Friday, May 3, 2019

ເໝົາຍົກເຂ້ງ

ຄົນທີ່ມັກປ້າຍສີແບບເໝົາລວມ, ເຊັ່ນປະໂຫຍກທີ່ວ່າ: "ພວກບໍ່ຮູ້ຈັກບຸນຄຸນ", "ພວກໂງ່", "ພວກຮຽນມາໜ້ອຍ", "ພວກການສຶກສາສູງແຕ່ໄຮ້ຄວາມຄິດ", "ມຶງເຮັດຫຍັງໄດ້ແນ່" ຫຼື ໃນເວລາທີ່ເຮົາກ່າວເຖິງບັນຫາທາງສັງຄົມບາງປະເດັນເຊັ່ນ: ການແຂ່ງລົດຕາມທ້ອງຖະໜົນໃນຍາມກາງຄືນ, ການເຮັດຜິດກົດຈະລາຈອນ, ການຕຳນິການເຮັດວຽກບາງຢ່າງຂອງຄົນອື່ນ ມັນຈະມີຄົນບາງພວກມັກຈະສະແດງຕົວອອກມາເວົ້າວ່າ: "ເວົ້າເຮັດຫຍັງ, ເຮັດໂຕເອງໃຫ້ດີກວ່າທີ່ເປັນຢູ່ຈຶ່ງສະເໜີໜ້າມາເວົ້າ", "ເຮັດໃຫ້ຊີວິດໂຕເອງໃຫ້ດີກວ່ານີ້ກ່ອນເທາະ!" ເຫຼົ່ານີ້ເປັນຕົ້ນ. 
ປະເດັນທີ 1 ການປ້າຍສີແບບເໝົາລວມຄົນມັກເວົ້າແບບນີ້ສ່ວນຫຼາຍຈະລະເລີຍຂໍ້ມູນທີ່ເຮົານຳສະເໜີ, ແຕ່ຈະແບ່ງແຍກວ່າເຮົາບໍ່ແມ່ນພວກທີ່ຄິດຄືພວກເຂົາ ຫຼື ຄິດບໍ່ກົງກັບອຸດົມການບາງຢ່າງທີ່ພວກຕັ້ງວ່າມັນຕ້ອງຖືກຮ້ອຍເປີເຊັນຢູ່ແລ້ວນັ້ນວ່າ ເຮົາຕ້ອງແມ່ນ "ພວກຊົ່ວ". ແບ່ງແຍກຂາວດຳຊັດເຈນ.
ປະເດັນທີ 2 ພວກທີ່ບອກວ່າຄົນໆໜຶ່ງຈະອອກຄຳເຫັນເລື່ອງໃດໄດ້ຊີວິດຄົນນັ້ນຕ້ອງສົມບູນແບບກ່ອນ, ສະແດງວ່າໂລກນີ້ບໍ່ມີໃຜຕຳນິວິຈານກັນໄດ້ເລີຍ ເພາະບໍ່ມີໃຜ perfect ກັນຈັກຄົນ. ທຸກຄົນລ້ວນມີຈຸດອ່ອນກັນທັງນັ້ນ. ແຕ່ຄົນທີ່ມັກຕຳນິວິຈານອາດແມ່ນຄົນຊ່າງສັງເກດ, ຕາດີ ແລະ ມັກສະແດງອອກດ້ານຄຳຄິດຄຳເຫັນໂລດ. ແຕ່ບາງຄັ້ງການດຳລົງຊີວິດໃນສັງຄົມທີ່ຖືລຳດັບຊັ້ນ ເຊັ່ນ: ຜູ້ໃຫຍ່ເວົ້າຫຍັງກໍ່ຖືກ, ມີສິດມີສຽງຫຼາຍກວ່າຜູ້ນ້ອຍ ກາຍເປັນວ່າຜູ້ນ້ອຍກວ່າຕ້ອງຫຸບປາກ, ເວົ້າຫຍັງກໍ່ຜິດໄປໝົດ; ຖ້າໃຫ້ແຕ່ຜູ້ມີບຸນບາລະມີກ່າວກ່ອນຈຶ່ງຖືກຕ້ອງ. ໜັກໄປກວ່ານັ້ນແມ່ນການບໍ່ຮັບຟັງຄວາມຄິດເຫັນທີ່ເຫັນຕ່າງ, ຢາກໃຫ້ຄິດຄືກັນໄປໝົດ.
ປະເດັນທີ 3 ພວກທີ່ມັກເວົ້າສອງປະເດັນເທິງນັ້ນເປັນພວກມັກທວງບຸນຄຸນກັບເລື່ອງບໍ່ເປັນເລື່ອງ ທັງທີ່ໂລກມັນກໍ່ເປັນໂລກ ເປັນຊັບພະຍາກອນຂອງມັນຢູ່ແລ້ວ. ທີ່ສຳຄັນແມ່ນການຂັບເຄື່ອນຊັບພາຍາກອນໃຫ້ທຸກຄົນໄດ້ມີໂອກາດໄດ້ເຂົ້າເຖິງ.
ປະເດັນທີ 4 ຄົນພວກເວົ້າແບບນີ້ບໍ່ມັກການປ່ຽນແປງ.

No comments:

Post a Comment