Friday, May 3, 2019

ຄວາມສຳພັນສູງຕ່ຳ

ຈາກທີ່ອ່ານປຶ້ມຈິດຕະວິທະຍາການລ້ຽງລູກມາຫຼາຍຫົວ ແລະ ຟັງນັກຈິດຕະວິທະຍາບັນຍາມາຫຼາຍຄົນ. ເຂົາເຈົ້າມັກຈະໃຊ້ປະໂຫຍກໜຶ່ງຮ່ວມກັນສະເໝີຄື: "ບໍ່ມີລູກທີ່ຊົ່ວ ມີແຕ່ພໍ່ແມ່ທີ່ບໍ່ດີພໍ ແລະ ລ້ຽງລູກບໍ່ເປັນ" ເຊິ່ງຟັງແລ້ວມັນຈະເກີດຄວາມຂັດແຍ່ງພາຍໃນໃຈກັບສິ່ງທີ່ເຮົາເຄີຍຮັບຮູ້ມາແຕ່ກ່ອນຈາກສິ່ງທີ່ຜູ້ໃຫຍ່ໄທບ້ານ, ຄູບາອາຈານສັ່ງສອນມາ.
ໃນເວລາທີ່ເຮົາເຫັນຂ່າວການປ່ອຍປະລະເລີຍພໍ່ແມ່ໃຫ້ຕົກທຸກໄດ້ຍາກຍາມແກ່ເຖົ້າ ໂດຍບໍ່ຮູ້ວ່າລູກຂອງພວກເຂົາເຫຼົ່ານັ້ນມີຊາຕາຊີວິດດີຮ້າຍແນວໃດ, ພວກ "ລູກກະຕັນຍູ" ທັງຫຼາຍຈະອອກມາວິຈານ, ດ່າວ່າຄົນບາບກຳ, ຫາກິນບໍ່ຂຶ້ນບໍ່ເກີນ, ຕາຍໄປຂໍໃຫ້ຕົກນາລົກໝົກໄໝ້, ບໍ່ໄດ້ຜຸດໄດ້ເກີດ... ສາລະພັດ.
ຢາກຂໍກ່າວເຖິງສັງຄົມຈີນເທົ່າທີ່ຂ້ອຍໄປສຳພັດມາໃນບາງດ້ານ. ໃນເດືອນກັນຍາ ປີ 1980 ລັດຖະບານຈີນພາຍໃຕ້ການນຳພາຂອງພັກຄອມມູນິດຈີນໄດ້ປະກາດນະໂຍບາຍວ່າດ້ວຍການຄວບຄຸມບັນຫາການເພີ່ມຂຶ້ນຂອງປະຊາກອນວ່າ ຄູ່ສາມີ-ພັນຍາສາມາດມີລູກພຽງຄົນດຽວເທົ່ານັ້ນ(http://www.chinafpa.org.cn). ສັງຄົມຈີນເດີນໜ້າເຂົ້າສູ່ປະເທດອຸດສາຫະກຳ ແລະ ເປີດປະເທດໃຫ້ນັກລົງທຶນຕ່າງຊາດເຂົ້າມາລົງທຶນ ນັບຕັ້ງແຕ່ປະທານເຕີ້ງສ່ຽວຜິງ ໄດ້ປະກາດນະໂຍບາຍ “ແມວຂາວ-ແມວດຳ” ໃນທົດສະວັດທີ 60 ແລະ ເດີນໜ້າເຂົ້າສູ່ອົງການການຄ້າໂລກໃນວັນທີ 11 ເດືອນທັນວາ ປີ 2001 ປະເທດຈີນກໍ່ໄດ້ກາຍເປັນມັງກອນທີ່ຊູພະລັງອຳນາດໃນເວທີໂລກ. ການພັດທະນາເສດຖະກິດເປັນໄປຢ່າງວ່ອງໄວ ກາຍເປັນຖານການຜະລິດ ແລະ ສົ່ງອອກຂອງໂລກ, ມີຕະຫຼາດສີມືແຮງງານລາຄາຖືກ ໂດຍສະເພາະສົ່ງອອກໄປອາເມລິກາ (https://www.matichonweekly.com/column/article_102019). ຄັ້ງໜຶ່ງຂ້ອຍເຄີຍໄປຮ່ວມສຳມະນາວິຊາການຫົວຂໍ້ກ່ຽວກັບການກ່າວເຖິງບັນຫາສັງຄົມແຮງງານໃນຈີນ. ຜູ້ບັນຍາຍໄດ້ນຳສະເໜີສັບທີ່ຂ້ອຍບໍ່ເຄີຍຮຽນມາກ່ອນຄືຄຳວ່າ “农民工”ໝາຍເຖິງຊາວນາທີ່ຕ້ອງເຂົ້າມາຮັບຈ້າງໃນເມືອງໃນລະດູສິ້ນສຸດການຜະລິດຂອງພວກເຂົາ. ຊີວິດທີ່ເປັນຊາວນາ ແລະ ກຳມະກອນຮັບຈ້າງຂອງພວກເຂົາ ທີ່ໄດ້ຮັບຄ່າແຮງງານລາຄາຖືກ, ລະດັບການສຶກສາຕ່ຳ, ຄຸນະພາບຊີວິດການເປັນຢູ່ບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ... ເຮັດໃຫ້ພວກເຂົາກາຍເປັນແຮງງານທີ່ຍາກຈະຫຼຸດອອກຈາກກົນໄກຂອງລະບົບດັ່ງກ່າວ ແລະ ຍັງເປັນວົງຈອນໃຫ້ແກ່ລູກຫຼານຂອງພວກເຂົາອີກຕໍ່ໄປ. ຜູ້ເປັນພໍ່ແມ່ສ່ວນໃຫຍ່ຕ້ອງພັດພາກຈາກລູກໄປເຮັດວຽກໃນເຂດອຸດສາຫະກຳ, ເມື່ອລູກໃຫຍ່ຂຶ້ນກໍ່ອອກໄປເຮັດວຽກ, ໃນຊົນນະບົດປະຊາກອນສ່ວນໃຫຍ່ຈະແມ່ນຜູ້ເຖົ້າກັບເດັກນ້ອຍ. ບໍ່ສະເພາະແຕ່ກຸ່ມຄົນທີ່ເປັນຜູ້ຮັບຈ້າງແຮງງານເທົ່ານັ້ນ, ຂ້ອຍຖາມໝູ່ບາງຄົນເຖິງຊີວິດຄອບຄົວ. ພວກເຂົາບອກວ່າດົນໆຈຶ່ງໄດ້ເຫັນໜ້າພໍ່ເທື່ອໜຶ່ງ ເພາະພໍ່ອອກຈາກບ້ານໄປເຮັດວຽກຢູ່ຕ່າງເມືອງ, ຢູ່ແຕ່ກັບແມ່ເປັນຫຼັກ. ໃນເວລາຂຶ້ນລົດເມຂ້ອຍມັກຈະເບິ່ງໂຄສະນາທີ່ຕ່າງໆຢູ່ເທິງໜ້າຈໍໃນລົດ, ໂຄສະນາອັນດັບໜຶ່ງແມ່ນການຂາຍອະສັງຫາລິມາຊັບ ແລະ ສິນຄ້າ, ຮອງລົງມາແມ່ນຄວາມກະຕັນຍູຕໍ່ພໍ່ແມ່ ໂດຍສະເພາະຍາມບຸນປີໃໝ່ໃນປະເພນີຈີນ ໂຄສະນາສົ່ງເສີມການກັບຖິ່ນຖານບ້ານເກີດຂຶ້ນມາຖີ່ເປັນອັນດັບໜຶ່ງໃນລົດທຸກຄັນທຸກສາຍ. ຂ້ອຍເລີຍຄິດວ່າການກັບຖິ່ນຖານບ້ານເກີດຂອງຄົນຈີນມັນຫຼຸດໜ້ອຍຖອຍລົງຈົນລັດຖະບານຕ້ອງໄດ້ລົງທຶນລົງແຮງຢ່າງໜັກເພື່ອຂົນຂວາຍບໍ່? ຄວາມກະຕັນຍູມັນເຫືອດຫາຍໄປຈາກຈິດສຳນຶກຂອງລູກຫຼານໄປຈົນເປັນຄວາມຫາຍາກໄດ້ແນວໃດ?
ຫຼັງຈາກນັ້ນບໍ່ດົນຂ້ອຍໄດ້ເບິ່ງລາຍການກ່ຽວກັບຈິດຕະວິທະຍາໃນການລ້ຽງລູກ (ບໍ່ຈື່ຊື່ລາຍການ) ຜ່ານຊ່ອງ youku ຂອງຈີນ. ພິທີກອນສຳພາດໂຄງສ້າງທາງສັງຄົມຂອງຈີນວ່າເປັນຫຍັງ ການສຳນຶກບຸນຄຸນຕໍ່ພໍ່ແມ່ຈຶ່ງໜ້ອຍລົງ, ຄົນໜຸ່ມສາວອອກໄປໃຊ້ຊີວິດ ແລະ ລືມດູແລພໍ່ແມ່ ຈົນຕ້ອງມີການສ້າງກະແສການຮັກພໍ່ແມ່, ສຳນຶກບຸນຄຸນຂຶ້ນເພື່ອໃຫ້ຄົນເຫຼົ່ານັ້ນກັບໄປດູແລພໍ່ແມ່ໃຫ້ຫຼາຍຂຶ້ນ. ຜູ້ຊ່ຽວຊານຕອບວ່າລະບົບໂຄງສ້າງທາງສັງຄົມຂອງຈີນມີຄວາມຊັບຊ້ອນຫຼາຍ, ໃນເວລາທີ່ເກີດລູກອອກມາແລ້ວຜູ້ເປັນພໍ່ແມ່ ມັກເອົາລູກໃຫ້ພໍ່ຕູ້-ແມ່ຕູ້, ປູ່-ຍ່າເປັນຄົນລ້ຽງແອນ້ອຍ, ສ່ວນຕົນເອງກໍ່ອອກໄປຫາເງິນເພື່ອມາຈຸນເຈືອຄອບຄົວ. ທຳມະຊາດຂອງມະນຸດ ແລະ ສັດ ເມື່ອໃກ້ຊິດກັບໃຜກໍ່ຈະຮັກຄົນໆນັ້ນ. ເດັກຈະຮັກພໍ່ຕູ້ແມ່ຕູ້ ຫຼື ປູ່ຍ່າຂອງຕົນຫຼາຍກວ່າພໍ່ແມ່ຜູ້ທີ່ໃຫ້ກຳເນີດ. ມີເດັກນ້ອຍຄົນໜຶ່ງພໍ່ແມ່ແຍກທາງກັນ. ແມ່ຕິດການພະນັນ, ຫຼິ້ນໄພ້ ບໍ່ເຄີຍເບິ່ງແຍງລູກເລີຍ, ອອກໄປຫຼິ້ນໄພ້ທຸກມື້. ກັບມາບ້ານມີແຕ່ຮ້າຍດີວ່າຕີ. ເດັກນ້ອຍຢູ່ກັບແມ່ຕູ້ ແລະ ສະໜິດສະໜົມກັບຄົນຂ້າງບ້ານທີ່ຄອຍຊ່ວຍເຫຼືອດູແລນາງມາແຕ່ເຍົາໄວ. ເມື່ອຮອດອາຍຸ 8 ປີ ແມ່ຂອງນາງເສຍຊີວິດລົງ. ນາງບໍ່ໄດ້ຮ້ອງໄຫ້ເສຍໃຈເລີຍແມ່ນແຕ່ນ້ອຍ. ຜົນເນື່ອງມາຈາກແມ່ທີ່ຢູ່ໃນໃຈຂອງນາງຄືແມ່ຕູ້ ແລະ ຄົນຂ້າງບ້ານນັ້ນເອງ. ຄຳກ່າວນີ້ສະແດງວ່າຖ້າເຮົາຢາກໃຫ້ໃຜຮັກເຮົາຕ້ອງລົງແຮງລ້ຽງດ້ວຍຕົວເຮົາເອງທັງແຮງການ, ແຮງໃຈບໍ່ແມ່ນເລື່ອງງ່າຍທີ່ມັນຈະຊຶມຊັບເຂົ້າໄປຝັງເລິກໃນຈິດໃຕ້ສຳນຶກຂອງມະນຸດຄົນໜຶ່ງໄດ້.
ຫຼາຍຄົນມັກຖາມຂ້ອຍວ່າເປັນຫຍັງຄືບໍ່ເອົາລູກຈັກເທື່ອ, ແຕ່ງງານມາກໍ່ດົນແລ້ວ. ຫຼາຍຄັ້ງທີ່ຂ້ອຍບໍ່ສາມາດຫາຄຳຕອບດີໆທີ່ຖືກໃຈພວກເຂົາໄດ້ ແລະ ເຫດຜົນຂອງຂ້ອຍບໍ່ວ່າມັນຈະແມ່ນຫຍັງກໍ່ແລ້ວແຕ່ນອກຈາກການຢາກໄດ້ລູກມາສືບທອດຕະກຸນ. ບາງຄັ້ງຂ້ອຍຈະຕອບວ່າ “ຊ່ວຍຫຼຸດປະຊາກອນໂລກ”, “ຢ້ານລ້ຽງລູກໄດ້ບໍ່ດີພໍ” ແລະ “ຈະບໍ່ເອົາລູກ, ຫາເງິນໃຫ້ໄດ້ຫຼາຍໆ, ເຖົ້າມາກໍ່ຈະຍ້າຍໄປຢູ່ສູນຜູ້ເຖົ້າ ແລະ ຕາຍໄປ, ກໍ່ຖືເປັນອັນຈົບ.” (ຂ້ອຍອາດຈະປ່ຽນຄວາມຄິດໃນອະນາຄົດ) ພວກເຂົາຈະເຮັດໜ້າບໍ່ພໍໃຈກັບຄຳຕອບຢ່າງແຮງ ແລະ ບອກວ່າ “ມັນຈະໄປສູ້ລູກຫຼານຕົນເອງດູແລໄດ້ແນວໃດ?” ຂ້ອຍຕອບວ່າ: “ບໍ່ຮູ້ເດ, ຍັງບໍ່ເຄີຍມີລູກ ແລະ ຍັງບໍ່ເຄີຍເຖົ້າ, ເລີຍບໍ່ຮູ້ວ່າໃຜຈະດູແລໄດ້ດີກວ່າກັນ, ບໍ່ທັນໄດ້ລອງ”. ແລ້ວມີຫຍັງທີ່ເປັນຫຼັກປະກັນວ່າມີແຕ່ລູກຫຼານຂອງຕົນເອງເທົ່ານັ້ນທີ່ຈະດູແລດີ. ບໍ່ສາມາດປະຕິເສດວ່າເລືອດມັນຂຸ້ນກວ່ານ້ຳ, ເພາະຄວາມໜາແໜ້ນມັນຕ່າງກັນ. ລູກຫຼານເຮົາກໍ່ຕ້ອງດູແລເຮົາເປັນແບບພື້ນຖານຄວາມຄິດໃນການຕອບບຸນແທນຄຸນຜູ້ບຸບພະກາລີຢູ່ແລ້ວ. ແຕ່ອີກດ້ານໜຶ່ງພວກທີ່ພໍ່ແມ່ທັງຫຼາຍຈົ່ມວ່າລູກຊົ່ວ-ລູກເວນ ເຫຼົ່ານັ້ນເດ, ພວກທີ່ອອກຂ່າວວ່າຂ້າພໍ່ຕີແມ່ນັ້ນເດ, ເຮົາຍັງເຊື່ອໝັ້ນເຕັມໃຈວ່າສາຍເລືອດມັນດີກວ່າຄົນອື່ນໄດ້ແນວໃດ? ໃນຂະນະທີ່ຖົກຖຽງກັນເລື່ອງສູນຜູ້ເຖົ້າ ແລະ ລູກຫຼານ, ຂ້ອຍຄິດເຫັນແມ່ເຖົ້າຄົນໜຶ່ງທີ່ເປັນພີ່ນ້ອງຫ່າງໆ, ຄັ້ງໜຶ່ງຂ້ອຍເຄີຍໄປແວ່ຢາມຖາມຂ່າວເພິ່ນ. ເພິ່ນເຖົ້າຫຼາຍແລ້ວອາດຈະແມ່ນເກົ້າສິບປາຍປີແລ້ວລະ, ເຖິງຮ່າງກາຍຈະຈ່ອຍຜອມແຕ່ກໍ່ຍັງຍ່າງໄປມາໄດ້ ຕອນເປັນສາວຄົງຈະຫຸ່ນດີສົມຄວນ. ຫູຕາຟາງແດ່, ເວລາເວົ້າຕ້ອງເວົ້າດັງໆເພິ່ນຈຶ່ງໄດ້ຍິນ. ຂ້ອຍຖາມເພິ່ນວ່າຄືຢູ່ຜູ້ດຽວ, ເພິ່ນວ່າລູກຫຼານອອກໄປວຽກ, ເຫຼນກໍ່ໄປໂຮງຮຽນໝົດເຫຼືອແຕ່ເພິ່ນເຝົ້າເຮືອນຢູ່ຜູ້ດຽວ. ຂ້ອຍມິດໄປ, ພາຍໃນເຮືອນມີແຕ່ຄວາມງຽບ, ແມ່ເຖົ້ານັ່ງຢູ່ປາກປະຕູງຽບໆ ປິ່ນໜ້າອອກໄປທາງທົ່ງນາ, ສາຍຕາເລື່ອນລອຍໄປ. ທຸກມື້ເພິ່ນຄົງເຝົ້າເຮືອນຢູ່ຜູ້ດຽວຢ່າງງຽບໆແບບນີ້ຈົນລຶ້ງເຄີຍແລ້ວ. ເວລາຜ່ານໄປຈົນຮອດທ່ຽງ ຫຼານ ແລະ ເຫຼນຂອງເພິ່ນກັບມາກິນເຂົ້າສວາຍ, ພວກເຂົ້າວຸ້ນໆນຳຫາພາເຂົ້າ, ບອກລູກກິນເຂົ້າ, ຢ່າງຟ້າວຟັ່ງແລ້ວກໍ່ພາກັນອອກໄປອີກ. ຂ້ອຍຄິດຢູ່ຜູ້ດຽວວ່າ: ນີ້ຫວາຄືຊີວິດບັ້ນປາຍທີ່ອາໄສຢູ່ກັບລູກຫຼານທີ່ກະຕັນຍູ, ລ້ຽງດູພໍ່ແມ່, ປູ່ຍ່າຕາຍາຍຍາມເຖົ້າແກ່? ເປັນຫຍັງມັນຊ່າງໂດດດ່ຽວປ່ຽວພອຍ ແຕ່ລະວັນຜ່ານໄປດ້ວຍການເຮັດໜ້າທີ່ເຝົ້າເຮືອນ ເຊິ່ງມັນກໍ່ບໍ່ແມ່ນຄວາມຜິດຂອງພວກເຂົາ ເພາະພວກເຂົາກໍ່ມີໜ້າທີ່ຕ້ອງໄດ້ຮັບຜິດຊອບຢ່າງໜັກໜ່ວງພໍສົມຄວນ. ແຕ່ທີ່ຢາກຮູ້ຄືພວກເຂົາຮູ້ສຶກອົບອຸ່ນປອດໄພແທ້ຫວາທີ່ໃຫ້ຜູ້ເຖົ້າເຝົ້າເຮືອນ? ຖ້າໂຈນມາແທ້ໆແມ່ເຖົ້າລາວຈະເຮັດຫຍັງໄດ້, ຂະໜາດຈະແລ່ນໜີເອົາຊີວິດລອດຍັງຍາກແລ້ວ, ໂທລະສັບກໍ່ໂທບໍ່ເປັນແລ້ວຈະເຮັດແນວໃດເພື່ອປົກປ້ອງຊັບສິນທີ່ພວກເຂົາຝາກຝັງໃຫ້ເຝົ້າ. ຕອນຍັງຮຽນຢູ່ມັດທະຍົມຂ້ອຍເຄີຍໄດ້ຍິນວ່າໂຈນເຂົ້າໄປທຳຮ້າຍຜູ້ເຖົ້າໃນເຮືອນ, ຖອດເອົາຄຳທີ່ໃສ່ໄປ, ໂຈນຜູ້ນັ້ນເປັນຜູ້ຍິງ, ອາດຈະແມ່ນແຮງບໍ່ຫຼາຍປານໃດຈຶ່ງຕ້ອງໃຊ້ເວລາຕີຜູ້ເຖົ້າເຄາະຮ້າຍຫຼາຍຕັ້ງຫຼາຍເທື່ອກວ່າຈະໄດ້ຄຳໄປ, ແຕ່ກໍ່ຖືກຈັບໄດ້ໃນເວລາຕໍ່ມາ. ຄິດພາບຖ້າແມ່ນໂຈນຜູ້ຊາຍອາດຕີໃຫ້ສະຫຼົບ ຫຼື ເຖິງກັບຊີວິດໃນກຳປັ້ນດຽວເລີຍ. ທີ່ເລົ່າມານັ້ນຄຳຖາມກໍ່ຄືວ່າ: ພວກເຂົາຍັງຄິດວ່າຊີວິດແບບນັ້ນຄືຄວາມສຸກທີ່ສຸດທີ່ພວກເຂົາໂຫຍຫາໃນການຢູ່ກັບລູກຫຼານແລ້ວຫວາ? ຖ້າໄປຢູ່ສູນຜູ້ເຖົ້າເຮົາອາດມີຄົນໄວດຽວກັບເວົ້າລົມນຳ, ໄດ້ເຮັດກິດຈະກຳຕ່າງໆ ມັນບໍ່ດີກວ່າຫວາ?
ຈາກປະສົບການໃນຊີວິດທີ່ຜ່ານມາ ສັງຄົມບ້ານເຮົາໂດຍສະເພາະຄົນທີ່ນັບຖືສາສະໜາພຸດ ສັ່ງສອນກັນເຮັດແຕ່ຄວາມດີ, ລະເວັ້ນຄວາມຊົ່ວ, ທຳບຸນໃຫ້ທານ ແລະ ທີ່ສຳຄັນຄືການຕອບແທນບຸບພະກາລີ ຄືພໍ່ແມ່ຂອງຕົນຈຶ່ງຈະຖືວ່າເປັນຄົນກະຕັນຍູຮູ້ຄຸນ, ເປັນທີ່ຍອມຮັບຂອງຄົນໃນສັງຄົມ. ສິ່ງທີ່ໜ້າແປກຄືຄົນທີ່ສັ່ງສອນໃຫ້ຮູ້ຄຸນພໍ່ແມ່ ຄືພຣະທີ່ຢູ່ວັດ, ເປັນຜູ້ທີ່ໃກ້ຊິດກັບພໍ່ແມ່ໜ້ອຍກວ່າເຮົາອີກ. ບໍ່ໄດ້ຢູ່ດູແລພໍ່ແມ່ແຕ່ໄປຈຳສິນພາວະນາຢູ່ວັດແທນ. ບາງຄົນອາດບອກວ່າການຕອບແທນພໍ່ແມ່ອາດຈະບໍ່ແມ່ນດູແລແຕ່ທາງຮ່າງກາຍເທົ່ານັ້ນ. ຕອບແທນພໍ່ແມ່ດ້ວຍການເປັນຄົນດີກໍ່ຖືວ່າບໍ່ເຮັດໃຫ້ເພິ່ນເປັນທຸກແລ້ວ.
ຖ້າເຮົາມານັ່ງຖາມກັນຢ່າງຈິງໆຈັງໆວ່າ: ລູກທີ່ດີແມ່ນລູກແບບໃດ? ຫຼາຍຄົນຄົງຈະໃຫ້ຄຳຕອບວ່າ: ເປັນລູກທີ່ຟັງຄວາມພໍ່ແມ່, ເປັນຄົນດີ, ບໍ່ເຮັດໃຫ້ພໍ່ແມ່ເປັນທຸກ, ຕອບແທນບຸນຄຸນຍາມເພິ່ນເຖົ້າແກ່... ແລ້ວຖ້າພໍ່ແມ່ສອນຜິດພາດເດ? ພໍ່ແມ່ເປັນໂຈນແລ້ວລູກກາຍເປັນຕຳຫຼວດ ນີ້ເຮົາຈະເອີ້ນວ່າລູກແນວໃດ? ລູກຢາກແຕ່ງງານກັບຄົນທີ່ພໍ່ແມ່ບໍ່ຢາກໃຫ້ແຕ່ງ, ລູກຢາກເປັນນັກຮ້ອງແຕ່ພໍ່ແມ່ຢາກໃຫ້ເປັນໝໍ, ລູກເສັງໄດ້ໄປຮຽນຕ່າງປະເທດແຕ່ພໍ່ແມ່ກີດກັນບໍ່ໃຫ້ໄປ, ພໍ່ແມ່ບັງຄັບໃຫ້ແຕ່ງງານແຕ່ລູກບໍ່ຢາກແຕ່ງ... ແບບນີ້ເຮົາຈະເອີ້ນວ່າພວກລູກອັກກະຕັນຍູ, ບໍ່ຟັງຄວາມພໍ່ແມ່ໄດ້ບໍ່? ນອກຈາກນັ້ນຍັງມີພວກຄົນດັງລະດັບທີ່ໂລກຕ້ອງຈື່ຈຳ, ພວກເຂົາເຫຼົ່ານັ້ນເຮັດສິ່ງທີ່ຂັດແຍ່ງກັບຜົນປະໂຫຍດຂອງວົງຕະກູນ, ຂັດກັບຄວາມຄາດຫວັງຂອງພໍ່ແມ່ແຕ່ທຸກຄົນຊົມເຊີຍຍົກຍ້ອງວ່າເກັ່ງກ້າສາມາດ, ແຕ່ກໍ່ບໍ່ໄດ້ມີໃຜອອກມາປະຈານວ່າເປັນລູກຊົ່ວຢ່າງເປັນກິດຈະລັກສະນະແຕ່ຢ່າງໃດ ເຊັ່ນ: Friedrich Engels ຈາກລູກນາຍທຶນຫັນໄປສະໜັບສະໜູນ ແລະ ເຄື່ອນໄຫວຢ່າງຂະຫຍັນຂັນແຂງເພື່ອລັດທິຄອມມູນິດ ເພື່ອຕໍ່ຕ້ານທຶນນິຍົມ; ພຣະສຳມາສຳພຸດທະເຈົ້າລັກອອກບວດເພາະບໍ່ຟັງຄວາມພໍ່ຜູ້ເປັນກະສັດຜູ້ລ້ຽງລູກ ໃຫ້ມີແຕ່ຄວາມສຸກທຸກຢ່າງ; Charles Robert Darwin ນັກວິທະຍາສາດທຳມະຊາດ ຜູ້ສະເໜີທິດສະດີມະນຸດວິວັດທະນາການມາຈາກວານອນ ເຊິ່ງຂັດກັບຄວາມເຊື່ອທາງສາສະໜາທີ່ພໍ່ແມ່ຂອງລາວນັບຖືກຢ່າງເຄັ່ງຄັດ; Emperor Hirohito ຜູ້ປະກາດມອບປະຊາທິປະໄຕໃຫ້ແກ່ປະຊາຊົນຍີ່ປຸ່ນ, ຫຼຸດຖານະ ແລະ ຄວາມເປັນເທບພະເຈົ້າຂອງກະສັດ ນຳພາລາຊະວົງຢູ່ພາຍໃຕ້ລັດຖະທຳມະນູນ...
ມີພໍ່ແມ່ບາງປະເພດທີ່ໃຊ້ຮ່າງກາຍຂອງລູກເປັນເຄື່ີອງມືໃນການກອບໂກຍຜົນປະໂຫຍດ ຈົນເຮັດໃຫ້ລູກເກີດຄວາມເຈັບປວດທໍລະມານທາງກາຍ ແລະ ຈິດໃຈ ເຊັ່ນ: ເລື່ອງຂອງ Gypsy Rose Blancharde ລູກສາວຂອງ Clauddine Blanchard, ຖືກແມ່ສັ່ງໃຫ້ເຈັບປ່ວຍເປັນລູຄີເມຍ, ກ້າມຊີ້ນອ່ອນແຮງ, ມັກຢຸດຫາຍໃຈໃນເວລານອນຫຼັບ, ມີບັນຫາໃນການແນມເຫັນ, ການໄດ້ຍິນບົກພ່ອງ, ຜົມຫຼົ່ນ, ແຂ້ວຫຼົ່ນ, ຕ້ອງນັ່ງລົດຍູ້ ແລະ ຕ້ອງເອົາອົກຊີເຈນຕິດຕົວຕະຫຼອດ... ສາລະພັດອາການທີ່ແມ່ຂອງນາງສ້າງຂຶ້ນມາເພື່ອຫຼອກລວງເພື່ອນບ້ານ, ສື່ມວນຊົນ ແລະ ທຸກຄົນທີ່ຮູ້ຈັກເພື່ອໃຫ້ໄດ້ເງິນ ແລະ ການຊ່ວຍເຫຼືອລ້າຈາກອົງກອນການກຸສົນ ແລະ fan club. ຈົນໃນທີ່ສຸດ Gypsy Rose Blancharde ມີແຟນທີ່ລັກລອບຕິດຕໍ່ກັນ online ຈົນວາງແຜນຮ່ວມກັນຂ້າແມ່ຕົນເອງ. ວັນທີ 15 ມິຖຸນາ 2015 ນາງ ແລະ ແຟນໜຸ່ມຖືກຈັບ. ໃນຕອນນັ້ນນາງມີອາຍຸ 24 ປີ. ປົກກະຕິເມື່ອຄົນຕິດຄຸກນ້ຳໜັກຈະຫຼຸດລົງ, ສ່ວນ Gypsy Rose Blancharde ມີນ້ຳໜັກເພີ່ມຂຶ້ນ 6 kg, ສຸຂະພາບດີຂຶ້ນ, ຜິວພັນສົດໃສຂຶ້ນ ແລະ ຮູ້ສຶກມີອິດສະລະພາບຫຼາຍກວ່າຕອນທີ່ຢູ່ກັບແມ່ມາຕະຫຼອດຊີວິດ. ນາງຕ້ອງຈຳຄຸກຢ່າງໜ້ອຍ 10 ປີ. ສ່ວນອີກເລືີ່ອງໜຶ່ງແມ່ນເລື່ອງຂອງ Jennifer Pan ລູກສາວເຊື້ອສາຍຫວຽດນາມທີ່ອົບພະຍົບໄປຢູ່ແຄນນາດາ. ພໍ່ແມ່ຂອງນາງເປັນຄົນເຂັ້ມງວດ ແລະ ຄາດຫວັງສູງ, ພວກເຂົາວາງແຜນການຮຽນ ແລະ ຝຶກຊ້ອມໃຫ້ລູກຢ່າງລະອຽດລະອໍ ໂດຍຄາດຫວັງວ່າເມື່ອລູກໃຫຍ່ມາຈະໄດ້ຈົບການສຶກສາຈາກມະຫາວິທະຍາໄລດັງ, ມີວຽກດີໆເຮັດ, ເຊີດໜ້າຊູຕາພວກເຂົາໃຫ້ສູງຂຶ້ນໃນສັງຄົມ. ຕອນຮຽນປະຖົມ ແລະ ມັດທະຍົມຕົ້ນນາງຕັ້ງໃຈຮຽນ ແລະ ຮຽນໄດ້ດີມາຕະຫຼອດ ຈົນຮອດລະດັບມັດທະຍົມປາຍຄະແນນຂອງນາງຕົກຈາກ A ໄປເປັນ B ຫຼາຍວິຊາ ຈົນເຮັດໃຫ້ນາງຕ້ອງເລີ່ມເຮັດຄະແນນປອມໄປຕົວະພໍ່ແມ່. ນາງຕົວະໄປເລື້ອຍວ່າໄດ້ເຂົ້າມະຫາວິທະຍາໄລ ແຕ່ທີ່ຈິງແມ່ນຮຽນບໍ່ຈົບມັດທະຍົມ. ຕົວະວ່າພໍ່ແມ່ບໍ່ສາມາດໄປງານຮັບໃບປະກາດໄດ້, ຕົວະວ່າໄດ້ເຂົ້າເຮັດວຽກໃນຫ້ອງທົດລອງ. ຈົນພໍ່ແມ່ຮູ້ສຶກສົງໄສ ແລະ ຈັບໄດ້ໃນທີ່ສຸດ. ເມື່ອຄວາມຈິງຖືກເປີດເຜີຍພໍ່ແມ່ຍິ່ງລົງໂທດໜັກກວ່າເກົ່າ, ກັກບໍລິເວນ, ຫ້າມໃຊ້ຄອມພິວເຕີ, ໂທລະສັບ ເປັນເວລາສອງອາທິດ, ຫ້າມຕິດຕໍ່ກັບແຟນທີ່ລັກຄົບກັນ. ພໍ່ແມ່ສັ່ງໃຫ້ລູກສາວກັບໄປຮຽນມັດທະຍົມໃຫ້ຈົບ. ແຕ່ເລື່ອງຍັງບໍ່ຈົບເທົ່ານັ້ນ, ດ້ວຍຄວາມຄຽດແຄ້ນໃຫ້ພໍ່ແມ່ ນາງຈຶ່ງວາງແຜນຈ້າງວານຂ້າພໍ່ແມ່ຂອງຕົນ. ຈົນແມ່ຕ້ອງຕາຍ, ພໍ່ໄດ້ຮັບບາດເຈັບສາຫັດ ແລະ ພິການ. ນາງຖືກຕັດສິນຈຳຄຸກຕະຫຼອດຊີວິດ ແລະ ຫ້າມອຸທອນໃນຕະຫຼອດໄລຍະ 25 ປີ.
ທັງສອງເຫດການທີ່ເກີດຂຶ້ນເປັນພຽງກໍລະນີຕົວຢ່າງຂອງຜູ້ທີ່ເອີ້ນໄດ້ວ່າ ລູກຈອມໂຫດທີ່ຂ້າໄດ້ກະທັ່ງພໍ່ແມ່ຂອງຕົນເອງ. ທ້າຍທີ່ສຸດພວກເຂົາກໍ່ຕ້ອງໄດ້ຮັບໂທດຕາມກົດໝາຍ. ຖ້າຖາມວ່າເປັນຫຍັງລູກພວກນີ້ຄືອັກກະຕັນຍູ ແລະ ໂຫດຮ້າຍໄດ້ປານນີ້. ຄິດວ່າຫຼາຍໆຄົນຄົງຈະມີຄຳຕອບຢູ່ໃນໃຈຂອງຕົນເອງແລ້ວ.
ໃນສະໄໝກ່ອນທີ່ສັງຄົມຍັງດຳເນີນໄປດ້ວຍພື້ນຖານຂອງການກະເສດ ຄອບຄົວປົກຄອງກັນແບບລຳດັບຊັ້ນ, ຜູ້ປົກຄອງ ແລະ ຜູ້ຖືກປົກຄອງ. ພໍ່ແມ່ຄືຜູ້ມີອຳນາດເບັດເສັດເດັດຂາດ, ທັງເປັນຜູ້ຄຸມບັງຫຽນຊາຕາຊີວິດຂອງລູກ. ຕັ້ງແຕ່ມື້ເກີດ, ເຕີບໃຫຍ່, ແຕ່ງງານ ແລະ ກາຍເປັນຜູ້ປົກຄອງສືບທອດພາລະກິດຂອງຄອບຄົວໄປ. ປັດຈຸບັນ ເປັນຫຍັງພໍ່ແມ່ຕ້ອງໄປເຂົ້າໃຈຄົນເປັນລູກໃຫ້ຫຼາຍຂຶ້ນ? ເປັນຫຍັງເຮົາຕ້ອງປ່ຽນແປງການປົກຄອງໃນເຮືອນ? ເປັນຫຍັງຈຶ່ງມີຄວາມຈຳເປັນໃນການສຶກສາຈິດຕະວິທະຍາໃນການລ້ຽງລູກ? ຂ້ອຍຕັ້ງສົມມຸດຖານວ່າໜຶ່ງໃນຄຳຕອບຫຼາຍໆຄຳຕອບຄົງຈະແມ່ນ ພໍ່ແມ່ໃນແຕ່ລະລຸ້ນຄົງມອງເຫັນສະຖານະຂອງຄົນເປັນລູກແຕກຕ່າງກັນອອກໄປບໍ່ຫຼາຍກໍ່ໜ້ອຍ.
ຄົນເປັນພໍ່ເປັນແມ່ຍ່ອມຄາດຫວັງສິ່ງທີ່ດີທີ່ສຸດເພື່ອລູກຂອງຕົນຖ້າເປັນໄປໄດ້, ແຕ່ບາງຄົນລືມໄປວ່າ ສິ່ງທີ່ມັນຫຼາຍເກີນໄປຍ່ອມມີຜົນຂ້າງຄຽງຕາມມາ. ການລ້ຽງລູກກໍ່ຄືກັນ ມັນຕ້ອງຈັດສັນຢ່າງເໝາະສົມບໍ່ໜ້ອຍເກີນໄປ ແລະ ບໍ່ຫຼາຍຈົນເກີນໄປ. ຖ້າຄວາມສຳພັນເປັນໄປໃນທາງທີ່ດີ ເຖິງວ່າເຮົາຈະບໍ່ຮຽກຮ້ອງ ຄົນທີ່ຮັກເຮົາ ແລະ ເຮົາຮັກກໍ່ຍ່ອມຢາກມອບໃຫ້ກັນຢ່າງພໍດີໆ ສະເໝີ.
ແລ້ວຄົນຫຼັງ 80 ເດຢາກເປັນພໍ່ແມ່ແບບໃດ?
https://www.youtube.com/watch?v=IhSc4E9P5rQ
https://www.youtube.com/watch?v=OYgfO6dknv8
https://www.youtube.com/watch?v=hpc82otz5vA
https://www.youtube.com/watch?v=2fx29jXwkRE

No comments:

Post a Comment