Friday, May 3, 2019

ຄວາມຮູ້ສຶກຂອງຄົນທີ່ຖືກກີດກັນ.

ຄວາມຮູ້ສຶກຂອງຄົນທີ່ຖືກກີດກັນ.
ທີ່ສະໜາມບິນກ່ອນຂຶ້ນຍົນໄປສິງກະໂປ, ຂ້ອຍຍື່ນປຶ້ມຜ່ານແດນ ແລະ ລາຍລະອຽດການຈອງປີ້ຍົນໃຫ້ພະນັກງານຮັບຕ້ອນ, ໃນຂັ້ນຕອນ check in.
ພະນັກງານສົ່ງໂທລະສັບກັບຄືນມາເຮັດໜ້າເຄັ່ງຂຶມ ແລະ ບອກວ່າ: "ເຮົາບໍ່ສາມາດໃຫ້ທ່ານຂຶ້ນຍົນໄດ້, ເນື່ອງຈາກປີ້ຍົນມີແຕ່ປີ້ເຂົ້າ, ຍັງບໍ່ມີປີ້ອອກຈາກສິງກະໂປ." ຂ້ອຍຮູ້ສຶກຫູຮ້ອນເພາະຄວາມຮູ້ສຶກ "ຕົກຍົນ" ກຳລັງມາຢາມ ໃນບໍ່ກີ່ບາດກ້າວ. ຂ້ອຍເວົ້າກັບພະນັກງານວ່າ "ແລ້ວສາມີຂອງຂ້ອຍລາວກໍ່ບໍ່ມີປີ້ຍົນອອກຈາກສິງກະໂປເຊັ່ນກັນ, ລາວຄືໄດ້ຮັບອະນຸຍາດ. ພວກເຮົາຈະອອກຈາກສິງກະໂປໂດຍທາງລົດຢູ່ຊາຍແດນເບື້ອງ Gulai"; ພະນັກງານເຮັດໜ້າແບບມະນຸດຫຸ່ນຍົນສົ່ງສາຍຕາວ່າງເປົ່າ ໄຮ້ຮອຍຍິ້ມແບບໝົດຄວາມອົດທົນວ່າ: "ເຈົ້າແລະ ສາມີຂອງເຈົ້າຖືປຶ້ມຜ່ານແດນຄົນລະປະເທດ, ປະເທດຂອງຜົວເຈົ້າໄດ້ຮັບອະນຸຍາດໃຫ້ເຂົ້າໄດ້, ຂໍໂທດຫຼາຍໆພວກເຮົາເຮັດຕາມໜ້າທີ່".
ໝົດຄວາມຈະບັນຍາຍ, ເຮົາຖືກຕັດສິນແມ່ນບໍ່ນິ?
ພວກເຮົາສອງຄົນຫັນໜ້າມາຈຸ້ມໃສ່ໂທລະສັບ, ກົດຫາ website ຂາຍປີ້ຢ່າງວ່ອງໄວ ແບບບໍ່ມີທາງເລືອກ. ຈັດການຊື້ປີ້ທີ່ມັນຖືກທີ່ສຸດ ແລະ ຄິດວ່າຈະຄືນປີ້ໄດ້. ເມື່ອຊື້ປີ້ແລ້ວຜົວຫັນມາຖາມຂ້ອຍວ່າ: "ຈະບອກເຂົາວ່າແນວໃດ?" ຂ້ອຍຕອບແບບບໍ່ລັງເລ "ຈະຕົວະຫຍັງອີກ, ໃນເມື່ອເຂົາບອກໃຫ້ເຮົາຊື້ປີ້ເຮົາກໍ່ຊື້ປີ້ ກໍ່ເທົ່ານັ້ນ, ຢຽບຮອດພື້ນດິນສິງກະໂປຕອນໃດຈະຄືນປີ້ທັນທີໂລດ".
ເຮົາຍື່ນລາຍລະອຽດປີ້ຍົນອອກຈາກສິງກະໂປໃຫ້ພະນັກງານຮັບຕ້ອນ, ຫຼັງຈາກນັ້ນລາວກໍ່ອອກປີ້ໃຫ້ໄປຂຶ້ນຍົນໄດ້.
ພໍໄປຮອດສະໜາມບິນທີ່ສິງກະໂປ, ຕຳຫຼວດຖາມວ່າ: "ເຈົ້າມາຄົນດຽວບໍ່?"
- "ບໍ່, ຂ້ອຍມາກັບຜົວ"
ຕຳຫຼວດຈ້ຳກາ "ປຶ້ງ" ຜ່ານເຂົ້າເມືອງ.
ພໍອອກຈາກສະໜາມບິນເຮົາກໍ່ຄືນປີ້ຜ່ານອິນເຕີເນັດ ແລະ ຫຼິ້ນສະບາຍໃຈທີ່ສິງກະໂປສອງອາທິດ.
ຫຼັງຈາກນັ້ນເຮົາກໍ່ເດີນທາງໄປມາເລເຊຍຕາມແຜນ ໂດຍລົດເມຜ່ານຊາຍແດນລະຫວ່າງປະເທດ. ຄ່າປີ້ລົດເມລະຫວ່າງປະເທດກໍ່ຖືກແສນຖືກ.
ພໍຈະອອກຈາກຊາຍແດນສິງກະໂປ, ຕຳຫຼວດຍິງຄົນກວດປຶ້ມຜ່ານແດນບອກວ່າເຮົາອອກຈາກປະເທດບໍ່ໄດ້, ເພາະປຶ້ມຜ່ານແດນເຈົ້າໝົດອາຍຸ, ຂ້ອຍກຳລັງອ້າປາກຈະອະທິບາຍ, ລາວກໍ່ຕ້ອນພວກເຮົາໄປ "ຂໍເຊີນທ່ານມາຫ້ອງການທາງໃນ". ຫ້ອງການທາງໃນເປັນເຂດທີ່ປອດໄພເປັນພິເສດ, ຕຳຫຼວດຍາມເຂັ້ມງວດ, ປະຕູເຂົ້າອອກແໜ້ນໜາ, ຜູ້ຄຸມໜ້າຫຼັງ, ທີ່ຕິດອຸປະກອນຄົບຊຸດ. ເຮົາຖືກເຊີນໃຫ້ນັ່ງລໍຖ້າແບບສຸພາບ, ກວ່າຈະຮອດຄິວເຮົາ. ຕຳຫຼວດຜູ້ນັ່ງທາງຫຼັງໂຕະຖາມວ່າ: "ກໍລະນີຂອງເຈົ້າແມ່ນມີບັນຫາໃດບໍ່?", ຂ້ອຍຕອບວ່າ "ບໍ່ມີບັນຫາຫຍັງ, ແຕ່ປຶ້ມຜ່ານແດນຂອງຂ້ອຍມີວັນທີຕໍ່ອາຍຸຢູ່ດ້ານເທິງ, ແຕ່ຕຳຫຼວດຍິງຄົນນັ້ນເຊີນຂ້ອຍມາຫ້ອງນີ້", "ເຈົ້າເປັນຫຍັງບໍ່ອະທິບາຍໃຫ້ລາວຟັງ", "ຂ້ອຍພະຍາຍາມຈະອະທິບາຍແຕ່ລາວບໍ່ຟັງ". "ບໍ່ມີບັນຫາເນາະຊັ້ນນາ, ຜ່ານໄປໄດ້". ຈ້ຳກາ "ປົ໊ກ"
ຫຼັງຈາກທ່ຽວປະເທດມາເລເຊຍຢ່າງສົມໃຈໄດ້ເວລາໄປຕໍ່.
ທີ່ສະໜາມບິນ.
ທີ່ບ່ອນພັກຜູ້ໂດຍສານກ່ອນຂຶ້ນຍົນ.
"ຂໍກວດປຶ້ມຜ່ານແດນແດ່"
ຜົວຂ້ອຍຍື່ນປຶ້ມຜ່ານແດນໃຫ້
"ໂອເຄ, ເດີນທາງດ້ວຍຄວາມປອດໄພ"
"ຂໍກວດປຶ້ມຜ່ານແດນແດ່"
ຂ້ອຍຍື່ນປຶ້ມຜ່ານແດນໃຫ້, ຕຳຫຼວດຍິງເອົາປຶ້ມຜ່ານແດນຂອງຂ້ອຍຍື່ນໃຫ້ຕຳຫຼວດຊາຍຮ່າງສູງໃຫຍ່.
"ເຈົ້າໄປປະເທດນີ້ກັບໃຜ"
"ຜົວຂ້ອຍ"
"ແຕ່ງງານແລ້ວບໍ່?"
"ແຕ່ງແລ້ວ"
"ໄປປະເທດນີ້ຈັກຄັ້ງແລ້ວ"
"ຄັ້ງນີ້ເປັນຄັ້ງທີສອງ"
"ໜ້າເຈົ້າຄືນ້ອຍລົງ"
"ອາດແມ່ນຍ້ອນຂ້ອຍຖອນແຂ້ວຊາວມາສີ່ເຫຼັ້ມ"
"ເຈົ້າແຕ່ງງານຈັກປີແລ້ວ"
"ສາມປີ"
"ເຈົ້າຮູ້ຈັກກັບຜົວເຈົ້າມາຈັກປີ"
"ຫົກປີ"
ຕຳຫຼວດຊາຍທີ່ນຸ່ງຊຸດດຳແດງເປັນໜ້າເກງຂາມ ຈັບປຶ້ມຜ່ານແດນເປີດໄປທຸກໜ້າ, ມາຢຸດຢູ່ໜ້າສຸດທ້າຍອີກຄັ້ງ ແລະ ເຍືອງຮູບແລກັບໃບໜ້າຂ້ອຍອີກ 30 ວິນາທີ, ທຸກຊອກທຸກມຸມ. ຂ້ອຍຈ້ອງຕາຕຳຫຼວດຈົນເມື່ອຍ, ຖ້າແມ່ນຄືສະໄໝເປັນສາວນ້ອຍທີ່ມີຜູ້ບ່າວມາຈີບ, ຂ້ອຍຄົງຈະຫຼົງຮັກລາວໄປແລ້ວ.
ລາວຍື່ນປຶ້ມຜ່ານແດນໃຫ້ຂ້ອຍ.
"Thank you ma'am, good luck"
"Thank you"
ກ່ອນຈະຜ່ານໄດ້ແຕ່ລະດ່ານ, ຮູ້ສຶກວ່າເຂົາໃຫ້ຄວາມສຳຄັນ ແລະ ໄດ້ກາຍເປັນແຂກ VIP ເຫຼືອເກີນ. ເຊິ່ງແຕກຕ່າງຈາກຜົວຂ້ອຍຢ່າງລິບລັບ, ຜູ້ເຊິ່ງບໍ່ຄ່ອຍມີໃຜໃຫ້ຄວາມສຳຄັນເລີຍ. 🥵😤🥴🧐 ການຖືກໃຫ້ຄວາມສຳຄັນຂະໜາດນີ້ເຂົາວັດກັນທີ່ໃດນໍ?

No comments:

Post a Comment