Friday, May 3, 2019

ຍ້ອມຜົມວັນສົງການ

ເປັນຫຍັງຕອນປີໃໝ່ລາວ ຫຼາຍຄົນຈະເປີດກະແສການຍ້ອມຜົມເປັນຂະໜານໃຫຍ່? 
ຄຳຕອບກໍ່ຄົງຈະບໍ່ມີຫຍັງຍາກ ຍ້ອນຖືກຄວບຄຸມຊົງຜົມມາແຕ່ອະນຸບານຈົນເຖົ້າຍັງບໍ່ມີໂອກາດເຮັດຊົງທີ່ຕົນເອງໃຝ່ຝັນເລີຍໂດຍສະເພາະຕອນເຂົ້າໂຮງຮຽນ. ນັບແຕ່ຄູ, ພໍ່ແມ່, ຊ່າງຕັດຜົມ ຂະໜາດເຮົາຈ່າຍເງິນ ແລະ ສັ່ງຊົງທີ່ເຮົາຕ້ອງການ ຕອນຕັດອອກມາແລ້ວຍັງໄດ້ຊົງທະຫານອາເມລິກາທີ່ເຮົາເຫັນໃນໜັງກັນໝົດ. ນ້ອງຊາຍໄປຕັດຜົມກັບມາຍາມໃດ ຈະມີການຈົ່ມເລື່ອງຊົງຜົມທີ່ໄປຕັດຢູ່ຮ້ານທີ່ສັ່ງແນວໜຶ່ງແຕ່ຕັດຊົງທີ່ໂຮງຮຽນກຳນົດໃຫ້ຕາຍໂຕ ປານນັດແນະກັນມາ. ຄູກໍ່ພໍຄູ ເຫັນຜົມແມນອອກມາບໍ່ໄດ້ເປັນເດືອດເປັນຮ້ອນ ເອົາມີດຕັດມາໜີບໃຫ້ມັນເປັນລາຍດ່າງດາວ ພະຍາຍາມຂາຍໜ້ານັກຮຽນຕໍ່ໜ້າຄົນອື່ນ, ບໍ່ເຄົາລົບໃຫ້ກຽດກັນເລີຍ. ຖ້າຈະເຮັດແນວນັ້ນແທ້ໆໜ້າຈະເປີດຮ້ານຕັດຜົມໃນໂຮງຮຽນເລີຍ, ຈັບຕັດກັນເປັນເດືອນຕໍ່ເດືອນໄປໂລດ.
ສ່ວນນັກຮຽນຍິງຈະຖືກຮ້າຍເວລາຕັດຜົມສັ້ນ, ປ່ອຍກໍ່ບໍ່ໄດ້ ຕ້ອງມັດເທົ່ານັ້ນ. ຮູ້ສຶກວ່າເລື່ອງຊົງຜົມເປັນເລື່ອງໜັກຫົວຄູຫຼາຍກວ່າ ການລະດັບຄວາມຮູ້ທີ່ເຂົາຈະສອນເຮົາອີກ.
ຄືມະນຸດຄົນໜຶ່ງເກີດມາມັນບໍ່ໄດ້ມີໂອກາດກຳນົດຊົງຜົມທີ່ຕົນເອງມັກເລີຍຫວາ? ບໍ່ມີໂອກາດລອງຜິດລອງຖືກ, ບໍ່ມີໂອກາດເລືອກເລີຍຫວາ? ເວລາໄປເຮັດວຽກແຕ່ລະບ່ອນເຂົາກຳນົດຊຸດ ແລະ ຊົງຜົມເພື່ອມາດຕະຖານການບໍລິການຂອງອົງກອນ. ໂຮງຮຽນຈະບໍ່ໃຫ້ໂອກາດເດັກຄົນໜຶ່ງທີ່ກຳລັງເຕີບໃຫຍ່ໄດ້ຮູ້ຈັກຄິດ ແລະ ໃຊ້ສະໝອງຕົນເອງເລີຍຫວາ? ຫຼື ຈະບອກວ່າມັນກໍ່ຕ້ອງມີມາດຕະຖານຂອງໂຮງຮຽນ? ແລ້ວມາດຕະຖານການສຶກສາ, ຄວາມຮູ້ໃນມັນສະໝອງຂອງຜູ້ຮຽນເດ? ຍັງບໍ່ໄດ້ກຳນົດເທື່ອຫວາ, ຈຶ່ງເຮັດໃຫ້ເປັນທີລາກທ້າຍຂອງອາຊຽນ, ເປັນຊາດທີ່ໃຊ້ພາສາອັງກິດລຳດັບທີ 80 ລາກທ້າຍຂອງໂລກ? ຈຶ່ງກຳນົດໄດ້ສະເພາະຊົງຜົມ, ເກີບ, ຖົງຕີນ, ສິ້ນ, ໂສ້ງ, ເສື້ອ, ສາຍແອວ, ກິບ, ໂບມັດຜົມ.
ພັກປີໃໝ່ລາວເປັນເວລາເກືອບໜຶ່ງອາທິດຈຶ່ງເປັນໂອກາດອັນດີໃນການປົດປ່ອຍຄວາມ "ແງ້ນ" ໃນການແຫກກົດຂອງເດັກ ແລະ ລວມທັງຜູ້ໃຫຍ່ຫຼາຍໆຄົນນຳ. ເພາະຖ້າສົມມຸດເຮົາປ່ອຍໃຫ້ມີການຍ້ອມຜົມແບບເສລີ ຄົງບໍ່ມີກະແສນີ້ເກີດຂຶ້ນແນ່ນອນ. ສີຜົມມັນກໍ່ເປັນພຽງປະກົດການສະທ້ອນແສງຂອງເມັດສີເຂົ້າສູ່ແກ່ນຕາຂອງເຮົາເທົ່ານັ້ນ, ເພາະພວກຜິວຂາວຢາກໄດ້ຜິວສີແທນ ເຂົາຍັງໄປອາບແດດຈົນຄ້ຳ, ຄົງບໍ່ມີຄູຄົນໃດຕັດຄະແນນຜິວສີແທນພວກເຂົາຕິເນາະ.
ປ່ອຍໃຫ້ເດັກເຂົາໄດ້ໃຊ້ສະໝອງຄິດເອົາແດ່, ໄປຄິດແທນເຂົາໝົດ ຢັກສະໝອງມັນຈະບໍ່ໄດ້ໃຊ້ງານ ຕາຍດ້ານກັນໝົດ. ຖ້າເຂົາໃຫຍ່ຈົນຮຽນຈົບ, ໄປສະໝັກງານບໍ່ມີຄົນຮັບຍ້ອນສີ, ຊົງຜົມ ແລະ ການແຕ່ງຕົວຂອງເຂົາເຈົ້າ, ເຂົາເຈົ້າຄົງປັບຕົວເອງ ຖ້າເຮົາເຊື່ອວ່າມະນຸດເປັນສັດທີ່ມີຄວາມສາມາດ ແລະ ສະຫຼາດພໍ. ມີແຕ່ຄົນມັກດູຖູກຄວາມສາມາດຂອງຄົນອື່ນເທົ່ານັ້ນລະທີ່ໄປຄິດແທນຄົນອື່ນ ແມ່ນແຕ່ເລື່ອງງ່າຍໆ.
ເດັກຍຸກນີ້ເຂົາເກີດມາພ້ອມຂໍ້ມູນຂ່າວສານ, ບໍ່ໄດ້ຢູ່ໃນຍຸກຖ້ານົກສັນຕິພາບໄປສົ່ງຈົດໝາຍ, ຖ້າເຂົາຍັງຫາຂໍ້ມູນບໍ່ເປັນສະແດງວ່າຄົນຮຸ່ນກ່ອນສອນໃຫ້ເຂົາໂງ່ຕັ້ງແຕ່ຕົ້ນ.

No comments:

Post a Comment