍໄປບ່ອນອື່ນ. ຈັ່ງແມ່ນເປັນຄົນດີແທ້ໆນໍ!
ໃນເວລາທີ່ເຫັນລູກຄົນອື່ນ ໂດຍສະເພາະແມ່ນຄົນບ້ານໃກ້ເຮືອນຄຽງດື້ດ້ານ ແລະ ມີພຶດຕິກຳທີ່ບໍ່ດີ, ເຮົາເອງກໍ່ມືເຄື່ອງມື ແລະ ວິທີການພໍປະມານທີ່ຈະອົບຮົມບົ່ມສອນເດັກ, ເຮົາກໍ່ຈະບໍ່ບອກພໍ່ແມ່ຂອງເຂົາວ່າຄວນລ້ຽງລູກແນວໃດ? ເມືື່ອລູກຂອງພວກເຂົາໃຫຍ່ຂຶ້ນ ເປັນຄົນບໍ່ດີ ມາສ້າງຄວາມເດືອດຮ້ອນແກ່ຊຸມຊົນທີ່ຕົນຢູ່ ເຮົາກໍ່ຈະໂທດພໍ່ແມ່ຂອງເຂົາວ່າ ລ້ຽງລູກບໍ່ເປັນ. ຄຳຖາມຄື: ເປັນຫຍັງເຮົາຄືບໍ່ຊ່ວຍກັນອົບຮົມເດັກ, ບອກພໍ່ແມ່ເດັກຕັ້ງແຕ່ຕົ້ນ? ຄຳຕອບຄື: ເຂົາບໍ່ໄດ້ຖາມ. ເວລາເຮົາເຫັນຄົນປຸ້ນຈີ້ກັນເອົາວັດຖຸເງິນຄຳ ເຮົາດ່າວ່າ “ພວກຄົນຊົ່ວ”, “ສັງຄົມວັດຖຸເປັນໃຫຍ່” ແຕ່ເປັນຫຍັງຈຶ່ງມີຄຳສຸພາສິດທີ່ວ່າ “ບໍ່ເອີ້ນບໍ່ຂານ, ບໍ່ວານບໍ່ຊ່ວຍ”ຈາກພູມປັນຍາບັນພະບູລຸດເຮົາ? ພວກເຂົາກຳລັງຢາກສອນຫຍັງກັນແທ້? ແລ້ວສິ່ງທີ່ເຮົາບອກວ່າຕົນເອງເປັນຄົນດີນັ້ນມັນເອົາຫຍັງມີວັດແທກໄດ້ແດ່? ສັງຄົມໂດຍສະເພາະຄົນໃນຊຸມຊົນບໍ່ໄດ້ມີໜ້າທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການອົບຮົມເດັກນ້ອຍໃຫ້ເຕີບໃຫຍ່ຂຶ້ນມາເປັນທີ່ສາມາດໃຊ້ຊີວິດຢ່າງມີຄຸນນະພາບໃນສັງຄົມບໍ່?
ໃນຂະນະທີ່ສັງຄົມໃນປະເທດທີ່ກຳລັງພັດທະນາ, ຜະລິດລົດ ແລະ ກັ່ນນ້ຳມັນຍັງບໍ່ເປັນ, ແຕ່ນຳເຂົ້າທັງລົດ ທັງນ້ຳມັນຈາກຊາດອື່ນ, ບໍ່ຮູ້ຈັກຫຼີກທາງໃຫ້ລົດສຸກເສີນທີ່ກຳລັງນຳຄົນເຈັບສອງຄົນໄປໂຮງໝໍ. ພວກເຂົາກຳລັງຄິດຫຍັງຢູ່ “ໃຫ້ມັນຕາຍໄປເລີຍ” ແບບນີ້ບໍ່? ສ່ວນໃນປະເທດຈະເລີນພັດທະນາແລ້ວທີ່ຜະລິດເປັນທັງລົດ, ກັ່ນເປັນທັງນ້ຳມັນ ເຂົາຊ່ວຍກັນລົງຊຸກລົດທີ່ຕາຍຢູ່ໜ້າໄຟແດງ ຢ່າງບໍ່ທັນໄດ້ຂໍຮ້ອງຊ້ຳ.
ໃນເວລາທີ່ເຮົາພະຍາຍາມຕັດສິນກັນ ແລະ ກັນ ເລື່ອງຄວາມດີຄວາມຊົ່ວຢູ່ຕະຫຼອດນັ້ນ, ເຮົາພະຍາຍາມເຮັດຫຍັງເພື່ອໃຫ້ສັງຄົມດີຂຶ້ນ, ເພື່ອໃຫ້ຊາດນີ້ຂອງເຮົາໜ້າຢູ່ກວ່າເດີມ, ເພື່ອທີ່ຈະບໍ່ຕ້ອງຖ້າຮອດຊາດໜ້າ.

No comments:

Post a Comment