Sunday, May 12, 2019

ເປັນຫຍັງນັກທ່ອງທ່ຽວຈຶ່ງຫຼຸດລົງ: ການທ່ອງທ່ຽວຄືສິ່ງທີ່ຕ້ອງຮຽນຮູ້ໃຫ້ຫຼາຍກວ່າທີ່ຄິດ.


ໃນເວລາທີ່ຫຼາຍໆຄົນຖາມວ່າ: "ເຈົ້າຮຽນຈົບຫຍັງມາ?" ຂ້ອຍຈະຕອບແບບພາກພູມໃຈສະເໝີ, (ບໍ່ຮູ້ວ່າເປັນຫຍັງຕ້ອງຮູ້ສຶກພາກພູມໃຈຂະໜາດນັ້ນ, ອາດເປັນເພາະເປັນຄົນມັກການທ່ອງທ່ຽວ, ໝາຍຄວາມວ່າຮຽນມາຖືກກັບຄວາມມັກຂອງຕົນເອງ) "ການຈັດການການທ່ອງທ່ຽວ". ພໍແຕ່ຕອບອອກໄປພວກເຂົາຈະຫົວຂວັນ ແລະ ເວົ້າສວນກັບມາວ່າ "ທ່ອງທ່ຽວກໍ່ຕ້ອງຮຽນຫວາ? ກະດຽວວ່າໄປເລາະໄປທ່ຽວແລ້ວມັນກະຫາກຊິເປັນເອງລະເດ, ບໍ່ເຫັນຊິຍາກຊິຊາ", ບາງຄັ້ງຂ້ອຍກໍ່ຕອບວ່າ "ຂ້ອຍບໍ່ໄດ້ຕອບວ່າທ່ອງທ່ຽວລ້າໆ, ຂ້ອຍຕອບວ່າ ການຈັດການການທ່ອງທ່ຽວ" ແລ້ວເຂົາກໍ່ມິດໄປ, ບາງເທື່ອຂ້ອຍຂີ້ຄ້ານຕອບກໍ່ບໍ່ໄດ້ຕອບຫຍັງ, ເວົ້າໄປເລື່ອງອື່ນແທນ.  ຂ້ອຍເຄີຍຖາມຕົນເອງວ່າ: ພວກເຂົາເຂົ້າໃຈກັນແນວໃດນໍ? ແຕ່ບໍ່ກ້າຖາມຫຍັງຫຼາຍ. ຢ້ານເຂົາຫາວ່າຂ້ອຍອວດຮູ້. 


ຍ້ອນກັບໄປ ກ່ອນທີ່ຄຳວ່າ "ການທ່ອງທ່ຽວ" ຈະເປັນທີ່ນິຍົມນຳໃຊ້ກັນຢ່າງແພ່ຫຼາຍນັ້ນ, ກິດຈະກຳການທ່ອງທ່ຽວຖືກເອີ້ນດ້ວຍຄຳອື່ນເຊັ່ນ: ຄົນທີ່ບໍ່ມັກຢູ່ເປັນບ່ອນເປັນທີ່ເພິ່ນຮ້ອງວ່າ ພວກມັກເລາະ; ໄປບໍ່ໄກເພິ່ນເອີ້ນວ່າໄປຫຼິ້ນ; ອອກເດີນທາງໄປໄກເພິ່ນກໍ່ເອີ້ນວ່າ: ລົງເຮືອນ, ອອກຈາກບ້ານ; ສ່ວນຫຼາຍການໄປທ່ຽວມັກຈະເປັນການໄປຢາມຍາດຕິພີ່ນ້ອງ, ກັບເມືອຢາມບ້ານ ເປັນຕົ້ນ. ຄົນທີ່ມັກໄປບໍ່ຢູ່ບ້ານເພິ່ນມັກຈະມອງວ່າເປັນຄົນບໍ່ດີ, ບໍ່ມີຫົວນອນປາຍຕີນ ເລາະໃຕ້, ເລາະເໜືອ. ຈົນຄຳວ່າ "ການທ່ອງທ່ຽວ" ເປັນທີ່ແພ່ຫຼາຍຄຳເຫຼົ່ານັ້ນຈຶ່ງຕົກໄປເປັນຄຳທີ່ບໍ່ຄ່ອຍນິຍົມໃຊ້ເພາະເຮົາຈະເອີ້ນກິດຈະກຳການໄປທ່ອງທ່ຽວສັ້ນໆວ່າ ໄປທ່ຽວ ແລະ ຟັງແລ້ວມ່ວນຫູກວ່າ. 

ສຳລັບການທ່ອງທ່ຽວລາວຖືກຈຸດປະກາຍຂຶ້ນຢ່າງເປັນທາງການໂດຍການເປີດປີທ່ອງທ່ຽວລາວຢ່າງເປັນທາງການໃນປີ 1999-2000, ຍ້ອນກະແສການທ່ອງທ່ຽວໂລກເປັນທີ່ໂດດເດັ່ນຂຶ້ນ, ເພາະການທ່ອງທ່ຽວສາມາດກະຈາຍລາຍໄດ້ສູ່ຊຸມຊົນ, ທີ່ສຳຄັນຍັງສາມາດນຳລາຍໄດ້ຈາກຕ່າງປະເທດເຂົ້າສູ່ໄປເທດ.  




ພາຍຫຼັງເປີດປີທ່ອງທ່ຽວລາວຢ່າງເປັນທາງການເປັນຕົ້ນມາ, ການທ່ອງທ່ຽວກໍ່ຜົນຕອບຮັບໃນທາງທີ່ດີ. ຮອດປີ 2013 ລາວໄດ້ຮັບລາງວັນປະເທດຈຸດໝາຍປາຍທາງທີ່ດີທີ່ສຸດຂອງນັກທ່ອງທ່ຽວຈາກ ສະພາການທ່ອງທ່ຽວ ແລະ ການຄ້າສະຫະພາບເອີເລົບ. ແຕ່ໃນປີ 2016 ແລະ 2017 ນັກທ່ອງທ່ຽວໄດ້ຫຼຸດລົງສອງປີຊ້ອນ. ປີ 2018 ໄດ້ເປີດປີທ່ອງທ່ຽວລາວອີກຄັ້ງ ແຕ່ຈຳນວນນັກທ່ຽວທີ່ເພິ່ມຂຶ້ນກໍ່ຍັງບໍ່ເປັນທີ່ໜ້າປະທັບໃຈເທົ່າທີ່ຄວນ. ໃນປີ 2019 ກະແສນັກທ່ອງທ່ຽວຫຼຸດລົງເປັນຂ່າວໜາຫູໃນສັງຄົມ online ຫຼາຍ, ເພາະມັນສົ່ງຜົນກະທົບໂດຍກົງຕໍ່ທຸລະກິດການທ່ອງທ່ຽວ. ການທ່ອງທ່ຽວໃນບ້ານເຮົາເດີນທາງມາຮອດຈຸດນີ້ໄດ້ແນວໃດ? ຫຼື ທີ່ຜ່ານມາມັນກໍ່ດຳເນີນມາແບບອີ່ລາກອີ່ເລືອຢູ່ແລ້ວແຕ່ເຮົາຫາກບໍ່ໄດ້ແລເຫັນຈຸດບອດຂອງມັນເທົ່ານັ້ນ? ແລ້ວເຮົາເຂົ້າໃຈການທ່ອງທ່ຽວທັງໃນບ້ານຕົນເອງ ແລະ ບ້ານເພິ່ນຫຼາຍໜ້ອຍເທົ່າໃດ? 


ມາເບິ່ງສະຖິຕິນັກທ່ອງທ່ຽວຕ່າງປະເທດໃນປະເທດເພື່ອນບ້ານຂອງເຮົາ, ເຊັ່ນນັກທ່ອງທ່ຽວຕ່າງເທດທີ່ເດີນທາງເຂົ້າຫວຽດນາມເພີ່ມຈາກ 5 ລ້ານເທື່ອຄົນໃນປີ 2010 ເປັນ 15.5 ລ້ານເທື່ອຄົນໃນປີ 2018 ແລະ ເພີ່ມຈາກປີ 2017 ຈຳນວນ 2.7 ລ້ານຄົນຄິດເປັນເກືອບ 20% (https://www.vietnam-briefing.com). ນັກທ່ອງທ່ຽວຕ່າງເທດທີ່ເດີນທາງເຂົ້າມຽນມາ 1,238,377 ເທື່ອຄົນ ໃນປີ 2018 ຫຼຸດລົງຈາກປີ 2017: 64%. ນັກທ່ອງທ່ຽວຕ່າງເທດທີ່ເດີນທາງເຂົ້າໄທ ປີ 2018 ຈຳນວນ 38,277,300 ເທື່ອຄົນເພີ່ມຂຶ້ນຈາກປີ 2017,​ 7.54%. ໃນຂະນະທີ່ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງທ່ອງທ່ຽວກຳປູເຈຍປີ 2018 ເພີ່ມຂຶ້ນ 10.7% ເມື່ອທຽບກັບປີ 2017 ຄືຈາກ 5,602,157 ເທື່ອຄົນເປັນ 6,201,077 ເທື່ອຄົນ. ມາເບິ່ງການທ່ອງທ່ຽວໃນພາກພື້ນ​ ມາເລເຊຍ ຈຳນວນນັກທ່ອງທ່ຽວຕ່າງຊາດຫຼຸດລົງ 1 ແສນກວ່າຄົນ ຈາກປີ 2017 ເປັນ 25,832,354 ເທື່ອຄົນ ໃນປີ 2018. ສິງກະໂປ  18,506,619 ເທື່ອຄົນ ເພີ່ມຂຶ້ນ 6.2% ຈາກປີ 2017. ຟີລິບປິນ 7,127,168 ເທື່ອຄົນ ເພີ່ມຂຶ້ນ ຈາກປີ 2017: 7.7%. ອິນໂດເນເຊຍ 15,806,191 ເທື່ອຄົນ ຈາກປີ 2017 ມີນັກທ່ອງທ່ຽວຕ່າງຊາດ 14,039,799 ເທື່ອຄົນ, ສິ່ງທີ່ໜ້າສົນໃຈຄືໃນປີ 2017 ນັກທ່ອງທ່ຽວໃຊ້ເວລາພັກ ສະເລ່ຍ 21.88 ວັນ, ສ່ວນປີ 2018 ຫຼຸດລົງເຫຼືອ 12.28 ວັນ. ບຣູໄນ ມີນັກທ່ອງທ່ຽວຕ່າງຊາດ 258,955 ເທື່ອຄົນໃນປີ 2017 ແລະ ເພີ່ມຂຶ້ນເປັນ 278,163 ເທື່ອຄົນໃນປີ 2018. (https://en.wikipedia.org)

ຖ້າຈະຕອບຄຳຖາມວ່າເປັນຫຍັງນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າມາທ່ອງທ່ຽວລາວຈຶ່ງຫຼຸດລົງ, ຫຼາຍຄົນກໍ່ຄົງເຫັນດີນຳຄຳຕອບເຫຼົ່ານີ້ (ຂໍ້ມູນຈາກສຳນັກຂ່າວ online ຕ່າງໆ):
1) ການໃຫ້ບໍລິການ ຍັງຢູ່ໃນມາດຕະຖານຕໍ່າ
2) ລາຄາບໍລິການ ແລະ ສິນຄ້າ ຢູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງສູງ
3) ບໍ່ມີຄວາມປະທັບໃຈ ໃນສະຖານທີ່ທີ່ມາທ່ຽວ
4) ເສັ້ນທາງການເຂົ້າສູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງບໍ່ສະດວກ

ເມື່ອພິຈາລະນາແລ້ວກໍ່ເຫັນວ່າການສະຫຼຸບບັນຫາກໍ່ຄົງບໍ່ຜິດບໍ່ພ້ຽນໄປຈາກຂອບຂອງການເຮັດຜິດພາດແລ້ວຖອດຖອນບົດຮຽນແຕ່ປະການໃດ. 

ແຕ່ຖ້າຫາຈະພິຈາລະນາລົງໄປເຖິງລາຍລະອຽດໃນແຕ່ລະຂໍ້, ເຮົາອາດຈະໄດ້ເຫັນຈຸດສຳຄັນທີ່ເຮົາຄວນແກ້ໄຂ ເລີ່ມຕັ້ງແຕ່ມາດຕະຖານການໃຫ້ບໍລິການ ສິ່ງທີ່ມາເປັນອັນດັບຕົ້ນຄືການໃຫ້ຂໍ້ມູນຂ່າວສານດ້ານການທ່ອງທ່ຽວ, ເພາະກ່ອນຈະເດີນທາງທ່ອງທ່ຽວນັກທ່ອງທ່ຽວທຸກຄົນກໍ່ຕ້ອງຢາກຮູ້ວ່າຈະໄປທ່ຽວໃສ, ໄປແນວໃດ, ພັກຢູ່ໃສ, ກິນຫຍັງ, ມີກິດຈະກຳຫຍັງແດ່ທີ່ໜ້າສົນໃຈ. ຖ້າຂໍ້ມູນເຫຼົ່ານີ້ບໍ່ຊັດເຈນ ໂອກາດທີ່ພວກເຂົາຈະຕັດສິນໃຈໄປທ່ຽວບ່ອນອື່ນທີ່ມີຂໍ້ມູນຊັດເຈນກວ່າກໍ່ສູງຢູ່ແລ້ວ. ນອກຈາກນັ້ນນັກທ່ອງທ່ຽວຍັງຄຳນຶງເຖິງບັນຫາການບໍລິການ ແລະ ການຕ້ອນຮັບຂອງເຈົ້າພາບ ໂດຍພວກເຂົາຈະເບິ່ງຈາກການໃຫ້ຄະແນນ (ຕິດດາວ) ຂອງຜູ້ທີ່ໄປມາກ່ອນຈາກ website ຕ່າງໆທີ່ມີຊື່ສຽງ ແລະ ໜ້າເຊື່ອຖື. ຕົວຢ່າງການໃຫ້ບໍລິການການທ່ອງທ່ຽວໃນຫວຽດນາມ ເພາະເລີ່ມຕົ້ນນັກທ່ອງທ່ຽວກໍ່ເຂົ້າໄປທ່ຽວປະເທດຫວຽດນາມຍັງບໍ່ຫຼາຍປານໃດເມື່ອທຽບກັບ ໄທ, ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ ແຕ່ເຂົາເຈົ້າມີຄວາມຕື່ນຕົວທາງການທ່ອງທ່ຽວສູງ.  ເມື່ອເຂົາເຈົ້າຮູ້ວ່ານັກທ່ອງທ່ຽວໄທເປັນກຸ່ມລູກຄ້າອີກກຸ່ມໜຶ່ງທີ່ສຳຄັນ, ຜູ້ໃຫ້ບໍລິການດ້ານການທ່ອງທ່ຽວໃນຫວຽດນາມສາມາດສື່ສານພາສາໄທໄດ້, ນອກນັ້ນການໃຊ້ພາສາໄທຍັງສາມາດສື່ສານກັບນັກທ່ອງທ່ຽວລາວໄດ້ນຳອີກ, ເອີ້ນວ່າຍິງປືນນັດດຽວໄດ້ນົກສອງຕົວ. ຫວຽດນາມມີຄົນທີ່ຮຽນ ແລະ ສື່ສານພາສາຈີນໄດ້ດີເພາະເປັນລູກຄ້າຫຼັກໃນອຸດສາຫະກຳການທ່ອງທ່ຽວຂອງພວກເຂົາ (ແລະ ໃນຂົງເຂດທຸລະກິດອື່ນໆ). ເຖິງແມ່ນວ່າຫວຽດນາມຈະມີຊື່ສຽງດ້ານລົບກ່ຽວກັບຄວາມປອດໄພໃນຊັບສິນ ແຕ່ຫຼາຍຄົນກໍ່ໃຫ້ຄຳເຫັນວ່າຊາວຫວຽດນາມເປັນເຈົ້າບ້ານທີ່ມີໄມຕີຈິດຕໍ່ນັກທ່ອງທ່ຽວຕ່າງຊາດໃນລະດັບສູງ (https://www.tripadvisor.com.au). ແລະ ຍັງມີປະເທດອື່ນໆໃນອາຊຽນທີ່ເຮົາຍັງຕ້ອງຮຽນຮູ້ການທ່ອງທ່ຽວຈາກພວກເຂົາ. 
ຕໍ່ກັບດ້ານລາຄາສິນຄ້າ ແລະ ບໍລິການໃນແຕ່ລະສະຖານທີ່ທ່ອງທ່ຽວສູງ ແມ່ນເກີດຂຶ້ນທຸກທີ່ໃນທົ່ວໂລກ ແຕ່ຄົນທີ່ໄດ້ຮັບຜົນກະທົບຫຼາຍກວ່ານັກທ່ອງທ່ຽວຄົງຈະໜີບໍ່ພົ້ນຄົນທ້ອງຖິ່ນ. ແຕ່ສິ່ງທີ່ເຮັດໃຫ້ນັກທ່ອງທ່ຽວບໍ່ພໍໃຈຫຼາຍແມ່ນຄວາມບໍ່ແນ່ບໍ່ນອນຂອງລາຄາສິນຄ້າ, ລາຄາບໍ່ເປັນມາດຕະຖານ, ນັກທ່ອງທ່ຽວຮູ້ສຶກຖືກເອົາປຽບຫຼາຍເກີນໄປ ພວກເຂົາກໍ່ຈະບໍ່ຢາກກັບໄປສະຖານທີ່ນັ້ນອີກ. ເຮົາຕ້ອງທຳຄວາມເຂົ້າໃຈເລື່ອງການເອົາປຽບນັກທ່ອງທ່ຽວໃນດ້ານລາຄາວ່າ ເປັນຫຍັງການທີ່ໄປປະເທດອື່ນແພງເຂົາຍັງພ້ອມຈະຈ່າຍ, ທັງບໍ່ມີໃຜອອກມາຈົ່ມນຳຫຼັງວ່າແພງ, ເອົາປຽບນັກທ່ອງທ່ຽວຫຼາຍຄືບ້ານເຮົາ. ປະເດັນມັນຢູ່ທີ່ວ່າເຮົາບໍ່ຕັ້ງລາຄາໃຫ້ເຂົາຮູ້ຕັ້ງແຕ່ຕົ້ນ, ເມື່ອລູກຄ້າເຂົ້າຮ້ານ, ກິນອີ່ມແລ້ວຈຶ່ງມາໄລ່ເງິນຕາມລາຄາຕາມໃຈເຈົ້າຂອງຮ້ານ. ອັນນີ້ກໍ່ເຮັດໃຫ້ລູກຄ້າເກີດຄວາມບໍ່ພໍໃຈແຮງ, ບາງຢ່າງແພງບໍ່ສົມເຫດສົມຜົນ, ບໍ່ສົມກັບຈຳນວນຕ່ອນຊີ້ນ ຫຼື ບໍ່ແຊບເລີຍ. ເຮົາຈຶ່ງສັງເກດເຫັນວ່າຮ້ານອາຫານທີ່ມີຄວາມເປັນມືອາຊີບໃນການຕ້ອນຮັບລູກຄ້າຕ່າງປະເທດຈະວາງລາຍການອາຫານ ແລະ ບອກລາຄາພ້ອມໄວ້ຢູ່ທາງໜ້າຮ້ານ. 
ປະເດັນຖັດມາຄືຄວາມບໍ່ປະທັບໃຈໃນສະຖານທີ່ທ່ອງທ່ຽວ ຫຼາຍຫາງສຽງກໍ່ວ່າສະຖານທີ່ຈິງບໍ່ງາມຄືໃນຮູບທີ່ໂຄສະນາໄວ້, ນອກນັ້ນກໍ່ແມ່ນບັນຫາການຈັດການຄວາມສະອາດເຊັ່ນ: ຂີ້ເຫຍື້ອ, ຫ້ອງນ້ຳ, ນ້ຳເປື້ອນ, ສະພາບອາກາດໃນຂະນະນັ້ນ. ນອກຈາກນັ້ນສະຖານທີ່ທ່ອງທ່ຽວອາດຍັງບໍ່ເປັນທີ່ປະທັບໃຈເນື່ອງຈາກການຈັດການດ້ານສະຖານທີ່ ມີຄວາມຊ້ຳກັນເກືອບທຸກບ່ອນ, ດັດແປງ, ປ່ຽນແປງສະພາບທຳມະຊາດຫຼາຍເກີນໄປ, ກິດຈະກຳນັນນອງເຮັດໃຫ້ທຳລາຍບັນຍາກາດ. ສັງເກດງ່າຍໆ ແຫຼ່ງທ່ອງທ່ຽວໃດທີ່ມີສາຍນ້ຳ ຫຼື ໜອງໃຫຍ່ໆ ກໍ່ຈະມີການປຸກຕູບເຮັດຮ້ານອາຫານ ຄືກັນເກືອບທຸກບ່ອນ, ກ່ຽວໂຍງກັບການບໍລິການໃນຂໍ້ທີໜຶ່ງ ຄືລາຍການອາຫານແຕ່ລະບ່ອນມີລາຍການຄືກັນຈົນໝົດບໍ່ມີຫຍັງເປັນອັນພິເສດຂອງທ້ອງຖິ່ນ, ບາງບ່ອນມີກໍ່ຫາຍາກ ຫຼື ແພງເກີນໄປ. ຍາມຄ່ຳຄືນໃນແຫຼ່ງທ່ອງທ່ຽວກໍ່ຟົດນັນເກີນໄປຈົນຫຼັບນອນບໍ່ໄດ້, ຕົວຢ່າງຂ້າພະເຈົ້າໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວເທິງພູຄູນ, ມີການກາງເຕັ້ນກັນນອນໃນສະຖານທີ່ເປີດຮ່ວມກັບນັກທ່ອງທ່ຽວອີກຫຼາຍຄົນ. ນັກທ່ອງທ່ຽວກຸ່ມໜຶ່ງໄປເປັນກຸ່ມໃຫຍ່, ພາກັນດື່ມກິນຢ່າງສະໜຸກສະໜານ, ແຕ່ຖ້າຫາກຮອດຍາມນອນແລ້ວພວກເຂົາບໍ່ສົ່ງສຽງລົບກວນການນອນຂອງຄົນອື່ນຂ້າພະເຈົ້າຄົງບໍ່ມີບັນຫາມາຂຽນ, ແຕ່ລົມກັນສຽງດັງໂຫວກເຫວກ, ຮ້ອງໃສ່ກັນຈົນຊອດແຈ້ງ. ຄືນນັ້ນແທນທີ່ຂ້າພະເຈົ້າຈະໄດ້ນອນຟັງສຽງລົມ, ຊົມດາວຢ່າງ romantic ກາຍເປັນວ່ານອນມືນຕາເອົາໝອນອັດຫູພິກໄປມາຈົນຊອດແຈ້ງ, ຕື່ນມາດ້ວຍໜ້າຕາໝົດຄວາມສົດຊື່ນ ແລະ ຖາມຕົນເອງວ່າ: ເຮືອນເຮົາມີໃຫ້ນອນສະບາຍໆ ເປັນຫຍັງຕ້ອງມາຈ້າງນອນຟັງສຽງຄົນບໍ່ມີມາລະຍາດໃນການທ່ອງທ່ຽວແບບນີ້? ຂ້ອຍຄິດວ່າຄົນອື່ນທີ່ຕັ້ງໃຈໄປຊົມທຳມະຊາດກໍ່ຄົງຈະຄິດຄືກັນ. ນັກທ່ອງທ່ຽວລາວ (ບາງຄົນ) ບໍ່ຮ່ວມກັນເປັນເຈົ້າພາບທີ່ດີ, ບໍ່ມີມາລະຍາດໃນການໃຊ້ພື້ນທີ່ສາທາລະນະ, ບໍ່ຮູ້ຈັກເກງອົກເກງໃຈຄົນອື່ນ ເຫັນແຕ່ຄວາມມ່ວນຂອງຕົນເອງເປັນຫຼັກ ຫຼາຍຄົນເຫັນການທ່ອງທ່ຽວເປັນພຽງການປ່ຽນບ່ອນຊຸມແຊວເທົ່ານັ້ນ; ຖ້າຈັດງານກັນຢູ່ໃນເຮືອນ, ພື້ນທີ່ສ່ວນຕົວກໍ່ຄົງບໍ່ມີບັນຫາໄປລົບກວນຄົນອື່ນ. ນອກນັ້ນນັກທ່ອງທ່ຽວບ້ານເຮົາເອງກໍ່ຂາດຄວາມສຳນຶກໃນການຖິ້ມຂີ້ເຫຍື້ອໃຫ້ເປັນບ່ອນເປັນທີ່ ດັ່ງຕົວຢ່າງໃນບຸນວັດພູຈຳປາສັກໃນຄັ້ງຜ່ານມາ ພາຍຫຼັງແລ້ວບຸນກໍ່ມີພາບຮູບວັດພູທີ່ເຕັມໄປດ້ວຍຂີ້ເຫຍື້ອ ຜ່ານສື່ສັງຄົມ online ໃຫ້ເຫັນທົ່ວກັນ, ບໍ່ຮູ້ວ່າເກີດຈາກແມ່ຄ້າ ຫຼື ນັກທ່ອງທ່ຽວ ຫຼື ນຳກັນທັງສອງຝ່າຍ ງານແລ້ວໆ ພັດບໍ່ມີການເກັບກວດໃຫ້ຮຽບຮ້ອຍ, ຄົນໄປຫຼັງງານກໍ່ປານໄປເບິ່ງກອງຂີ້ເຫຍື້ອ. ບໍ່ສະເພາະແຕ່ສະຖານທີ່ທ່ອງທ່ຽວ, ສັງເກດຈາກຖະໜົນຫົນທາງ, ຄອກແຄແຈຮົ້ວ, ດິນເປົ່າວ່າງ, ຕາມເດີ່ນ, ຫ້ວຍໜອງ, ຄອງບຶງ...ເຕັມໄປດ້ວຍຂີ້ເຫຍື້ອຢັ່ງຢາຍ, ຊະຊາຍ, ປິວໄປມາຕາມສາຍລົມ, ຮ້າຍກວ່ານັ້ນກໍ່ແມ່ນຖິ້ມກັນເປັນກອງພອກພູນຂຶ້ນເລື້ອຍໆ ສົ່ງກິ່ນເນົ່າເໝັນ. ຫົນທາງກໍ່ເຕັມໄປດ້ວຍຂີ້ດິນໂອບຈົນຮອດເຄິ່ງກາງທາງ, ຍາມລົດແລ່ນຂີ້ຝຸ່ນກຸ້ມປານແລ່ນລົດຢູ່ເທິງທາງຂີ້ດິນແດງ. ຈາກປະກົດການຂີ້ເຫຍື້ອຢາຍເຕັມເມືອງ ກໍ່ເຫັນກະແສການເກັບຂີ້ເຫຍື້ອຂອງໄວໜຸ່ມຫຼາຍຂຶ້ນ, ໂດຍສະເພາະໃນເມືອງຫຼວງພະບາງ, ມີຄວາມຕື່ນຕົວ ແລະ ຕັ້ງກຸ່ມກັນເກັບຂີ້ເຫຍື້ອຫຼາຍຂຶ້ນກໍ່ເປັນໜ້າຊື່ນຊົມ. ໃນປີ 2018 ຂ້າພະເຈົ້າໄປທ່ຽວຫຼວງພະບາງໃນເທດສະການປີໃໝ່ສາກົນ, ສັງເກດເຫັນວ່າຕົວເມືອງຫຼວງພະບາງຂ້ອນຂ້າງເປິເປື້ອນກວ່າຕອນຂ້າພະເຈົ້າໄປໃນປີ 2010 ຫຼາຍ. ຕອນນັ້ນຂ້າພະເຈົ້າຮູ້ສຶກຊື່ນຊົມຄວາມສະອາດສະອ້ານຂອງຕົວເມືອງຫຼວງພະບາງ ເວົ້າໃຫ້ພີ່ນ້ອງຟັງບໍ່ຂາດປາກວ່າຫຼວງພະບາງສະອາດແນວນັ້ນ, ງາມແນວນີ້. ແຕ່ພໍກັບໄປເທື່ອໃໝ່ເຫັນຂີ້ເຫຍື້ອຢ່າງຢາຍໄປທົ່ວຮອດຕີນພູສີ, ຮ່ອງນ້ຳດຳໆຢູ່ຂ້າງໄປສະນີ, ກອງຂີ້ເຫຍື້ອຍຢູ່ປາກຮ່ອມໜ້າຕະຫຼາດຫຼາຍມື້ຫຼາຍວັນກໍ່ຍັງບໍ່ເຫັນໃຜມາຂົນໄປຖິ້ມ, ຫົນທາງເຕັມໄປດ້ວຍຂີ້ຝຸ່ນ. ຄວາມຮູ້ສຶກຫົດຫູ່ ແລະ ຄິດວ່າມັນຄວນໄປຮັບການປັບປຸງ, ຈົນໂທໄປຫາໝູ່ທີ່ເປັນຄົນທ້ອງຖິ່ນຫຼວງພະບາງ ເພາະພວກເຮົາທັງສອງລ້ວນແຕ່ຮຽນຈົບດ້ານການທ່ອງທ່ຽວມາຄືກັນ, ແຕ່ຕອນນັ້ນລາວກຳລັງຮຽນຢູ່ຕ່າງປະເທດ. ຂ້າພະເຈົ້າຖາມລາວວ່າເປັນຫຍັງຕົວເມືອງຄືເປື້ອນໄປຫຼາຍແທ້, ບໍ່ຄືແຕ່ກ່ອນ?? ລາວວ່າລາວກໍ່ອຸກໃຈນຳເລື່ອງນີ້ຢູ່ຄືກັນ. ຂ້າພະເຈົ້າ ແລະ ລາວມີຄວາມຄິດເຫັນຄືກັນວ່າຄວນຈະຕັ້ງກຸ່ມນັກສຶກສາ ຫຼື ຊາວໜຸ່ມລຸກຂຶ້ນມາຊ່ວຍກັນອະນາໄມບ້ານຂອງຕົນເອງ, ຊິຖ້າແຕ່ໜ່ວຍງານອື່ນກໍ່ບໍ່ໄດ້; ຂ້ອຍຖ້າເຈົ້າ,ເຈົ້າຖ້າຂ້ອຍ ເລີຍຈະບໍ່ມີໃຜລົງມືເຮັດ. ກໍ່ໄດ້ແຕ່ຫວັງວ່າຫຼາຍພວກສ່ວນຈະຮ່ວມມືກັນເຮັດໃຫ້ເມືອງມໍລະດົກກັບມາສວຍງາມ ແລະ ສວຍງາມຂຶ້ນເລື້ອຍໆ, ໃນຖານະເມືອງມໍລະດົກ ແລະ ເປັນສະຖານທີ່ຈຸດໝາຍປາຍທາງທ່ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຂອງປະເທດ. 
ປະເດັນສຸດທ້າຍແຕ່ບໍ່ທ້າຍສຸດການເຂົ້າເຖິງແຫຼ່ງທ່ອງທ່ຽວ ບໍ່ແມ່ນສະເພາະແຕ່ເສັ້ນທາງທີ່ວ່າຫຍຸ້ງຍາກແລ້ວ, ທັງລະບົບການຂົນສົ່ງແມ່ນຫຍຸ້ງຍາກກວ່ານັ້ນອີກ ຄືບໍ່ຮູ້ວ່າຈະໄປຂຶ້ນລົດຢູ່ໃສ, ລົດມາຕອນໃດ, ຈະໄປຮອດຈຸດໝາຍຈັກໂມງ, ມີຈັກຖ້ຽວຕໍ່ວັນ, ຂໍ້ມູນເລົ່ານີ້ຄວນຈະຖືກຕອບກ່ອນທີ່ເຮົາຈະລົງເຮືອນໄປທ່ຽວ ກາຍເປັນວ່າໄປສ່ຽງເອົາທາງໜ້າ; ລາຄາບໍ່ເປັນມາດຕະຖານ ແລະ ຮູ້ສຶກວ່າຈະຖືກໂກງຄ່າລົດຕະຫຼອດເວລາເພາະມັນບໍ່ມີເຄື່ອງມືໃນໃດໆໃນການວັດແທກຢູ່ທີ່ການເອີ້ນລາຄາ ແລະ ຕໍ່ລອງກັນ, ບາງລາຍຕອນຂຶ້ນເວົ້າລາຄາໜຶ່ງຕອນລົງເວົ້າລາຄາໜຶ່ງ, ແຕ່ແນ່ນອນຜູ້ທີ່ເຮັດອາຊີບຂັບລົດໂດຍສານດີໆມີນ້ຳໃຈກໍ່ມີບໍ່ໜ້ອຍ ພຽງແຕ່ວ່າເຮົາຈະພົບໄດ້ຕອນໃດອັນນັ້ນກໍ່ອີກເລື່ອງໜຶ່ງ. 
ນອກນັ້ນກໍ່ຕ້ອງຄຳນຶງເຖິງລາຍລະອຽດໃນການວາງແຜນການທ່ອງທ່ຽວແບບຍືນຍົງໂດຍການໃຊ້ທິດສະດີ 5A ແລະ 7A. ອີກທັງຍັງຕ້ອງຄຳນຶງເຖິງອົງປະກອບຂອງແຫຼ່ງທ່ອງທ່ຽວຄື: ຊັບພະຍາກອນການທ່ອງທ່ຽວ, ການສ້າງສະພາບແວດລ້ອມທາງການທ່ອງທ່ຽວ, ການປະຕິບັດການ ແລະ ອົງກອນທີ່ດຳເນີນງານ.​ 

ກ່າວເຖິງຄວາມຄາດຫວັງຂອງນັກທ່ອງທ່ຽວມາກໍ່ຫຼາຍ, ແຕ່ມີສິ່ງໜຶ່ງທີ່ການວາງແຜນການທ່ອງທ່ຽວມັກຈະລະເລີຍຢູ່ເລື້ອຍໆ ແຕ່ພັດເປັນໝາກຫົວໃຈຂອງການທ່ອງທ່ຽວ ນັ້ນກໍ່ຄືຄົນທ້ອງຖິ່ນ. ຫຼາຍຄັ້ງທີ່ເຮົາອ່ານບົດວິໄຈຕ່າງໆເຮົາມັກຈະເນັ້ນໄປທີ່ຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວເປັນຫລັກ, ນ້ອຍຄັ້ງທີ່ຈະໄດ້ອ່ານຜົນງານທີ່ຂຽນເຖິງຄວາມຮູ້ສຶກຂອງຄົນທ້ອງຖິ່ນ, ພະນັກງານນຳທ່ຽວ ແລະ ຜູ້ໃຫ້ບໍລິການ. ເຫດຜົນກໍ່ເພາະເຮົາເຫັນວ່າການທ່ອງທ່ຽວກໍ່ຄືຕ້ອງການເຮັດໃຫ້ຖືກໃຈລູກຄ້າ, ຕ້ອງການເພີ່ມຄວາມເພິ່ງພໍໃຈ, ປະລິມານນັກທ່ອງທ່ຽວ ແລະ ຢາກໃຫ້ເຂົາກັບມາຊື້ຊ້ຳອີກ. ແຕ່ທັງນີ້ທັງນັ້ນການເລີ່ມຕົ້ນຜະລິດສິນຄ້າທາງການທ່ອງທ່ຽວຄວນຈະເລີ່ມຕົ້ນຈາກຊຸມຊົນກ່ອນ, ເພາະຄົນໃນຊຸມຊົນເປັນເຈົ້າຂອງ ແລະ ຜູ້ນຳໃຊ້ຊັບພະຍາກອນໃນຊີວິດປະຈຳວັນຂອງເຂົາເຈົ້າ ບໍ່ວ່າການທ່ອງທ່ຽວຈະມາ ຫຼື ບໍ່ກໍ່ຕາມ. 
ຍົກຕົວຢ່າງການທ່ອງທ່ຽວໃນວັງວຽງ. ວັງວຽງເປັນເມືອງທີ່ມີຄວາມງາມຕາມທຳມະຊາດ, ເປັນຊັບພະຍາກອນທາງການທ່ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຂອງປະເທດກໍ່ວ່າໄດ້, ມີຊື່ສຽງໄປຮອດຕ່າງປະເທດ, ມີນັກທ່ອງທ່ຽວຈາກຕ່າງປະເທດເດີນທາງມີຢ້ຽມຢາມຢ່າງຫຼວງຫຼາຍ. ພາຍຫຼັງທີ່ກະແສການທ່ອງທ່ຽວມາແຮງ, ການກໍ່ສ້າງສະຖານທີ່ພັກ, ໂຮງແຮມ, ຮ້ານອາຫານ, ຕຶກອາຄານ ກໍ່ເກີດຂຶ້ນຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການດ້ານການທ່ອງທ່ຽວ. ເຮັດໃຫ້ວິຖີຊີວິດຂອງຊຸມຊົນປ່ຽນແປງໄປຢ່າງວ່ອງໄວໂດຍສະເພາະໃນເຂດເທດສະບານເມືອງ. ຈາກສະຖານທີ່ທ່ອງທ່ຽວທີ່ມີທັດສະນີຍະພາບງົດງາມ ກາຍເປັນບ່ອນຖືກບົດບົງ ແລະ ແອອັດໄປດ້ວຍອາຄານ, ຜູ້ຄົນ, ຮ້ານໂຮງຕ່າງໆ. ນ້ຳຊອງທີ່ເຄີຍສ່ອງໃສ ໄຫຼຊ້າ, ກາຍມາເປັນບ່ອນປ່ອຍນ້ຳເປື້ອນຈາກບັນດາເຮືອນພັກ, ໂຮງແຮມທີ່ແອອັດ. ສອງຟາກນ້ຳຊອງກາຍເປັນຮ້ານບັນເທີງທີ່ຟົດນັນຈົນເດິກຈົນດື່ນ. ນອກຈາກທຸລະກິດຂອງຊຸມຊົນແລ້ວຍັງມີທຸລະກິດຂະໜາດໃຫຍ່ທີ່ເຂົ້າມາລົງທຶນ, ເຮັດໃຫ້ປະຊາຊົນທ້ອງຖິ່ນໄດ້ຮັບຜົນກະທົບໂດຍກົງ. ພາບການທ່ອງທ່ຽວແບບພັກຜ່ອນຢ່ອນໃຈກາຍເປັນການຍາດກັນກິນ, ຍາດກັນຊື້, ຍາດກັນພັກ. ຂົວຂ້າມແມ່ນ້ຳຊອງເປັນຂົວທີ່ໃຫ້ຄົນມາສຳປະທານ ແລະ ເກັບປີ້ຄ່າຜ່ານຂົວນັ້ນ. ແທນທີ່ວ່າຄົນໃນຊຸມຊົນທ້ອງຖິ່ນຈະໄດ້ເປັນເຈົ້າຂອງຂົວ, ໃຊ້ຂົວນັ້ນໃນຊີວິດປະຈຳວັນໃນການໄປຕະຫຼາດ, ໄປມາຫາສູ່ກັນ, ເດັກນ້ອຍໃຊ້ເປັນທາງທຽວໄປໂຮງຮຽນ ແຕ່ກາຍເປັນວ່າຄົນໄທບ້ານກໍ່ຕ້ອງໄດ້ຈ່າຍຄ່າຜ່ານຂົວນັ້ນ, ເກັບເປັນຄອບຄົວເປັນເດືອນໄປ. ເຮັດແບບນີ້ກໍ່ເທົ່າກັບວ່າຄົນທ້ອງຖິ່ນຖືກກີດກັນອອກໄປຈາກຊຸມຊົນຂອງເຂົ້າເຈົ້າເອງ, ເປັນການເບິ່ງຂ້າມ ແລະ ຫຼຸດທອນຄວາມສຳຄັນໃນສຳນຶກກ່ຽວກັບການເປັນເຈົ້າຂອງຊຸມຊົນຮ່ວມກັນ; ເຮັດໃຫ້ເຂົາເຈົ້າກາຍສະຖານະເປັນປະຊາກອນຊັ້ນສອງຂອງຊຸມຊົນຕົນເອງ ທີ່ບໍ່ໄດ້ມີຄວາມສຳຄັນຕໍ່ການກຳນົດຊາຕາກຳຂອງຕົນໃນບ້ານເກີດເມືອງນອນຂອງຕົນເລີຍ. ມີກໍລະນີຕົວຢ່າງການທ່ອງທ່ຽວ ທີ່ເຫັນຄວາມສຳຄັນຂອງຄົນໃນຊຸມຊົນຄື ສວນພຶກສາໃນຈີນຫຼາຍແຫ່ງທີ່ຍັງເກັບເງິນຄ່າເຂົ້າຊົມ, ໄດ້ເປີດໃຫ້ຄົນທ້ອງຖິ່ນໄດ້ນຳໃຊ້ເປັນບ່ອນອອກກຳລັງກາຍ, ຍ່າງຫຼິ້ນ, ພັກຜ່ອນຢ່ອນໃຈ ໂດຍການເຮັດບັດຢືນຢັນວ່າເປັນຄົນທ້ອງຖິ່ນໃຫ້, ພຽງແຕ່ສະແດງບັດພະນັກງານກໍ່ຈະໃຫ້ຜ່ານໄປໄດ້.​ 
ການປຸກຕູບຂ້າງນ້ຳຊອງເຮັດຮ້ານອາຫານ-ບັນເທີງເພື່ອຕ້ອນຮັບນັກທ່ອງທ່ຽວກໍ່ບໍ່ຕ່າງຫຍັງກັບທີ່ໄດ້ເວົ້າມາແລ້ວວ່າເປັນການເຮັດໃຫ້ແຫຼ່ງທ່ອງທ່ຽວທຸກບ່ອນຊ້ຳກັນ, ບໍ່ມີຫຍັງແປກໃໝ່, ສ້າງຄວາມຟົດນັນ. ເບິ່ງຄືວ່່າຜູ້ຈັດການທ່ອງທ່ຽວຫຼາຍໆບ່ອນຈະຕອບສະໜອງກຸ່ມນັກທ່ອງທ່ຽວທີ່ຕ້ອງການຄວາມບັນເທີງ, ມ່ວນຊື່ນເຮຮາໄດ້ດີຫຼາຍ. ຂ້າພະເຈົ້າຂໍເອີ້ນການທ່ອງທ່ຽວແບບນີ້ວ່າ "ນັ່ງແຊ່ນ້ຳດື່ມເບຍ" ເຊິ່ງມັນອາດຈະເປັນຕະຫຼາດກຸ່ມໃຫຍ່ຂອງການທ່ອງທ່ຽວກໍ່ເປັນໄດ້. ແຕ່ເປັນຫຍັງຈຶ່ງບໍ່ມີການຄິດຄຳນຶງເຖິງຊັບພະຍາກອນການທ່ອງທ່ຽວ ແລະ ນຳໃຊ້ມັນໃຫ້ຍືນຍົງ, ຫຼາຍຄົນອາດເຫັນວ່າ: ຖ້າເຮົາບໍ່ຮີບເຮັດແບບນັ້ນແລ້ວຈະໃຫ້ເຮັດແນວໃດ? ນ້ຳຂຶ້ນກໍ່ຕ້ອງຮີບຕັກຊັ້ນຕວາ! ຄຳຖາມຄື: ແລ້ວເຮົາຄິດວ່າເຮົາຈະເຮັດແບບນີ້ໄດ້ດົນປານໃດ? ມັນຈະຍືນຍົງບໍ່? ເປັນຫຍັງເຮັດລົງໄປແລ້ວການທ່ອງທ່ຽວໃນປັດຈຸບັນຈຶ່ງຂີ້ຮ້າຍລົງ? ມັນມີສາເຫດຈາກການເຮັດສິ່ງຊ້ຳກັນໃນທຸກສະຖານທີ່ຫຼືບໍ່? ຫຼື ບໍ່ເຄີຍຄິດເຖິງບັນຫາໃດທີ່ຈະຕາມມາເລີຍ, ມີແຕ່ວ່າຢາກເຮັດການທ່ອງທ່ຽວຕາມຈິນຕະນາການຕົນເອງກໍ່ເຮັດໄປ?
ເຮົາມາເບິ່ງຕົວຢ່າງຂອງການຈັດການ ແລະ ວາງແຜນທ່ອງທ່ຽວແບບຊຸມຊົນທີ່ປະສົບຜົນສຳເລັດເຊັ່ນ: ບ້ານມິຢາມະ ທີ່ຕັ້ງຢູ່ໃນພູຜາຫ່າງຈາກຕົວເມືອງກຽວໂຕໄປທາງເໜືອ 30 ກມ. ເປັນບ້ານທີ່ມີຄວາມໂດດເດັ່ນທາງດ້ານສະຖາປັດຕະຍະກຳຂອງບ້ານເຮືອນຂອງຄົນທ້ອງຖິ່ນໃນຄວາມເປັນເອກະລັກຂອງຫຼັງຄາທີ່ເປັນຮູບພະນົມມື, ເຮັດດ້ວຍເຟືອງ ແລະ ໜາ ເພື່ອໃຫ້ຄວາມອົບອຸ່ນໃນຍາມໜາວ, ເຮືອນບາງຫຼັງມີອາຍຸເກົ່າແກ່ຍາວນານກວ່າ 200 ປີ; ມີກິດຈະກຳການທ່ອງທ່ຽວທີ່ໜ້າສົນໃຈຄືການຍ່າງປ່າ, ຕຶກເບັດ, ປີນນ້ຳຕົກ, ມີປ່າຂອງໝູ່ບ້ານທີ່ໄດ້ຮັບການຈັດສັນ ແລະ ອອກແບບໂດຍມະຫາວິທະຍາໄລກຽວໂຕ, ຜູ້ທີ່ມີໃບອະນຸຍາດສາມາດເຂົ້າໄປຍິງໝູປ່າ ແລະ ກວາງຕາມປະລິມານທີ່ກຳນົດໄວ້ ມາເປັນສິນຄ້າ ແລະ ອາຫານໄດ້, ເພາະປະຊາກອນກວາງ ແລະ ໝູປ່າມີພຽງພໍໃນການນຳມາເປັນອາຫານຂອງຊຸມຊົນໄດ້ (ຫຼາຍກວ່າປະຊາກອນຄົນໃນບ້ານ). ສະຖານທີ່ພັກສ່ວນໃຫຍ່ແມ່ນພັກນຳເຮືອນປະຊາຊົນທີ່ປະກອບທຸລະກິດເຮືອນພັກແຮມ, ເປັນທຸລະກິດຄອບຄົວ, ຜູ້ເຂົ້າພັກສາມາດເລືອກຈອງຕາມໃຈຜ່ານ website ຕ່າງໆໄດ້. ບໍ່ມີຕຶກອາຄານສູງໆບົດບັງທັດສະນິຍະພາບ. ໃນບ້ານມີສະຫະກອນໃຫ້ຊາວສວນໄດ້ເອົາສິນຄ້າມາວາງຂາຍໃຫ້ນັກທ່ອງທ່ຽວ, ມີເທດສະການງານປະເພນີທ້ອງຖິ່ນທີ່ສຳຄັນເຊັ່ນ: ບຸນໄຟ (Matsuage), ເທດສະການຫົດນ້ຳຫຼັງຄາ (Kayabuki no Sato) ເພາະເຮືອນໄມ້ມຸງຫຍ້າເຮັດໃຫ້ຕິດໄຟງ່າຍ, ເຄີຍເກີດເຫດການໄຟໃໝ້ຄັ້ງໃຫຍ່ມາແລ້ວ, ເທດສະການນີ້ຈັດຂຶ້ນປີລະສອງຄັ້ງໃນລະດູໃບໄມ້ຫຼົ່ນ ແລະ ລະດູໃບໄມ້ປົ່ງ ແລະ ຍັງມີເທດສະການອື່ນໆອີກລວມແລ້ວມີເທດສະການເດັ່ນໆຢູ່ເຈັດງານໃນແຕ່ລະປີ. 
ນອກຈາກບ້ານທີ່ຍົກເປັນຕົວຢ່າງແລ້ວຍັງມີຫຼາຍບ່ອນໃນທົ່ວໂລກທີ່ເປັນບ້ານທ່ອງທ່ຽວທີ່ປະສົບຜົນສຳເລັດດ້ວຍຄວາມຮ່ວມແຮງຮ່ວມໃຈຂອງຄົນໃນຊຸມຊົນເປັນຫຼັກເຊັ່ນ: ບ້ານ Maramures ໃນ Romania, Spiti Valley ປະເທດອິນເດຍ,  Intrepid Group’s Myaing community-based tourism ທີ່ປະເທດມຽນມາ,  Awamaki ປະເທດ Peru ເປັນຕົ້ນ. ສາມາດຕິດຕາມຂ່າວສານການທ່ອງທ່ຽວສີຂຽວ, ລາຍການ ແລະ ຈັດອັນດັບໃນທົ່ວໂລກຂອງປີ 2019 ທີ່ https://greendestinations.org/2019-top100-awards/.

ເຫັນຂ່າວວ່າປະເທດເນເທິແລນ ປະເທດນ້ອຍໆທີ່ຕ່ຳກວ່າລະດັບນ້ຳທະເລ, ດິນແດນເຮືອນກັງຫັນລົມ, ແລະ ທົ່ງດອກໄມ້ທີ່ສວຍງາມ ເປັນປະເທດທີ່ມີນັກທ່ອງທ່ຽວເດີນທາງເຂົ້າໄປທ່ອງທ່ຽວເກືອບທະລຸ 19 ລ້ານຄົນ, ສ້າງລາຍໄດ້ 70 ຕື້ເອີໂຣ, ສ້າງວຽກເຮັດງານທຳໄດ້ 761,000 ວຽກ  ໃນປີ 2018 ເຊິ່ງມີຈຳນວນນັກທ່ອງທ່ຽວຕ່າງຊາດຫຼາຍກວ່າປະຊາກອນຂອງປະເທດປະມານ 2 ລ້ານຄົນ ໃນເນື້ອທີ່ອັນຈຳກັດຮັດແຄບ 41,540 ຕາລາງກິໂລແມັດ, ໝາຍຄວາມວ່າທັງພົນລະເມືອງຮວມກັບນັກທ່ອງທ່ຽວ ພື້ນທີ່ຈະມີຄວາມແອອັດປະມານ 867ຄົນ/ຕາລາງກິໂລແມັດ. ຈົນເຮັດໃຫ້ເກີດພາວະນັກທ່ອງທ່ຽວລົ້ນ ແລະ ມີມາດຕະການການຄວບຄຸມການທ່ອງທ່ຽວ ('We must act now': Netherlands tries to control tourism boom ວັນທີ 7 ພຶດສະພາ 2019 www.theguardian.com)  ການທີ່ນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍເກີນໄປເຮັດໃຫ້ຄົນທ້ອງຖິ່ນຮູ້ສຶກອຶດອັດ, ບໍ່ມີພື້ນທີ່ວ່າງ, ບາງຄັ້ງກໍ່ເກີດຄວາມບໍ່ພໍໃຈເມື່ອນັກທ່ອງທ່ຽວເຮັດໃຫ້ສະຖານທີ່ທ່ອງທ່ຽວເປິເປື້ອນ, ເສຍຫາຍ ແລະ ຄາດວ່າຈະມີນັກທ່ອງທ່ຽວເພີ່ມຂຶ້ນເປັນ 42 ລ້ານຄົນໃນປີ 2030 ເຊິ່ງຈະເຮັດໃຫ້ມີ CO2 ເພີ່ມຂຶ້ນເປັນ 49%. ຖ້າຖາມວ່າເປັນຫຍັງການທ່ອງທ່ຽວຂອງເນເທີແລນຈຶ່ງໄດ້ຮັບຄວາມນິຍົມ ແລະ ຂາຍດີເຖິງຂັ້ນຕ້ອງຄວບຄຸມ ຄຳຕອບກໍ່ຄົງຈະໜີບໍ່ພົ້ນການຈັດສັນຊັບພະຍາກອນການທ່ອງທ່ຽວທີ່ມີມາດຕະຖານສູງ. 
ຫຼາຍຄົນຄົງໄດ້ຍິນຊື່ສຽງທາງການທ່ອງທ່ຽວຂອງພູຖານມາແລ້ວ, ຈະຂໍນຳສະເໜີການທ່ອງທ່ຽວພູຖານແບບຫຍໍ້ໆດັ່ງນີ້: ປະເທດພູຖານເປັນປະເທດທີ່ນ້ອຍກວ່າເນເທີແລນ, ມີເນື້ອທີ່ທັງໝົດ 38,394 ຕາລາງກິໂລແມັດ, ມີປະຊາດກອນ 727,145 ຄົນ. ປະເທດພູຖານເລີ່ມຕົ້ນການທ່ອງທ່ຽວໃນປີ 1974 ເປັນຕົ້ນມາ ພາຍໃຕ້ຄຳຂວັນທີ່ວ່າ "High Value, Low Impact Tourism" (ການທ່ອງທ່ຽວທີ່ມີມູນຄ່າສູງຜົນກະທົບຕ່ຳ). ຄົນທີ່ຖືສັນຊາດອິນເດຍເດີນທາງເຂົ້າອອກພູຖານໄດ້ໂດຍປາສະຈາກວີຊາ ໂດຍການຖືບັດຜ່ານແດນ ຫຼື ບັດປະຈຳຕົວ ຫຼື ໜັງສືຢັ້ງຢືນຈາກທາງການອິນເດຍ ເອີ້ນວ່າເຂົ້າອອກແບບມີສິດທິພິເສດທຽບເທົ່າກັບເຈົ້າບ້ານເລີຍກໍ່ວ່າໄດ້. ຄົນທີ່ຖືສັນຊາດບັງກະລາເທດ ແລະ ມັລດີຟເຂົ້າອອກໂດຍບໍ່ຕ້ອງຂໍວີຊ່າ ແຕ່ຕ້ອງຈອງການບໍລິການທ່ອງທ່ຽວຂອງບໍລິສັດ ຫຼື ບຸກຄົນໃນພູຖານ. ສ່ວນຄົນທີ່ຖືສັນຊາດໄທ ແລະ ສະວິສເຊີແລນທີ່ມີໜັງສືເດີນທາງທາງການ, ໄປໃນນາມການຊ່ວຍເຫຼືອ ແລະ ກໍລະນີພິເສດຈະໄດ້ຮັບການຍົກເວັ້ນການຂໍວີຊ່າ 90 ວັນ. ໃນການຂໍວີຊ່າທ່ອງທ່ຽວຈະໄດ້ຮັບອະນຸຍາດ 7-14 ວັນ ແລະ ຕ້ອງເດີນທາງທ່ອງທ່ຽວສະເພາະເມືອງຫຼວງ Thimphu ແລະ ເມືອງ Paro ເທົ່ານັ້ນ. ຜູ້ທີ່ມີຄວາມປະສົງຈະເດີນທາງໄປເຂດທີ່ຖືກຈຳກັດ, ຈະຕ້ອງສົ່ງຄຳຂໍໄປຍັງພາກສ່ວນກວດຄົນເຂົ້າອອກເມືອງເສຍກ່ອນ. ນອນນັ້ນ, ນັກທ່ອງທ່ຽວທີ່ຕ້ອງການເຂົ້າໄປຊົມພາຍໃນວັດຕ້ອງຍື່ນຂໍອະນຸຍາດການເຂົ້າຊົມວັດຈາກກະຊວງວັດທະນະທຳເສຍກ່ອນ. ນັກທ່ອງທ່ຽວທີ່ບໍ່ໄດ້ຈອງການບໍລິການນຳທ່ຽວກ່ອນເຂົ້າປະເທດຕ້ອງຍື່ນຈອງທີ່ດ່ານກວດຄົນເຂົ້າເມືອງ. ນັກທ່ອງທ່ຽວທີ່ເດີນທາງໄປພູຖານເປັນກຸ່ມຈະໄດ້ຮັບສ່ວນຫຼຸດ ຕ້ອງແມ່ນກຸ່ມ 3 ຄົນຂຶ້ນໄປ. ຈາກຂໍ້ມູນການທ່ອງທ່ຽວໃຫ້ຮູ້ວ່າ, ນັກທ່ອງທ່ຽວຕ່າງຊາດຄົນໜຶ່ງຈະມີຄ່າໃຊ້ຈ່າຍຢ່າງໜ້ອຍ $250 /ວັນໃນລະດູ high season (ມີນາ-ພຶດສະພາ ແລະ ກັນຍາ-ພະຈິກ) ແລະ  $200/ວັນ ໃນລະດູ low season (ທັນວາ-ກຸມພາ ແລະ ມິຖຸນາ-ສິງຫາ) ເຊິ່ງຈະລວມມີຄ່າທີພັກ, ອາຫານ, ພະນັກງານນຳທ່ຽວ ແລະ ພາຫະນະ (ໂຮງແຮມມີໃຫ້ເລືອກຫຼາຍລະດັບ, ຖ້າຕ້ອງການລະດັບຫຼາຍດາວກໍ່ສາມາດຈ່າຍເພີ່ມ). ຖ້າໄປທ່ຽວຄົນດຽວຈະຖືກເກັບເພີ່ມ $40/ວັນ, ຖ້າໄປສອງຄົນຈະຖືກເກັບເພີ່ມ $30/ວັນ. ໃນປີ 2017 ມີນັກທ່ອງທ່ຽວເດີນທາງເຂົ້າພູຖານ 237,529 ຄົນ. 

ຫຼາຍຄັ້ງທີ່ໄດ້ຍິນຫຼາຍຄົນທັງທີ່ຮຽນການທ່ອງທ່ຽວ ແລະ ບໍ່ໄດ້ຮຽນການທ່ອງທ່ຽວມັກເວົ້າວ່າ: ພວກຝຣັ່ງເຂົາເບື່ອແລ້ວຕຶກສູງອາຄານໃຫຍ່, ບ່ອນທັນສະໄໝຫຼູຫຼາ, ເຂົາຢາກເບິ່ງບ່ອນທີ່ເປັນທຳມະຊາດໆ. ຄຳກ່າວນີ້ກໍ່ອາດຈະຈິງຢູ່ສ່ວນໜຶ່ງເທົ່ານັ້ນ​ ເພາະເຮົາກໍ່ຍັງເຫັນວ່າບັນດາເມືອງໃຫຍ່ຕ່າງໆຍັງມີນັກທ່ອງທ່ຽວຫຼັ່ງໄຫຼເຂົ້າໄປທ່ອງທ່ຽວຢູ່ບໍ່ຂາດສາຍເຊັ່ນ: ລອນດອນ, ປາຣີ, ນິວຢອກ, ສິງກະໂປ, ບາງກອກ, ປັກກິ່ງ, ຊຽງໄຮ້, ໄທເປ, ກົວລາລຳເປີ, ຊິດນີ, ກຸງໂຊ...ອັນທີ່ຈິງລົດສະນິຍົມທາງການທ່ອງທ່ຽວຂອງມະນຸດກໍ່ແຕກຕ່າງກັນໄປແຕ່ລະບຸກຄົນ ແລະ ໃນແຕ່ລະບຸກຄົນກໍ່ອາດມີຫຼາຍລົດສະນິຍົມປ່ຽນແປງໄປຕາມກາລະ, ອາລົມຄວາມຮູ້ສຶກ. ເມື່ອສັງເກີດເບິ່ງການທ່ອງທ່ຽວຂອງສອງປະເທດຂ້າງເທິງເນເທີແລນ ແລະ ພູຖານ ເຮົາຈະເຫັນວ່າ ມີຄວາມແຕກຕ່າງກັນໃນດ້ານການໃຫ້ບໍລິການເຊັ່ນປະເທດເນເທີແລນຂ້ອນຂ້າງໃຫ້ຄວາມອິດສະລະໃນການເລືອກໄປທ່ຽວ, ພຽງແຕ່ຂໍວີຊ່າຜ່ານກໍ່ສາມາດເດີນທາງໄປທ່ອງທ່ຽວດ້ວຍຕົວເອງ, ບໍ່ມີກົດທີ່ຮັດກຸມຄືພູຖານທີ່ຈະມີລະບຽບເຄັ່ງຄັດ, ຈຳກັດເວລາ, ສະເພາະສະຖານທີ່ ແລະ ຕ້ອງໃຊ້ບໍລິການບໍລິສັດ ຫຼື ບຸກຄົນນຳທ່ຽວທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ. ແຕ່ເວົ້າເລື່ອງຄວາມແພງກໍ່ຖືໄດ້ວ່າແພງທັງຄູ່ຖ້າທຽບໃສ່ອັດຕາເງິນບ້ານເຮົາ, ແຕ່ເປັນຫຍັງຈຶ່ງມີຄົນຫຼັ່ງໄຫຼໄປບໍ່ຂາດສາຍ, ທັງທີ່ມາທ່ຽວບ້ານເຮົາເມື່ອທຽບໃສ່ເງິນໂດລາສະຫະລັດແລ້ວກໍ່ຍັງຖືວ່າຖືກແສນຖືກ, ແຕ່ປານນັ້ນເຂົາກໍ່ຍັງຫາວ່າເຮົາເອົາປຽບນັກທ່ອງທ່ຽວຢູ່. 
ແລ້ວເຮົາຈະແກ້ບັນຫານີ້ແນວໃດ? ທາງເລືອກທີ 1 ເຮັດການທ່ອງທ່ຽວແບບເນັ້ນປະລິມານ, ໃຫ້ນັກທ່ອງທ່ຽວມາຫຼາຍຂຶ້ນ, ຕິດຕາລາສິນຄ້າເປັນມາດຕະຖານ, ເຮັດໃຫ້ນັກທ່ອງທ່ຽວບໍ່ຮູ້ສຶກວ່າຖືກເອົາປຽບ, ໃຫ້ອິດສະລະໃນການໄປທ່ອງທ່ຽວດ້ວຍຕົນເອງໃນລະດັບໜຶ່ງ. ທາງເລືອກທີ 2 ເຮັດການທ່ອງທ່ຽວແບບພູຖານ, ຈຳກັດສິດທິໃນການທ່ອງທ່ຽວດ້ວຍຕົນເອງ, ຈ່າຍແພງ, ບໍລິການໃຫ້ຄົບຖ້ວນທຸກຢ່າງ, ຮັບນັກທ່ອງທ່ຽວໜ້ອຍລົງ ແຕ່ບອກລາຄາວ່ານັກທ່ອງທ່ຽວຕ້ອງຈ່າຍລາຄາເທົ່າໃດ, ເປັນມາດຕະຖານການທ່ອງທ່ຽວຂອງປະເທດ, ເນັ້ນນັກທ່ອງທ່ຽວທີ່ພ້ອມຈະຈ່າຍ, ມີຄຸນນະພາບ, ຈຳກັດປະລິມານ. ເພາະທີ່ຜ່ານໆມາເຮົາເຮັດການທ່ອງທ່ຽວ ແບບບໍ່ໄດ້ຕົກລົງກັນເປັນມາດຕະຖານທີ່ເຮົາຢາກໄດ້ແທ້ໆ ມັນສະແດງອອກຢູ່ບ່ອນວ່າ: ເມື່ອນັກທ່ອງທ່ຽວມາຫຼິ້ນນ້ຳ, ຊາວຕາເວັນຕົກມັກນຸ່ງຊູດລອຍນ້ຳ, ນຸ່ງເຄື່ອງສັ້ນເຂີນ, ກອດຈູບກັນໃນທີ່ສາທາລະນະ ແລະ ອື່ນໆອີກຫຼາຍຢ່າງທີ່ຂັດຫູຂັດຕາພວກເຮົາ. ຕອນເຂົາມາກໍ່ບໍ່ໄດ້ມີມາດຕະການຫຍັງມີແຕ່ຄຳແນະນຳວ່າສິ່ງທີ່ຄວນ ແລະ ບໍ່ຄວນເຮັດໃຫ້ແກ່ນັກທ່ອງທ່ຽວຕ່າງຊາດ, ແຕ່ພັດມີຫຼາຍຄົນຍັງເຮັດຕາມໃຈຕົນ ເຮົາກໍ່ເຮັດຫຍັງບໍ່ໄດ້ຫຼາຍ, ບາດເຂົາກັບເມືອແລ້ວເຮົາພັດເວົ້າລັບຫຼັງເຂົາວ່າ: ພວກເຂົາເຮັດໃຫ້ເຊື່ອມເສຍວັດທະນະທຳອັນດີງາມຂອງຊາດ. ແທນທີ່ຈະຕັ້ງກົດທີ່ມັນປະຕິບັດໄປເປັນຮູບປະທຳ ເຊັ່ນໃນດູໄບ, ສາທະລະນະລັດເອມິເລດ ການຈູບໃນທີ່ສາທາລະນະເປັນສິ່ງທີ່ຜິດກົດໝາຍ. ຫຼື ຖ້າບໍ່ແນວນັ້ນກໍ່ເປີດກວ້າງທາງຄວາມຄິດຍອມຮັບຄວາມແຕກຕ່າງ, ເຊັ່ນໃນສິງກະໂປເປັນຊາດທີ່ໄດ້ຄະແນນເປີດກວ້າງຕໍ່ນັກທ່ອງທ່ຽວສູງ ຫຼື ຢ່າງໜ້ອຍກໍ່ບໍ່ຄວນໄປເວົ້າລັບຫຼັງຄົນອື່ນໂດຍທີ່ຄິດວ່າເຂົາເຈົ້າບໍ່ຮູ້ກຈັກ. ເລື່ອງນີ້ມັນສະແດງໃຫ້ເຫັນວ່າວິທີຈັດການກັບບັນຫາຂອງຄົນບ້ານເຮົາ ເຮັດແບບປາກວ່າຕາຫຍິບ, ມືຖືສາກປາກຖືສິນ, ມີບັນຫາກັບທຸກຢ່າງທີ່ຕົນເອງເຫັນວ່າບໍ່ດີຍົກເວັ້ນເລື່ອງເງິນ, ແກ້ໄຂບັນຫາບໍ່ຖືກຈຸດ ແລະ ມັນກໍ່ຈະເປັນບັນຫາຊ້ຳເຮື້ອເປັນວົງຈອນທີ່ວົນຮອບໄປ ແກ້ບໍ່ຕົກຈັກເທື່ອ. 

ອັນທີ່ຈິງສະຖານທີ່ທ່ອງທ່ຽວໃນປະເທດລາວຂອງພວກເຮົາ, ຍັງມີຊັບພະຍາກອນທຳມະຊາດທີ່ຍັງເປັນຊັບພະຍາກອນອັນສຳຄັນແກ່ການທ່ອງທ່ຽວ. ເພື່ອເຮັດໃຫ້ຊັບພະຍາກອນການທ່ອງທ່ຽວນັ້ນຍືນຍົງ ແລະ ເປັນຜົນດີຕໍ່ປະຊາຊົນໃນທ້ອງຖິ່ນທີ່ສຸດກໍ່ຄວນຈະເປັນການທ່ອງທ່ຽວທີ່ຈັດສັນ ແລະ ເອື້ອປະໂຫຍດໃຫ້ຊຸມຊົນເປັນຫຼັກ. ການຈັດການການທ່ອງທ່ຽວຄວນເລີ່ມຈາກຄວາມຕ້ອງການຂອງຊຸມຊົນ, ເຮັດໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມຫຼັກໃນການບໍລິຫານຈັດການ, ພິຈາລະນາເຖິງຄວາມແທດເໝາະກັບພື້ນຖານຂອງທ້ອງຖິ່ນ, ຄົນໃນຊຸມຊຸົນຕ້ອງມີການຮຽນຮູ້, ພັດທະນາດ້ານການຈັດການ, ຄຸ້ມຄອງ, ນຳໃຊ້, ຈັດສັນ ແບ່ງປັນຜົນປະໂຫຍດຮ່ວມກັນ. ຈິດສຳນຶກທາງການທ່ອງທ່ຽວຄວນເລີ່ມຈາກການຮັກສາສິ່ງແວດລ້ອມພາຍໃນຊຸມຊົນຂອງຕົນເອງ, ບໍ່ເອົາປຽບນັກທ່ອງທ່ຽວ (ມີມາດຕະຖານດ້ານລາຄາທີິ່ເປັນການກວດສອບໄດ້), ຄິດເຖິງຜົນໄລຍະຍາວທັງໃນແງ່ເສດຖະກິດ, ສິ່ງແວດລ້ອມ, ວັດທະນະທຳ ແລະ ສັງຄົມ. ການແກ້ໄຂບັນຫາບໍ່ຄວນຄິດຈາກຮູບປີລາມິດຄືຈາກເທິງລົງລຸ່ມ, ມັນຄວນຈະເປັນທາງລຸ່ມຂຶ້ນເທິງ, ຖາມຄວາມຕ້ອງການຂອງຊຸມຊົນ, ເພາະເຂົາເຈົ້າຄືເຈົ້າຂອງບ້ານເກີດເມືອງນອນ, ບ່ອນທີ່ເຂົາເຈົ້າອາໄສທຳມາຫາກິນຕັ້ງແຕ່ເຊັ່ນປູ່ຍ່າຕາຍາຍມາ, ຄວນເຮັດໃຫ້ເຂົາເປັນສ່ວນໜຶ່ງໃນການປ່ຽນແປງ ແລະ ພາກພູມໃຈໃນຖິ່ນຖານບ້ານເກີດຂອງຕົນ.

ເມື່ອເຫັນບັນຫາມັນເກີດຂຶ້ນແນວນີ້ແລ້ວ, ນີ້ອາດເປັນເວລາທີ່ດີທີ່ເຮົາຈະທົບທວນຕົນເອງວ່າເຮົາຈະຈັດການ ແລະ ຫາທາງອອກຮ່ວມກັນແນວໃດ ໃຫ້ຊັບພະຍາກອນທີ່ເຮົາເປັນເຈົ້າຂອງນີ້ຖືກໃຊ້ປະໂຫຍດໃນທາງທີ່ສ້າງສັນ, ເຮັດໃຫ້ຊີວິດການເປັນຢູ່ຂອງທຸກຄົນໃນຊາດໄດ້ຮັບການແກ້ໄຂດີຂຶ້ນເລື້ອຍໆ, ເພາະສຸດທ້າຍແລ້ວບັນຫາປາກທ້ອງກໍ່ເປັນບັນຫາຕົ້ນຕໍຂອງການມີຊີວິດຢູ່ ???


No comments:

Post a Comment