Friday, May 3, 2019

ຜົວໆ

ວິທີການທີ່ຈະເຮັດຜູ້ຍິງບໍ່ຕ້ອງມານັ່ງຈົ່ມວ່າມີແຕ່ຕົນເອງເປັນຜູ້ແຕ່ງກິນໃນເຮືອນ.
ກ່ອນອື່ນຂໍສະແດງຄວາມຍິນດີກັບຄົນທີ່ມີຜົວແຕ່ງກິນເປັນ. ສ່ວນຜູ້ທີ່ຍັງອຸກໃຈນຳຜົວທີ່ໂຍນແຕ່ໜ້າທີ່ການແຕ່ງກິນໃຫ້ກໍ່ລອງເອົາວິທີການນີ້ໄປໃຊ້:
1. ເວລາຜົວແຕ່ງກິນຫ້າມຕິຫ້າມຮິ ເຖິງວ່າມັນຈະແຊບຫຼືບໍ່ແຊບໃຫ້ກຳລັງໃຈໄວ້ກ່ອນ, ເພາະພວກຜູ້ຊາຍຈະຮູ້ເສຍໜ້າ ແລະ ນ້ອຍໃຈເປັນພິເສດເວລາເມຍຕິ ໂດຍສະເພາະເລື່ອງການເຮັດອາຫານ, ບາງຄົນຕອມໃຈເຖິງຂັ້ນບໍ່ກ້າຈັບຈອງອີກເລີຍ. ຜູ້ຍິງບາງຄົນບໍ່ວ່າຜົວຈະເຮັດຫຍັງກໍ່ຈົ່ມ ແລະ ຕຳນິໄປໝົດ, ແຕ່ຍາມເຮັດດີພັດບໍ່ເຄີຍຍ້ອງ. ຜົວເລີຍປະທ້ວງດ້ວຍການບໍ່ຢາກເຮັດຫຍັງຊ່ວຍ.
2. ອອກປາກຂໍຄວາມຊ່ວຍເຫຼືອໃຫ້ເປັນ, ບາງຄົນຄິດວ່າຜົວເຮົາແທ້ໆເປັນຫຍັງຕ້ອງຂໍຄວາມຊ່ວຍເຫຼືອອີກ, ເປັນຜົວເມຍກັນເຮັດຫຍັງກໍ່ຕ້ອງຮູ້ຊ່ວຍກັນ? ເພາະຜູ້ຍິງຫຼາຍຄົນມັກຄິດແບບໜັງ ຫຼື ນິຍາຍ ວ່າ "ເບິ່ງຕາຕ້ອງຮູ້ໃຈ". ແຕ່ຊີວິດຈິງມັນບໍ່ເຄີຍເກີດຂຶ້ນ, ຕອນທີ່ເຂົາມາຈີບເຮົາໃໝ່ໆເປັນຫຍັງເຂົາຄືຮູ້, ແຕ່ງງານແລ້ວເປັນຫຍັງຄືຈືດຈາງ?? ທີ່ຈິງເຂົາບໍ່ຮູ້ດອກເຂົາເຈົ້າເດົາເອົາ ແລະ ເຮັດຫຼາຍວິທີ, ລອງຫຼາຍກົນລະຍຸດເຊິ່ງມັນກໍ່ຖືກຢູ່ອັນດຽວ, ແຕ່ຜູ້ຍິງຄິດວ່າຜູ້ຊາຍພະຍາຍາມເຮັດເພື່ອຕົນເອງເລີຍດີໃຈ ຄິດວ່າເຂົາເຂົ້າໃຈຕົນເອງ. ໂລກນີ້ບໍ່ມີໃຜເຂົ້າໃຈໃຜແມ່ນແຕ່ຕົວເຮົາເອງ ຖ້າເຮົາຍັງບໍ່ຊັດເຈນພໍ, ບອກເຂົາໄປເລີຍວ່າເຮົາຢາກໄດ້ຫຍັງ ບົນພື້ນຖານຂອງການໃຫ້ກຽດ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ໃຊ້ປະໂຫຍກມ່ວນໆຫູຟັງແລ້ວບໍ່ເຈັບແກ້ວຫູ (ຜູ້ຊາຍແພ້ຄົນເວົ້າມ່ວນ) "ຂ້ອຍຄິດວ່າຂ້ອຍຕ້ອງການຄວາມຊ່ວຍເຫຼືອຈາກເຈົ້າ"; "ຊ່ວຍຂ້ອຍແດ່ໄດ້ບໍ່, ຂ້ອຍເຮັດບໍ່ໄຫວ"...
3. ໃຫ້ອິດສະລະພາບໃນການປະຕິບັດງານ ເມື່ອເຂົາຕົກລົງວ່າຈະແຕ່ງກິນ ຫຼື ເຮັດຫຍັງກໍ່ແລ້ວແຕ່ ປ່ອຍໃຫ້ເຂົາລົງມື ແລະ ເຮັດເອງບໍ່ຕ້ອງໄປຢືນຄຸມ ແລະ ສັ່ງການປານນາຍທະຫານສັ່ງຈັດແຖວ. ບາງຄົນມັກສັ່ງຜົວໃນທຸກສະຖານະການ, ຕັ້ງແຕ່ການຂັບລົດຂັບລາງ, ໄປຮອດກິນເຂົ້າ (ຟັງແລ້ວເຈັບຫູແທນ).
4. ຢ່າດູແລຜົວຄືລູກ ເຂົາເຈົ້າໃຫຍ່ພໍໆກັບເຮົາ, ເຮົາຈຶ່ງເອົາມາເປັນຜົວບໍ່ແມ່ນເດັກອົມມື. ປ່ອຍໃຫ້ເຂົາດູແລໂຕເອງ.
5. ອອກໄປໃຊ້ຊີວິດສ່ວນຕົວຢູ່ນອນບ້ານກັບໝູ່ຄູ່ຫຼືຄອບຄົວຂອງຄົນເອງ ໂດຍອາດຈະບໍ່ແຕ່ງອາຫານໄວ້ປ່ອຍໃຫ້ເຂົາແຕ່ງເອງແດ່ເປັນບາງຄັ້ງຄາວຕາມຄວາມເໝາະສົມ.
6. ເຊົາຈົ່ມ ວ່າມີແຕ່ຕົນເອງເປັນຄົນແຕ່ງກິນ, ແຕ່ໃຫ້ລົງມືປະຕິບັດປ່ຽນແປງພຶດຕິກຳຈະເຫັນຜົນດີກວ່າ.
ຜູ້ຍັງໂສດ: ຫາຜົວແຕ່ງກິນເປັນ (ແຊບບໍ່ແຊບຄ່ອຍວ່າກັນ), ດູແລຕົນເອງເປັນ 😘

No comments:

Post a Comment