Saturday, October 20, 2018

ຖ້າໝູນເວລາກັບໄປເປັນເດັກປະຖົມ ແລະ ມັດທະຍົມໄດ້, ຂ້ອຍຢາກຈະກັບໄປເປັນເດັກນ້ອຍທີ່ບໍ່ໄປຮຽນເພີ່ມເພາະມັນໄດ້ເຮັດໃຫ້ຂ້ອຍເສຍເວລາຊີວິດໃນໄວເດັກໄປທັງໝົດ ແລະ ບໍ່ໄດ້ເອົາຄວາມຮູ້ຈາກການຮຽນເພີ່ມເລກ, ເຄມີ, ຟີຊິກ ນັ້ນມາໃຊ້ປະໂຫຍດຮອດ 5% ໃນຊີວິດ, ຂ້ອຍໜ້າຈະຄິດໄດ້ວ່າຄວນຮຽນໃນໂຮງຮຽນກໍ່ພໍຈະໄດ້ເອົາເວລາໄປເຮັດແນວອື່ນທີ່ຕົນເອງມັກ. ແຕ່ຂ້ອຍກໍ່ຢາກຈະເປັນນັກຮຽນເກັ່ງຮອບດ້ານຄືຄົນອື່ນໆ (ທັງທີ່ບໍ່ໄດ້ເປັນດອກ), ຢາກເສັງເຂົ້າຮຽນມະຫາວິທະຍາໄລ, ຢາກໄປຮຽນຕ່າງປະເທດເພາະມັນມີເສັງເລກ, ເຄມີ, ຟີຊິກ ເຖິງແມ່ນວ່າເຮົາອາດຈະຢາກໄປຮຽນໃນສາຍສັງຄົມເຊັ່ນ: ສັງຄົມສາດ, ປະຫວັດສາດ, ການເມືອງ, ການທ່ອງທ່ຽວ, ກົດໝາຍ, ປັດຊະຍາ, ຈິດຕະວິທະຍາ... ອາດຈະໄດ້ໃຊ້ຄະນິດສາດ ແຕ່ບໍ່ໄດ້ໃຊ້ເຄມີກັບຟີຊິກເລີຍ. ພໍ່ກັບແມ່ໜ້າຈະເອົາເງິນສ່ວນນັ້ນສົ່ງເຮົາໄປຮຽນສິ່ງທີ່ເປັນພອນສະຫວັນພິເສດຄື: ດົນຕີ, ສິລະປະ ແລະ ການກິລາຕ່າງໆ ຫຼື ຢ່າງນ້ອຍກໍ່ໄປຮຽນພາສາຕ່າງປະເທດຫຼາຍໆພາສາກໍ່ຍັງດີ, ທີ່ເປັນຄວາມຕ້ອງການໃນການໃຊ້ເພື່ອຄົນຫາຄົນເອງ ແລະ ນຳໄປເປັນວິຊາອາຊີບໄດ້ໃນອະນາຄົດ. ບາງຄົນມັກເຕະບານເປັນຊີວິດຈິດໃຈ ແທນທີ່ຈະໄດ້ໄປເປັນນັກກິລາ ແຕ່ພັດຕ້ອງໄປຮຽນແພດເພາະມັນເປັນຄວາມຝັນຂອງຄົນສົ່ງເງິນໃຫ້ເຮົາຮຽນ, ບາງຄົນມັກແຕ້ມຮູບແຕ່ກໍ່ຕ້ອງໄປຮຽນບໍລິຫານ ເພາະຄິດວ່າການເປັນນັກແຕ້ມມັນເປັນອາຊີບທີ່ບໍ່ສາມາດລ້ຽງຊີບໄດ້.
ວັນເສົາ-ອາທິດແທນທີ່ຈະແມ່ນວັນພັກຜ່ອນ, ເຮັດກິດຈະກຳ ແລະ ຄວາມສາມາດພິເສດຂອງເດັກແຕ່ເຮົາຕ້ອງໄປຮຽນເພີ່ມເປັນເວລາເຄິ່ງມື້ ຮຽນຟີຊິກ 2ຊມ. ຮຽນເຄມີ 2ຊມ ສ່ວນວິຊາເລກຮຽນຫຼັງຈາກເລີກຮຽນແຕ່ຈັນ-ສຸກ. ເພາະຖ້າເຮົາບໍ່ຮຽນເຮົາກໍ່ຈະບໍ່ໄດ້ຮຽນໃນສິ່ງທີ່ຄູຈະໃຊ້ໃນເວລາກວດກາ ແລະ ຄະແນນຂອງເຮົາກໍ່ຈະຕົກ ແລະ ເປັນຍ້ອນຄວາມຮຽນອ່ອນຂອງເຮົາເອງ, ຖ້າເຮົາຮຽນເກັ່ງແທ້ເຮົາກໍ່ບໍ່ຈຳເປັນຈະຕ້ອງໄປຮຽນເພີ່ມອີກ.
ພັກໂຮງຮຽນສາມເດືອນເຮົາໜ້າຈະໄດ້ໄປເຮັດຫຍັງຄັກໆ ແທນທີ່ການມາຮຽນເພີ່ມອີກຄັ້ງ. ແລ້ວເວລາກໍ່ຜ່ານພົ້ນໄປຈົນເຮົາຈົບມັດທະຍົມ ໄວຂອງການຄົ້ນຫາຄວາມສາມາດຂອງຕົນເອງ.
ຕອນນັ້ນເຮົາຮ້ອງເພງ, ຫຼິ້ນດົນຕີ ແລະ ຫຼິ້ນກິລາບໍ່ເປັນຈັກຢ່າງແມ່ນກະທັ່ງທັກສະໃນການເອົາຊີວິດລອດຄືການລອຍນ້ຳ, ກໍ່ພຽງແຕ່ເອົາໂຕອອກໃຫ້ຫ່າງຈາກນ້ຳເພື່ອຈະໄດ້ບໍ່ຈົມນ້ຳຕາຍກໍ່ເທົ່ານັ້ນ (ເພາະເຮົາກົ້ມໜ້າກົ້ມຕາຮຽນແຕ່ໜັງສື, ບໍ່ເຮັດກິດຈະກຳອື່ນ ເພື່ອອະນາຄົດຈະໄດ້ດີຄືເພິ່ນວ່າ, ແຕ່ປານນັ້ນຍັງຮຽນບໍ່ເກັ່ງຢູ່ ) ຫຼື ເປັນຍ້ອນເຮົາເອງທີ່ບໍ່ຊອກບໍ່ຂົນຂວາຍຫາ, ເພາະຄົນອື່ນທີ່ມີຄວາມສາມາດກໍ່ເຕັມໄປໝົດຢູ່. ຈົນທຸກວັນນີ້ຕ້ອງມານັ່ງຖາມ, ມານັ່ງໂຫຍຫາຕົນເອງໃນດ້ານທີ່ເຮົາບໍ່ເຄິີຍເຮັດໃຫ້ມັນໄດ້ສົມຫວັງຈັກເທື່ອທັງດ້ານດົນຕີ, ສິລະປະ ແລະ ກິລາ. ແລະ ມັນໄດ້ກາຍເປັນອາຊີບທີ່ມີຄ່າໂຕແພງໃນປັດຈຸບັນ.
ທັງທີ່ເວລາຮຽນເຮົາກໍ່ຫຼາຍຊົ່ວໂມງແຕ່ 8 ໂມງເຊົ້າຮອດ 4 ໂມງແລງ (ຍັງບໍ່ນັບເວລາຮຽນເພີ່ມ) ແຕ່ເປັນຫຍັງຜົນໄດ້ຮັບກໍ່ຍັງເປັນແບບນີ້ https://muan.sanook.com/41175/
ຫຼືວ່າເຮົາຄວນຫົວຂວັນຂໍ້ມູນນີ້ຄືຄົນເກັ່ງໆຫຼາຍຄົນເຮັດມາ ແລ້ວກໍ່ບອກກັນໄປວ່າເປັນຍ້ອນໂຕເອງບໍ່ຕັ້ງໃຈເອງ, ເຮົາບໍ່ຕ້ອງໄປໂທດລະບົບ, ຄິດບວກ... ກົ້ມໜ້າຮຽນໄປໃຫ້ມັນເກັ່ງທີ່ສຸດໃນໂຮງຮຽນ ແລ້ວໄປເສັງໄປຕ່າງປະເທດດ້ວຍລະບົບອຸປະຖຳທີ່ເຂົາໃຫ້ແລ້ວເຮົາກໍ່ຈະຫຼຸດພົ້ນຈາກລະບົບນັ້ນໄປ.
ຖ້າເຮົາເກີດເປັນລູກຄົນບໍ່ມີເງິນ, ບໍ່ໄດ້ໄປຈ້າງຮຽນເພີ່ມຄືຕອນນັ້ນ ແລະ ຮຽນໃນລະບົບມາຕະຫຼອດ ເຮົາຈະຍັງໄດ້ເຂົ້າຮຽນມະຫາວິທະຍາໄລນຳໝູ່ຢູ່ບໍ່?

Wednesday, October 17, 2018

ຂ້ອຍບໍ່ມີເງິນຈ້າງເຂົ້າເຮັດວຽກ

ຄົນອອກມາສະເໜີບັນຫາທີ່ມີ ແລະ ມັນເກີດຂຶ້ນແລ້ວໃນສັງຄົມ ບອກວ່າຄິດເບິ່ງວ່າຜົນກະທົບຊິໄປເຖິງຄົນຮຸ່ນຕໍ່ໄປແນວໃດ? ການທີ່ບໍ່ເວົ້າຫຍັງແລ້ວປ່ອຍໃຫ້ສິ່ງທີ່ເຮົາເອງຍັງຮັບບໍ່ໄດ້ ແຕ່ບໍ່ພະຍາຍາມເວົ້າຫຍັງ, ບໍ່ສະແດງຄວາມຄິດຫຍັງຕ່າງຫາກທີ່ຄົນຮຸ່ນຕໍ່ໄປຈະຫັນມາຖາມເຮົາວ່າ ເປັນຫຍັງຕ້ອງສົ່ງຕໍ່ສິ່ງທີ່ຕົນເອງບໍ່ມັກໃຫ້ຄົນອື່ນແບບນີ້ ຫຼື ວ່າການບໍ່ເວົ້າຫຍັງດີແລ້ວ?
ກໍ່ແມ່ນວ່າບາງຄົນບໍ່ເຄີຍມີທັງເສັ້ນສາຍທັງເງິນ ແຕ່ກໍ່ໄປດ້ວຍຕົນເອງຫຼາຍບ່ອນ, ແຕ່ມັນຄືຈັກເປີເຊັນຂອງຄົນທັງໝົດ? ບຸກຄະລາກອນທີ່ມີໂອກາດຄືຄົນເກັ່ງຫຼາຍໆຄົນທີ່ມີໂອກາດປັດຈຸບັນມັນພຽງພໍແລ້ວບໍ່?
ເປັນເລື່ອງດີທີ່ຄົນອອກມາບອກເຮົາວ່າເຂົາເຈົ້າເກັ່ງໄດ້ດ້ວຍຕົນເອງ, ບໍ່ມີທັງເງິນ ແລະ ເສັ້ນສາຍຫຍັງ, ແຕ່ໂອກາດທີ່ຕົນເອງໄດ້ຮັບມັນຄືກັບໂອກາດທີ່່ຄົນອື່ນໄດ້ຮັບບໍ່?, ແລ້ວຕົ້ນທຶນຊີວິດຂອງຄົນອື່ນເດບາງຄົນບໍ່ມີໂອກາດໄດ້ຮຽນໃນໂຮງຮຽນທີ່ດີ, ບໍ່ໄດ້ພົບຄູທີ່ດີ ...ເປັນຫຍັງຕ້ອງຫົວຂວັນຕອນຂຶ້ນຕົ້ນຄລິບ ເພາະມັນອາດຈະແມ່ນເລື່ອງເສົ້າໂສກຂອງຄົນອື່ນຢູ່. ການເວົ້າວ່າມີເງິນຈ້າງເຂົ້າເຮັດວຽກ ຫຼື ບໍ່ມີເງິນຈ້າງເຂົ້າເຮັດວຽກມັນບໍ່ໄດ້ເປັນເລື່ອງຕະຫຼົກແມ່ນແຕ່ນ້ອຍ.
ທີ່ຄົນອອກມາເວົ້າເລື່ອງນັ້ນບໍ່ແມ່ນການຕີລວດກວາດພຽງ ແຕ່ສະແດງວ່າເຂົາເຈົ້າບໍ່ຢາກໃຫ້ມີບັນຫານັ້ນເກີດຂຶ້ນອີກ, ຢາກໃຫ້ທຸກຄົນໄດ້ເຄົາລົບສິດຂອງກັນ ແລະ ກັນ, ຫັນມາແຂ່ງຂັນກັນແບບໂປ່ງໃສ ແລະ ກວດສອບໄດ້. ຄົນອື່ນໆຈະໄດ້ຮູ້ສຶກວ່າຕົນເອງມີຄ່າຄວາມເປັນຄົນຄືກັນ ຫຼື ເຮົາຈະຖຽງວ່າສິ່ງທີ່ເກີດຂຶ້ນຜ່ານມາຍັງຢູ່ໃນລະດັບທີ່ຮັບໄດ້.
ເຮົາຍັງຢາກປ່ອຍໃຫ້ມີຄົນເກັ່ງບາງກຸ່ມ ແລະ ຄົນທີ່ເຫຼືອກໍ່ຈັດການຊີວິດຕົນເອງໄປ, ແຕ່ລະບົບຈະບໍ່ມາຊ່ວຍໃຫ້ຄົນອື່ນໆດີຂຶ້ນເລີຍບໍ່? ຢ່າງນ້ອຍຄວນໃຫ້ເຂົາເຈົ້າໄດ້ພົບສິ່ງທີ່ເຂົາເຈົ້າຮັກ, ເຂົາເຈົ້າຖະໜັດ ແລະ ສາມາດເຂົ້າສູ່ວົງການອາຊີບໄດ້ຈາກການຄົ້ນພົບຕົນເອງເຖິງແມ່ນວ່າຈະບໍ່ໄດ້ໄປຮຽນຕ່າງປະເທດ, ແລ້ວມີໃຜສອນເຂົາເຈົ້າ ຫຼື ຍັງ? ຖ້າພວກເຈົ້າຄິດວ່າລະບົບການສຶກສາພາຍໃນມັນດີພໍ ພວກເຈົ້າຄົງຈະບໍ່ເອົາຕົວລອດດ້ວຍການດີ້ນຮົນ (ຈົນເມື່ອຍປາງຕາຍ) ເພື່ອແລ່ນໜີອອກໄປຮຽນຕ່າງປະເທດ, ປ່ອຍໃຫ້ຄົນອື່ນໆທີ່ຢູ່ໃນລະບົບການສຶກສາແບບນີ້ ແລ້ວພວກເຈົ້າກໍ່ກັບມາຊ້ຳເຕີມ ແລະ ຫົວຂວັນ, ນີ້ບໍ່ສິ່ງທີ່ໄດ້ໄປຮ່ຳຮຽນມາຫຼາຍຟ້າຫຼາຍປີ, ສິ່ງທີ່ໄດ້ຈາກປະເທດພັດທະນາແລ້ວ, ເຂົາສອນກັນໃຫ້ມາຫົວຂວັນຄວາມເປັນມະນຸດຂອງຄົນອື່ນແນວນີ້ບໍ່?. ແທນທີ່ຈະມາຊ່ວຍປົດເປື້ອງ ແລະ ຫຼຸດທອນຄວາມບໍ່ເທົ່າທຽມໃຫ້ໝົດໄປ, ແຕ່ແລ່ນມາບອກວ່າຕົນເອງເກັ່ງກວ່າຄົນອື່ນແນວໃດກໍ່ເທົ່ານັ້ນ.
ລະບົບອຸປະຖຳຄ້ຳຊູຈາກຄົນມີເງິນບາງກຸ່ມ, ຈາກອົງກອນບາງອົງກອນ, ຈາກປະເທດບາງປະເທດມັນບໍ່ສາມາດກະຈາຍຄວາມຊ່ວຍເຫຼືອໄດ້ທົ່ວເຖິງໃຫ້ໝົດທຸກຄົນໄດ້ ຖ້າຄົນໃນປະເທດບໍ່ຊ່ວຍກັນແກ້ໄຂໃຫ້ມີລະບົບທີ່ທຸກຄົນໄດ້ມີໂອກາດເທົ່າທຽມກັນ.

ຈະປັ່ນລົດຖີບໃຫ້ໄວປານໃດ, ມັນກໍ່ບໍ່ທັນລົດໄຟໄດ້ ເພາະລະບົບມັນຕ່າງກັນ.

https://www.facebook.com/songkharmnumlai/videos/1910243839055030/?eid=ARB32vm57XBnOMgQv8dsIaj4EUWFIpCyuOmVY8WdMprR5-v-aKAbBTQ1kxHRSE4m1DnAO4SBsiNua3N8

Sunday, October 14, 2018

ອາຊີບທີ່ຮັກສຸດຫົວໃຈ


ໃນຊີວິດຂອງມະນຸດຄົນໜຶ່ງ ເຮົາອາດຈະຕ້ອງໄດ້ເຮັດຫຼາຍບົດບາດ, ຫລາຍໜ້າທີ່ ແລະ ຫຼາກຫຼາຍອາຊີບ. ແຕ່ທີ່ສຸດຂອງຊີວິດໃນການຄົ້ນຫາຕົວຕົນຂອງຄົນໆໜຶ່ງເຮົາຈະຕ້ອງເປັນຢູ່ສອງບົດບາດສະເໝີຄື: ຜູ້ຮຽນ ແລະ ຜູ້ຖ່າຍທອດ.
ການຮຽນຄືການພັດທະນາຕົນເອງຢູ່ຢ່າງບໍ່ມີວັນສິ້ນສຸດ, ການເປິດໃຈເປັນຜູ້ຮຽນທີ່ດີຄືການບໍ່ຖືຕົວວ່າພຽງພໍແລ້ວ, ເປີດໃຈຮັບສິ່ງໃໝ່ດ້ວຍຫົວໃຈທີ່ໄຮ້ດຽງສາ, ດ້ວຍຫົວໃຈທີ່ບໍ່ຄັບແຄບ, ພ້ອມທີ່ຈະຮັບຮູ້ຄວາມແຕກຕ່າງຫຼາກຫຼາຍ ແລະ ເຂົ້າໃຈມັນຢ່າງເລິກເຊິ່ງ. ຜູ້ຮຽນທີ່ດີຕ້ອງເປີດໃຈຟັງ, ຕ້ອງບໍ່ເຊື່ອໃນສິ່ງນັ້ນງ່າຍໆ, ຕ້ອງຕັ້ງຄຳຖາມ ແລະ ຕ້ອງກ້າສະແດງຄວາມເຫັນທີ່ແຕກຕ່າງ.
ການຖ່າຍທອດຄືການສົ່ງຄວາມຮູ້ນັ້ນໄປສູ່ຜູ້ອື່ນ, ຄວາມຮູ້ເປັນສິ່ງດຽວທີ່ຍິ່ງຖ່າຍທອດຍິ່ງເພີ່ມພູນຂຶ້ນເລື້ອຍໆ. ຄູທີ່ດີຈະບໍ່ບອກຄຳຕອບໃຫ້ຜູ້ຮຽນ, ແຕ່ຄູຈະເປັນຜຸູ້ສົ່ງເສີມໃຫ້ເຮົາຫາຄຳຕອບນັ້ນດ້ວຍຕົວເຮົາເອງ. ຄູທີ່ດີບໍ່ແມ່ນຄູທີ່ຕອບສະໜອງຄວາມຄາດຫວັງຂອງຕົນເອງ ແລະ ຜູ້ຮຽນດ້ວຍການເອົາຄະແນນເປັນຕົວຕັ້ງ. ຄູທີ່ດີບໍ່ແມ່ນຄູທີ່ຍ້ອງເຮົາໃນຍາມທີ່ເຮົາເຮັດໄດ້ດີ ຫຼື ເມີນເສີຍຍາມເຮົາເຮັດຜິດ, ແຕ່ຄູທີ່ກ້າຮ້າຍ ແລະ ສັ່ງສອນເຮົາເວລາເຮົາເຮັດຜິດຕ່າງຫາກທີ່ຈະເຮັດໃຫ້ເຮົານຳເອົາໄປປັບປຸງຕົນເອງໄດ້.
ໃນວັນທີ່ເຮົາຖອດຄາບຂອງນັກຮຽນອອກໄປໃຊ້ຊີວິດຈິງໃນສັງຄົມເຮົາຈະພົບວ່າການຮຽນຮູ້ນັ້ນຍາກກວ່າຮຽນໃນໂຮງຮຽນອີກຫຼາຍເທົ່າ. ໃນຊີວິດຈິງບໍ່ມີຄະແນນ, ບໍ່ມີຖືກທີ່ສຸດຫຼືຜິດທັງໝົດ, ຊີວິດບໍ່ມີຂາວບໍລິສຸດ ແລະ ດຳລ້ວນ, ແຕ່ມັນຄືການສະແດງບົດບາດດ້ວຍການລອງຜິດລອງຖືກຢູ່ຕະຫຼອດເວລາ.
ຄົນມັກຄາດຫວັງໃຫ້ຄູເປັນຄົນທີ່ດີທີ່ສຸດ, ຄູຕ້ອງເປັນແບບຢ່າງ, ຄູຕ້ອງເກັ່ງ...ແຕ່ຄູທີ່ຫາຍາກທີ່ສຸດຄືຄູທີ່ຫັກລ້າງທຸກຄວາມເຊື່ອ ແລະ ສອນໃຫ້ເຮົາເຊົາເຊື່ອໃຫ້ໄດ້.

Stand for yourself!

ບາງຄັ້ງເຮົາກໍ່ເຮັດໂຕເປັນຊິງໄປຊັ່ງນ້ຳໜັກຂອງຄົນອື່ນຢູ່ຕະຫຼອດເວລາ, ໂດຍທີ່ບໍ່ຄຳນຶງວ່າມາດຕະຖານການຊັ່ງນ້ຳໜັກມີການຄິດຄົ້ນ ແລະ ປະຫວັດຄວາມເປັນມາຢ່າງຍາວນານ. ຄົນເກຣັກບູຮານໃຊ້ເປັນອຸປະກອນສຳຄັນໃນການຄ້າຂາຍ ແລະ ເປັນທີ່ຖົກຖຽງກັນໃນວົງນັກວິຊາການລະດັບສູງເຖິງຄວາມໜັກ ແລະ ຄວາມເບົາຂອງວັດຖຸທາດຕ່າງໆ.
ສັນນິຖານວ່າເຄື່ອງຊັ່ງອັນທຳອິດຂອງໂລກແມ່ນຖືກຄົ້ນພົບໃກ້ກັບຮ່ອມພູແມ່ນ້ຳສິນທຸມີອາຍຸປະມານ 2000 ປີກ່ອນ ຄສ. ໂດຍເປັນເຄື່ອງຊັ່ງນ້ຳໜັກແບບປຽບທຽບ ຫຼື ທີ່ເປັນລັກສະນະເປັນຕາຊັ່ງທີ່ມີວັດຖຸຄານເປັນສອງສົ້ນ. ລະບົບນີ້ມີຄວາມຖືກຕ້ອງຫຼາຍ, ແຕ່ກໍ່ໂກງກັນງ່າຍ.
ໃນສະຕະວັດທີ 18 ໃນຍຸກປະຕິວັດອຸດສາຫະກຳໃນເອີລົບ ໄດ້ມີການຄິດຄົ້ນການຊັ່ງນ້ຳໜັກດ້ວຍຊິງທີ່ມີໄສ້ເສືອ (ລໍຊໍ). ປີ 1940 ໄດ້ມີການນຳເອົາອຸປະກອນ Electronic ມາເປັນສ່ວນປະກອບໃນການເຮັດຊິງ; ເຮັດໃຫ້ຊິງມີຄວາມທ່ຽງກົງຫຼາຍຂຶ້ນ. ໃນຕົ້ນສະຕະວັດທີ 20 ຊິງໄດ້ຖືກຜະລິດຫຼາກຫຼາຍຮູບແບບ, ທັນສະໄໝ ແລະ ລາຄາຖືກລົງຈົນເຮັດໃຫ້ຄົນທຳມະດາສາມັນສາມາດຄອບຄອງຊິງໄວ້ໃຊ້ພາຍໃນຄົວເຮືອນຂອງຕົນເອງໄດ້ ເຊັ່ນດຽວກັບພໍ່ຄ້າຄົນຮັ່ງມີໃນສະໄໝກ່ອນ.
1kg=1000g= 10ຂີດ.
ສັນຍາວ່າຈະບໍ່ໄປຊັ່ງນ້ຳໜັກຂອງໃຜດ້ວຍປາກຂອງເຮົາອີກແລ້ວຖ້າບໍ່ໄດ້ໄປເຮັດຕາຕະລາງຊັ່ງນ້ຳໜັກນຳກັນກັບຄົນນັ້ນ.
ການທີ່ຄົນເຮົາຈະຕຸ້ຍຈະຈ່ອຍຖ້າມັນບໍ່ໄດ້ໜັກຫົວໃຜມັນກໍ່ເປັນສິດຂອງເຮົາ.
ປລ: ຂ້ອຍກິນເຂົ້າມື້ລະສີ່ຄາບ ແລະ ບໍ່ຕິຂອງກິນ (ຍົກເວັ້ນປາດຸກ)
ອອກກຳລັງກາຍຕາມຄວາມພໍໃຈ
ນ້ຳໜັກເທົ່າເດີມມາ 10 ປີ.
ບໍ່ເຄີຍກິນຢາຫຼຸດຄວາມຕຸ້ຍ, ແຕ່ກິນນົມເພີ່ມນ້ຳໜັກພັດຍັງເທົ່າເດີມ (ຊື້ເສຍເງິນ).
ການທີ່ເຮົາຢາກເປັນຄົນແບບໃດມັນເປັນສິດຂອງເຮົາທີ່ຈະເລືອກ. ການທີ່ເຮົາເລືອກແລ້ວວ່າຈະເປັນແນວໃດ ແລະ ມີຄວາມສຸກກັບມັນກໍ່ຢ່າໄປໃສ່ໃຈກັບຄຳຕັດສິນຂອງຄົນອື່ນໃຫ້ເສຍເວລາ.
ເມື່ອນ້ຳໜັກເປັນສ່ວນໜຶ່ງຂອງແຮງດຶງດູດຂອງໂລກ, ຈົ່ງໃຊ້ນ້ຳໜັກຂອງເຮົາຢຽບ ແລະ ຢືນໃນໂລກໜ່ວຍນີ້ຈົນສິ້ນລົມຫາຍໃຈ. ຢ່າໄປຮັບເອົາໂລກທີ່ຄົນອື່ນໂຍນມາໃຫ້ເຮົາແບກພຽງເພາະເຮົາບໍ່ກ້າຢືນຂຶ້ນເພື່ອຕົວເຮົາເອງ.
Stand for yourself!

ເວລາຂອງເຮົາຢູ່ໃສ?

ໃນຊີວິດຂອງມະນຸດຄົນໜຶ່ງເຮົາຄິດວ່າເຮົາມີເວລາເຮັດເພື່ອຄວາມຫວັງ, ຄວາມຝັນ ແລະ ຄວາມປາດຖະໜາໃນຫົວໃຈຂອງຕົນເອງຫຼາຍປານໃດ?
ຕອນເດັກເຮົາຖືກສັ່ງສອນໃຫ້ເປັນເດັກດີ, ເດັກຄຳຮູ້ ດ້ວຍການເປັນສິດທີ່ດີຂອງຄູ, ເປັນລູກທີ່ດີຂອງພໍ່ແມ່, ເປັນຫຼານທີ່ດີຂອງອາວອາປ້າລຸງ ເຮົາຈຶ່ງຈະໄດ້ຮັບຄວາມຮັກ ແລະ ສົນໃຈ. ຖ້າເຮົາບໍ່ເຮັດຕາມເຂົາຈະຂຶງຕາໃສ່ເຮົາດ້ວຍຄຳທີ່ອອກຈາກປາກວ່າ: ພວກຂີ້ດື້, ບໍ່ຟັງຄວາມ. 
ເຮົາຈະເລືອກຮຽນສາຍທີ່ພໍ່ແມ່ຢາກໃຫ້ເຮົາຮຽນ, ເຮົາພະຍາຍາມຕັ້ງໃຈຮຽນເພື່ອບໍ່ຢາກໃຫ້ພໍ່ແມ່ເສຍໃຈ, ຖ້າເຮົາຮຽນໄດ້ຮຽນດີພໍ່ແມ່ກໍ່ຈະໄດ້ມີໜ້າມີຕາ, ໄປໃສກໍ່ຈະໄດ້ "ອວດລູກ" ໃຫ້ຄົນອື່ນຟັງ.
ຍາມຮຽນເຮົາຈະບໍ່ໂຕ້ຖຽງກັບຄູ ເພາະນັ້ນໝາຍເຖິງການເປັນລູກສິດທີ່ອວດສະຫຼາດ, ຫົວລ້ານລື່ນຄູ, ແລະ ມັນໝາຍເຖິງຄະແນນທີ່ອາດຈະຕົກຕ່ຳ ແລະ ບໍ່ໄດ້ໃບຍ້ອງຍໍ.
ຖ້າເຮົາມີແຟນໃນຕອນຮຽນສັງຄົມຈະຕີກາໃສ່ໜ້າວ່າເຮົາເປັນພວກ "ໃຈແຕກ".
ພໍເຮົາເຕີບໃຫຍ່ ແລະ ຮຽນຈົບເຮົາກໍ່ຈະຖືກຄາດຫວັງໃຫ້ຫາວຽກດີໆເຮັດ, ສ້າງຄອບຄົວ, ແຕ່ງງານ ແລະ ມີລູກ.
ເຮົາຖືກບີບບັງຄັບໃຫ້ແຕ່ງງານກັບຄົນທີ່ຫາກໍ່ຄົບ ພຽງເພາະອາຍບ້ານອາຍເມືອງ ແລະ ເປັນຂີ້ປາກຂອງໄທບ້ານ. ແຕ່ຄົນເຫຼົ່ານັ້ນບໍ່ເຄີຍມາຊົດໃຊ້ ແລະ ທົດແທນເວລາໃນຊີວິດຂອງເຮົາທີ່ພວກເຂົາທຳລາຍດ້ວຍວາຈາຂອງເຂົາເລີຍແມ່ນແຕ່ຄັ້ງດຽວ.
ເມື່ອມີລູກ, ເຮົາຕ້ອງທຸ່ມເທເວລາທັງໝົດເພື່ອລ້ຽງ ແລະ ສັ່ງສອນລູກໃຫ້ເປັນຄົນດີ ຄົນຈຶ່ງນັບໜ້າຖືຕາວ່າເຮົາລ້ຽງລູກເປັນ. ທັງຍັງຕ້ອງຕອບແທນບຸນຄຸນພໍ່ແມ່ ສັງຄົມຈຶ່ງຈະຍົກຍ້ອງວ່າເຮົາເປັນລູກກະຕັນຍູ-ກະຕະເວທີ, ບໍ່ແມ່ນຄົນບາບໜາທີ່ຕ້ອງໄປຕົກນາລົກໝົກໄໝ້.
ແລ້ວເຮົາໄດ້ມີເວລາເຮັດເພື່ອຄວາມຝັນຂອງຕົນເອງຕອນໃດ?
ສຸດທ້າຍຖ້າເຮົາເປັນພວກທີ່ບໍ່ປະສົບຜົນສຳເລັດ; ຄົນທັງຫຼາຍກໍ່ຈະບອກວ່າເຮົາເປັນພວກໂງ່ງ່າວ, ເອົາແຕ່ຫຼິ້ນແຕ່ກິນ, ບໍ່ຮູ້ຈັກສ້າງຊີວິດຂອງຕົນເອງ.

ເປັນຫຍັງຜູ້ຊາຍ "ບໍ່ເສຍຫາຍຫຍັງຢູ່ແລ້ວ"?

ການປະກາດໃຫ້ຄົນອື່ນຮູ້ຫຼືບໍ່ຮູ້ມັນເປັນຄວາມພໍໃຈຂອງທັງສອງຝ່່າຍ. ທັງສອງຄວນມີສິດໃນການຈະປະກາດຫຼືບໍ່ປະກາດ ທັງສອງຄົນຕ້ອງເຄົາລົບສິດທິຂອງກັນ ແລະ ກັນ. ແຕ່ການໃຫ້ກຽດຝ່າຍຍິງບໍ່ແມ່ນການທີ່ມາເບິ່ງວ່າເສຍຕົວ ແລະ ບໍ່ເສຍຕົວ. ເພາະທຸກເພດທີ່ບັນລຸຄວາມເປັນຜູ້ໃຫຍ່ ແລະ ມີຄວາມຮັບຜິດຊອບພໍ ຄວນມີສິດທິເໜືອຮ່າງກາຍຂອງຕົນເອງ, ໃນການຄິດ ແລະ ຕັດສິນໃຈ. 
ປະໂຫຍກທີ່ວ່າ "ຂ້ອຍເປັນຜູ້ຊາຍບໍ່ເສຍຫາຍຫຍັງຢູ່ແລ້ວ" ມັນກໍ່ເປັນພຽງຄຳທີ່ເອົາໄວ້ສະໜັບສະໜູນຄ່ານິຍົມຂອງສັງຄົມທີ່ມີຊາຍເປັນໃຫຍ່ ທີ່ຜູ້ຊາຍເຮັດຫຍັງກໍ່ບໍ່ຜິດ. ແລ້ວຜູ້ຍິງເຮັດຫຍັງກໍ່ເປັນຝ່າຍຜິດ. ຖ້າຈະໃຫ້ກຽດ, ມັນຕ້ອງເທົ່າທຽມກັນທັງສອງຝ່າຍ, ຜິດກໍ່ຜິດນຳກັນ, ຖືກກໍ່ຖືກນຳກັນ.
ແນວຄິດໃນຄລິບນີ້ເທົ່າກັບເປັນການຕີກາໃສ່ໜ້າແມ່ຍິງທີ່ເຄີຍເຮັດຜິດພາດ ແລະ ລວມທັງເລື່ອງທີ່ບໍ່ໄດ້ຜິດພາດຫຍັງແຕ່ເຮົາຄິດວ່າມັນຜິດໃນເລື່ອງເພດສຳພັນວ່າ "ພວກແມ່ຍິງຊົ່ວ, ໃຈແຕກ, ພວກບໍ່ມີກຽດສັກສີ, ພວກທີ່ເຮັດໃຫ້ສັງຄົມແປດເປື້ອນ", ຕ້ອງປົກປິດຕ້ອງເກັບເປັນຄວາມລັບ, ແລ້ວພວກຜູ້ຊາຍຈະເຮັດຫຍັງແນວໃດກໍ່ໄດ້. ແລ້ວແມ່ຍິງເຫຼົ່ານັ້ນຈະບໍ່ມີບ່ອນຢືນໃນສັງຄົມອັນດີງາມເລີຍຫວາ. ແລ້ວແມ່ຍິງທີ່ເປັນຮ້າງເປັນໝ້າຍເດ, ພວກເຂົາຜ່ານການແຕ່ງງານມາແລ້ວ ມັນຍິ່ງຈະບໍ່ເປັນການໜ້າອາຍຫວາທີ່ຈະໄປຢືນສູ້ໜ້າໃຜໆ ເພາະພວກເຂົາກໍ່ມີເພດສຳພັນມາແລ້ວນັບຄັ້ງບໍ່ຖ້ວນ. ແລ້ວຄົນທີ່ຖືກຂົ່ມຂືນມາເດ, ພວກເຂົາຕ້ອງເຈັບປວດທໍລະມານຈາກຄ່ານິຍົມແບບນີ້ອີກຕັ້ງເທົ່າໃດ. ແລະ ຢາກຖາມວ່າຜູ້ຊາຍທີ່ຖືກຂົ່ມຂືນຈະບໍ່ຮູ້ສຶກເສຍໃຈຫຍັງເລີຍບໍ່? ຈະຮູ້ສຶກວ່າໂຕເອງມີແຕ່ໄດ້ກັບໄດ້ບໍ່?
ຫຼາຍຄົນອາດຖຽງວ່າ ຈະເວົ້າຫຍັງຫຼາຍກໍ່ປະເພນີອັນດີງາມເຮົາເປັນແບບນີ້. ພວກທີ່ຕໍ່ສູ້ເພື່ອແມ່ຍິງກໍ່ມີແຕ່ຂີ້ຂ້າຄວາມຄິດແບບຕາເວັນຕົກທັງນັ້ນແຫຼະ.
ແລ້ວປະເພນີທີ່ວ່ານີ້ເຮົານັບເອົາຈາກໃສມາ???
ໄປອ່ານວັນນະກຳທ້າວຮຸ່ງທ້າວເຈືອງແດ່ກໍ່ດີ, ເຮົາຈະເຫັນທັດສະນະຄະຕິເລື່ອງເພດຂອງຄົນບູຮານເປັນແນວໃດກັນແທ້.
ຫຼືຈະຖຽງວ່າມັນເກົ່າໂພດ, ຕ້ອງເອົາຕາມການປັບຕົວຂອງຄົນສະໄໝໃໝ່. ແລ້ວໃໝ່ທີ່ວ່ານີ້ແມ່ນນັບຈາກຕອນໃດມາ????
ກ່ອນໜ້ານີ້ປະມານ 4 ຮຸ່ນຄົນລາວເອົາເມຍໄດ້ຫຼາຍຄົນ (ລະບົບຜົວດຽວຫຼາຍເມຍ) ແລະ ແຕ່ງງານແບບບັງຄັບຈາກຜູ້ໃຫຍ່ (ສ່ວນໃຫຍ່ແມ່ນເພື່ອຜົນປະໂຫຍດທາງຊັບສິນຂອງຄອບຄົວ). ຊາດຕາເວັນຕົກເຂົ້າມາລ່າເມືອງຂຶ້ນພວກເຂົາສັ່ງສອນການຮັກນວນສະຫງວນຕົວຂອງສາວຜູ້ດີ, ການມີຜົວດຽວເມຍດຽວ ແລະ ການແຕ່ງງານໂດຍສະໝັກໃຈ. ການທີ່ມີຄວາມຮັກແບບສະໄໝໃໝ່ ແລະ ສະໝັກໃຈເປັນເລື່ອງທີ່ດີ. ແຕ່ເຮົາມີບໍ່ຈັກປີມາຢ່າໄດ້ claim ວ່າມັນເປັນຂອງຕົນມາແຕ່ເກົ່າແຕ່ກ່ອນ.
ຖ້າຈະໃຫ້ກຽດແມ່ຍິງໃນຖານະມະນຸດຄົນໜຶ່ງບໍ່ວ່າຄວາມຜິດພາດນັ້ນມັນຈະຮ້າຍແຮງເທົ່າໃດ (ແລະຕ້ອງບໍ່ຖືວ່າເປັນຄວາມຜິດພາດ, ຕາບໃດທີ່ມັນບໍ່ໄດ້ທຳຮ້າຍສະພາບຈິດໃຈ, ສຸຂະພາບ, ຊັບສິນຂອງຕົນ ແລະ ຜູ້ອື່ນ ແລະ ຕ້ອງເທົ່າທຽມກັບຄວາມບໍ່ໄດ້ເສຍຫາຍຫຍັງໃນເພດຊາຍ), ພວກເຂົາຄວນຈະໄດ້ຢືນໃນສັງຄົມທີ່ຍັງໃຫ້ຄ່າ, ໃຫ້ກຽດ, ໃຫ້ພວກເຂົາມີຊີວິດທີ່ດີຕໍ່ໄປ ແລະ ມີຄວາມສະເໝີພາບເທົ່າທຽມກັນທຸກເພດ, ດ້ວຍການທີ່ບໍ່ໄປຕີລາຄາວ່າໃຜເປັນຄົນຜິດ, ໃຜເປັນຄົນຖືກໃນເຫດການດຽວກັນ, ໃຜເສຍຕົວ-ໃຜເສຍປຽບ, ໃຜໄດ້ປຽບ (ການມີເພດສຳພັນແບບສະໝັກໃຈ). ແຕ່ຖ້າເປັນການຂົ່ມຂືນກໍ່ວ່າໄປຕາມຂະບວນການທາງກົດໝາຍ. ເພາະການຮັກສາຊີວິດໄວ້ໄດ້ຖືວ່າເປັນສິ່ງທີ່ມີຄ່າທີ່ສຸດຂອງມະນຸດເໜືອຊັບສິນໃດໆແລ້ວ.
ຢ່າໃຫ້ຍຸດທະສາດທີຫ້າໃນການພັດທະນາແບບຍືນຍົງເປັນພຽງທິດສະດີທີ່ຂຽນໄວ້ຢ່າງສວຍງາມໃນແຜນພູມລຸ່ມນີ້, ແຕ່ຄວາມຄິດຂອງພົນລະເມືອງຍັງລ້າຫຼັງ, ເພາະໃຜກໍ່ເວົົ້າຕາມໆກັນມາ.
https://issuu.com/…/docs/one_20un_20brochure_20for_20issuu/6

ທ່ານສອນລູກກ່ຽວກັບສິດທິຍິງຊາຍແນວໃດ?

ທ່ານສອນລູກກ່ຽວກັບສິດທິຍິງຊາຍແນວໃດ?

ຫາກໍ່ເວົ້າເລືີ່ອງຄວາມບໍ່ເທົ່າທຽມກັນລະຫວ່າງຍິງ-ຊາຍມາບໍ່ຈັກມື້ກໍ່ໄດ້ອ່ານບົດຄວາມນີ້.
ເຮົາເວົ້າກັນຫຼາຍໃນການສົ່ງເສີມບົດບາດຍິງ-ຊາຍ ກ່າວກັນແຕ່ບັນຫານ້ອຍໆຮອດບັນຫາໃຫຍ່ໆທັງຫຼາຍ. ເຊິ່ງໃນຕົວຈິງຜູ້ທີ່ມີອິດທິພົນໃນການສົ່ງເສີມຄວາມເຂົ້າໃຈໃນເລື່ອງນີ້ຫຼາຍທີ່ສຸດກໍ່ແມ່ນຜູ້ປົກຄອງທັງຫຼາຍ.
ທີ່ຈິງຖ້າຈະໃຫ້ນັບແຕ່ນ້ອຍຈົນໃຫຍ່ ຂ້ອຍຖືວ່າຂ້ອຍເປັນຄົນທີ່ເຕີບໃຫຍ່ມາກັບການໃຊ້ຄວາມຮຸນແຮງໃນເພດຍິງ ແລະ ເຂົ້າຂ້າງເພດຊາຍມາຕະຫຼອດ.
ແຕ່ຜົນຜະລິດຈາກຄວາມຄິດທີ່ໄດ້ຮັບມາເຫຼົ່ານັ້ນ ເປັນຫຍັງມື້ນີ້ພັດກາຍເປັນຄົນທີ່ມາຄັດງ້າງກັບຄວາມຄິດທີ່ສັ່ງສົມມາແຕ່ນ້ອຍ ຊະນິດທີ່ຄົນອື່ນເອີ້ນວ່າ "ພວກນອກຄອກ". ເຖິງແມ່ນວ່າຈະມີການຕໍ່ຕ້ານຄວາມຮຸນແຮງຕໍ່ເພດຍິງໃນຫຼາຍປີມານີ້, ແຕ່ທຸກຄັ້ງທີ່ຂ້ອຍສະແດງຄວາມຄິດເຫັນກັບຫຼາຍຄົນພວກເຂົາຈະເຫັນວ່າຂ້ອຍເວົ້າເລື່ອງໄກຕົວ, ຂັດກັບວັດທະນະທຳ ແລະ ການເປັນຜູ້ຍິງທີ່ແຂງກະດ້າງ.
ຈາກການອົບຮົມສັ່ງສອນຂອງຄອບຄົວ, ຜູ້ໃຫຍ່ຄົນອື່ນໆ, ຄູ ແລະ ໝູ່ເພື່ອນ. ຕັ້ງແຕ່ເລື່ອງເລັກໆນ້ອຍເຊັ່ນການຫຼິ້ນກິລາ, ຜູ້ໃຫຍ່ຈະບອກວ່າຜູ້ຍິງບໍ່ຄວນຫຼິ້ນກິລາປະເພດໃດ ເພາະເຂົາເຈົ້າເຫັນແຕ່ຜູ້ຊາຍຫຼິ້ນກິລາປະເພດນັ້ນ, ການຕາກສິ້ນໄວ້ທີ່ແປນຕາຖືວ່າມັນເປັນຄວາມອັບປະຍົດທີ່ສຸດໃນການຕາກເຄື່ອງນຸ່ງ, ຄ້າຍກັບວ່າສິ້ນເປັນສັດນາຮົກທີ່ທຳລາຍໃຫ້ໂລກຖະຫຼົ່ມທະລາຍ; "ເຂົາເປັນຜູ້ຊາຍ" ຄືຄຳສັກສິດທີ່ເຮົາບໍ່ອາດຈະໄປທ້າທາຍໄດ້; "ຕື່ນກ່ອນນອນຕາມຫຼັງ" ຄືຄຳສອນຍິງສາວກ່ອນຈະແຕ່ງດອງອອກຢ້າວອອກເຮືອນ; ຫຼາຍຄັ້ງທີ່ພວກຜູ້ໃຫຍ່ຍົກຕົວຢ່າງບັນຫາທີ່ເກີດຈາກຜູ້ຍິງທີ່ເປັນໃຫຍ່ໃນບ້ານເມືອງໃຫ້ຟັງ ເຖິງຄວາມໂຫດຫ້ຽມອຳມະຫິດທີ່ຜູ້ຍິງມີອຳນາດ ເພື່ອເປັນການສັ່ງສອນວ່າຜູ້ຍິງຄວນຢູ່ໃຕ້ອຳນາດຂອງເພດຊາຍສັງຄົມຈຶ່ງຈະສະຫງົບສຸກ; ຫຼາຍຄັ້ງຜູ້ໃຫຍ່ຫຼາຍຄົນຈະເຂົ້າຂ້າງລູກຫຼານຜູ້ຊາຍໃຫ້ມີສິດມີສຽງໃນການປະຕິບັດຕົວຫຼາຍກວ່າ, ສ່ວນຜູ້ຍິງຕ້ອງສະຫງົບສະຫງຽມຈຽມຕົວ, ເພາະຢ້ານບໍ່ໄດ້ຜົວ; ຜູ້ໃຫຍ່ທົ່ວໄປຈະສັ່ງສອນຕະຫຼອດວ່າການແຕ່ງຕົວໂປ້ເປືອຍຂອງເພດຍິງຈະເປັນບັນຫາຕົ້ນຕໍຂອງການຂົ່ມຂືນ, ແຕ່ພວກເຂົາບໍ່ໄດ້ຍົກບັນຫາການຄວບຄຸມຕົນເອງ ແລະ ໃຊ້ສະໝອງສ່ວນໜ້າໃຫ້ຫຼາຍຂຶ້ນໃນເພດຊາຍເລີຍ; ແຕ່ຖ້າຜູ້ຍິງໄປຂົ່ມຂືນເພດຊາຍທີ່ອາດແຕ່ງຕົວເຍົ້າຍຸໃຫ້ຜູ້ຍິງມີອາລົມທາງເພດ, ເຂົາຄົງຈະຫາວ່າເປັນຜູ້ຍິງທີ່ຊາດຊົ່ວ-ໄຮ້ຢາງອາຍທີ່ສຸດ; ຄຳວ່າ "ຄ່າດອງຕົກ" ຄືຄຳຕີລາຄາຜູ້ຍິງທີ່ເຮົາເຫັນວ່າເປັນຍິງບໍ່ດີ; ຄົນໃນຄອບຄົວຈະພັນລະນາຄວາມດື້ຂອງລູກ ແລະ ຫຼານສາວວ່າ: ເປັນຄວາມກະໂດກກະເດກ, ສ່ວນລູກ ແລະ ຫຼານຊາຍຈະຮັບຄຳວ່າ "ຜູ້ຊາຍມັນກໍ່ຕັ້ງດື້ແນວນີ້ລະ". ຫຼາຍຄັ້ງຜູ້ໃຫຍ່ຈະບໍ່ຮັບຟັງຄວາມຮູ້ສຶກອັນເຈັບປວດ, ອັບອາຍ ຫຼື ເສຍໃຈຂອງເຮົາ ມີແຕ່ຕັດສິນ ແລະ ຊີ້ຂາດວ່າພວກເຂົາເວົ້າຖືກຕ້ອງແລ້ວ, ຫຼາຍຄັ້ງກໍ່ປະນາມ ຫຼື ປະຈານຕໍ່ໜ້າຄົນອື່ນ ຈົນເດັກຮຽນຮູ້ທີ່ຈະປິດບັງຄວາມຮູ້ສຶກກັບພໍ່ແມ່, ຜູ້ປົກຄອງ ເພາະເຫັນວ່າການເປີດເຜີຍຄວາມຮູ້ສຶກເຮັດໃຫ້ຖືກຮູ້ສຶກໄຮ້ຄ່າ.
ຫຼາຍຄັ້ງທີ່ເຮົາໄດ້ຍິນທັດສະນະຄະຕິຂອງຜູ້ຄົນທັງຫຼາຍທີ່ເຊື່ອເລື່ອງບາບບຸນຄຸນໂທດວ່າ: ຍ້ອນເຮັດບຸນມາບໍ່ຫຼາຍພໍຈຶ່ງເກີດເປັນຜູ້ຍິງ, ມີແຕ່ຄົນທີ່ເຮັດບຸນມາຫຼາຍພໍເທົ່ານັ້ນຈຶ່ງຈະເກີດເປັນຜູ້ຊາຍໄດ້. ມັນເຮັດໃຫ້ຜູ້ຍິງມີອັກຄະຕິວ່າຄົນເອງເປັນພວກບາບໜາມາເກີດ, ເປັນເວນເປັນກຳທີ່ຕ້ອງຊົດໃຊ້, ຕອນຍັງນ້ອຍຂ້ອຍຈະອຸທານກັບຕົນເອງສະເໝີວ່າ "ຊາດໜ້າເກີດມາຂໍໃຫ້ເປັນເກີດເປັນຜູ້ຊາຍເດີ ສາທຸ" ເພາະຮູ້ສຶກລັງກຽດໃນເພດກຳເນີດຂອງຕົນເອງ. ຊ່າງເປັນເລື່ອງທີ່ໜ້າເສົ້າແທ້ໆ.
ໃນໂຮງຮຽນເວລາທີ່ເຮົາຖືກໝູ່ເພດຊາຍກໍ່ກວນ, ຄູ (ທີ່ສ່ວນໃຫຍ່ເປັນຜູ້ຍິງ) ຈະເມີນເສີຍ ແລະ ບໍ່ໄດ້ຊ່ວຍແກ່ບັນຫາໃຫ້ເຮົາເລີຍ ແລະ ໂທດວ່າເຮົາອ່ອນແອເກີນໄປ. ແຕ່ຄູຈະວິຈານໜັກກັບການຜິດຖຽງ ແລະ ຕົບຕີກັນລະຫວ່າງເດັກຍິງ ກັບ ເດັກຍິງ ວ່າເຮັດໃຫ້ເສຍກຽດຄວາມເປັນເພດຍິງໄປ.
ໝູ່ເພື່ອນຜູ້ຍິງບາງຄົນເຫັນຜູ້ຊາຍເຮັດຄວາມຮຸນແຮງຕໍ່ເພດຍິງ, ໂດຍສະເພາະສິ່ງທີ່ເຫັນວ່າເປັນການເຮັດໃຫ້ຜູ້ຍິງເສຍກຽດເຊັ່ນ: ການໄປຫອມແກ້ມໂດຍທີ່ເຂົາເຈົ້າບໍ່ໄດ້ເຕັມໃຈ, ເຂົາເຈົ້າຈະເວົ້າວ່າຖ້າຂ້ອຍເປັນຜູ້ຊາຍຂ້ອຍກໍ່ຈະເຮັດແບບນັ້ນຄືກັນ.
ໃນຖະໜົນຫົນທາງຜູ້ຊາຍຈະຮ້ອງມາໃສ່ ຫຼື ຜິວໃສ່, ຄົນທັງຫຼາຍຈະເຫັນວ່າເປັນເລື່ອງປົກກະຕິ ແລະ ຖ້າຜູ້ຍິງໂຕ້ຕອບຈະແມ່ນຄວາມຜິດຂອງຜູ້ຍິງ ຫາກຖືກທຳຮ້າຍທັງທາງຮ່າງກາຍ ແລະ ຈິດໃຈ.
ຫຼາຍຄັ້ງທີ່ການຖ່າຍທອດຄວາມຄິດການໃຊ້ຄວາມຮຸນແຮງ ແລະ ບໍ່ເຄົາລົບເພດຍິງ ແມ່ນເພດຍິງນຳກັນເອງ ເຊັ່ນໃນອົງກອນ ເວລາທີ່ເຮົາເຫັນຜູ້ຍິງບາງຄົນທີ່ເຮົາບໍ່ພໍໃຈ, ເຮົາຈະບອກກັບຜູ້ຊາຍວ່າ "ໄປຈັດການມັນໃຫ້ແດ່" (ໝາຍເຖິງການໄປມີພຶດຕິກຳທາງເພດກັບຜູ້ຍິງຄົນທີ່ເຮົາບໍ່ມັກ) ເຖິງມັນຈະເປັນການເວົ້າຫຼິ້ນ (ແກມແທ້) ແຕ່ມັນກໍ່ສື່ໃຫ້ເຫັນວ່າການມີຄວາມຮຸນແຮງຕໍ່ເພດຍິງເປັນເລື່ອງປົກກະຕິ, ເປັນເລື່ອງເວົ້າຫຼິ້ນເວົ້າຫົວ, ເປັນເລື່ອງຕະຫຼົກ.
ຄັ້ງໜຶ່ງທີ່ຂ້ອຍເລົ່າເລື່ອງຜູ້ຍິງຄົນໜຶ່ງທີ່ເປັນນັກເດີນທາງທ່ອງທ່ຽວໄປທົ່ວປະເທດຈີນ ດ້ວຍຕົ້ນທຶນລາຄາຖືກທີ່ສຸດ ຄືການເດີນທາງໄປບ່ອນຕ່າງໆ ແລະ ເປັນຄົນຮັບຈ້າງໄປ, ນອນໃນບ່ອນລາຄາຖືກໆໄປ ແລະ ຄັ້ງໜຶ່ງຖືກຂົ່ມຂືນຈາກຜູ້ຊາຍຫຼາຍຄົນ ໃຫ້ນັກສຶກສາຟັງ, ບໍ່ໜ້າເຊື່ອວ່າຄຳທີ່ອອກຈາກປາກນັກສຶກສາຍິງເອງທີ່ເວົ້າວ່າ: "ລາວເຕັມໃຈຕິເບາະ?", ທີ່ບໍ່ໜ້າເຊື່ອຍ້ອນຂ້ອຍບໍ່ຄິດວ່າຄົນຮຸ່ນໃໝ່ທີ່ເກີດຕາມຫຼັງຂ້ອຍສິບກວ່າປີ ຈະຍັງມີຄວາມຄິດບໍ່ເທົ່າທຽມ ແລະ ເຄົາລົບນັບຖືຄວາມເປັນເພດຍິງຂອງຕົນເອງໄດ້ເຖິງພຽງນີ້. ຍຸກສະໄໝທົດສະວັດກວ່າທີ່ຜ່ານມາ ມັນຍັງບໍ່ໄດ້ປ່ຽນແປງຄວາມຄິດຂອງຄົນທີ່ເກີດໃໝ່ໃຫຍ່ລຸນໃຫ້ກ້າວຂຶ້ນໄປອີກເທື່ອບໍ?
ຫຼາຍຄັ້ງທີ່ສັງຄົມບັງຄັບໃຫ້ລັງກຽດ, ລົງໂທດ ແລະ ກ່າວຮ້າຍໃຫ້ເພດຍິງຫຼາຍກວ່າເພດຊາຍ. ເຊັ່ນການກ່າວຄຳວ່າ "ຮັກສາກຽດສັກສີຂອງແມ່ຍິງລາວ" ຄ້າຍກັບວ່າແມ່ຍິງຊາດອື່ນບໍ່ມີກຽດ, ບໍ່ມີສັກສີ ແລະ ຜູ້ຊາຍມີກຽດ ແລະ ມີສັກສີອີກແບບໜຶ່ງ ໂດຍຄວາມເທົ່າທຽມໃນຄວາມເປັນມະນຸດໃນທຸກເພດ ແລະ ທຸກຊາດເປັນເລື່ອງສຳຮອງ ແລະ ບໍ່ຄ່ອຍໄດ້ຮັບການຍົກຂຶ້ນມາເວົ້າ.
ຄວາມເປັນແມ່ຍິງມັນຄ້າຍຄືຈະຕ່ຳຕ້ອຍດ້ອຍຄ່າເມື່ອ ເວລາຄຳນຳໜ້າຕຳແໜ່ງຕ່າງໆໃນສັງຄົມ ມັນມີເພດເປັນເພດຊາຍ, ເພາະວ່າເວລາເປັນເພດຍິງຈະຕ້ອງບອກວ່າ: ດຣ ນາງ....., ປອ ນາງ...., ອາຈານ ນາງ......, ຮ້ອຍໂທ ນາງ..... ກຳກັບໄວ້ສະເໝີ. ສ່ວນເວລາທີ່ເປັນເພດຊາຍ ພັດບໍ່ມີຄຳວ່າ "ທ້າວ" ກຳກັບໄວ້.
ໃນງານວັນນະກຳຫຼາຍບົດທີ່ພັນລະນາຄວາມເປັນແມ່ຍິງທີ່ບໍ່ດີ, ດ້ວຍການຄຳນິທ່າທາງ, ການຍ່າງແບບແອວອ່ອນ (ຍ່າງຄືນາງແບບ), ການແຕ່ງຕົວ ແລະ ຕີລາຄາພວກເຂົາດ້ວຍຄຳໝິ່ນປະໝາດຕ່າງໆນາໆ. ທັງທີ່ພວກເຮົາກໍ່ສອນກັນວ່າ "ຢ່າເບິ່ງຄົນແຕ່ພາຍນອກ" ແຕ່ເຮົາກໍ່ຍັງເຮັດຫຍັງທີ່ມັກຂັດແຍ່ງກັນສະເໝີ.
ເມື່ອສັງຄົມປ່ຽນແປງ ຫຼາຍຢ່າງກໍ່ປ່ຽນໄປ, ເຮົາຄິດວ່າສິດທິແມ່ຍິງໄດ້ຮັບການສົ່ງເສີມໃຫ້ດີຂຶ້ນ, ແຕ່ຍັງມີຫຼາຍຢ່າງທີ່ເຮົາຍັງເບິ່ງຂ້າມ ແລະ ເຮັດຫຼັບຫູຫຼັບຕາໃຫ້ມັນຜ່ານໆໄປ ໂດຍສະເພາະແມ່ນການສົນທະນາກັນໃນຄອບຄົວ ທີ່ມີບົດບາດສຳຄັນໃນການຫຼໍ່ຫຼອມ ແລະ ກະຕຸ້ນສະມາຊິກຂອງຄອບຄົວໃຫ້ກາຍເປັນຄົນທີ່ອອກໄປສູ່ສັງຄົມໃນອະນາຄົດ ເພື່ອສົ່ງເສີມຄວາມເຄົາລົບນັບຖືກັນ ແລະ ຫຼຸດຜ່ອນຄວາມຮຸນແຮງໃນເພດຍິງ.
ຄູ່ມືລຸ່ມນີ້ອາດເປັນປະໂຫຍດແກ່ທ່ານໃນການໃຊ້ສົນທະນາ ແລະ ອົບຮົມລູກຫຼານ. ດາວໂຫຼດ ຟຣີ! (ບໍ່ມີໃຜມາຈ້າງໃຫ້ໂຄສະນາ) https://www.respect.gov.au/resources/cald-materials/thai/
"ການປ່ຽນແປງໃນສັງຄົມຈະຕ້ອງໃຊ້ເວລາຫຼາຍທົດສະວັດ, ການປ່ຽນແປງບໍ່ສາມາດເກີດຂຶ້ນໃນຂ້າມຄືນ, ແຕ່ເຮົາໄດ້ເລີ່ມຕົ້ນແລ້ວ"-- Rosie Batty ບຸກຄົນດີເດັ່ນແຫ່ງປະເທດອົດສະຕາລີ ປີ 2015

ໄປບໍ່ຊວນ

ຄຳວ່າ "ໄປບໍ່ຊວນ" ໝາຍເຖິງຫຍັງ?
ທຸກຄັ້ງທີ່ມາຮູ້ພາຍຫຼັງວ່າມີຄົນໆໜຶ່ງໄດ້ເຮັດຫຍັງໄປໃນທາງທີ່ເຮົາຄິດວ່າດີຫຼືໜ້າສົນໃຈເຊັ່ນໄປທ່ຽວ, ໄດ້ເຮັດວຽກດີໆ, ໄປກິນອາຫານ...ເຮົາມັກຈະມີຄຳອອກຈາກປາກວ່າ "ໄປບໍ່ຊວນ". ຕະຫຼອດເວລາຂອງມິດຕະພາບທີ່ຜ່ານມາຄົນໆນັ້ນອາດຈະເຄີຍຊວນເຮົາເຮັດຫຍັງມາແລ້ວ, ແຕ່ເຮົາປະເສດດ້ວຍຄຳສຸພາບວ່າ "ເອົາໄວ້ເທື່ອໜ້າກ່ອນ" ສະເໝີ. ຄຳວ່າ "ເອົາໄວ້ເທື່ອໜ້າ" ສະແດງວ່າເຮົາບໍ່ໄປນຳ, ເພາະເຮົາເຫັນວ່າການເຊີນຊວນນັ້ນບໍ່ໄດ້ຢູ່ໃນຄວາມສົນໃຈຂອງເຮົາ. ການທີ່ຖືກປະຕິເສດຫຼາຍຄັ້ງໝູ່ກໍ່ບໍ່ຢາກຊວນເຮົາອີກເພາະເຫັນວ່າຄວາມສົນໃຈບໍ່ກົງກັນ. ການທີ່ໄປຊວນຄົນທີ່ບໍ່ມີຄວາມສົນໃຈກົງກັນ ອາດເຮັດໃຫ້ຄວາມຕັ້ງໃຈ ແລະ ແຜນການນັ້ນຖືກຍົກເລີກໄດ້. ບາງຄັ້ງໝູ່ອາດຄິດວ່າເຮົາບໍ່ສະໜິດກັນພໍທີ່ຈະຊວນໄປໃສມາໃສໄດ້ ເຂົາເລີຍເກງໃຈທີ່ຈະຊວນເຮົາ, ແຕ່ເຮົາພັດກ້າທີ່ຈະເວົ້າຄຳວ່າ "ໄປບໍ່ຊວນ" ກັບຄົນທີ່ເຮົາສະໜິດສະໜົມບໍ່ພໍ.
ແຕ່ເມື່ອເຮົາໄດ້ເຫັນວ່າສິ່ງທີ່ໝູ່ເຮັດຫຍັງລົງໄປແລ້ວເກີດຜົນເກີນທີ່ເຮົາຄາດໄວ້ເຮົາຈະຕ້ອງເວົ້າຄຳວ່າ "ໄປກໍ່ບໍ່ຊວນ, ເຮັດຫຍັງບໍ່ຊວນ, ຄືວ່າແຫຼະ" ເປັນຄຳທີ່ຜູ້ຟັງແລ້ວຮູ້ສຶກເຖິງຄວາມກະທັ່ງກະແທກ, ແດກດັນ, ສຽດສີ ແລະ ການບໍ່ໃຫ້ກຽດໃນສິດທິຂອງກັນ ແລະ ກັນ. ເພາະຕອນທີ່ຊວນພັດບໍ່ໄປ. ຄົນເຮົາຈະຢາກຊວນຄົນທີ່ຊວນແລ້ວໄປນຳກັນໄດ້ເທົ່ານັ້ນ ແຜນການຈຶ່ງຈະບໍ່ລົ້ມລ້າງລົງ.
ຄຳຖາກຖາງຄວາມຮູ້ສຶກກັນໃນທຳນອງເວົ້າຢອກເວົ້າຫຼິ້ນນີ້ສື່ໃຫ້ເຫັນຫຍັງໃນສັງຄົມເຮົາແດ່?
1. ຄວາມໄຮ້ຄວາມສາມາດໃນການຕັດສິນໃຈຂອງບຸກຄົນ ເພາະເຮັດຫຍັງກໍ່ຕ້ອງອາໄສແຕ່ຄວາມຄິດເຫັນຂອງຄົນອື່ນມາຊ່ວຍຕັດສິນວ່າຜິດຖືກຕະຫຼອດເວລາ. ເພາະຄວາມບໍ່ໝັ້ນໃຈໃນສັກກະຍະພາບຂອງຕົນເອງ ຢ້ານຄົນກ່າວປະນາມໃນສິ່ງທີ່ຕົນເອງເຮັດໄປ.
2. ການອົບຮົມຄວາມສາມາດຂອງຄົນ ທີ່ຍັງບໍ່ໄດ້ເຮັດໃຫ້ຄົນໆໜຶ່ງກ້າຍ່າງອອກໄປປະເຊີນໜ້າກັບໂລກກວ້າງດ້ວຍຕົວຂອງເຂົາເອງ. ຖ້າໃຫ້ແຕ່ມີໝູ່ຈຶ່ງຢາກເຮັດ ເພາະຢ່າງນ້ອຍເຮັດຜິດຫຍັງລົງໄປກໍ່ຈະໄດ້ບໍ່ຜິດຄົນດຽວ.
3. ສັງຄົມທີ່ບໍ່ຮູ້ຈັກໃຫ້ອະໄພ ແລະ ຍອມຮັບຄວາມຜິດພາດ. ເວລາທີ່ເຫັນຄົນທີ່ເກັ່ງກວ່າເຮົາຈະນຶກຄຳສຸພາສິດວ່າ "ຢ່າໄດ້ອວດໄດ້ອົ່ງຫຼາຍ" ແຕ່ບໍ່ຍອມຮຽນຮູ້ຈາກຄົນໆນັ້ນວ່າເຂົາໃຊ້ວິທີໃດໃນການດິ້ນຮົນຈົນປະສົບຜົນສຳເລັດເຊິ່ງມັນຕ້ອງອາໄສຄວາມກ້າຫານ ແລະ ກຳລັງໃຈຢ່າງມະຫາສານ, ແຕ່ເຮົາກໍ່ຈະບໍ່ຍອມໃຫ້ເຂົາໄດ້ພາກພູມໃຈໃນຕົນເອງ. ຖ້າເຫັນຄວາມຜິດພາດເຮົາກໍ່ພ້ອມທີ່ຈະໄປໂຈມຕີ, ຊ້ຳເຕີມ ແລະ ສົມນ້ຳໜ້າທັນທີ ດ້ວຍການກ່າວຄຳວ່າ "ເປັນຕາອີ່ຕົນ" "ໜ້າສົງສານ" ແຕ່ບໍ່ໃຫ້ພື້ນທີ່ໃນການກັບມາຢືນໃນສັງຄົມດ້ວຍການສົ່ງເສີມໃຫ້ເຂົາເຈົ້າເຮັດສິ່ງທີ່ເຂົາເຈົ້າຕ້ອງການ, ບໍ່ແນະນຳວິທີທີ່ດີກວ່າ, ບໍ່ໃຫ້ໂອກາດໃນການກັບຕົວກັບໃຈ. ຍົກຕົວຢ່າງເວລາເຮົາເຫັນຄົນເຮັດຜິດເຮົາມັກຈະບອກວ່າ: ທຸບຕີ, ຂ້າມັນຖິ້ມໂລດພວກຮົກໂລກ...ໃນຂະນະທີ່ເຮົາຢາກກຳຈັດປັດກວາດໃຫ້ສັງຄົມມີແຕ່ຄວາມດີ, ເຮົາພັດເປັນຜູ້ສົ່ງເສີມໃຫ້ໃຊ້ຄວາມໂຫດຮ້າຍ ແລະ ຮຸນແຮງນັ້ນເອງ.
ຖ້າຄົນກ້າອອກໄປເຮັດຫຍັງດ້ວຍຕົນເອງ, ບໍ່ຕ້ອງລໍຄອຍຄຳຊັກຊວນ ແລະ ຮຽກເອີ້ນຈາກຄົນອື່ນ, ກ້າທີ່ຈະໄປປະເຊີນໜ້າກັບສິ່ງຕ່າງໆ, ເຮັດຕາມສຽງຫົວໃຈ ແລະ ຄວາມຝັນຂອງຕົນເອງ. ເຮົາຈະບໍ່ມີຄຳວ່າ "ໄປບໍ່ຊວນ" ເພາະເຮົາກໍ່ມີທາງຂອງເຮົາທີ່ແສນຍາວໄກທີ່ຕ້ອງໄປເຊັ່ນກັນ. ຖ້າເຮົາເຫັນຄົນທີ່ຢາກໄປທາງດຽວກັບເຮົາກໍ່ພຽງແຕ່ເວົ້າຄຳວ່າ "ຂໍໄປນຳໄດ້ບໍ່?" ຖ້າເຂົາບໍ່ໃຫ້ໄປກໍ່ພຽງແຕ່ໄປຖາມຄົນອື່ນໆອີກທີ່ຫຼວງຫຼາຍໃນໂລກທີ່ອາດຈະ ມີຄວາມຄິດກົງກັບເຮົາຈັກຄົນໜຶ່ງ.

ຄູ ຄູ ຄູ

ຫາກໍ່ຜ່ານພົ້ນການສະຫຼອງຄົບຮອບວັນຄູແຫ່ງຊາດມາມື້ວານນີ້, ຢູ່ດີໆຄວາມຊົງຈຳບາງຢ່າງກໍ່ເຮັດໃຫ້ນຶກຂຶ້ນໄດ້.
ສອງປີກ່ອນຕອນທີ່ໄປແລ່ນເອກະສານຢູ່ຫ້ອງການຕຳຫຼວດເມືອງ, ຍ້ອນເປັນວັນຈັນເຮົາຈຶ່ງນຸ່ງຊຸດຄູ (ສີກາກີ) ເຕັມຊຸດໄປ. ບໍ່ທັນໄດ້ລົມເລື່ອງເອກະສານຫຍັງເທື່ອພໍແຕ່ເພິ່ນເຊີນນັ່ງ, ອ້າຍຕຳຫຼວດອີກຄົນໜຶ່ງກໍ່ທັກທາຍຖາມວ່າ "ນ້ອງເຮັດວຽກຫຍັງ?"
- "ເປັນຄູ"
- "ໂອ...(ລາກສຽງຍາວໆ) ສາວຄູຫວານິ"
- "ບໍ່, ນ້ອງບໍ່ໄດ້ເປັນຄູອະນຸບານ, ບໍ່ມີນັກສຶກສາມາເອີ້ນວ່າສາວຄູ, ນັກສຶກສາເຂົາກໍ່ຮ້ອງແຕ່ອາຈານ, ບາງຄົນກໍ່ຮ້ອງເອື້ອຍ, ອ້າຍບໍ່ຢາກເອີ້ນວ່າອາຈານກໍ່ເອີ້ນແຕ່ຊື່ເຮົາລ້າໆກໍ່ໄດ້, ບໍ່ໄດ້ວ່າຫຍັງ"
ກ່ອນໜ້ານັ້ນຫຼາຍປີຕອນທີ່ເລີ່ມຕົ້ນອາຊີບຄູໃໝ່ໆ ມີໝູ່ບາງຄົນທີ່ບັງເອີນເຫັນກັນໃນຮ້ານເບຍ​ (ຕອນໄປນຳໜີ້) ເຂົາກໍ່ຮ້ອງທັກທາຍເຮົາວ່າ "ສາວຄູຕວານິ"
ເຮົາຈຶ່ງຄິດວ່າເອ໋, ເປັນຫຍັງພວກຜູ້ຊາຍຄືມັກຕິດນິໄສເດັກຕັ້ງແຕ່ອະນຸບານທີ່ຮ້ອງ "ສາວຄູ" ໃຊ້ກັບຄົນທີ່ອາຍຸໄລ່ເລ່ຍກັນຫຼືແນວໃດ? ເພາະຄຳວ່າສາວຄູກໍ່ມີແຕ່ເດັກນ້ອຍອະນຸບານຫຼືປະຖົມໃຊ້ຮ້ອງຄູຂອງຕົນ.
ຫຼືການທີ່ຜູ້ຍິງຄົນໜຶ່ງປະກອບອາຊີບຄູມັນມີຫຍັງໜ້າສົນໃຈຫຼາຍກວ່ານັ້ນອີກຫວາ? ເພາະເວລາທີ່ເຮົາເຫັນຄູທີ່ເປັນຜູ້ຊາຍເຮົາກໍ່ບໍ່ໄດ້ຢາກໄປເອີ້ນເຂົາວ່າ "ບ່າວຄູ" ຫຼື ມີຄົນເອີ້ນກັນວ່າແນວນີ້ບໍ່?
ພວກເດັກນ້ອຍອະນຸບານຫຼືປະຖົມເອີ້ນສາວຄູແມ່ນຄາດເດົາກັນວ່າ ຄູແມ່ນຄົນທີ່ອາຍຸນ້ອຍກວ່າແມ່ຂອງເຮົາໜ້ອຍໜຶ່ງ, ຖ້າອາຍຸເທົ່າກັນກັບແມ່ເຮົາອາດເອີ້ນວ່າ: ແມ່ຄູ, ຖ້າອາຍຸຫຼາຍກວ່າແມ່ເຮົາອາດເອີ້ນວ່າ: ປ້າຄູ. ແລ້ວຄຳວ່າ "ສາວຄູ" ທີ່ພວກຜູ້ຊາຍມາເອີ້ນເຮົານີ້ມັນມີຄວາມໝາຍວ່າແນວໃດ? ເພາະເຮົາບໍ່ແມ່ນຄົນອາຍຸທີ່ໃກ້ຄຽງກັບແມ່ຂອງພວກເຂົາ ຫຼື ອາດໝາຍຄວາມວ່າຄູທີ່ຍັງເປັນແສ້ເປັນສາວ, ບໍ່ທັນໄດ້ແຕ່ງງານ. ຄ້າຍກັບຄຳວ່າ "ສາວທະນາຄານ" ໝາຍເຖິງຜູ້ຍິງທີ່ເຮັດວຽກຢູ່ທະນາຄານທີ່ຍັງເປັນສາວຢູ່, "ສາວນັກສຶກສາ" ໝາຍເຖິງຍິງສາວທີ່ເປັນນັກສຶກສາ. ແຕ່ເປັນຫຍັງເວລາທັກທ້ວງເຮົາຕ້ອງມີຄຳລົງທ້າຍທີ່ສະແດງຄວາມແປກໃຈ "ຫວານິ", "ຕວານິ" ຄ້າຍໆມັນເປັນເລື່ອງແປກປະຫຼາດທີ່ຫາເບິ່ງໄດ້ຍາກ. ແລ້ວຖ້າເຮົາແຕ່ງງານແລ້ວເຂົາເຈົ້າຍັງຈະຮ້ອງເຮົາວ່າ "ສາວຄູ" ອີກບໍ່??? ຫຼືຈະຮ້ອງວ່າ "ມາດາມຄູ" "ແມ່ເຮືອນຄູ" ...
ມັນຍິ່ງມີເລື່ອງໃຫ້ໜ້າສັບສົນກວ່ານັ້ນອີກຄືໃນເວລາເຮົາເອີ້ນກັນວ່າ "ອາຈານ" ເປັນການໃຊ້ແບບສັບສົນສົມຄວນ. ເຮົາເອີ້ນຕົນເອງວ່າອາຈານກັບນັກສຶກສາ ແລະ ເຮົາຍັງເອີ້ນໂຕເອງວ່າ "ອາຈານ" ກັບອາຈານຄົນອື່ນ ແລະ ຮ້ອງຄົນອື່ນວ່າ "ອາຈານ" ອີກ, ຈົນບາງຄັ້ງເຮົາບໍ່ຮູ້ວ່າຕົວໃດເປັນຄຳຕົວຕັ້ງ ແລະ ຕົວໃດເປັນຄຳປະກອບຂອງປະໂຫຍກ, ເພາະເຮົາຢ້ານເປັນການບໍ່ໃຫ້ກຽດທັງຕົນເອງ ແລະ ຜູ້ອື່ນ. ຈົນໄດ້ມາເຫັນການແກ້ບັນຫາໃນອີກໂລກໜຶ່ງ, ພວກເຂົາເອີ້ນຄູທຸກຄົນດ້ວຍຊື່ແບບບໍ່ມີຄຳນຳໜ້າ ແລະ ຄູກໍ່ບໍ່ໄດ້ຄຽດວ່າເຮົາບໍ່ນັບຖື. ແຕ່ຄູພວກນີ້ຈະເຂີນອາຍເວລາທີ່ເຮົາເອີ້ນເຂົາດ້ວຍຄຳນຳໜ້າ ແລະ ຕຳແໜ່ງທັງຫຼາຍ ແລະ ຢ້ຳໜັກຢ້ຳໜາວ່າ "Just call me John please". 😅
ຖ້າເຮົາປ່ອຍວາງຕົວຕົນທັງໝົດລົງທັງໝົດກໍ່ເປັນພຽງເລື່ອງສົມມຸດ.
ຫຼາຍຄົນບອກວ່າວັນຄູຕ້ອງສະແດງຄວາມເຄົາລົບກາບໄຫວ້ຄູ, ໃຫ້ຂອງຂວັນ, ອວຍພອນກັນຕ່າງໆນາໆ. ໃນຄວາມຄາດຫວັງຂອງຜູ້ຮຽນຄູທີ່ເຮົາຢາກໄດ້ພັດແມ່ນຄູທີ່ບໍ່ເຄີຍຮຽກຮ້ອງສິ່ງໃດໆຈາກເຮົາ. ເຮົາຢາກໄດ້ຄູທີ່ສາມາດໃຫ້ຄຳແນະນຳ, ປຶກສາ ແລະ ສິດສອນສິ່ງທີ່ເຮົາຍັງບໍ່ຮູ້ໃຫ້ເຮົາ. ແລ້ວສິ່ງທີ່ຄູຢາກໄດ້ແມ່ນຫຍັງ?

ຈະລາຈົງຈະລາຈອນ

ຕອນເຮົາຍັງຢູ່ມັດທະຍົມເຮົາຂີ່ລົດຖີບໄປໂຮງຮຽນກັບນ້ອງ, ຄົນໜຶ່ງຊ້ອນລົດນຳເຮົາ, ອີກຄົນໜຶ່ງຂີ່ລົດຂອງຕົນເອງ. ພໍໄປຮອດທາງໃຫຍ່ລົດຫຼາຍຂ້າມທາງບໍ່ໄດ້, ຖ້າບໍ່ຂ້າມເຮົາກໍ່ຈະໄປຮຽນບໍ່ທັນ, ໄປຮຽນບໍ່ທັນຄູກໍ່ຈະຫັກຄະແນນ ແລະ ວ່າເຮົາເປັນເດັກຂີ້ຄ້ານ, ນອນຕື່ນສວາຍ, ມາຮຽນບໍ່ທັນ, ອະນາຄົດຊິເປັນແນວໃດໆໆໆ ບລາໆໆໆໆ...ເຮົາຕັດສິນໃຈຂ້າມທາງໃນເວລາທີ່ລົດຈິບປ້າຍແດງຂອງນາຍທະຫານຄົນໜຶ່ງແລ່ນມາ, ລາວມີລູກສອງຄົນທີ່ອາຍຸລຸ້ນດຽວກັບນ້ອງຫຼ້າເຮົານັ່ງມາໃນລົດທີ່ open air ຄັນນັ້ນ. ແທນທີ່ວ່ານາຍທະຫານຈະຜ່ອນລົດໃຫ້ເຮົາຂ້າມທາງ, ລາວຮີບເລັ່ງລົດມາໃສ່ແລ້ວກຶ້ງຕາ-ຊີ້ໜ້າໜ້າເຮົາ. ມື້ນັ້ນເຮົາຄິດເຫັນໜ້ານາຍທະຫານຄົນນັ້ນແລ້ວອາລົມເສຍໝົດມື້. ມື້ນີ້ຄິດເຫັນແລ້ວຍັງອາລົມເສຍຢູ່.
ເຫັນເວົ້າກັນເລື່ອງບັນຫາການຈະລາຈອນ, ການປະຕິບັດກົດລະບຽບມາແຕ່ດົນແຕ່ໃດ, ແຕ່ສະໄໝເຮົາຍັງເປັນເດັກນ້ອຍປະໂປ້ອາບນ້ຳ ຈົນປານນີ້ໝູ່ບາງຄົນໄດ້ລູກໃຫຍ່ເປັນບ່າວເປັນສາວຈະຊື້ລົດໃຫ້ລູກຂີ່ແລ້ວ ຍັງວົນວຽນບັນຫາເກົ່າບັນຫາເດີມແກ້ບໍ່ຈົບບໍ່ສິ້ນ. ມັນແມ່ນຫຍັງກັນແທ້? ປານນັ້ນວ່າເຮົາຈະຫຼຸດພົ້ນອີ່ຫຍັງຈັກຢ່າງໃນປີ 2020 ນີ້ວ່າຊັ້ນເດ.
ແລ້ວບັນຫາມັນຢູ່ໃສ, ບ່ອນໃດ? ເປັນຫຍັງຄືແກ້ອັນເກົ່າບໍ່ຈົບບໍ່ສິ້ນຈັກເທື່ອ.
ເຮົາເຫັນບົດຮຽນຂອງບ່ອນທີ່ເຂົາມີລະບຽບເຄັ່ງຄັດເຂົາເຮັດແນວນີ້:
1. ເລີ່ມຕົ້ນໄປຮຽນ ແລະ ສອບເສັງເອົາໃບຂັບຂີ່ L ກ່ອນ, ຈະເລີ່ມຕອນອາຍຸ 15 ປີ 9 ເດືອນເປັນຕົ້ນໄປ. ຖືໃບຂັບຂີ່ນີ້ເຄິ່ງປີເປັນຢ່າງໜ້ອຍ ແລະ ຕ້ອງມີຜູ້ທີ່ຖືໃບຂັບຂີ່ຖາວອນນັ່ງນຳຕະຫຼອດການຂັບຂີ່.
2. ຕໍ່ມາແມ່ນເສັງໃບຂັບຂີ່ P ຕ້ອງຜ່ານ L ມາກ່ອນ, ຖືກຫັກຄະແນນກາຍ 4 ຄະແນນຂຶ້ນໄປຈະຖືກຍຶດໃບຂັບຂີ່, ບໍ່ຜິດກົດໝາຍການຂັບຂີ່. ອາຍຸ 17 ປີຂຶ້ນໄປ, ຫ້າມຂັບລົດກາຍ 100 ກມ/ຊມ. ຫ້າມດື່ມເຄື່ອງດື່ມທີ່ມີທາດເຫຼົ້າເດັດຂາດ, ຫ້າມຂັບລົດຕັ້ງແຕ່ 12 pm-5 am.
3. ໃບຂັບຂີ່ຖາວອນ (ແຕ່ບໍ່ຖາວອນ) ຜ່ານໃບຂັບຂີ່ P ມາແລ້ວ 3 ປີ. ດື່ມເຄື່ອງດື່ມທີ່ມີທາດເຫຼົ້າໄດ້ແຕ່ບໍ່ໃຫ້ເກີນ 0,05%.
4. ໃບຂັບຂີ່ມີ 12 ຄະແນນ, ເຮັດຜິດກົດລະບຽບຫັກຄະແນນແບບເຄື່ອງຕັດອັດຕະໂນມັດ. ເຫຼືອໜ້ອຍກວ່າ 4 ຄະແນນຂັບບໍ່ໄດ້ຕ້ອງໄປເສັງໃໝ່.
5. ຂັບລົດກາຍກຳນົດຫັກຄະແນນ ແລະ ປັບໄໝເງິນພ້ອມ.
6. ຂັບຂີ່ລົດຈັກບໍ່ໃສ່ໝວກກັນກະທົບຖືກຈັບ ແລະ ປັບໄໝ.
7. ໃຊ້ໂທລະສັບຖືກຈັບ ແລະ ປັບໄໝ.
8. ເຮັດຜິດໃນວັນພັກຖືກຈັບ ແລະ ປັບໄໝສອງເທົ່າ.
9. ເຄື່ອງມືໃນການປະຕິບັດງານຂອງຕຳຫຼວດເປັນເຄື່ອງອີເລັກໂທຣນິກ.
10. ຖ້າຂັບລົດຜ່ານທາງມ້າລາຍ ແຕ່ບໍ່ຈອດໃຫ້ຄົນກຳລັງລໍຖ້າຂ້າມທາງ ແລະ/ຫຼື ຂ້າມທາງຢູ່, ຖ້າຖືກຟ້ອງຈະຖືກປະຕິບັດວິໄນຂັ້ນຮ້າຍແຮງ.
11. ຕອນໄປເສັງໃບຂັບຂີ່ເຂົາຈະໃຫ້ເຊັນບໍລິຈາກອະໄວຍະວະໃຫ້ຜູ້ຕ້ອງການ, ຫາກຜູ້ກ່ຽວຕາຍຍ້ອນອຸບັດຕິເຫດ.
12. ຜູ້ຂັບຂີ່ລົດຕ້ອງກຽມຈອດໃຫ້ຄົນຍ່າງ ແລະ ຜູ້ຈູງລົດຖີບຂ້າມທາງໃນທຸກກໍລະນີ.
13. ການໃຊ້ແກເປັນກໍລະນີທາງເລືອກສຸດທ້າຍໃນການປະຕິບັດຕໍ່ຜູ້ຂັບຂີ່ຄົນອື່ນໆ.
13. ໃບຂັບຂີ່ຖາວອນມີອາຍຸການໃຊ້ງານ 5 ຫຼື 10 ປີ.
(ຂຽນຫຍໍ້ໆພໍຍົກຕົວຢ່າງ)
ບໍ່ແມ່ນວ່າບ້ານເຮົາບໍ່ມີກົດໝາຍ, ແຕ່ຄຳຖາມຄືມີແລ້ວຍັງມະຍຸມະຍະ, ເຮັດຄືເກົ່າ, ເຮັດຜິດແນວເກົ່າຊ້ຳໆຊາກໆ, ເປັນສິ່ງທີ່ເວົ້າແຕ່ອັນເກົ່າຊ້ຳໄປຊ້ຳມາຈົນເປັນຕາເບື່ອວ່າ ມັນບໍ່ມີຫຍັງໃໝ່ໆໃຫ້ເປັນຕາຄິດເປັນຕາຄົ້ນຫາ, ເປັນຕາເຮັດແດ່ບໍ່?
ການທີ່ວ່າມີກົດລະບຽບກໍ່ບໍ່ແມ່ນວ່າຄົນໃນບ້ານທີ່ລະບຽບເຄັ່ງຈະດີ 100% ໝົດທຸກຄົນ, ຜູ້ຜິດກໍ່ມີ. ແຕ່ຜູ້ທີ່ປະຕິບັດຕາມກົດຈະລາຈອນແມ່ນຫຼາຍກວ່າ, ຖືກຈັບປັບໄໝແມ່ນບໍ່ໂຍະຍານ, ບໍ່ມີການກິນນ້ຳກິນໃນ.
ເລື່ອງທີ່ຄາໃຈແຮງຄືມີທາງມ້າລາຍໄວ້ເຮັດຫຍັງ? ຖ້າມີແລ້ວຄົນຍ່າງຍັງບໍ່ໄດ້ຍ່າງຂ້າມທາງຕ້ອງຖ້າໃຫ້ລົດໄປກ່ອນຢູ່ຄືເກົ່າ. ບໍ່ຕ້ອງໄປທາສີໃຫ້ມັນເປືອງຕື່ມດອກ ຫຼື ໄປຖາກອອກໃຫ້ໝົດກໍ່ດີຈະໄດ້ບໍ່ຕ້ອງເຮັດໃຫ້ທາງມ້າລາຍມັນດ່າງພ້ອຍຖ້າໃຜຖືກລົດຕຳຕາຍໃນທາງມ້າລາຍຂຶ້ນມາ.
ປລ. ວັດທະນະທຳໃນການຮັບຜິດຊອບຄຸ້ມຄ້ອງຕໍ່ຊີວິດຊັບສິນຂອງຕົນເອງ, ຜູ້ອື່ນຍັງຕ່ຳຈະໃຫ້ເອົາກົດຫຍັງມາໃຊ້ມັນກໍ່ມັນກໍ່ບໍ່ໄດ້ເຮັດໃຫ້ບັນຫາຫຼຸດລົງ.
ມີເງິນຊື້ລົດໄດ້, ແຕ່ຊື້ວິໄນມາໃສ່ສະໝອງຄົນບໍ່ໄດ້.