Sunday, October 14, 2018

ທ່ານສອນລູກກ່ຽວກັບສິດທິຍິງຊາຍແນວໃດ?

ທ່ານສອນລູກກ່ຽວກັບສິດທິຍິງຊາຍແນວໃດ?

ຫາກໍ່ເວົ້າເລືີ່ອງຄວາມບໍ່ເທົ່າທຽມກັນລະຫວ່າງຍິງ-ຊາຍມາບໍ່ຈັກມື້ກໍ່ໄດ້ອ່ານບົດຄວາມນີ້.
ເຮົາເວົ້າກັນຫຼາຍໃນການສົ່ງເສີມບົດບາດຍິງ-ຊາຍ ກ່າວກັນແຕ່ບັນຫານ້ອຍໆຮອດບັນຫາໃຫຍ່ໆທັງຫຼາຍ. ເຊິ່ງໃນຕົວຈິງຜູ້ທີ່ມີອິດທິພົນໃນການສົ່ງເສີມຄວາມເຂົ້າໃຈໃນເລື່ອງນີ້ຫຼາຍທີ່ສຸດກໍ່ແມ່ນຜູ້ປົກຄອງທັງຫຼາຍ.
ທີ່ຈິງຖ້າຈະໃຫ້ນັບແຕ່ນ້ອຍຈົນໃຫຍ່ ຂ້ອຍຖືວ່າຂ້ອຍເປັນຄົນທີ່ເຕີບໃຫຍ່ມາກັບການໃຊ້ຄວາມຮຸນແຮງໃນເພດຍິງ ແລະ ເຂົ້າຂ້າງເພດຊາຍມາຕະຫຼອດ.
ແຕ່ຜົນຜະລິດຈາກຄວາມຄິດທີ່ໄດ້ຮັບມາເຫຼົ່ານັ້ນ ເປັນຫຍັງມື້ນີ້ພັດກາຍເປັນຄົນທີ່ມາຄັດງ້າງກັບຄວາມຄິດທີ່ສັ່ງສົມມາແຕ່ນ້ອຍ ຊະນິດທີ່ຄົນອື່ນເອີ້ນວ່າ "ພວກນອກຄອກ". ເຖິງແມ່ນວ່າຈະມີການຕໍ່ຕ້ານຄວາມຮຸນແຮງຕໍ່ເພດຍິງໃນຫຼາຍປີມານີ້, ແຕ່ທຸກຄັ້ງທີ່ຂ້ອຍສະແດງຄວາມຄິດເຫັນກັບຫຼາຍຄົນພວກເຂົາຈະເຫັນວ່າຂ້ອຍເວົ້າເລື່ອງໄກຕົວ, ຂັດກັບວັດທະນະທຳ ແລະ ການເປັນຜູ້ຍິງທີ່ແຂງກະດ້າງ.
ຈາກການອົບຮົມສັ່ງສອນຂອງຄອບຄົວ, ຜູ້ໃຫຍ່ຄົນອື່ນໆ, ຄູ ແລະ ໝູ່ເພື່ອນ. ຕັ້ງແຕ່ເລື່ອງເລັກໆນ້ອຍເຊັ່ນການຫຼິ້ນກິລາ, ຜູ້ໃຫຍ່ຈະບອກວ່າຜູ້ຍິງບໍ່ຄວນຫຼິ້ນກິລາປະເພດໃດ ເພາະເຂົາເຈົ້າເຫັນແຕ່ຜູ້ຊາຍຫຼິ້ນກິລາປະເພດນັ້ນ, ການຕາກສິ້ນໄວ້ທີ່ແປນຕາຖືວ່າມັນເປັນຄວາມອັບປະຍົດທີ່ສຸດໃນການຕາກເຄື່ອງນຸ່ງ, ຄ້າຍກັບວ່າສິ້ນເປັນສັດນາຮົກທີ່ທຳລາຍໃຫ້ໂລກຖະຫຼົ່ມທະລາຍ; "ເຂົາເປັນຜູ້ຊາຍ" ຄືຄຳສັກສິດທີ່ເຮົາບໍ່ອາດຈະໄປທ້າທາຍໄດ້; "ຕື່ນກ່ອນນອນຕາມຫຼັງ" ຄືຄຳສອນຍິງສາວກ່ອນຈະແຕ່ງດອງອອກຢ້າວອອກເຮືອນ; ຫຼາຍຄັ້ງທີ່ພວກຜູ້ໃຫຍ່ຍົກຕົວຢ່າງບັນຫາທີ່ເກີດຈາກຜູ້ຍິງທີ່ເປັນໃຫຍ່ໃນບ້ານເມືອງໃຫ້ຟັງ ເຖິງຄວາມໂຫດຫ້ຽມອຳມະຫິດທີ່ຜູ້ຍິງມີອຳນາດ ເພື່ອເປັນການສັ່ງສອນວ່າຜູ້ຍິງຄວນຢູ່ໃຕ້ອຳນາດຂອງເພດຊາຍສັງຄົມຈຶ່ງຈະສະຫງົບສຸກ; ຫຼາຍຄັ້ງຜູ້ໃຫຍ່ຫຼາຍຄົນຈະເຂົ້າຂ້າງລູກຫຼານຜູ້ຊາຍໃຫ້ມີສິດມີສຽງໃນການປະຕິບັດຕົວຫຼາຍກວ່າ, ສ່ວນຜູ້ຍິງຕ້ອງສະຫງົບສະຫງຽມຈຽມຕົວ, ເພາະຢ້ານບໍ່ໄດ້ຜົວ; ຜູ້ໃຫຍ່ທົ່ວໄປຈະສັ່ງສອນຕະຫຼອດວ່າການແຕ່ງຕົວໂປ້ເປືອຍຂອງເພດຍິງຈະເປັນບັນຫາຕົ້ນຕໍຂອງການຂົ່ມຂືນ, ແຕ່ພວກເຂົາບໍ່ໄດ້ຍົກບັນຫາການຄວບຄຸມຕົນເອງ ແລະ ໃຊ້ສະໝອງສ່ວນໜ້າໃຫ້ຫຼາຍຂຶ້ນໃນເພດຊາຍເລີຍ; ແຕ່ຖ້າຜູ້ຍິງໄປຂົ່ມຂືນເພດຊາຍທີ່ອາດແຕ່ງຕົວເຍົ້າຍຸໃຫ້ຜູ້ຍິງມີອາລົມທາງເພດ, ເຂົາຄົງຈະຫາວ່າເປັນຜູ້ຍິງທີ່ຊາດຊົ່ວ-ໄຮ້ຢາງອາຍທີ່ສຸດ; ຄຳວ່າ "ຄ່າດອງຕົກ" ຄືຄຳຕີລາຄາຜູ້ຍິງທີ່ເຮົາເຫັນວ່າເປັນຍິງບໍ່ດີ; ຄົນໃນຄອບຄົວຈະພັນລະນາຄວາມດື້ຂອງລູກ ແລະ ຫຼານສາວວ່າ: ເປັນຄວາມກະໂດກກະເດກ, ສ່ວນລູກ ແລະ ຫຼານຊາຍຈະຮັບຄຳວ່າ "ຜູ້ຊາຍມັນກໍ່ຕັ້ງດື້ແນວນີ້ລະ". ຫຼາຍຄັ້ງຜູ້ໃຫຍ່ຈະບໍ່ຮັບຟັງຄວາມຮູ້ສຶກອັນເຈັບປວດ, ອັບອາຍ ຫຼື ເສຍໃຈຂອງເຮົາ ມີແຕ່ຕັດສິນ ແລະ ຊີ້ຂາດວ່າພວກເຂົາເວົ້າຖືກຕ້ອງແລ້ວ, ຫຼາຍຄັ້ງກໍ່ປະນາມ ຫຼື ປະຈານຕໍ່ໜ້າຄົນອື່ນ ຈົນເດັກຮຽນຮູ້ທີ່ຈະປິດບັງຄວາມຮູ້ສຶກກັບພໍ່ແມ່, ຜູ້ປົກຄອງ ເພາະເຫັນວ່າການເປີດເຜີຍຄວາມຮູ້ສຶກເຮັດໃຫ້ຖືກຮູ້ສຶກໄຮ້ຄ່າ.
ຫຼາຍຄັ້ງທີ່ເຮົາໄດ້ຍິນທັດສະນະຄະຕິຂອງຜູ້ຄົນທັງຫຼາຍທີ່ເຊື່ອເລື່ອງບາບບຸນຄຸນໂທດວ່າ: ຍ້ອນເຮັດບຸນມາບໍ່ຫຼາຍພໍຈຶ່ງເກີດເປັນຜູ້ຍິງ, ມີແຕ່ຄົນທີ່ເຮັດບຸນມາຫຼາຍພໍເທົ່ານັ້ນຈຶ່ງຈະເກີດເປັນຜູ້ຊາຍໄດ້. ມັນເຮັດໃຫ້ຜູ້ຍິງມີອັກຄະຕິວ່າຄົນເອງເປັນພວກບາບໜາມາເກີດ, ເປັນເວນເປັນກຳທີ່ຕ້ອງຊົດໃຊ້, ຕອນຍັງນ້ອຍຂ້ອຍຈະອຸທານກັບຕົນເອງສະເໝີວ່າ "ຊາດໜ້າເກີດມາຂໍໃຫ້ເປັນເກີດເປັນຜູ້ຊາຍເດີ ສາທຸ" ເພາະຮູ້ສຶກລັງກຽດໃນເພດກຳເນີດຂອງຕົນເອງ. ຊ່າງເປັນເລື່ອງທີ່ໜ້າເສົ້າແທ້ໆ.
ໃນໂຮງຮຽນເວລາທີ່ເຮົາຖືກໝູ່ເພດຊາຍກໍ່ກວນ, ຄູ (ທີ່ສ່ວນໃຫຍ່ເປັນຜູ້ຍິງ) ຈະເມີນເສີຍ ແລະ ບໍ່ໄດ້ຊ່ວຍແກ່ບັນຫາໃຫ້ເຮົາເລີຍ ແລະ ໂທດວ່າເຮົາອ່ອນແອເກີນໄປ. ແຕ່ຄູຈະວິຈານໜັກກັບການຜິດຖຽງ ແລະ ຕົບຕີກັນລະຫວ່າງເດັກຍິງ ກັບ ເດັກຍິງ ວ່າເຮັດໃຫ້ເສຍກຽດຄວາມເປັນເພດຍິງໄປ.
ໝູ່ເພື່ອນຜູ້ຍິງບາງຄົນເຫັນຜູ້ຊາຍເຮັດຄວາມຮຸນແຮງຕໍ່ເພດຍິງ, ໂດຍສະເພາະສິ່ງທີ່ເຫັນວ່າເປັນການເຮັດໃຫ້ຜູ້ຍິງເສຍກຽດເຊັ່ນ: ການໄປຫອມແກ້ມໂດຍທີ່ເຂົາເຈົ້າບໍ່ໄດ້ເຕັມໃຈ, ເຂົາເຈົ້າຈະເວົ້າວ່າຖ້າຂ້ອຍເປັນຜູ້ຊາຍຂ້ອຍກໍ່ຈະເຮັດແບບນັ້ນຄືກັນ.
ໃນຖະໜົນຫົນທາງຜູ້ຊາຍຈະຮ້ອງມາໃສ່ ຫຼື ຜິວໃສ່, ຄົນທັງຫຼາຍຈະເຫັນວ່າເປັນເລື່ອງປົກກະຕິ ແລະ ຖ້າຜູ້ຍິງໂຕ້ຕອບຈະແມ່ນຄວາມຜິດຂອງຜູ້ຍິງ ຫາກຖືກທຳຮ້າຍທັງທາງຮ່າງກາຍ ແລະ ຈິດໃຈ.
ຫຼາຍຄັ້ງທີ່ການຖ່າຍທອດຄວາມຄິດການໃຊ້ຄວາມຮຸນແຮງ ແລະ ບໍ່ເຄົາລົບເພດຍິງ ແມ່ນເພດຍິງນຳກັນເອງ ເຊັ່ນໃນອົງກອນ ເວລາທີ່ເຮົາເຫັນຜູ້ຍິງບາງຄົນທີ່ເຮົາບໍ່ພໍໃຈ, ເຮົາຈະບອກກັບຜູ້ຊາຍວ່າ "ໄປຈັດການມັນໃຫ້ແດ່" (ໝາຍເຖິງການໄປມີພຶດຕິກຳທາງເພດກັບຜູ້ຍິງຄົນທີ່ເຮົາບໍ່ມັກ) ເຖິງມັນຈະເປັນການເວົ້າຫຼິ້ນ (ແກມແທ້) ແຕ່ມັນກໍ່ສື່ໃຫ້ເຫັນວ່າການມີຄວາມຮຸນແຮງຕໍ່ເພດຍິງເປັນເລື່ອງປົກກະຕິ, ເປັນເລື່ອງເວົ້າຫຼິ້ນເວົ້າຫົວ, ເປັນເລື່ອງຕະຫຼົກ.
ຄັ້ງໜຶ່ງທີ່ຂ້ອຍເລົ່າເລື່ອງຜູ້ຍິງຄົນໜຶ່ງທີ່ເປັນນັກເດີນທາງທ່ອງທ່ຽວໄປທົ່ວປະເທດຈີນ ດ້ວຍຕົ້ນທຶນລາຄາຖືກທີ່ສຸດ ຄືການເດີນທາງໄປບ່ອນຕ່າງໆ ແລະ ເປັນຄົນຮັບຈ້າງໄປ, ນອນໃນບ່ອນລາຄາຖືກໆໄປ ແລະ ຄັ້ງໜຶ່ງຖືກຂົ່ມຂືນຈາກຜູ້ຊາຍຫຼາຍຄົນ ໃຫ້ນັກສຶກສາຟັງ, ບໍ່ໜ້າເຊື່ອວ່າຄຳທີ່ອອກຈາກປາກນັກສຶກສາຍິງເອງທີ່ເວົ້າວ່າ: "ລາວເຕັມໃຈຕິເບາະ?", ທີ່ບໍ່ໜ້າເຊື່ອຍ້ອນຂ້ອຍບໍ່ຄິດວ່າຄົນຮຸ່ນໃໝ່ທີ່ເກີດຕາມຫຼັງຂ້ອຍສິບກວ່າປີ ຈະຍັງມີຄວາມຄິດບໍ່ເທົ່າທຽມ ແລະ ເຄົາລົບນັບຖືຄວາມເປັນເພດຍິງຂອງຕົນເອງໄດ້ເຖິງພຽງນີ້. ຍຸກສະໄໝທົດສະວັດກວ່າທີ່ຜ່ານມາ ມັນຍັງບໍ່ໄດ້ປ່ຽນແປງຄວາມຄິດຂອງຄົນທີ່ເກີດໃໝ່ໃຫຍ່ລຸນໃຫ້ກ້າວຂຶ້ນໄປອີກເທື່ອບໍ?
ຫຼາຍຄັ້ງທີ່ສັງຄົມບັງຄັບໃຫ້ລັງກຽດ, ລົງໂທດ ແລະ ກ່າວຮ້າຍໃຫ້ເພດຍິງຫຼາຍກວ່າເພດຊາຍ. ເຊັ່ນການກ່າວຄຳວ່າ "ຮັກສາກຽດສັກສີຂອງແມ່ຍິງລາວ" ຄ້າຍກັບວ່າແມ່ຍິງຊາດອື່ນບໍ່ມີກຽດ, ບໍ່ມີສັກສີ ແລະ ຜູ້ຊາຍມີກຽດ ແລະ ມີສັກສີອີກແບບໜຶ່ງ ໂດຍຄວາມເທົ່າທຽມໃນຄວາມເປັນມະນຸດໃນທຸກເພດ ແລະ ທຸກຊາດເປັນເລື່ອງສຳຮອງ ແລະ ບໍ່ຄ່ອຍໄດ້ຮັບການຍົກຂຶ້ນມາເວົ້າ.
ຄວາມເປັນແມ່ຍິງມັນຄ້າຍຄືຈະຕ່ຳຕ້ອຍດ້ອຍຄ່າເມື່ອ ເວລາຄຳນຳໜ້າຕຳແໜ່ງຕ່າງໆໃນສັງຄົມ ມັນມີເພດເປັນເພດຊາຍ, ເພາະວ່າເວລາເປັນເພດຍິງຈະຕ້ອງບອກວ່າ: ດຣ ນາງ....., ປອ ນາງ...., ອາຈານ ນາງ......, ຮ້ອຍໂທ ນາງ..... ກຳກັບໄວ້ສະເໝີ. ສ່ວນເວລາທີ່ເປັນເພດຊາຍ ພັດບໍ່ມີຄຳວ່າ "ທ້າວ" ກຳກັບໄວ້.
ໃນງານວັນນະກຳຫຼາຍບົດທີ່ພັນລະນາຄວາມເປັນແມ່ຍິງທີ່ບໍ່ດີ, ດ້ວຍການຄຳນິທ່າທາງ, ການຍ່າງແບບແອວອ່ອນ (ຍ່າງຄືນາງແບບ), ການແຕ່ງຕົວ ແລະ ຕີລາຄາພວກເຂົາດ້ວຍຄຳໝິ່ນປະໝາດຕ່າງໆນາໆ. ທັງທີ່ພວກເຮົາກໍ່ສອນກັນວ່າ "ຢ່າເບິ່ງຄົນແຕ່ພາຍນອກ" ແຕ່ເຮົາກໍ່ຍັງເຮັດຫຍັງທີ່ມັກຂັດແຍ່ງກັນສະເໝີ.
ເມື່ອສັງຄົມປ່ຽນແປງ ຫຼາຍຢ່າງກໍ່ປ່ຽນໄປ, ເຮົາຄິດວ່າສິດທິແມ່ຍິງໄດ້ຮັບການສົ່ງເສີມໃຫ້ດີຂຶ້ນ, ແຕ່ຍັງມີຫຼາຍຢ່າງທີ່ເຮົາຍັງເບິ່ງຂ້າມ ແລະ ເຮັດຫຼັບຫູຫຼັບຕາໃຫ້ມັນຜ່ານໆໄປ ໂດຍສະເພາະແມ່ນການສົນທະນາກັນໃນຄອບຄົວ ທີ່ມີບົດບາດສຳຄັນໃນການຫຼໍ່ຫຼອມ ແລະ ກະຕຸ້ນສະມາຊິກຂອງຄອບຄົວໃຫ້ກາຍເປັນຄົນທີ່ອອກໄປສູ່ສັງຄົມໃນອະນາຄົດ ເພື່ອສົ່ງເສີມຄວາມເຄົາລົບນັບຖືກັນ ແລະ ຫຼຸດຜ່ອນຄວາມຮຸນແຮງໃນເພດຍິງ.
ຄູ່ມືລຸ່ມນີ້ອາດເປັນປະໂຫຍດແກ່ທ່ານໃນການໃຊ້ສົນທະນາ ແລະ ອົບຮົມລູກຫຼານ. ດາວໂຫຼດ ຟຣີ! (ບໍ່ມີໃຜມາຈ້າງໃຫ້ໂຄສະນາ) https://www.respect.gov.au/resources/cald-materials/thai/
"ການປ່ຽນແປງໃນສັງຄົມຈະຕ້ອງໃຊ້ເວລາຫຼາຍທົດສະວັດ, ການປ່ຽນແປງບໍ່ສາມາດເກີດຂຶ້ນໃນຂ້າມຄືນ, ແຕ່ເຮົາໄດ້ເລີ່ມຕົ້ນແລ້ວ"-- Rosie Batty ບຸກຄົນດີເດັ່ນແຫ່ງປະເທດອົດສະຕາລີ ປີ 2015

No comments:

Post a Comment