Sunday, October 14, 2018

ໄປບໍ່ຊວນ

ຄຳວ່າ "ໄປບໍ່ຊວນ" ໝາຍເຖິງຫຍັງ?
ທຸກຄັ້ງທີ່ມາຮູ້ພາຍຫຼັງວ່າມີຄົນໆໜຶ່ງໄດ້ເຮັດຫຍັງໄປໃນທາງທີ່ເຮົາຄິດວ່າດີຫຼືໜ້າສົນໃຈເຊັ່ນໄປທ່ຽວ, ໄດ້ເຮັດວຽກດີໆ, ໄປກິນອາຫານ...ເຮົາມັກຈະມີຄຳອອກຈາກປາກວ່າ "ໄປບໍ່ຊວນ". ຕະຫຼອດເວລາຂອງມິດຕະພາບທີ່ຜ່ານມາຄົນໆນັ້ນອາດຈະເຄີຍຊວນເຮົາເຮັດຫຍັງມາແລ້ວ, ແຕ່ເຮົາປະເສດດ້ວຍຄຳສຸພາບວ່າ "ເອົາໄວ້ເທື່ອໜ້າກ່ອນ" ສະເໝີ. ຄຳວ່າ "ເອົາໄວ້ເທື່ອໜ້າ" ສະແດງວ່າເຮົາບໍ່ໄປນຳ, ເພາະເຮົາເຫັນວ່າການເຊີນຊວນນັ້ນບໍ່ໄດ້ຢູ່ໃນຄວາມສົນໃຈຂອງເຮົາ. ການທີ່ຖືກປະຕິເສດຫຼາຍຄັ້ງໝູ່ກໍ່ບໍ່ຢາກຊວນເຮົາອີກເພາະເຫັນວ່າຄວາມສົນໃຈບໍ່ກົງກັນ. ການທີ່ໄປຊວນຄົນທີ່ບໍ່ມີຄວາມສົນໃຈກົງກັນ ອາດເຮັດໃຫ້ຄວາມຕັ້ງໃຈ ແລະ ແຜນການນັ້ນຖືກຍົກເລີກໄດ້. ບາງຄັ້ງໝູ່ອາດຄິດວ່າເຮົາບໍ່ສະໜິດກັນພໍທີ່ຈະຊວນໄປໃສມາໃສໄດ້ ເຂົາເລີຍເກງໃຈທີ່ຈະຊວນເຮົາ, ແຕ່ເຮົາພັດກ້າທີ່ຈະເວົ້າຄຳວ່າ "ໄປບໍ່ຊວນ" ກັບຄົນທີ່ເຮົາສະໜິດສະໜົມບໍ່ພໍ.
ແຕ່ເມື່ອເຮົາໄດ້ເຫັນວ່າສິ່ງທີ່ໝູ່ເຮັດຫຍັງລົງໄປແລ້ວເກີດຜົນເກີນທີ່ເຮົາຄາດໄວ້ເຮົາຈະຕ້ອງເວົ້າຄຳວ່າ "ໄປກໍ່ບໍ່ຊວນ, ເຮັດຫຍັງບໍ່ຊວນ, ຄືວ່າແຫຼະ" ເປັນຄຳທີ່ຜູ້ຟັງແລ້ວຮູ້ສຶກເຖິງຄວາມກະທັ່ງກະແທກ, ແດກດັນ, ສຽດສີ ແລະ ການບໍ່ໃຫ້ກຽດໃນສິດທິຂອງກັນ ແລະ ກັນ. ເພາະຕອນທີ່ຊວນພັດບໍ່ໄປ. ຄົນເຮົາຈະຢາກຊວນຄົນທີ່ຊວນແລ້ວໄປນຳກັນໄດ້ເທົ່ານັ້ນ ແຜນການຈຶ່ງຈະບໍ່ລົ້ມລ້າງລົງ.
ຄຳຖາກຖາງຄວາມຮູ້ສຶກກັນໃນທຳນອງເວົ້າຢອກເວົ້າຫຼິ້ນນີ້ສື່ໃຫ້ເຫັນຫຍັງໃນສັງຄົມເຮົາແດ່?
1. ຄວາມໄຮ້ຄວາມສາມາດໃນການຕັດສິນໃຈຂອງບຸກຄົນ ເພາະເຮັດຫຍັງກໍ່ຕ້ອງອາໄສແຕ່ຄວາມຄິດເຫັນຂອງຄົນອື່ນມາຊ່ວຍຕັດສິນວ່າຜິດຖືກຕະຫຼອດເວລາ. ເພາະຄວາມບໍ່ໝັ້ນໃຈໃນສັກກະຍະພາບຂອງຕົນເອງ ຢ້ານຄົນກ່າວປະນາມໃນສິ່ງທີ່ຕົນເອງເຮັດໄປ.
2. ການອົບຮົມຄວາມສາມາດຂອງຄົນ ທີ່ຍັງບໍ່ໄດ້ເຮັດໃຫ້ຄົນໆໜຶ່ງກ້າຍ່າງອອກໄປປະເຊີນໜ້າກັບໂລກກວ້າງດ້ວຍຕົວຂອງເຂົາເອງ. ຖ້າໃຫ້ແຕ່ມີໝູ່ຈຶ່ງຢາກເຮັດ ເພາະຢ່າງນ້ອຍເຮັດຜິດຫຍັງລົງໄປກໍ່ຈະໄດ້ບໍ່ຜິດຄົນດຽວ.
3. ສັງຄົມທີ່ບໍ່ຮູ້ຈັກໃຫ້ອະໄພ ແລະ ຍອມຮັບຄວາມຜິດພາດ. ເວລາທີ່ເຫັນຄົນທີ່ເກັ່ງກວ່າເຮົາຈະນຶກຄຳສຸພາສິດວ່າ "ຢ່າໄດ້ອວດໄດ້ອົ່ງຫຼາຍ" ແຕ່ບໍ່ຍອມຮຽນຮູ້ຈາກຄົນໆນັ້ນວ່າເຂົາໃຊ້ວິທີໃດໃນການດິ້ນຮົນຈົນປະສົບຜົນສຳເລັດເຊິ່ງມັນຕ້ອງອາໄສຄວາມກ້າຫານ ແລະ ກຳລັງໃຈຢ່າງມະຫາສານ, ແຕ່ເຮົາກໍ່ຈະບໍ່ຍອມໃຫ້ເຂົາໄດ້ພາກພູມໃຈໃນຕົນເອງ. ຖ້າເຫັນຄວາມຜິດພາດເຮົາກໍ່ພ້ອມທີ່ຈະໄປໂຈມຕີ, ຊ້ຳເຕີມ ແລະ ສົມນ້ຳໜ້າທັນທີ ດ້ວຍການກ່າວຄຳວ່າ "ເປັນຕາອີ່ຕົນ" "ໜ້າສົງສານ" ແຕ່ບໍ່ໃຫ້ພື້ນທີ່ໃນການກັບມາຢືນໃນສັງຄົມດ້ວຍການສົ່ງເສີມໃຫ້ເຂົາເຈົ້າເຮັດສິ່ງທີ່ເຂົາເຈົ້າຕ້ອງການ, ບໍ່ແນະນຳວິທີທີ່ດີກວ່າ, ບໍ່ໃຫ້ໂອກາດໃນການກັບຕົວກັບໃຈ. ຍົກຕົວຢ່າງເວລາເຮົາເຫັນຄົນເຮັດຜິດເຮົາມັກຈະບອກວ່າ: ທຸບຕີ, ຂ້າມັນຖິ້ມໂລດພວກຮົກໂລກ...ໃນຂະນະທີ່ເຮົາຢາກກຳຈັດປັດກວາດໃຫ້ສັງຄົມມີແຕ່ຄວາມດີ, ເຮົາພັດເປັນຜູ້ສົ່ງເສີມໃຫ້ໃຊ້ຄວາມໂຫດຮ້າຍ ແລະ ຮຸນແຮງນັ້ນເອງ.
ຖ້າຄົນກ້າອອກໄປເຮັດຫຍັງດ້ວຍຕົນເອງ, ບໍ່ຕ້ອງລໍຄອຍຄຳຊັກຊວນ ແລະ ຮຽກເອີ້ນຈາກຄົນອື່ນ, ກ້າທີ່ຈະໄປປະເຊີນໜ້າກັບສິ່ງຕ່າງໆ, ເຮັດຕາມສຽງຫົວໃຈ ແລະ ຄວາມຝັນຂອງຕົນເອງ. ເຮົາຈະບໍ່ມີຄຳວ່າ "ໄປບໍ່ຊວນ" ເພາະເຮົາກໍ່ມີທາງຂອງເຮົາທີ່ແສນຍາວໄກທີ່ຕ້ອງໄປເຊັ່ນກັນ. ຖ້າເຮົາເຫັນຄົນທີ່ຢາກໄປທາງດຽວກັບເຮົາກໍ່ພຽງແຕ່ເວົ້າຄຳວ່າ "ຂໍໄປນຳໄດ້ບໍ່?" ຖ້າເຂົາບໍ່ໃຫ້ໄປກໍ່ພຽງແຕ່ໄປຖາມຄົນອື່ນໆອີກທີ່ຫຼວງຫຼາຍໃນໂລກທີ່ອາດຈະ ມີຄວາມຄິດກົງກັບເຮົາຈັກຄົນໜຶ່ງ.

No comments:

Post a Comment