Tuesday, December 18, 2018

ຂີ່ລົດຖີບໄປໂຮງຮຽນ

ຖ້າໃຜເກີດໃນຍຸກດຽວກັນຄົງຮູ້ດີເຖິງລົດຊາດຂອງການຂີ່ລົດຖີບໄປໂຮງຮຽນ. ບໍ່ຮູ້ເປັນຫຍັງການຂີ່ລົດຖີບໄປໂຮງຮຽນໃນຍຸກນັ້ນຈຶ່ງເປັນເລື່ອງ "ຢາກອາຍ" ຂອງໃຜຫຼາຍໆຄົນ; ເຖິງຂັ້ນທີ່ວ່າການຍ່າງຍັງບໍ່ເປັນຕາຢາກອາຍເທົ່າການຂີ່ລົດຖີບ.
ບໍ່ເບິ່ງຫຍັງຍາກນັບຈຳນວນລົດຖີບຕໍ່ລົດຈັກໃນຄອກຝາກລົດ ລົດຖີບມີບໍ່ຮອດ 15 ຄັນ, ເຫຼືອນັ້ນແມ່ນລົດຈັກທັງໝົດ ເຊິ່ງນັກຮຽນທັງໝົດມີພັນປາຍກວ່າຄົນ. ບາງຄົນກໍ່ແມ່ນພໍ່ແມ່ອ້າຍເອື້ອຍໄປສົ່ງ. ແລະ ຫຼາຍຄົນເລືອກຍ່າງເອົາດີກວ່າທີ່ຈະຂີ່ລົດຖີບໄປໂຮງຮຽນ.

ລົດຈັກທີ່ຄົນສ່ວນໃຫຍ່ຂີ່ໄປໂຮງຮຽນກໍ່ແມ່ນລົດ wave ຈີນ. ບາງຄົນມີລົດ wave ໄທ ກໍ່ຈະເປັນທີ່ເວົ້າເຖິງວ່າ "ມັນຂີ່ລົດໄທມາໂຮງຮຽນ". ອັນທີ່ເບິ່ງແລ້ວເດັ່ນເປັນສະຫງ່າກວ່ານັ້ນອີກແມ່ນລົດຈັກມີຄາດ, ເຊັ່ນພວກ Tena ຕາເພັດ ເຊິ່ງເປັນຄວາມແພງສົມຄວນທີ່ພໍ່ແມ່ຈະຊື້ໃຫ້ລູກຂີ່ໄປຮຽນໄດ້. ອ້າຍບ່າວຜູ້ໃດຂີ່ໄປໂຮງຮຽນຈະຕ້ອງຖືກແນມ ແລະ ກ່າວເຖິງທຳນອງທີ່ວ່າຢາກໄດ້ເປັນແຟນ, ພໍຊິໄດ້ໄປນັ່ງຊ້ອນທ້າຍໃຫ້ສາວອື່ນອິດສາຕາຮ້ອນ, ເພາະເດົາກັນວ່າແມ່ນລູກຄົນຮັ່ງຕັ່ງມີແນ່ນອນ. ການຂີ່ລົດຈັກທີ່ມັນເປັນຮຸ່ນເກົ່າໆ ເຊັ່ນລົດ Honda 50 ກໍ່ຖືວ່າເປັນຕາຢາກອາຍຄືກັນປານກັບການຂີ່ລົດຖີບ, ອາດຈະດີກວ່າຂີ່ລົດຖີບໜ້ອຍໜຶ່ງຢູ່ບ່ອນວ່າມັນໄປໄວກວ່າ. ສ່ວນການຂັບລົດໃຫຍ່ໄປຮຽນນັ້ນຖືວ່າເປັນສິ່ງທີ່ຍາກຫຼາຍ ຫຼື ເກືອບວ່າບໍ່ມີເລີຍໃນໂຮງຮຽນຂອງເຮົາໃນຍຸກນັ້ນ.
ເລື່ອງໃບຂັບຂີ່ບໍ່ຕ້ອງເວົ້າເຖິງ ເພາະໃນກົດໝາຍຄົນທີ່ຈະໄປເສັງໃບຂັບຂີ່ລົດຈັກໄດ້ແມ່ນຕ້ອງມີອາຍຸ 15 ປີຂຶ້ນໄປ. ແຕ່ນັກຮຽນທັງຫຼາຍຂີ່ລົດຈັກໄປໂຮງຮຽນແຕ່ຕອນຢູ່ ມ2 ຫຼື ມ3 ນັ້ນກໍ່ແມ່ນຕອນອາຍຸ 12-13 ປີ. ບາງຄົນຂີ່ລົດຖີບຕອນ ປະຖົມ ແລະ ມ.ຕົ້ນ ພໍຮອດ ມ.ປາຍ ກໍ່ປ່ຽນໄປຂີ່ລົດຈັກ. ແຕ່ຖ້າໄປກວດເບິ່ງໃບຂັບຂີ່ໃນຕອນນັ້ນບໍ່ຮູ້ວ່່າຈະມີຮອດ 10 ສ່ວນຮ້ອຍ ຫຼື ບໍ່?.
ຂ່າວການເກີດອຸປະຕິເຫດຕ່າງໆ: ຖືກລົດຕຳ, ລົດລົ້ມ, ລົດດາດ ທີ່ເກີດກັບນັກຮຽນກໍ່ບໍ່ເວັ້ນບໍ່ວາຍໃນແຕ່ລະວັນ. ການຂັບຂີ່ລົດຈັກໃນຍຸກນັ້ນ ແລະ ກ່ອນໜ້ານັ້ນບໍ່ໄດ້ເຄັ່ງໄດ້ຄັດຫຍັງ, ຢາກຂີ່ກໍ່ຄາບລົດມາຕິດຈັກໄປໂລດ, ບໍ່ຕ້ອງໃສ່ໝວກກັນກະທົບ ເພາະຢ້ານຜົມເສຍຊົງ, ບໍ່ຕ້ອງມີແວ່ນ ເພາະມັນຄືເປັນສັນຍາລັກຂອງຄວາມ "ບ້ານນອກ" ແນວໃດກໍ່ບໍ່ຮູ້. ຖ້າຊື້ລົດມາໃຫມ່ຈະຕ້ອງຫັນແວ່ນອອກ, ເອົານ໋ອດແນວແປກໆມາຫັນໃສ່ຈຶ່ງຖືວ່າທັນສະໄໝໄວຮ້ອນແຮງ ແລະ ເບິ່ງຄືໄທບ້ານໄທເມືອງເພິ່ນ. ໃຜຂີ່ລົດມີແວ່ນ ແລະ ກະຕ່າຄົບ ກາຍໄປບ່ອນໃດເຮົາກໍ່ຈະໄດ້ຍິນເຂົາຊຶ່ມກັນພັນລະນາລັກສະນະຂອງລົດຈັກຄັນນັ້ນວ່າ "ຈັ່ງແມ່ນບ້ານນອກ, ແວ່ນກັບກະຕ່າຍັງຢູ່ຄົບໝົດເລີຍ". ສ່ວນພວກຜູ້ຊາຍກໍ່ຕັດທໍ່ຄວັນໃຫ້ມັນສຽງດັງ, ປ່ຽນເປັນກົງນ້ອຍໄປ, ຕັດສະຕິກເກີມາຕິດໃຫ້ມັນລາຍສຸດລິດສຸດເດດ, ສຸດຄວາມສາມາດເທົ່າທີໃຜຈະມີຫົວຄິດປະດິດສ້າງອອກມາໄດ້. ສະຕິກເກີກໍ່ແມ່ນພາສາໄທ ຫຼື ພາສາອັງກິດ ອາດແມ່ນຍ້ອນເຄື່ອງມືໃນການເຮັດສະຕິກເກີຍັງບໍ່ທັນໄດ້ແຜ່ຫຼາຍເທື່ອ ແລະ ມັນກໍ່ເປັນຕົ້ນທຶນທີ່ສູງຫຼາຍໃນຕອນນັ້ນ.
ຈະວ່າໄປລົດຈັກກໍ່ແມ່ນສິ່ງອຳນວຍຄວາມສະດວກໃນການເດີນທາງໄປໂຮງຮຽນທີ່ທຳມະດາທີ່ສຸດ, ເພາະລົດເມກໍ່ບໍ່ໄດ້ແລ່ນໄປທຸກຈອກແຈພໍຈະໃຫ້ເຮົາໄດ້ຂີ່ໄປຮຽນກັນຢ່າງທົ່ວເຖິງ. ຖ້າໃຜອາໄສຢູ່ຕາມສາຍທາງທີ່ລົດເມແລ່ນຜ່ານກໍ່ຍັງໄຄແດ່. ຖ້າໃຜຢູ່ໄກອອກໄປຈາກປ້າຍລົດເມຖືວ່າການເດີນທາງກໍ່ເປັນສິ່ງທີ່ບໍ່ງ່າຍປານໃດ.
ໃນຄວາມຕິດຂີ່ລົດຈັກຂອງໄທບ້ານເຮົາກໍ່ບໍ່ແມ່ນທຳມະດາ ຈົນວ່າທາງໃກ້ຮ້ອຍ-ສອງຮ້ອຍແມັດກໍ່ຍັງບໍ່ຢາກຍ່າງ, ມີແຕ່ຢາກຂີ່ລົດຈັກ. ມີປີໜຶ່ງທີ່ເຮົາໄປຮຽນຈີນແລ້ວໄປຮັບຮຸ່ນນ້ອງທີ່ມານຳຫຼັງ, ເຮົາພາໄປຫຼິ້ນ ແລະ ດ້ວຍຄວາມທີ່ນາງບໍ່ເຄີຍຍ່າງຫຼາຍປານນັ້ນ, ນາງຈົນຢາກໄຫ້ກັບຫໍພັກໄປພ້ອມບາດ. ເຮົາກໍ່ໄດ້ແຕ່ຄິດວ່າມື້ໜຶ່ງປະສົບການໃນເມືອງຈີນຈະເຮັດໃຫ້ນາງຍ່າງເກັ່ງ-ຍ່າງທົນຂຶ້ນເອງ.

ແຕ່ການຂີ່ລົດຖີບມາຮຽນກາຍເປັນເລື່ອງໜ້າອາຍໄດ້ແນວໃດ? ທັງທີ່ສັງຄົມຍຸກນັ້ນການຂີ່ລົດໃຫຍ່ຖືວ່າເປັນເລື່ອງຍາກສົມຄວນ, ພາຫະນະຫຼັກກໍ່ມີແຕ່ລົດຈັກກັບລົດຖີບ. ກ່ອນໜ້ານັ້ນຄົນຮຸ່ນເອື້ອຍອ້າຍ ຫຼື ນ້າບ່າວນ້າສາວ ຫຼື ຮຸ່ນພໍ່ແມ່ເຮົາເຂົາກໍ່ຂີ່ລົດຖີບໄປຮຽນ. ກ່ອນໜ້າທີ່ຂ້ອຍຈະໄດ້ຂີ່ລົດຖີບໄປຮຽນຫຼາຍປີ, ຂ້ອຍເຫັນລູກຊາຍໄທບ້ານໄຫ້ຂັດພໍ່ແມ່ຢາກຊື້ລົດຖີບ BMX; ຖ້າແມ່ນຜູ້ຍິງກໍ່ຢາກໄດ້ລົດ Flamingo ລົດຖີບປະເພດທີ່ຂຶ້ນຊື່ເລື່ອງໂສ້ຕົກແລ້ວເອົາຂຶ້ນຍາກທີ່ສຸດ. ສ່ວນຍຸກເຮົາແມ່ນລົດ LA ຖືວ່າມາແຮງສຸດໆ. ແຕ່ປານນັ້ນ ເຮົາກໍ່ຍັງຢາກອາຍ ເຖິງແມ່ນວ່າເຮົາຍັງບໍ່ມີໂຮງງານຜະລິດລົດໃດໆແມ່ນແຕ່ລົດຖີບ. ເປັນຫຍັງເຮົາຈຶ່ງຢາກອາຍທີ່ຈະຂີ່ລົດຖີບ, ເຄື່ອງມືທີ່ເຮົາບໍ່ມີປັນຍາຜະລິດມັນຂຶ້ນມາ. ຄ້າຍກັບວ່າມັນກາຍເປັນສັນຍາລັກຂອງຄວາມຕ່ຳຕ້ອຍ ແລະ ທຸກຍາກ. ຄວາມຄິດແບບນີ້ມັນເກີດຂຶ້ນມາໄດ້ແນວໃດ? ໃຜນຳເອົາຄວາມຄິດນີ້ມາໃຫ້ເຮົາ? ແມ່ນຫຍັງຄືຕົວຈຸດປະກາຍ, ຫຼໍ່ຫຼອມ ແລະ ຫຼໍ່ລ້ຽງຄວາມຄິດແບບນີ້ໃຫ້ງອກງາມ, ຈົນກາຍເປັນກະແສຄວາມຄິດທາງສັງຄົມທີ່ຍາກຈະແກະອອກຈາກຫົວເຮົາໄດ້.
ແນວຄິດຂອງນັກຮຽນທັງຫຼາຍໃນຕອນນັ້ນຄືຢ້ານຖືກໝູ່ແນມ ແລະ ເວົ້າໃຫ້. ເຮັດໃຫ້ຮູ້ສຶກຄືຕົນເອງເປັນຕົວປະຫຼາດທີ່ແຕກຕ່າງຈາກຄົນອື່ນ. ບາງຄົນກໍ່ບອກວ່າບໍ່ໄດ້ອາຍໃຜເລີຍກໍ່ພຽງແຕ່ຢາກຂີ່ລົດຈັກ ເພາະມັນສະດວກດີ. ໃນດ້ານຄວາມໄວແມ່ນຂຶ້ນກັບຂາເຈົ້າຂອງ ແລະ ຖືວ່າຊ້າສຳລັບການທີ່ຈະນອນຕື່ນສວາຍແລ້ວຮີບໄປຮຽນ. ການທີ່ຈະຂີ່ລົດຖີບໄປໂຮງຮຽນແມ່ນຕ້ອງຕື່ນອ່າວເຊົ້າ ແລະ ຖີບໄປໃຫ້ທັນເວລາກ່ອນທີ່ຈະເຂົ້າຫ້ອງ.
ເຮົາຂີ່ລົດຖີບໄປຮຽນຕັ້ງແຕ່ ມ3 ຕອນນັ້ນຍັງມີຄົນຂີ່ລົດຖີບໄປໂຮງຮຽນຫຼາຍຢູ່. ພໍຮອດ ມ6 ສັງເກດລົດໃນຄອກມີບໍ່ຮອດ 15 ຄັນ. ຄົນຮັບເໝົາຝາກລົດຂັ້ນລ໋ອກນ້ອຍໆປານຄອກໄກ່ຢູ່ເຮືອນໄວ້ສຳລັບລົດຖີບ. ສ່ວນຄອກລົດຈັກບໍ່ຮູ້ວ່າຈັກແຖວ.
ຕອນທຳອິດກໍ່ຮູ້ສຶກຢາກອາຍທີ່ບໍ່ໄດ້ລົດຈັກຂີ່ໄປຮຽນຄືໝູ່ ແຕ່ອົດທົນໄປມາກໍ່ລຶ້ງເຄີຍກັບຄວາມຮູ້ສຶກນັ້ນ ແລະ ຮູ້ສຶກທຳມະດາໄປ. ພໍ່ແມ່ເຮົາສອນສະເໝີວ່າ "ຄົນເຮົາບໍ່ອາດເບິ່ງກັນແຕ່ວັດຖຸພາຍນອກ, ພາຫະນະຕ່າງໆກໍ່ເຊັ່ນກັນມັນເປັນພຽງເຄື່ອງມືຮັບໃຊ້ເຮົາ, ບໍ່ຕ້ອງໄປອາຍໃຜດອກວ່າເຮົາຂີ່ລົດຖີບໄປໂຮງຮຽນ, ເຮົາຕ້ອງເບິ່ງວ່າມັນເຮັດໃຫ້ສຸຂະພາບແຂງແຮງຂຶ້ນ ເພາະເຮົາໄດ້ອອກກຳລັງກາຍທຸກມື້." ຟັງແລ້ວກໍ່ມີເຫດຜົນດີຢູ່ໃດ໋ເນາະ ຫຼື ວ່າສົງໄສພໍ່ແມ່ເຮົາທຸກຍາກບໍ່ມີເງິນຊື້ລົດຈັກໃຫ້ເຮົາຂີ່ໄປໂຮງຮຽນ, ຖ້າມັນເປັນແນວນັ້ນແທ້ກໍ່ຄົງຈະເປັນແນວນັ້ນຫັ້ນລະ, ມັນກໍ່ຄົງຖືກແລ້ວບໍ່ມີເງິນກໍ່ບໍ່ຕ້ອງຊື້ລົດໃຫ້ລູກຂີ່, ຖືວ່າຕ້ອງນັບຖືໃນຄວາມເດັດດ່ຽວ ແລະ ເດັດຂາດຂອງພວກເພິ່ນໃນການປະຕິບັດໜ້າທີ່ທີ່ພໍ່ແມ່ຄວນມີ.
ເປັນອັນວ່າຂີ່ລົດຖີບຈົນຈົບມັດທະຍົມ, ຈົນໄປຮຽນຢູ່ມະຫາວິທະຍາໄລກໍ່ຍັງຂີ່ລົດຖີບໄປຮຽນຈົນຈົບອີກ. ທຸກມື້ນີ້ກໍ່ຍັງຂີ່ລົດຖີບຢູ່ອີກ.

ທຸກວັນນີ້ໃນຂະນະທີ່ລົດຂັບເຄື່ອນສີ່ລໍ້ທີ່ບໍ່ແມ່ນລົດລາກລົດແກ່ ໄດ້ກາຍເປັນພາຫະນະອັນແສນທຳມະດາຂອງໄທບ້ານ. ລົດຖີບໄດ້ກາຍເປັນເຄື່ອງຫຼິ້ນຊະນິດໜຶ່ງ, ຄົນມີເງິນທັງຫຼາຍຕ້ອງໄດ້ຊື້ລົດຖີບມາຂີ່ເພື່ອອວດຖານະ ແລະ ຄວາມແຂງແຮງກັນ. ລົດຖີບໄດ້ກາຍເປັນສັນຍາລັກຂອງການອອກກຳລັງກາຍ ແລະ ມີເຄື່ອງມືປະກອບຮວມກັນແລ້ວນັບວ່າແພງກວ່າຊື້ລົດຈັກ Honda wave 100 ມາຂີ່ອີກ.
ຄິດມາແລ້ວໃນຕອນນັ້ນເຮົາກໍ່ຍັງເອົາຄວາມຄິດ-ຄວາມຮູ້ສຶກຂອງຕົນໄປຝາກໄວ້ກັບຄຳຕັດສິນຂອງຄົນອື່ນ. ຢ້ານໝູ່ເວົ້າໃຫ້ຕ່າງໆນາໆ, ຢ້ານຖືກໝູ່ແນມ...ເພາະເຮົາຢາກອາຍ. ດຽວນີ້ເຮົາລືມຄວາມຮູ້ສຶກນັ້ນໄປຈົນໝົດສິ້ນແລ້ວ, ເຮົາຮຽນຮູ້ວ່າແທ້ຈິງມະນຸດກໍ່ໃສ່ໃຈແຕ່ຕົນເອງ, ແນມແຕ່ຕົນເອງ. ສ່ວນຄົນຈະມາຕັດສິນເຮົາແນວໃດມັນກໍ່ເປັນເລື່ອງຂອງເຂົາ, ເຮົາເຮັດໜ້າທີ່ຂອງເຮົາໃຫ້ເຖິງທີ່ສຸດທີ່ເຮົາຈະສາມາດເຮັດໄດ້. ປັດຈຸບັນເຮົາຕ້ອງມານັ່ງຄິດວ່າເຮົາຈະເປັນພໍ່ແມ່ແບບໃດໃຫ້ລູກຂອງເຮົາບໍ່ແມ່ນລູກ "ເທວະດາ" ໃນຍຸກໂລກາພິວັດຂອງພິວັດນີ້.

Saturday, November 24, 2018

ຂ້ອຍເປັນໃຜ?

ຂ້ອຍເປັນໃຜ? ໃນເວລາທີ່ເຂົາບອກວ່າ: "ຜູ້ຍິງລາວເກົ້າຜົມບ່ຽງແພ"
ຖ້າຄົນຕ່າງປະເທດເກົ້າຜົມບ່ຽງແພເປັນຫຍັງເຮົາຍັງບໍ່ເອີ້ນເຂົາວ່າຜູ້ຍິງລາວ. ເຮົາກໍ່ບອກແຕ່ວ່າ "ຂະໜາດຄົນຕ່າງປະເທດຍັງມັກໃນວັດທະນະທຳລາວ" ເທົ່ານັ້ນ. ແຕ່ຖ້າເຮົາຈະບອກວ່າຍ້ອນເຂົາບໍ່ແມ່ນລາວແທ້, ສ່ວນເຮົາເປັນລາວແທ້. ແລ້ວຄວາມເປັນລາວແທ້ໆມັນນັບກັນບ່ອນໃດ ໃນເມື່ອບັນພະບູລຸດຂ້ອຍເປັນຄົນຫວຽດນາມທີ່ເຂົ້າມາຢູ່ລາວໄດ້ 5 ເຊັ່ນຄົນແລ້ວ ແລະ ຖ້າຂ້ອຍຍັງມີສາຍເລືອດຫວຽດນາມປົນຢູ່ປະມານ 6,25% ທຸກຄົນຈະບອກວ່າຂ້ອຍເປັນລາວແທ້ ຫຼື ລາວບໍ່ແທ້. ແລະ ເວລາທີ່ຂ້ອຍເກົ້າຜົມບ່ຽງແພ ເຂົາຈະຮ້ອງຂ້ອຍວ່າຜູ້ຍິງລາວແທ້ໆບໍ່? ຖ້າຂ້ອຍເອົາຊຸດພື້ນເມືອງຫວຽດນາມມານຸ່ງເຂົາຈະເອີ້ນຂ້ອຍວ່າແນວໃດ? "ສາວຫວຽດນາມ 6,25%" ຫຼື "ສາວລາວນຸ່ງຊຸດຫວຽດນາມ" ຫຼື "ສາວຫວຽດນາມແທ້ໆ". ຂ້ອຍຕ້ອງຢືນຢູ່ຈຸດໃດຂອງສາຍເລືອດ ແລະ ວັດທະນະທຳ. ຫຼືຂ້ອຍຈຳເປັນຕ້ອງລືມສິ່ງທີ່ເປັນສ່ວນໜ້ອຍໃນຮ່າງກາຍ ແລະ ສາຍເລືອດຂອງຂ້ອຍໄປ, ຮັກສາໄວ້ແຕ່ສິ່ງທີ່ເປັນສ່ວນໃຫຍ່ທີ່ມີຢູ່. ພວກຄົນທີ່ໄປຢູ່ບ່ອນອື່ນດົນແຕ່ລືມສຳນຽງການປາກເວົ້າຂອງຕົນເອງໄປເຂົາຈະກ່າວຂວັນນິນທາວ່າເປັນພວກລືມຖິ່ນຖານບ້ານເກີດ. ພວກທີ່ຍ້າຍຖິ່ນຖານໄປຕັ້ງຢູ່ປະເທດອື່ນກໍ່ຈະໄດ້ຊື່ວ່າເປັນພວກ "ລືມຊາດ" ທັງທີ່ໃນປະຫວັດສາດຂອງມວນມະນຸດແຕ່ໃດມາເຮົາກໍ່ຍ້າຍຖິ່ນຖານກັນມາແຕ່ດຶກດຳບັນ ແລະ ເກີດຂຶ້ນຢ່າງຕໍ່ເນື່ອງ. ດັ່ງໃນຕົວຢ່າງທີ່ສຳຄັນທີ່ເຮົາເຫັນໄດ້ໃນອາຊຽນຄືຄົນຊາດສິງກະໂປ, ເຮົາຈະບໍ່ສາມາດລະບຸໄດ້ເຖິງຄວາມເປັນເຜົ່າດຶກດຳບັນຂອງສິງກະໂປວ່າແມ່ນໃຜ ເພາະທຸກຄົນມີທີ່ມາຈາກການຕັ່້ງຖິ່ນຖານໃໝ່ ໃຫ້ເຮົາສາມາດສືບຫາໄດ້ຂ້ອນຂ້າງຊັດເຈນ. ຖ້າເຮົາຖາມວ່າເຂົາເປັນຄົນຊາດໃດ? ແລ້ວເຂົາຕອບວ່າເປັນສິງກະໂປ, ເຮົາຈະຮູ້ສຶກຢາກເວົ້າໃຫ້ເຂົາບໍ່ວ່າ "ເຂົາເປັນພວກລືມບັນພະບູລຸດ" ເກົ່າກ່ອນຂອງເຂົາເຊັ່ນ: ຈີນ, ອິນເດຍ, ມາເລຍູ ຫຼື ແມ້ກະທັ່ງຄົນເອີລົບທີ່ຍ້າຍໄປຢູ່ ແລະ ຫາກໍ່ໄດ້ສັນຊາດໃໝ່ໆ? ແລ້ວຄົນໃນບາງຊາດທີ່ສາມາດຖືສອງສັນຊາດໄດ້ເຊັ່ນຫວຽດນາມເພື່ອນບ້ານເຮົານີ້, ເຮົາຈະເອີ້ນເຂົາເຈົ້າວ່າແນວໃດ? ຍັງບໍ່ນັບຫຼາຍໆຊາດໃນໂລກທີ່ສາມາດໃຫ້ຖືສອງສັນຊາດໄດ້.
ໃນຕອນເປັນເດັກນ້ອຍພໍ່ຈະເວົ້າໃຫ້ຟັງວ່າຄຳກ່າວຂອງຄົນທາງໃຕ້ ເຂົາຈະເວົ້າໃຫ້ກັບຄົນທີ່ລົງເຮືອນໄປທາງອື່ນທາງໄກດົນນານຫຼາຍປີ, ແຕ່ສຸດທ້າຍຍັງບໍ່ຫວິດການກັບຄືນມາບ້ານ ຫຼື ຄົນທີ່ບໍ່ໄປຜະຈົນໄພປະເຊີນໜ້າຊີວິດດ້ວຍຄົນເອງ ຢູ່ນຳພໍ່ແມ່ (ໂດຍສະເພາະແມ່ນຜູ້ຊາຍ) ວ່າ: "ສັງເກດເບິ່ງກອງຂີ້ເຖົ່າແມ໊, ມີແຕ່ຮອຍຫຳມັນອ້ອມຄີໄຟ" ເຊິ່ງໃນຄຳເວົ້ານີ້ສຽດສີເຖິງຄວາມບໍ່ກ້າຫານ ແລະ ບໍ່ສາມາດດູແລຕົນເອງໄດ້ຈົນກັບມາເປັນພາລະຂອງພໍ່ແມ່ອີກ, ປານເດັກນ້ອຍທີ່ສາມາດແຕ່ຄານອ້ອມເຕົາໄຟເພື່ອອາໄສຄວາມອົບອຸ່ນ ແລະ ຄອຍຖ້າພໍ່ແມ່ປ້ອນອາຫານໃຫ້. ເມື່ອຟັງພໍ່ເລົ່າເລື່ອງນີ້ຍາມໃດຂ້ອຍຮູ້ສຶກມັກຄຳນີ້ຢູ່ບໍ່ເບື່ອ ເພາະມັນເປັນຄຳສຽດສີທີ່ຂ້ອນຂ້າງແຫຼມຄົມຫຼາຍໃນການປູກຝັງໃຫ້ຄົນໄດ້ເດີນທາງໄປປະເຊີນໜ້າຢູ່ບ່ອນອື່ນດ້ວຍຕົນເອງ. ແຕ່ອີກໃນໜຶ່ງກໍ່ຄືວ່າເປັນການບັງຄັບແຕ່ຝັ່ງຜູ້ຊາຍ, ເຮັດໃຫ້ຜູ້ໄດ້ຮັບຄວາມກົດດັນແມ່ນຜູ້ຊາຍ. ສ່ວນຜູ້ຍິງບໍ່ຄ່ອຍໄດ້ຮັບການກະຕຸ້ນ ແລະ ສົ່ງເສີມຫຼາຍປານໃດ.
ໃນການນຳຫາຕົວຕົນຂອງຄົນຜູ້ໜຶ່ງເປັນເລື່ອງທີ່ເຮັດໃຫ້ປວດຫົວເມົາເກົ້າ ແລະ ອາດນຳມາເຊິ່ງຄວາມເຈັບປວດໄດ້, ຫາກເຮົາບໍ່ສາມາດຮູ້ໄດ້ວ່າເຮົາເປັນໃຜມາແຕ່ໃສ, ພໍ່ແມ່, ປູ່ຍ່າຕາທວດຂອງເຮົາແມ່ນໃຜ. ດັ່ງຕົວຢ່າງຈາກລະຄອນ ແລະ ຮູບເງົາຫຼາຍເລື່ອງໄດ້ສະທ້ອນຄວາມເຈັບປວດຂອງການນຳຫາຕົວຕົນຂອງຕົນເອງ. ເຊັ່ນໃນຮູບເງົາເລື່ອງ Fantastic Beasts: The Crimes of Grindelwald ທີ່ມີຕົວລະຄອນໜຶ່ງບໍ່ສາມາດລະບຸຄວາມເປັນຕົນເອງໄດ້ຈົນຕ້ອງໄດ້ໄປເຂົ້າຮ່ວມກັບກຸ່ມອຳນາດມືດ​, ເພາະພວກເຂົາອ້າງວ່າຈະສາມາດຫາ ID ໃຫ້ຜູ້ກ່ຽວໄດ້.
ຖ້າເຄື່ອງມືໃນການກວດ DNA ທັນສະໄໝຈົນສາມາດກວດຫາເຜົ່າພັນຂອງເຮົາຕັ້ງແຕ່ຍຸກກຳເນີດມີມະນຸດໄດ້ ເຮົາຄົງໄດ້ເຫັນຫຼາຍກວ່າ ສອງ ຫຼື ສາມເຜົ່າພັນໃນຮ່າງກາຍຂອງຄົນຜູ້ໜຶ່ງ ແລ້ວເຮົາຈະເອີ້ນຄົນຜູ້ໜຶ່ງວ່າເປັນເຜົ່າພັນໃດ? ຫຼືເຮົາຈະເອີ້ນຕາມເຜົ່າພັນໃຫຍ່ທີ່ມີສັດສ່ວນຫຼາຍທີ່ສຸດໃນຮ່າງກາຍຂອງຄົນຜູ້ນັ້ນວ່າເຂົາເປັນໃຜ? ຫຼືເອີ້ນຕາມສັນຊາດຂອງຄົນຜູ້ນັ້ນກໍ່ພຽງພໍແລ້ວ?
ຖ້າວັດທະນະທຳເປັນຕົວຂັບເຄື່ອນຄວາມຄິດ, ຜົນຜະລິດ ທີ່ເກີດຈາກພູມປັນຍາດ້ວຍການມີຕົວແປເປັນສະພາບແວດລ້ອມ, ເວລາ ກໍ່ເປັນພາຫະນະທີ່ດີໃນການນຳພາວັດທະນະທຳໄປຕົກທອດ ດ້ວຍເຄື່ອງມືທີ່ສຳຄັນຄືມະນຸດເປັນຄົນຖ່າຍທອດໃຫ້ກັນ ແລະ ກັນ. ແລ້ວຕັ້ງແຕ່ຕອນໃດກັນທີ່ເຮົາເອົາຄຳວ່າ "ວັດທະນະທຳ" (culture) ມາເປັນການຈຳກັດຂອບເຂດທີ່ຂອງຄວາມແຕກຕ່າງຫຼາກຫຼາຍຂອງມະນຸດ. ຕອນຮຽນຢູ່ຊັ້ນ ມ5 ມີອາຈານທ່ານໜຶ່ງສອນວິຊາສຶກສາພົນລະເມືອງ, ເພິ່ນເຄີຍເວົ້າວ່າ "ມະນຸດເຮົາເປັນສັດທີ່ສາມາດຮຽນຮູ້ຂ້າມເຜົ່າພັນໄດ້ວ່ອງໄວກວ່າສັດຊະນິດອື່ນ, ຍົກຕົວຢ່າງໃນເວລາທີ່ເຮົາເຮັດເຮືອນ, ເຮົາເຫັນເຮືອນຂອງຊາດອື່ນໆ ມີຄວາມສວຍງາມຖືກຕາ, ເຮົາກໍ່ສາມາດຮຽນແບບຕາມໄດ້. ແຕ່ສັດທັງຫຼາຍມັນບໍ່ສາມາດຮຽນຮູ້ຂ້າມສາຍພັນໄດ້ເຊັ່ນ: ນົກກະຈາບເຮັດຮັງແບບໜຶ່ງ, ນົກເຂົາກໍ່ເຮັດຮັງອີກແບບໜຶ່ງມັນຈະບໍ່ຮຽນແບບກັນ. ໃນເວລາທີ່ເຮົາເຮັດເຮືອນ ແລະ ອາໄສຢູ່ເຮືອນທີ່ມີລັກສະນະຮ່ວມສະໄໝ ບໍ່ໄດ້ເປັນເຮືອນໄມ້ຍົກຮ້ານສູງ, ແຕ່ເປັນເຮືອນກໍ່ຊີມັງ ແລະ ພື້ນຕ່ຳຕິດດິນ. ຫຼືອີກກໍລະນີໜຶ່ງຄືການກິນອາຫານທີ່ມີລັກສະນະຮ່ວມສະໄໝ ແລະ ມາຈາກຫຼາກຫຼາຍທະວີບຂຶ້ນ ເຮົາພັດເຫັນວ່າເປັນເລື່ອງປົກກະຕິ, ຖ່າຍຮູບໃຫ້ເຫັນເຮືອນງາມໆນຳກັນ, ຖ່າຍຮູບການກິນອາຫານແຊບໆໃຫ້ຄົນອື່ນເບິ່ງ. ຍາມເຂົ້າວັດບອກໃຫ້ນຸ່ງສິ້ນ, ບ່ຽງແພເພື່ອຮັກສາວັດທະນະທຳ; ບາງວັດເຖິງຂັ້ນຕິດປ້າຍຫ້າມຜູ້ຍິງທີ່ບໍ່ໄດ້ນຸ່ງສິ້ນຍ່າງຜ່ານ. ແຕ່ເວລາເຮັດຂອງກິນໄປຖວາຍຖ້າມີ: ຜັດໄທ, ຕົ້ມຍຳອາຫານທະເລ, ຂົ້ວສະປາເກັດຕີ, ສະເຕັກ, ຕຳໝາກຫຸ່ງ, ເຂົ້າຈີ່, ນ້ຳຫວານ ແລະ ເຂົ້າໜົມນຳເຂົ້າຈາກຕ່າງປະເທດທັງໝົດ, ລາວູ໊... ບໍ່ມີໃຜວ່າຫຍັງມີແຕ່ບອກ "ອີ່ມບຸນ-ອີ່ມໃຈ", ທັງຍັງຢ້ຳອີກວ່າ "ໃສ່ບາດຢ່າຖາມພຣະ".
ສິ່ງໜຶ່ງທີ່ຖືກເບິ່ງຂ້າມຫຼາຍກວ່າການໃຊ້ຄຳວ່າ "ຮີດຄອງປະເພນີ" ຄື "ພູມປັນຍາ" ທີ່ຄົນໃນຍຸກກ່ອນໄດ້ປະດິດສ້າງສິ່ງຕ່າງໆເພື່ອຄວາມແທດເໝາະທາງກາຍະພາບຂອງພູມີສາດຂອງທ້ອງຖິ່ນຕົນ. ຖ້າເຮົາບອກວ່າ "ແມ່ຍິງລາວເກົ້າຜົມບ່ຽງແພ" ເຮົາບໍ່ຄ່ອຍກ່າວເຖິງວ່າເປັນຫຍັງເຮົາຈຶ່ງເກົ້າຜົມ, ເປັນຫຍັງເຮົາຕ້ອງບ່ຽງແພ, ແພທີ່ເອົາມາບ່ຽງຜະລິດຈາກວັດຖຸດິບຊະນິດໃດ? ຖ້າສົມມຸດວ່າເຮົາເອົາຜ້າບ່ຽງທີ່ເປັນຂອງຮຽນແບບຈາກຈີນມາ (ຈີນເຄີຍເຮັດສິນຄ້າຮຽນແບບຫຼາຍຢ່າງມາກ່ອນໜ້ານີ້ແລ້ວ) ບ່ຽງມັນຍັງຈະເອີ້ນໄດ້ວ່າມີເປັນຄວາມເປັນສາວລາວທີ່ເຮົາໂຫຍຫາໄວ້ຢູ່ຫຼືບໍ່? ຫຼື ມີຄຳເອີ້ນແບບອື່ນອີກ?
ໃນເວລາທີ່ເຮົາກ່າວເຖິງນັກທ່ອງທ່ຽວ ແລະ ການລົງຫຼິ້ນນ້ຳຂອງເຂົາເຈົ້າເຮົາຈະຄິດພາບເຫັນຄົນຕ່າງຊາດສ່ວນໃຫຍ່ທີ່ພາກັນນຸ່ງຊຸດລອຍນ້ຳລົງຫຼິ້ນນ້ຳ ແລະ ຍ່າງເລາະເທິງຫາດແຄມນ້ຳຊອງໃນເຂດວັງວຽງ ໂດຍສະເພາະແມ່ນຜູ້ຍິງວ່າເປັນຕົວຢ່າງໃນການທຳລາຍການນຸ່ງຖືອັນດີງາມຂອງຜູ້ຍິງລາວ. ແຕ່ຖ້າເຮົາເອົາຮູບສາວລາວປະນົມໃນຍຸກກ່ອນໃຫ້ເບິ່ງ, ຜູ້ທີ່ຂັດແຍ່ງກັບຄວາມຄິດນີ້ເຂົາພັດບອກວ່າເຮົາຕ້ອງປັບຕົວ. ແລ້ວການປັບຕົວທີ່ມັນເປັນໄປຢູ່ທຸກມື້ທຸກເຮົາພັດເຫັນວ່າມັນເປັນຄວາມເຊື່ອມຊາມ. ບໍ່ວ່າຈະເປັນການນຸ່ງເສື້ອຜ້າອາພອນກໍ່ດີ, ຫຼື ການຍ້ອມຜົມສີທອງຂອງສາວໆນຳສະໄໝທັງຫຼາຍ. ໃຜເຮັດຫຍັງລົງໄປໃນທາງທີ່ບໍ່ຖືກຫູຖືກຕາເຮົາກໍ່ຈະບອກວ່າຜິດຮີດສິບສອງ, ຜິດຄອງສິບສີ່; ຄືດັ່ງເພງ: ສາວຜົມທອງທີ່ໄດ້ຂັບຮ້ອງກັນມາດົນນານຫຼາຍປີ ແຕ່ເຮົາລອງມາອ່ານຮີດ 12 ຄອງ 14 ນຳກັນເບິ່ງວ່າມັນມີຂໍ້ຫ້າມກ່ຽວກັບການນຸ່ງເສື້ອຜ້າ ແລະ ສີຜົມຂອງເຮົາແນວໃດ?
ຮີດ​ສິບ​ສອງ
ໃນ​ແຕ່ລະ​ເດືອນ​ຂອງ​ປີ​ໜຶ່ງຈະ​ມີ​ການ​ເຮັດບຸນ​ປະ​ເພນີ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ທີ່​ແຕກ​ຕ່າງ​ກັນ​ໄປ ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ສິ່ງ​ສັກສິດທີ່​ຊ່ວຍ​ໃຫ້​ຕົນ​ເອງ​ມີ​ຊີວິດການ​ເປັນ​ຢູ່​ທີ່​ດີ. ຮີດ​ສິບ​ສອງ​ປະກອບ​ມີ:
1. ​ເດືອນ​ຈຽງ (​ເດືອນ​ໜຶ່ງ) ບຸນ​ນິມົນ​ພະສົງ​ເຂົ້າກຳ
2. ​ເດືອນ​ຍີ່ (​ເດືອ​ນສອງ) ​ເຮັດບຸນ​ລານ​ເຂົ້າ ຫຼືບຸນຄຸນ​ເຂົ້າ, ບາງ​ທ້ອງ​ຖິ່ນ​ຍັງ​ເອີ້ນ​ວ່າບຸນ​ກອງ​ເຂົ້າກໍ​ມີ.
3. ​ເດືອນ​ສາມ ​ເຮັດບຸນ​ເຂົ້າຈີ່
4. ​ເດືອນ​ສີ່ ​ເຮັດບຸນ​ພະ​ເວດ
5. ​ເດືອນ​ຫ້າ ​ເຮັດບຸນ​ສົງ​ພະ ຫຼືບຸນປີ​ໃໝ່​ລາວ
6. ​ເດືອນ​ຫົກ ​ເຮັດບຸນ​ບັ້ງ​ໄຟ
7. ​ເດືອນ​ເຈັດ ​ເຮັດບຸນ​ບ້ານ ຫຼືບຸນ​ລ້ຽງ​ຜີ​ມະ​ເຫ​ສັກ​ຫຼັກ​ເມືອງ
8. ​ເດ​ືອນ​ແປ​ດ ບຸນ​ເຂົ້າພັນ​ສາ
9. ​ເດືອນ​ເກົ້າ ບຸນ​ຫໍ່​ເຂົ້າປະດັບ​ດິນ
10. ​ເດືອນສິບ ບຸນ​ຫໍ່​ເຂົ້າສະຫຼາກ
11. ​ເດືອນ​ສິບ​ເອັດ ບຸນ​ອອກ​ພັນ​ສາ
12. ​ເດືອນ​ສິບ​ສອງ ບຸນ​ທອດ​ກະຖິນ
ຄອງສິບສີ່
1.ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼືຜູ້​ມີ​ສິນ​ບໍລິສຸດ
2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື ​ເງື່ອນ ​ໄປ​ໃຫ້​ພະສົງ​ສັນ
3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.
4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼື ຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.
5. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ​ແລະ ​​ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.
6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ
7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼື ນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.
8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ​ຜົວ​ຂອງຕົນ
9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼື ຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼື ຢ່າ​ຖື​ອາວຸດ​ໃດໆ.
10. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ ​ປະຕູ​ເຮືອນ.(ປັດຈຸບັນ ຢູ່ຊົນນະບົດ​ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).
11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.
12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.
13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ​້ມີ​ສິນ​ກ່ອນ ແລ້ວ​ຈຶ່ງ​ຄ່ອຍ​ກິນ.(ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).
14. ຢ່າ​ພາກັນ​ລັກ​ໂລບ​ຕາຊີງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ ​ແລະ ​ກັນ.(ອ້າງອີງ https://en.wikipedia.org)
ແລ້ວມັນມີຄຳກ່າວເຖິງເລື່ອງການນຸ່ງຖື, ສີຜົມໃນຂໍ້ໃດ? ຖ້າມັນບໍ່ມີກໍ່ບໍ່ຄວນເກັບມາອ້າງ, ຄວນໄປໃຊ້ຫຼັກຖານອື່ນມາອ້າງ, ບໍ່ແມ່ນແຕ່ງເພງແລ້ວຢາກແຕ່ງແນວໃດກໍ່ແຕ່ງ ຫຼື ຫາສະເພາະຄຳທີ່ມັນຄ່ອງກັນເທົ່ານັ້ນ. ເພາະມັນຈະເຮັດໃຫ້ຄົນຮຸ່ນໃໝ່ຮຽນຮູ້ເອົາສິ່ງຜິດໆໄປແບບບໍ່ຮູ້ສຶກຕົວ ໂດຍບໍ່ທັນໄດ້ມີການຄິດຕຶກຕອງ ແລະ ພິຈາລະນາ.
ໃນເວລາທີ່ຄົນຕ່າງປະເທດໄດ້ນຳເອົາວັດທະນະທຳຂອງເຮົາໄປໃຊ້ເຊັ່ນການ ນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ ເຮົາກໍ່ພາກັນຍ້ອງວ່າ: ໂອຍງາມ, ເອກອ້າງພູມໃຈ, ແຕ່ເປັນຫຍັງຄົນຊາດເຂົາຈຶ່ງບໍ່ອອກມາເວົ້າໃຫ້ກັນວ່າ: ພວກເຮັດໃຫ້ເສຍວັດທະນະທຳ, ເອົາເຄື່ອງຊາດອື່ນມານຸ່ງ, ເປັນແບບຢ່າງທີ່ບໍ່ດີໃຫ້ແກ່ເຍົາວະຊົນອັງກິດ, ຝຣັ່ງ, ອີຕາລີ....ແດ່?
ໃນການເກົ້າຜົມບ່ຽງແພ ໃນຍຸກປັດຈຸບັນເຮົາກໍ່ປະຕິບັດກັນເປັນບາງຄັ້ງຄາວ ແລະ ໂອກາດເຊັ່ນ: ໄປຖ່າຍຮູບ, ເປັນນາງແບບໂຄສະນາ, ເຮັດງານແຕ່ງດອງໂດຍສະເພາະແມ່ນເຈົ້າສາວ ແລະ ເຈົ້າພາບ, ສະແດງວ່າຄຳວ່າ ຜູ້ຍິງລາວເກົ້າຜົມບ່ຽງແພ ແມ່ນເປັນຜູ້ຍິງລາວບາງເທື່ອບາງຍາມ, ຍາມບໍ່ໄດ້ເກົ້າຜົມບ່ຽງແພ, ກໍ່ບໍ່ຮູ້ວ່າເປັນຜູ້ຍິງຫຍັງ? ອີກຢ່າງໜຶ່ງໃນເວລາທີ່ເຮົາເວົ້າວ່າ "ຜູ້ຍິງລາວເກົ້າຜົມບ່ຽງແພ" ເພື່ອເປັນການສົ່ງເສີມວັດທະນະທຳອັນດີງາມນັ້ນ, ເຮົາໄດ້ຄຳນຶງບໍ່ວ່າໃນລາວເຮົາມີຫຼາຍເຜົ່າພັນ; ບາງເຜົ່າບໍ່ໄດ້ນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ ແລ້ວເປັນຫຍັງເຮົາຕ້ອງເອົາສິ່ງໜຶ່ງສິ່ງດຽວມາເປັນຄຳຕັດສິນຊີ້ຂາດສິ່ງອື່ນໆທີ່ແຕກຕ່າງຫຼາກຫຼາຍທັງໝົດ. ຖ້າຂ້ອຍເກີດຢູ່ລາວໃຫຍ່ຢູ່ລາວ, ພໍ່ລາວ, ແມ່ລາວ ແຕ່ເຜົ່າຂ້ອຍບໍ່ໄດ້ເກົ້າຜົມບ່ຽງແພ ແລ້ວຂ້ອຍເປັນໃຜ?
ໃຜໆກໍ່ເວົ້າວ່າຂ້ອຍເປັນພວກຄິດຫຼາຍ, ເຮັດໃຫ້ຕົນເອງບໍ່ມີຄວາມສຸກ. ສົມມຸດຄວາມສຸກຂອງຂ້ອຍຄືການຄິດເດ, ຂ້ອຍຕ້ອງຄິດຕໍ່ແມ່ນຫຼືບໍ່? ເວລາເຮົາຖາມເລື່ອງນັ້ນເລື່ອງນີ້ ຄົນກໍ່ບອກວ່າເຮົາຫາເລື່ອງ, ເວົ້າຫຼາຍ. ແລ້ວເຄື່ອງມືທີ່ສຳຄັນທີ່ເຮົາເອີ້ນວ່າພາສາເຮົາຈະມີໄວ້ເຮັດຫຍັງຖ້າເຮົາບໍ່ໄດ້ຢາກໃຊ້ມັນເພື່ອຈະສື່ສານກັນໃນເລື່ອງຕ່າງໆ. ເຮົາຄົງບໍ່ມີວັນແມ່ຍິງສາກົນທີ່ໄດ້ມາຈາກການຕໍ່ສູ້ຂອງຄົນທີ່ "ຄິດຫຼາຍ" ທີ່ບໍ່ສະເພາະແຕ່ໄດ້ເຮັດເພື່ອຕົນເອງ, ແຕ່ພວກເຂົາໄດ້ເຮັດເພື່ອຄົນອື່ນໆນຳ. ເຮົາຄົງຕ້ອງບໍ່ໄດ້ສະຫຼອງວັນກຳມະກອນ ແລະ ເຮັດວຽກ 8 ຊົ່ວ/ວັນ, ບໍ່ມີຄົນທີ່ຄິດຫຼາຍ ແລະ ຕໍ່ສູ້ເພື່ອໃຫ້ໄດ້ມັນມາ. ເຮົາຄົງບໍ່ມີວັນເດັກສາກົນ, ຖ້າບໍ່ມີຜູ້ໃຫຍ່ທີ່ຄິດຫຼາຍ ແລະ ເຮັດໜ້າທີ່ຮຽກຮ້ອງແທນເດັກທຸກຄົນ.
ແລ້ວຂ້ອຍເປັນໃຜ? ຂ້ອຍຄົງຕ້ອງຄິດໃຫ້ຫຼາຍຂຶ້ນເຊັ່ນກັນ.

Saturday, November 17, 2018


ສາວປະນົມ.

ຄຳວ່າ "ນົມ" ບາງຄັ້ງກໍ່ເປັນຄຳທີ່ຟັງແລ້ວທຳມະດາເຊັ່ນ: ເອົາລູກກິນນົມ, ໄປຊື້ນົມໃຫ້ລູກ, ບ້ານຜານົມ...ແຕ່ບາງຄັ້ງຟັງແລ້ວເຮັດໃຫ້ຮູ້ສຶກຄືຫຍາບຄາຍຖ້າມາໃຊ້ອະທິບາຍຮູບຮ່າງຂອງຜູ້ຍິງເຊັ່ນ: ອີ່ນັ້ນນົມໃຫຍ່, ສາວນົມຍານ, ນົມນ້ອຍປານໝາກນາວ... ການໃຊ້ຄຳວ່ານົມຈະສຸພາບ-ຫຍາຍຄາຍແນວໃດຖືວ່າຂຶ້ນຕາມສະຖານະການໃນການໃຊ້, ບາງຄັ້ງກໍ່ເປັນຄຳເວົ້າຫຼິ້ນກັນໃນວົງເຫຼົ້າ. ແຕ່ຖ້າເກີດລູກແລ້ວບໍ່ມີນ້ຳນົມໃຫ້ລູກກິນອັນນີ້ຖືວ່າເປັນເລື່ອງອຸກອັ່ງຂອງບັນດາແມ່ໆທັງຫຼາຍ.

ຕາມຄຳເລົ່າຂານຕຳນານແບບປາກເປົ່າ, ພະທາດພະນົມອາດແມ່ນຜັນສຽງມາຈາກພະທາດປະນົມ, ເພາະແມ່ນຜູ້ຍິງສ້າງແລ້ວຢາກໃຫ້ແລ້ວໄວ້ເລີຍປະນົມສ້າງ, ເຮັດຜູ້ຊາຍແຫ່ກັນມາເບິ່ງຈົນຕາຄ້າງ, ບໍ່ເປັນອັນສ້າງທາດຕົນເອງ. ແຕ່ຄວາມຈິງໃນສະໄໝກ່ອນຜູ້ຍິງອາດປະນົມເປັນປົກກະຕິວິໄສກັນຢູ່ແລ້ວ ສັງເກດເບິ່ງຮູບແຕ້ມຢູ່ວັດມີແຕ່ຮູບສາວປະນົມ, ສ່ວນຜູ້ຊາຍນຸ່ງເສື້ອ. ຖ້າເຮົາໄປເປີດເບິ່ງປຶ້ມຮູບພາບທີ່ນັກຖ່າຍຮູບຊາວຕາເວັນຕົກໄດ້ພາກັນແບກກ້ອງຖ່າຍຮູບຂະໜາດໃຫຍ່ເຂົ້າມາບັນທຶກພາບຂອງຊາວອາຊີອາຄະເນເອົາໄວ້, ເຮົາກໍ່ຈະໄດ້ເຫັນວ່າ ຄົນທີ່ນຸ່ງເສື້ອແມ່ນບັນດາເຈົ້ານາຍ ແລະ ຂຸນນາງຊັ້ນຜູ້ໃຫຍ່ທັງຫຼາຍ, ສ່ວນຜູ້ເປັນບ່າວໄພ່, ຂ້າທາດບໍລິວານແມ່ນບໍ່ໄດ້ນຸ່ງເສື້ອ. ນັ້ນອາດເວົ້າໄດ້ວ່າການນຸ່ງເສື້ອແມ່ນເຄື່ອງມືບົ່ງບອກສະຖານະທາງສັງຄົມ. ຄົນສະໄໝຕໍ່ມາຄົງຕໍ່ສູ້ກັນເພື່ອໃຫ້ໄດ້ນຸ່ງເສື້ອເພື່ອບົ່ງບອກຄວາມເທົ່າທຽມກັນຫຼາຍຂຶ້ນ. 

ໃນຂະນະທີ່ສົນທະນາກັນເລື່ອງປະນົມ ນ້ອງຊາຍໄດ້ເລົ່າເຖິງເຫດການທີ່ເຕືອນຄວາມຊົງຈຳເມື່ອພວກເຮົາຍັງນ້ອຍ ເຮົາເຫັນຄົນໄທບ້ານທີ່ເປັນຄົນທ້ອງຖິ່ນ (ເພາະຄອບຄົວເຮົາຖືວ່າເປັນຄອບຄົວທີ່ຍ້າຍເຂົ້າມາຢູ່ໃໝ່) ພາກັນປະນົມຕາມບ້ານ (ແກ້ເສື້ອ, ບໍ່ນຸ່ງເສື້ອຊ້ອນ) ກໍ່ບໍ່ເຫັນວ່າມີໃຜວ່າຫຍັງ, ຜົວຂອງລາວກໍ່ບໍ່ໄດ້ນຸ່ງເສື້ອຄືກັນ. ບາງຄົນເວລາບໍ່ນຸ່ງເສື້ອຢູ່ເຮືອນ, ພໍຢາກຍ່າງອອກໄປຊື້ເຄື່ອງຕາມບ້ານ, ກໍ່ພຽງແຕ່ເອົາສິ້ນຂຶ້ນມາຮັດເອິກ, ເອົາເງິນຍັດໄວ້ຮ່ອງເອິກ ແລ້ວກໍ່ຍ່າງເລາະໄປລົມກັບຄົນນັ້ນຄົນນີ້ ຢ່າງເບີກບານ, ປານເຮົານຸ່ງຊຸດສາຍດ່ຽວ-ເກາະເອິກກັນດຽວນີ້ ພຽງແຕ່ຕ່າງກັນບ່ອນວ່າເຮົາເອີ້ນມັນວ່າສິ້ນແຕ້ມ. ແຕ່ພໍເຮົາເລີ່ມເຕີບໃຫຍ່ຂຶ້ນປະກົດການນີ້ເລີ່ມຄ່ອຍໆຈາງຫາຍໄປຢ່າງບໍ່ຮູ້ສຶກຕົວ. ຈົນໄດ້ມາລົມກັນອີກຄັ້ງໜຶ່ງເຮົາຈຶ່ງພົບວ່າເຫດການປະນົມນັ້ນເປັນພຽງຄວາມຊົງຈຳໄວເດັກ. ໃນປີ 2015 ຂ້ອຍໄດ້ມີໂອກາດພາແມ່ໄປທ່ຽວປາສາດຫີນວັດພູ, ແຕ່ເນື່ອງຈາກເວລາມັນຄຳ່ຄ້ອຍຫຼາຍແລ້ວພວກເຮົາຈຶ່ງຕັດສິນໃຈພັກຄ້າງຄືນທີ່ເຮືອນພັກຢູ່ຕີນພູນັ້ນເລີຍ. ພໍຕື່ນເຊົ້າມາເຮົາກໍ່ກຽມໄປບ່ອນອື່ນຕໍ່, ກ່ອນອອກຈາກໝູ່ບ້ານດ້ວຍລົດສອງແຖວທີ່ນັດໄວ້, ເຈົ້າຂອງເພິ່ນໄດ້ຖ້າລູກຄ້າອີກກຸ່ມໜຶ່ງທີ່ເປັນຄົນໄທບ້ານກຳລັງຈະເດີນທາງໄປປະເທດໄທ, ຟັງຈາກການສົນທະນາແລ້ວຈັບໃຈຄວາມໄດ້ວ່າເຂົາເຈົ້າກຳລັງເດີນທາງກັບໄປເຮັດວຽກຢູ່ໄທ, ຄົງຈະໄປຢູ່ພຸ້ນມາແລ້ວຫຼາຍປີເຕີບ, ຄັ້ງນີ້ກັບມາຢາມບ້ານ. ແມ່ຂອງພວກເຂົານັ່ງປິ່ນໜ້າໃສ່ລູກຊາຍສອງຄົນ, ພໍ່ນັ່ງຢູ່ອີກດ້ານໜຶ່ງ ຢູ່ໃນເຮືອນທີ່ເປີດປະຕູຈ່າງປ່າງຢູ່, ມີແກ້ວເບຍຕັ້ງຮຽງຢູ່ຂ້າງ ຕາມຮີດໄທບ້ານຮັບ-ສົ່ງກັນຂຶ້ນ-ລົງເຮືອນຕ້ອງມີນ້ຳຕາຜີິເຜດ. ປະເດັນຄືທັງພໍ່ແລະແມ່ແມ່ນບໍ່ໄດ້ນຸ່ງເສື້ອ ພວກເຂົາກໍ່ນັ່ງລົມກັນສັ່ງລາແບບບໍ່ຟ້າວບໍ່ຟັ່ງ, ແມ່ປ້າກໍ່ນັ່ງເອົາແຂນສອກເທົ້າຂາຂອງຕົນເອງຢູ່, ນົມກໍ່ຍານຕາບຊາບຕາມພາສາຜູ້ເຖົ້າອາຍຸກາຍຫົກສິບ. ຕອນທຳອິດຂ້ອຍກໍ່ຮູ້ສຶກແປກໃຈເລັກນ້ອຍ ແຕ່ເບິ່ງໄປແລ້ວມັນກໍ່ຄືເຄີຍໆເຫັນ, ຄິດວ່າຮີດຄອງເຮົາກໍ່ຍັງຮັກສາໄວ້ໄດ້ໝັ້ນຄົງດີຢູ່. ຄວາມເທົ່າທຽມກັບເພດຊາຍກໍ່ສູງຫຼາຍ, ຫຼາຍກວ່າຄົນໃນເອີລົບທີ່ຮຽນຮ້ອງກັນແລ້ວຮຽກຮ້ອງກັນອີກ, ຍັງບໍ່ໄດ້ມາແບບນີ້. ຕົວຢ່າງໃນງານກິລາລະດັບສາກົນທີ່ເຮົາເຫັນການຖ່າຍທອດສົດທັງຫຼາຍ, ເວລາທີ່ນັກກິລາຊາຍຢູ່ໜ້າສະໜາມແກ້ເສື້ອຫຼິ້ນຕໍ່ບໍ່ເປັນຫຍັງເລີຍແມ່ນແຕ່ນ້ອຍ, ແຕ່ເລລານັກກິລາຍິງຈະແກ້ເສື້ອ ທັງທີ່ມີເສື້ອຊ້ອນໃນແບບກິລາຢູ່ຍັງບໍ່ໃຫ້ແກ້. ນັກກິລາຍິງທັງຫຼາຍເຂົາເລີຍມີວິທີປ່ຽນເສື້ອໜ້າສະໜາມທີ່ເຫັນແລ້ວກໍ່ຮ້ອງ "ໂອຍ" ອອກມາເລີຍເພາະຕອນຍັງນ້ອຍເຮົາກໍ່ເຮັດຄືກັນ. ໃນຊົ່ວໂມງກິລາຂອງໂຮງຮຽນຂ້ອຍເປັນຄົນໜຶ່ງທີ່ຄ້ານໄປປ່ຽນເສື້ອໃນຫ້ອງນ້ຳ, ໜຶ່ງເພາະມັນໄກ, ສອງເພາະມັນເໝັນຫຼາຍໄດ້ກິ່ນແລ້ວຢາກຮາກແຕກແຕ່ 10 ແມັດກ່ອນໜ້າ; ຈຶ່ງຕ້ອງປ່ຽນເສື້ອໃນຫ້ອງຮຽນເລີຍໂດຍການເອົາເສື້ອໂຕທີ່ເຮົາຢາກນຸ່ງມາສຸບໃສ່, ບໍ່ຕ້ອງສອດແຂນເຂົ້າເທື່ອ, ເອົາມືແກະກະດຸມເສື້ອທີ່ເຮົາຢາກແກ້ ຫຼື ຖ້າເປັນເສື້ອບໍ່ມີດຸມກໍ່ປົດແຂນອອກຈາກບ້ວງເສື້ອເຂົ້າທາງໃນ, ຮູດມັນອອກມາທາງລຳຄໍ, ແລ້ວສອດແຂນເຂົ້າເສື້ອໂຕນອກທີ່ເຮົາຢາກນຸ່ງກໍ່ຖືວ່າເປັນອັນຮຽບຮ້ອຍ. 

ຖ້າເວົ້າກັນດ້ານແຟຊັ່ນຂອງຄວາມໂປ້ເປືອຍເຮົາຕ້ອງໄປຫາເບິ່ງໃນ internet, ວາລະສານ, ປ້າຍໂຄສະນາ ທີ່ຈ້າງດາຣາມາຄ່າຕົວແພງໆ ເຮົາພັດເຫັນວ່າມັນງາມ (ເຖິງປາກຈະວິຈານ) ໃຈເຮົາກໍ່ຍັງຢາກເບິ່ງ. ອັນທີ່ຈິງເຮົາ ແລະ ອີກຫຼາຍປະເທດໃນພູມີພາກ ແລະ ແຖບອາຟຣິກາອາດເປັນຕົ້ນແບບຂອງ fashion ຄວາມ node ທີ່ໂລກເຂົາໂຫຍຫາກັນກໍ່ເປັນໄດ້. 

ປະກົດການອວດລູກ

ໃນລົດເມ:

ຄົນແປກໜ້າສອງຄົນມາພົບກັນແລ້ວລົມກັນເປັນເລື່ອງເປັນລາວ, ສາວຄວາມຍາວຄວາມຍືດໄດ້ຕັ້ງດົນເພາະລົມກັນເລື່ອງລູກ.
ຫົວຂໍ້ຫຼັກຄືລູກໄດ້ຮຽນຢູ່ໃສໂຮງຮຽນໃດ? ໂຮງຮຽນໃດດັງ? ໂຮງຮຽນໃດແພງ?...
ປະກົດການອວດລູກກັນມັນຄົງຈະມີມາແຕ່ກຳເນີດມະນຸດ ແລະ ຕິດໃນ DNA ເຮົາຈົນແກະອອກຈາກກັນບໍ່ໄດ້ແລ້ວ.
ເບິ່ງມື້ຮຽນກໍ່ສັ່ງເອົາສັ່ງເອົາວ່າ: ຮຽນໃຫ້ເກັ່ງເສັງໃຫ້ໄດ້ເດີລູກ, ແບບບໍ່ເຄີຍຖາມວ່າຮຽນຍາກບໍ່, ຍາກບ່ອນໃດ, ຄູສອນແນວໃດ, ມີບັນຫາໃນການເຂົ້າກັບໝູ່ຄູ່ໃນໂຮງຮຽນບໍ່, ອີກທັງບໍ່ເຄີຍສອນວິທີຮຽນເກັ່ງໃຫ້ເຮົາອີກ, ບອກແຕ່ໃຫ້ອ່ານໃຫ້ເລົ່າໃຫ້ທ່ອງ, ແລ້ວວິທີທີ່ຄົນຮຽນເກັ່ງເຂົາຮຽນເຂົາເຮັດແນວໃດກັນ, ເຂົານັ່ງອ່ານໜັງສືໝົດມື້ໝົດຄືນຊັ້ນບໍ?. ເຮົາຮຽນບໍ່ໄດ້ກໍ່ຈົ່ມລ້ຽງເຂົ້າສຸກເສຍເຂົ້າສານ, ຄືບໍ່ເອົາເຂົ້າສານໃຫ້ກິນຈະໄດ້ບໍ່ຕ້ອງເປືອງໄຟໜຶ້ງຫຼືຫຸງ. ທັງຈົ່ມໜັກຈົ່ມໜາວ່າຄົນຫາເງິນສົ່ງຮຽນມັນລຳບາກເປັນສອງເທົ່າ...ບລາໆ...ຕອນຈະເກີດເຮົາບໍ່ຖາມໂຕເອງເລີຍວ່າພ້ອມແລ້ວບໍ່ກັບພາລະທີ່ຈະຕາມມາ.
ບາງຄົນເຄີຍມາຈົ່ມໃຫ້ຟັງໃນການລູກໃຊ້ເງິນເປືອງເດືອນລະເທົ່າໃດ, ເຊິ່ງແພງກວ່າເງິນເດືອນຄູເຮົາອີກສອງສາມເທົ່າ. ບໍ່ຮູ້ວ່າຈົ່ມຢາກແກ້ໄຂ ຫຼື ຈົ່ມພາກພູມໃຈກັນແທ້. ເພາະຖ້າມີຄວາມສາມາດຈ່າຍ ແລະ ຄິດວ່າມັນພໍດີພໍງາມແລ້ວຄົງບໍ່ຈົ່ມ, ແຕ່ຖ້າແກ້ໄຂຄົງຈະບໍ່ໂອນເງິນໃຫ້ຫຼາຍຂຶ້ນກວ່າເກົ່າໄປເລື້ອຍໆແລ້ວລະ.
ແທ້ໆແລ້ວເຮົາເຄີຍຖາມລູກບໍ່ວ່າເຂົາຢາກຮຽນຫຍັງ, ຢາກເຮັດຫຍັງ ຫຼື ເຮົາລ້ຽງເຂົາໄວ້ເພື່ອຍັດຄວາມຝັນອັນບໍ່ສຳເລັດຜົນຂອງເຮົາໃສ່ໃຫ້ເຂົາເຮັດແທນ? ຫຼືວ່າສຸດທ້າຍກໍ່ຄວ້າອາກາດກັນທັງຄູ່.
ຕອນໄປຮ່ວມງານຂຶ້ນເຮືອນໃໝ່ຂອງໃຜບໍ່ຮູ້ (ໄປນຳພໍ່ແມ່) ພໍແຕ່ກ້າວຂາເຂົ້າປະຕູກໍ່ໄດ້ຍິນສຽງຈໍແຈກັນ: ລູກຂ້ອຍຮຽນຢູ່.... ລູກຂ້ອຍຮຽນ....ຂ້ອຍພໍຢາກແລ່ນກັບເມືອເຮືອນໃນຕອນນັ້ນເລີຍ ແລະ ຕັ້ງໃຈວ່າບໍ່ຢາກຈະໄປງານພົບປະຄົບງັນທີ່ເປັນຂອງ Generation ດຽວກັບພໍ່ແມ່ເຮົາອີກ ເພາະເມື່ອຍຟັງອັນວ່ານັ້ນລະ.
ເຮົາມີອິດສະລະພາບໃນການເລືອກຮຽນໜ້ອຍຫຼາຍປານໃດ ຫຼື ເຮົາເລືອກຮຽນເພາະກະແສມັນກຳລັງມາແຮງ ຫຼື ແຮງກົດດັນຈາກສັງຄົມ. ຕອນເລືອກສາຍຮຽນກ່ອນເຂົ້າມະຫາວິທະຍາໄລ ເຮົາເຄີຍໄດ້ຍິນຄົນລົມກັນ: "ຢາກໃຫ້ລູກໄປຮຽນແພດ" ຫຼື "ເຮົາຈະໄປຮຽນແພດ", ຂ້ອຍເລີຍຖາມເຂົາວ່າ: "ເປັນຫຍັງ" ເຂົາມີຄຳຕອບແບບມີເຫດຜົນຫຼາຍ "ຍ້ອນຈະໄດ້ປົວພໍ່ແມ່ ແລະ ຄອບຄົວຂອງຕົນເອງໄດ້" . ຂ້ອຍງຶກຫົວກຶກໆ ບໍ່ຮູ້ຈະເວົ້າຫຍັງຕໍ່ແຕ່ຂ້ອຍກໍ່ຄິດຄຳຖາມຂຶ້ນມາໄດ້ວ່າ: "ຖ້າສົມມຸດບໍ່ໄດ້ເປັນທ່ານໝໍແຕ່ເຮົາມີເງິນແລ້ວສົ່ງເຂົາໄປໂຮງໝໍເດ, ບໍ່ໄດ້ຫວາ?" ເຂົາຕອບວ່າ: "ໄດ້, ແຕ່ອາດບໍ່ຄືເຮົາປົວເອງ", ຂ້ອຍຖາມຕໍ່ວ່າ "ຖ້າເຮົາຮຽນກ່ຽວກັບກະດູກແລ້ວເຂົາເປັນໂລກຫົວໃຈເດ, ເຮົາຈະປົວເຂົາເອງແນວໃດ?", ເຂົາວ່າ: "ບໍ່, ເຮົາຈະຮຽນແພດທົ່ວໄປ". ໝົດຄຳຊິເວົ້າອີຫຼີບາດນີ້.
ຕອນລູກຈະໄປຮຽນຕ່າງປະເທດເຮົາຮີບຕັ້ງໂຕະຈັດງານ ເພື່ອສະຫຼອງ ແລະ ອວຍພອນໃຫ້ເດີນທາງໂດຍສະຫວັດດີພາບ; ທັງອົບອຸ່ນຈິດໃຈໃຫ້ກັນ ແລະ ກັນ.
ຕອນລູກກັບບ້ານເຮົາກໍ່ຈັດງານຮັບຂວັນກັນອີກ. ສະແດງວ່າຂວັນຄົນເຮົາຂ້ອນຂ້າງອ່ອນໄຫວ ຕ້ອງຈັດພິທີທັງສົ່ງທັງຮັບ. ຈະໄປຊື່ໆມາຊື່ໆບໍ່ໄດ້ເພາະຈະເຮັດໃຫ້ຂວັນຕື່ນ ແລະ ອາດເຮັດໃຫ້ເຮົາບໍ່ສະບາຍໄດ້.
ໃນວັນຮັບປະລິນຍາບັດ ຫຼື ງານຮັບໃບປະກາດ ກໍ່ຈະມີການທີ່ຄອບຄົວ-ຍາດພີ່ນ້ອງມາຮ່ວມຍິນດີເປັນທຳມະດາ ເພາະເປັນມື້ຈົບການສຶກສາທີ່ລໍຄອຍມາແສນນານຕັ້ງ 4 ປີ. ແຕ່ມີໃຜແດ່ທີ່ສະຫຼອງເພື່ອການເລີ່ມຕົ້ນການເຮັດວຽກໃນອີກຕະຫຼອດຊີວິດຂ້າງໜ້າ.
ເພາະເຮົາກໍ່ຕ້ອງຍອມຮັບວ່າລູກຄືຄວາມພາກພູມໃຈຂອງພໍ່ແມ່ທີ່ໄດ້ລ້ຽງດູມາເປັນຢ່າງດີ, ບໍ່ແປກທີ່ພໍ່ແມ່ຈະຢາກເວົ້າໃຫ້ໃຜໆຟັງໃນດ້ານທີ່ເປັນຜົນງານຊິ້ນເອກຂອງເຂົາ. ສົມມຸດເຮົາລອງຄິດພາບພໍ່ແມ່ຄົນພວກນີ້ຈະລົມເລື່ອງລູກຂອງຕົນໃຫ້ໃຜຟັງວ່າເຂົາເຈົ້າເຮັດຫຍັງໄດ້ແດ່ເຊັ່ນພໍ່ແມ່ຂອງ Stephen hawking, Steve Jobs, Albert Einstein, Mark Skalberg, J. K. Rowling; Hitler ... ເຂົາອາດຕ້ອງໃຊ້ເວລາຫຼາຍກວ່າພໍ່ແມ່ຄົນອື່ນໃນການສັນທະຍາຍໃຫ້ຄົນຟັງ... ລູກຂ້ອຍເຮັດລະເບີດປະລະມະນູໄດ້ໃດ໊, ກ່ອນຈະເຮັດໄດ້ເຂົ້າຫ້ອງທົດລອງເປັນປີກໍ່ບໍ່ອອກມາ....; ລູກຂ້ອຍເຮັດ facebook; ລູກຂ້ອຍຜະລິດໜ້າຈໍສຳພັດເປັນຄົນທຳອິດ; ລູກຂ້ອຍເຮັດວິໄຈເລື່ອງດວງດາວ....; ລູກຂ້ອຍຂຽນວັນນະກຳເຍົາວະຊົນທີ່ຂາຍດີທີ່ສຸດໃນໂລກ ແລະ ເລື່ອງອື່ນໆອີກ.... ເຮົາລອງຄິດເບິ່ງວ່າພວກເຂົາຈະຕ້ອງເລົ່າດົນປານໃດຈຶ່ງຈະສົມຄວາມພູມໃຈທີ່ເຂົາເຈົ້າມີຕໍ່ຄວາມເກັ່ງກາດຕໍ່ລູກເຂົາເຈົ້າ. ຫຼືພໍ່ແມ່ຂອງ Adolf Hitler ຈະເລົ່າແນວໃດ: ລູກຂ້ອຍກໍ່ສົງຄາມໂລກຄັ້ງທີສອງ ແບບນີ້ບໍ່??

ເມື່ອອະໄວຍະວະເພດຂອງ Batman ຖືກຮຽກຮ້ອງໃຫ້ censor

#ຫ້າມອ່ານ ໂດຍສະເພາະຜູ້ມີສິນລະທຳອັນດີງາມຢ່າງສູງສົ່ງ ແລະ ຍອມຮັບຄວາມຈິງບໍ່ໄດ້. #ເຕືອນແລ້ວ ຢ່າມາ Drama ຕາມຫຼັງ. #ພໍ່ແມ່ຫ້າມໃຫ້ລູກທີ່ຕ່ຳກວ່າ13ອ່ານ. ເຂົ້າໃຈກົງກັນເນາະ!
ເມື່ອອະໄວຍະວະເພດຂອງ Batman ຖືກຮຽກຮ້ອງໃຫ້ censor
ໃນເວລາທີ່ເຮົາເຫັນພາບໂປ້ເປືອຍ ຜູ້ທີ່ເອີ້ນໂຕເອງວ່າເປັນຜູ້ດີມີສິນລະທຳທັງຫຼາຍຕ້ອງອອກມາຄັດຄ້ານການເຜີຍແຜ່ເພື່ອໃຫ້ຄວາມດີງາມທັງຫຼາຍຍັງຄົງຖືກຮັກສາໄວ້ໃນກອບອັນດີງາມສືບໄປ.
ຫຼາຍຄົນຄົງເຄີຍເປັນແຟນກາຕູນສັນຊາດອາເມລິກາທີ່ມີຕົວລະຄອນເອກທີ່ສຸດຍອດຂອງຄວາມເປັນ man, ກ້າມລ່ຳໄປທັງໂຕ, ທັງຊ່ວຍພິທັກຄວາມດີີຈາກວາຍຮ້າຍທັງປວງ. ເຊິ່ງຖ້າເປັນຄົນຈິງສາວຜູ້ມັກບ່າວກ້າມລ່ຳຄົງຄິດເຖິງ The rock ຜູ້ເປັນນັກມວຍປ້ຳໃນຕຳນານທີ່ຍັງມີຊີວິດຢູ່.
ໃນຖານະຂອງເພດຊາຍ Batman ເປັນຕົວແທນຂອງການປົກປ້ອງຄຸ້ມຄອງເຮັດໃຫ້ເຮົາຮູ້ສຶກປອດໄພ, ດ້ວຍກ້າມມັດໃຫຍ່ທີ່ແສນຈະງົດງາມປານເທບພະເຈົ້າເກຣັກບູຮານ. ແຕ່ທັງນີ້ຈະເກີດຫຍັງຂຶ້ນເມື່ອອະໄວຍະເພດຂອງ Batman ຖືກເຜີຍແຜ່ອອກມາ.
ເມື່ອກາຕູນ Batman ໄດ້ຖືກຕີພິມອອກໃນ Batman: Damned No. 1, ໃນວັນທີ 19 ກັນຍາ 2018 (ຮູບທີ1-ອ້າງອີງ http://dc.wikia.com/wiki/Batman:_Damned_Vol_1)

 , ໄດ້ເຜີຍແຜ່ພາບອະໄວຍະເພດຂອງ Bat man ໄດ້ກາຍເປັນທີ່ຮືຮາ ແລະ ວິພາກວິຈານກັນຢ່າງຫຼວງຫຼາຍ. ນັກເຄື່ອນໄຫວດ້ານສິນລະທຳ, ຮວມທັງແຟນປະຈຳມາເປັນຊາວກວ່າປີ ກໍ່ອອກມາຮຽກຮ້ອງໃຫ້ມີການບົດບັງພາບດັ່ງກ່າວເພື່ອຮັກສາໄວ້ເຊິ່ງສິນລະທຳອັນດີງາມ ແລະ ບໍ່ເຮັດໃຫ້ເຍົາວະຊົນໄດ້ຮັບສິ່ງທີ່ເປັນແບບຢ່າງບໍ່ດີ, ທັງໄດ້ສະແດງຄວາມຜິດຫວັງຕໍ່ຮູບພາບດັ່ງກ່າວ. ທັງໃນປະເທດເຈົ້າຂອງສັນຊາດຂອງ Batman ແລະ ຍີ່ປຸ່ນເອງເຊິ່ງໄດ້ຊື່ວ່າມີເສລີພາບໃນການກ່າວ ແລະ ສະແດງອອກດ້ານເພດສູງພໍສົມຄວນ. ແຕ່ໃນຂະນະທີ່ຫຼາຍຄົນໄດ້ວິພາກວິຈານວ່າການເຮັດໃຫ້ Batman ສະແດງອະໄວຍະວະເພດອອກມາ (ແບບລາງໆ) ນີ້, ເປັນຫຍັງເວລາທີ່ເຮົາໄປພິພິທະພັນທີ່ມີຮູບປັ້ນຂອງເທບພະເຈົ້າເກຣັກ ແລະ ໂຣມັນບູຮານ, ທີ່ເປັນຮູບເປືອຍທັງໝົດເຮົາພັດບໍ່ໄດ້ຄິດຫຍັງ (ຫຼືອາດຄິດໃນໃຈ) ແຕ່ເຮົາພັດບໍ່ໄດ້ເວົ້າຫຍັງອອກມາ (ຫຼືລັກຊຶ່ມໃສ່ຫູໝູ່ກໍ່ບໍ່ຮູ້) ແລະ ບໍ່ໄດ້ວິພາກວິຈານຫຍັງ (ຮູບທີ 2-ອ້າງອີງ https://www.gqthailand.com






ທັງຍັງສາມາດພາເດັກເຂົ້າຊົມໄດ້ໂດຍບໍ່ມີການເອົາໃບໄມ້ມາອັດໄວ້ແຕ່ຢ່າງໃດ. 🤔🤔 ຮູບທີ 3: Lee Bermejo ເຈົ້າຂອງຜົນງານການແຕ້ມ Batman ແລະ ເຜີຍແຜ່ອະໄວຍະເພດ Batman ໃຫ້ເຮົາໄດ້ເຫັນ ແລະ ເຫັນວ່າພາບຂອງ Batman ໃກ້ຄຽງກັບຄວາມເປັນມະນຸດຈິງຫຼາຍທີ່ສຸດເພາະບໍ່ເຄີຍລະເລີຍຈຸດເລັກໆນ້ອຍທີ່ສຳຄັນ. ອ້າງອີງພາບຈາກ https://en.wikipedia.org.ຮູບທີ 4 ພາບຕົ້ນ ແລະ ພາບທີ່ຖືກ censor ແລ້ວ, ອ້າງອີງ https://www.screengeek.net/…/…/20/batman-penis-reveal-comic/.












ແນວໃດກໍ່ເວົ້າເຖິງເລື່ອງອະໄວຍະວະເພດກັນມາແຕ່ຕົ້ນແລ້ວ, ເວົ້າຕໍ່ໃຫ້ມັນຄົບປະເດັນໄປເລີຍ.

ໃນປີ 2014 ໄດ້ມີນັກສິລະປະຄົນໜຶ່ງຊື່ Megumi Igarashi ໄດ້ຜະລິດສິນຄ້າທີ່ເປັນຜະລິດຕະພັນຈາກຮູບອະໄວຍະວະເພດຍິງ ແລະ ຖືກຈັບໃນປີດັ່ງກ່າວເຖິງສອງຄັ້ງ ໃນຂໍ້ຫາກະທຳການອະນາຈານ, ເຊິ່ງສິນຄ້າທີ່ຜະລິດອອກມາແມ່ນສະແກນຈາກເຄື່ອງສະແກນ 3D ຈາກອະໄວຍະວະເພດຂອງລາວເອງ. ຜະລິດຕະພັນກໍ່ມີເຂັມຂັດ, ແຜ່ນຕິດຕູ້ເຢັນ, ພວງກະແຈ...ທີ່ໜ້າຮັກ ແລະ ຜະລິດຕະພັນທີ່ຖືກຂໍ້ຫາໜັກສຸດຄືເຮືອຢາງທີ່ພາຍໄດ້ຈິງ ຮູບ 5-ອ້າງອີງ https://www.reuters.com.

Megumi Igarashi ບອກວ່າເຖິງແມ່ນຈະຖືກຈັບກໍ່ບໍ່ສາມາດຢຸດຄວາມຝັນຂອງລາວໄດ້, ລາວຈະຍັງຄົງຜະລິດມັນອີກຕໍ່ໄປເພື່ອສື່ຄວາມໝາຍວ່າ ອະໄວຍະວະເພດຍິງບໍ່ໄດ້ເປັນພິດເປັນໄພ ແລະ ຜູ້ຍິງທັງຫຼາຍຕ້ອງທຳຄວາມເຂົ້າໃຈກັບວະໄວຍະວະເພດໃຫ້ຫຼາຍກວ່ານີ້, ຢ່າໄດ້ລະອາຍໃນການຮຽນຮູ້ກ່ຽວກັບອະໄວຍະເພດຂອງຕົນເອງ. ລາວບອກອີກວ່າຖ້າໃຜຢາກເຮັດຜະລິດຕະພັນຈາກຊ່ອງຄອດຂອງຕົນເອງກໍ່ສາມາດຕິດຕໍ່ເຮັດໄດ້ (ຖ້າໄດ້ໄປຍີ່ປຸ່ນແລ້ວຈະຕິດຕໍ່ຫາທັນທີ😉😚) . ຮູບທີ 6 ຜະລິດຕະພັນໜ້າຮັກ ແລະ ເຈົ້າຂອງ Brand.
ໃນຂະນະທີ່ຕຳຫຼວດ ແລະ ທາງການອອກມາຈັບກຸມນັກສິລະປະຜູ້ຮັກ ແລະ ສົ່ງເສີມສິທິເພດຍິງຢູ່ນີ້, ແຕ່ທາງເຮົາກໍ່ຮູ້ນຳກັນແກ່ໃຈວ່າຍີ່ປຸ່ນເປັນປະເທດແຫ່ງການສະແດງອອກເລື່ອງເພດຫຼາຍເທົ່າໃດ, ລາຍການຕ່າງໆທາງໂທລະພາບມີລາຍການກ່ຽວກັບເລື່ອງເພດຫຼາກຫຼາຍເຕັມໄປໝົດ ແລະ ວົງການໜັງ AV ກໍ່ເປັນອຸດສາຫະກຳທີ່ໃຫຍ່ຫຼາຍ ແຕ່ກໍ່ບໍ່ໄດ້ມີການຖືກຈັບແຕ່ຢ່າງໃດ ເຫດຜົນກໍ່ເນື່ອງມາຈາກການເຮັດພາບເລືອນລາງ ແລະ ບໍ່ໄດ້ເຫັນອະໄວຍະວະເພດ ຫຼື ພາບຊ່ອງຄອດບໍ່ໄດ້ຖືກເຜີຍແຜ່ອອກມາໃຫ້ເຫັນ. ສ່ວນຜະລິດຕະພັນຂອງ Megumi Igarashi ແມ່ນຖ່າຍຈາກຊ່ອງຄອດຈິງ ເຊິ່ງອາດຈະເຮັດໃຫ້ຜູ້ເຫັນເກີດອາລົມທາງເພດຈຶ່ງຖືວ່າເປັນການອະນາຈານ. ໂອຍ...ຊ່າງເປັນກົດໝາຍທີ່ສັກສິດແທ້ໆ. ຂໍຖາມແດ່ວ່າໃຜເຫັນເຮືອນີ້ແລ້ວເກີດອາລົມທາງເພດຫຼາຍກວ່າການເບິ່ງໜັງ AV ທີ່ບໍ່ມີພາບຊ່ອງຄອດໃຫ້ເຫັນ????. 😏😏
ເວລາເຮັດພາບຊ່ອງຄອດຜິດກົດໝາຍ, ແຕ່ເວລາເຮັດອະໄວຍະວະເພດຊາຍແບບຊັດເຈນຈົນບໍ່ຮູ້ຈະມີຫຍັງຊັດເຈນໄປກວ່ານີ້ອີກແລ້ວ, ທັງໃຫຍ່ທັງຍາວໝາຍເຖິງຮູບທີ 7 (ອ້າງອີງ https://matcha-jp.com/jp/5732


ທີ່ແນມເຫັນໄດ້ໃນໄລຍະ 500 ແມັດນັ້ນພັດແມ່ນກິດຈະກຳການແຫ່ Kanamara Matsuri (かなまら祭り) ໃນທຸກລະດູໃບໄມ້ປົ່ງ ເຊິ່ງເປັນເທດສະການໃນສາສະໜາຊິນໂຕ, ອະໄວຍະວະເພດຊາຍໃນຄະຕິຂອງສາສະໜານີ້ຄືຄວາມອຸດົມສົມບູນ. ໃນຕຳນານພື້ນເມືອງຂອງຍີ່ປຸ່ນໄດ້ມີເລື່ອງທີ່ເລົ່າຂານກັນມາແຕ່ສະໄໝເອໂດະ (Edo 1603–1867) ວ່າ: ມີຍິງສາວຫຼາຍຄົນທີ່ຖືກຜີຮ້າຍທີ່ມີແຂ້ວເຫຼັກໄປສິງໃນອະໄວຍະວະເພດຂອງພວກເຂົາ, ແລ້ວເຮັດໃຫ້ພວກຜູ້ບ່າວທັງຫຼາຍທີ່ໄດ້ມີສຳພັນທາງເພດກັບພວກນາງຖືກແຂ້ວເຫຼັກກັດອະໄວຍະວະເພດຈົນຂາດໄປໃນຄືນທຳອິດຂອງການແຕ່ງງານ. ສະນັ້ນ, ຜູ້ມີຄວາມປີຊາສາມາດຈິ່ງໄດ້ປະດິດຮູບອະໄວຍະວະເພດຊາຍທີ່ເຮັດຈາກເຫຼັກຂຶ້ນມາເພື່ອເປັນອາວຸດມາປາບຜີຮ້າຍດັ່ງກ່າວ. ແທ່ງເຫຼັກຂະໜາດໜຶ່ງແມັດທີ່ປະດິດຂຶ້ນມານີ້ໄດ້ຖືກນຳໄປປະດິດສະຖານໄວ້ໃນສານເຈົ້າ (ວັດຊິນໂຕ) ໃຫ້ຜູ້ຄົນໄດ້ໄປກາບໄຫວ້ບູຊາຂໍພອນດ້ານການຈະເຈີນພັນ, ການເກີດລູກ.
ຕັ້ງແຕ່ 1970 ເປັນຕົ້ນມາເທດສະການນີ້ໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນຖານະເປັນການທ່ອງທ່ຽວທາງວັດທະນະທຳຂອງຍີ່ປຸ່ນທີ່ຄົນຕ່າງຊາດໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ໃນປັດຈຸບັນມັນໄດ້ກາຍເປັນງານທີ່ເອົາໄວ້ເຜີຍແຜ່ຄວາມຄວາມຮູ້ເລື່ອງເພດສຳພັນແກ່ຜູ້ຄົນທັງຫຼາຍນຳອີກ. ນອກຈາກແທ່ງເຫຼັກອັນໃຫຍ່ໆແລ້ວຍັງມີສິນຄ້າທີ່ລະນຶກ ແລະ ຂອງກິນຫຼິ້ນທີ່ເປັນຮູບອະໄວຍະວະເພດຊາຍໃຫ້ໄດ້ເລືອກຊື້ ແລະ ເລືອກຊົມກັນເຕັມງານ. ຄິດພາບຄົນຍ່າງດູດອົມຍິ້ມກັນທົ່ວທັງງານ.
ທີ່ກ່າວມາທັງໝົດນີ້ຍັງບໍ່ໄດ້ນັບ Sex toy ທີ່ຂາຍຢູ່ຮ້ານກັນແບບເປີດເຜີຍໃນຮ້ານຂາຍອຸປະກອນເສີມທາງເພດ ຮູບທີ 8- ອ້າງອີງ http://www.u-strasse.com/don-quijote-the-best-store-in-the…/.


ເຖິງຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ Megumi Igarashi ແລະ Lee Bermejo ຜະລິດຜົນງານເດັດໆ ອອກມາໃຫ້ໄດ້ຊື່ນຊົມອີກ. ເຖິງແມ່ນວ່າຈະບໍ່ແມ່ນແຟນພັນແທ້ຂອງສິລະປິນທັງສອງທ່ານ ແລະ ບໍ່ເຄີຍຊື້ຜົນງານເລີຍ ແຕ່ກໍ່ຂໍເຊຍຢູ່ຫ່າງໆຈາກອີກຊີກໂລກໜຶ່ງຢ່າງເຂົ້າໃຈກໍ່ແລ້ວກັນ ໃນຖານະຂອງຄົນທີ່ຝັນຢາກເປັນນັກສິລະປະມາຕະຫຼອດທັງຊີວິດ. 🤗🤗
ເລື່ອງທີ່ກ່າວມາທັງໝົດນີ້ເກີດຂຶ້ນ ແລະ ກ່ຽວຂ້ອງແຕ່ກັບສະຫະລັດອາເມລິກາ ແລະ ຍີ່ປຸ່ນເທົ່ານັ້ນ. ຄົນຊາດອື່ນໃຈເຢັນ ແລະ ຢູ່ໃນຖານະຜູ້ຊົມ.

Saturday, November 10, 2018

ຜົວໃຜໃຜກໍ່ຫວງ...ຍ້ອນມັນຫາຍາກ



ການທີ່ຜູ້ຍິງຄົນໜຶ່ງຈະໄດ້ແຕ່ງງານກັບໃຜ? ຕອນໃດ? ເປັນເລື່ອງທີ່ສະຫຼັບຊັບຊ້ອນພໍສົມຄວນໃນສັງຄົມທີ່ຜູ້ຊາຍໄດ້ຢືນຢູ່ໃນຈຸດທີ່ເອີ້ນວ່າເໜືອຄວາມ "ເທົ່າທຽມ" ເຖິງແມ່ນວ່າເຮົາສາມາດເວົ້າໄດ້ວ່າຜູ້ຍິງໃນສະໄໝນີ້ບໍ່ໄດ້ຖືກກົດຂີ່ຫຼາຍເທົ່າຜູ້ຍິງສະໄໝກ່ອນ ແລະ ມີສິດສະເໝີພາບກັນຕໍ່ໜ້າກົດໝາຍ ແຕ່ໃນທາງປະຕິບັດຜູ້ຍິງກໍ່ຍັງຖືກຂົ່ມເຫັງໃນຫຼາຍສະຖານະການ ແລະ ດ້ວຍຫຼາຍຮູບການທັງຈາກເພດຊາຍ ແລະ ເພດຍິງດ້ວຍກັນເອງ. ເຖິງວ່າແທ້ທີ່ຈິງແລ້ວຄວາມເທົ່າທຽມເປັນພຽງອຸດົມຄະຕິທີ່ຜູ້ຄົນ (ບາງກຸ່ມ) ຝັນຫາ ແລະ ເປັນພຽງຄວາມຄິດແບບສຳພັດເທົ່ານັ້ນເພາະຫຼາຍຄັ້ງໃນສັງຄົມໂລກຜູ້ຍິງກໍ່ຍັງຖືກຕັດສິນຈາກສາຍຕາ, ແນວຄິດ, ກົດເກນຂອງສັງຄົມແບບບໍ່ເປັນທຳ. ຍັງມີຫຼາຍໆຄັ້ງທີ່ຜູ້ຍິງ ແລະ ຜູ້ຊາຍພະຍາມຫາຄວາມເທົ່າທຽມແຕ່ກາຍເປັນວ່າຫາຄວາມລື່ນກາຍໃຫ້ຜູ້ຍິງ, ສຸດທ້າຍມັນກໍ່ກາຍເປັນການກ້າວບໍ່ພົ້ນຄວາມທີ່ຊາຍເປັນໃຫຍ່ຢູ່ນັ້ນເອງ.
ຫຼັງຈາກແຕ່ງງານຂ້ອຍໄດ້ໄປແລ່ນເອກະສານຢູ່ຫ້ອງການໜຶ່ງ, ພວກຜູ້ໃຫຍ່ສອງຄົນທີ່ເປັນຮຸ່ນພໍ່ ແລະ ເປັນທີ່ຮູ້ຈັກຂອງພໍ່. ພວກເຂົາລົມກັນພາກັນລົມກັນເລື່ອງການແຕ່ງງານກັບຄົນແຕ່ງປະເທດ ແລະ ຍົກຕົວຢ່າງການແຕ່ງງານກັບຄົນຕ່າງປະເທດຂອງຜູ້ຍິງລາວຂຶ້ນມາໃຫ້ຟັງແບບປຽບທຽບ ແລະ ເວົ້າສຽດສີຕ່າງໆນາໃນການເອົາຜົວຕ່າງດ້າວທ້າວຕ່າງແດນ, ຈົນຂ້ອຍເກືອບທົນບໍ່ໄຫວທີ່ຈະອົດກັ້ນຄຳເວົ້າໃນໃຈອອກໄປຢ່າງບໍ່ໄວ້ໜ້າຄົນທີ່ອາບນຳ້ຮ້ອນມາກ່ອນ, ແຕ່ກໍ່ພຽງແຕ່ເກືອບເທົ່ານັ້ນ, ເພາະຂ້ອຍຄິດຂຶ້ນມາໄດ້ວ່າການຖຽງຄົນປະເພດນີ້ຄົງຈະຫາບ່ອນລົງທີ່ສວຍງາມບໍ່ໄດ້ເປັນແນ່ແທ້. ພວກເຂົາເວົ້າໃນທຳນອງທີ່ວ່າອີກບໍ່ດົນກໍ່ຕ້ອງຖືກປ່ອຍປະລະໄລ, ຢ່າຮ້າງກັນໄປຕາມພາສາຄົນເສລີນິຍົມ, ສຸດທ້າຍກໍ່ຕ້ອງນຳ້ຕາເຊັດຫົວເຂົ່າກັນບ້ານກັນເກືອບທຸກຄົນ. ໃນຖານະຂອງຄວາມເປັນຜູ້ຍິງຄົນໜຶ່ງ, ເຮົາບໍ່ມີສິດຈະເລືອກຄູ່ຄອງທີ່ມາຈາກຕ່າງຖິ່ນ, ຕ່າງພາສາ, ສາສະໜາ ແລະ ວັດທະນະທຳດ້ວຍຄວາມສະໝັກໃຈຂອງເຮົາເອງບໍ? ເຖິງວ່າຜົນມັນຈະເປັນແນວໃດສິ່ງທີ່ຄວນປະຕິບັດຕໍ່ກັນດ້ວຍຄວາມໃຫ້ກຽດ ແລະ ເຄົາລົບການຕັດສິນໃຈຂອງກັນ ແລະ ກັນບໍ່ໄດ້ບໍ? ມັນເຮັດໃຫ້ຂ້ອຍຄິດຮອດບົດເພງຫຼາຍໆເພງທີ່ເວົ້າສຽດສີການທີ່ຜູ້ສາວບ້ານດຽວກັນໄປລົມບ່າວບ້ານອື່ນ, ບ້ານໄກ, ຂ້ອຍຫາກໍ່ມາເຂົ້າໃຈດຽວນ້ັນເອງວ່າ ການລົມບ່າວບ້ານອື່ນມັນລຳບາກຍາກໃຈສຳລັບສາວສະໄໝກ່ອນແນວໃດ.

ຫຼັງຈາກນັ້ນບໍ່ຮອດປີຕໍ່ມາຄົນທີ່ສຽດສີຂ້ອຍແບບຕໍ່ໜ້າຕໍ່ຕາກໍ່ຈາກໂລກນີ້ໄປໜຶ່ງຄົນ ແລະ ອີກໜຶ່ງຄົນໄດ້ລູກເຂີຍຕ່າງປະເທດ, ລູກສາວຖືພາມີລູກໂດຍທີ່ຍັງບໍ່ໄດ້ຈົດທະບຽນສົມລົດຖືກຕ້ອງຕາມກົດໝາຍຂອງປະເທດໃດ. ຂ້ອຍກໍ່ບໍ່ໄດ້ສະແດງຄວາມສົມນ້ຳໜ້າຜູ້ຍິງນຳກັນດອກ, ມີລູກກໍ່ພຽງແຕ່ລ້ຽງໃຫ້ໃຫຍ່, ບໍ່ແມ່ນເລື່ອງຄໍຂາດບາດຕາຍຫຍັງ. ແຕ່ຂ້ອຍຫວັງວ່າພໍ່ຄົນນັ້ນທີ່ໄດ້ເປັນພໍ່ຕູ້ຫຼານຊອດຂອງຕົນເອງແລ້ວຄົງຈະໄດ້ຮັບບົດຮຽນ, ເຂົ້າໃຈຫົວອົກອື່ນຫຼາຍຂຶ້ນກວ່າເກົ່າ ແລະ ບໍ່ໄປສຽດສີຜູ້ຍິງຄົນໃດອີກ.
ໃນຖານະທີ່ເປັນຜູ້ຍິງຄົນໜຶ່ງ ແລະ ແຕ່ງງານແລ້ວຕ້ອງຂໍອະນຸຍາດກ່າວເຖິງຊີວິດ, ເພດສະພາບ ແລະ ຄວາມຮັກ ຂອງຜູ້ຍິງທີ່ເຕີບໃຫຍ່ ຜ່ານແວ່ນຂະຫຍາຍຂອງສັງຄົມທີ່ເຮົາກຳເນີດ ແລະ ເຕີບໃຫຍ່ມາ.
ພໍແຕ່ຮູ້ຈັກຄວາມເຮົາກໍ່ຖືກສອນດ້ວຍຄຳວ່າ: “ເປັນແມ່ຍ່າແມ່ຍິງ” ບໍ່ວ່າເລື່ອງນັ້ນເຮົາຈະຜິດໜ້ອຍຫຼືຫຼາຍ, ບໍ່ວ່າມັນຈະເປັນຄວາມຜິດພາດໂດຍເຈດຕະນາ ຫຼື ເປັນພຽງອຸປະຕິເຫດກໍ່ຕາມ. ເຮົາຖືກສອນໃຫ້ລັງກຽດຜູ້ຊາຍຮ່ວມຫ້ອງຮຽນ, ເວລາຫຼິ້ນເກມເສືອໄລ່ໝູ ຕອນຢູ່ອະນຸບານຕ້ອງຫາໄມ້ມາຈັບຖ້າຄົນທີ່ຢູ່ທາງຂ້າງແມ່ນຜູ້ຊາຍ ເພາະຫຍັງບໍ່ຮູ້ແຕ່ເຮົາຮູ້ສຶກວ່າເວລາເຮົາຈັບມືກັບຜູ້ຊາຍຈະຮູ້ສຶກຜິດ ແລະ ອາດຖືກໝູ່ຫົວຂວັນຄິກໆຄັກໆ. ເມື່ອເຂົ້າປະຖົມການກ່າວເຖິງເພດຊາຍຖືວ່າເປັນເລື່ອງໜ້າອາຍເພາະໝູ່ຈະຫາວ່າເຮົາມັກໃຜ, ເຂົາກໍ່ຈະເອົາໄປລໍ້ເຮົາ, ຄູ ແລະ ຜູ້ປົກຄອງ (ບາງຄົນ) ຈະເຫັນວ່າເປັນເລື່ອງຮ້າຍແຮງຖ້າເຮົາຈະກ່າວເຖິງເລື່ອງລໍ້ຫຼິ້ນກັນແບບຄວາມຮັກ (ຂອງເດັກນ້ອຍ). ພວກເຮົາຈະຮຽນຮູ້ເກັບງຳບາງຢ່າງໃຫ້ເປັນຄວາມລັບຈາກຜູ້ໃຫຍ່ ແລະ ລົມກັນສະເພາະໝູ່ສະໜິດເທົ່ານັ້ນ. ເມື່ອກ້າວເຂົ້າໄວມັດທະຍົມມັນເປັນໄວແຫ່ງຂະບວນການອັນຍາກລຳບາກຂອງພວກເຮົາ, ທີ່ຈະຮຽນຮູ້ການກ້າວໄປເປັນຜູ້ໃຫຍ່. ເພດສະພາບຂອງເຮົາປ່ຽນແປງ, ເຮົາມີປະຈຳເດືອນ, ເຮົາໄດ້ຮຽນເລື່ອງເພດໃນຫ້ອງຮຽນ, ເຮົາເລີ່ມລັກມັກໃຜບາງຄົນໃນຫ້ອງຮຽນ, ຖ້າເຮົາຖືກລໍ້ເຮົາອາດຈະຊັງຄົນທີ່ຖືກລໍ້ໃສ່ເຮົາໄປ, ເຮົາຖືກຄາດຫວັງໃຫ້ເປັນຄົນແຂງກະດ້າງໃສ່ເພດກົງກັນຂ້າມເພາະການເວົ້າດີນຳຖືເປັນການເຊີນຊວນເພດຊາຍ ແລະ ໝູ່ຈະມີປ້າຍແປະໜ້າເຮົາວ່າ “ກະແດະ”. ເຮົາຖືກຄອບຄົວກັນດັນໃນການເປັນລູກສາວທີ່ດີ; ເຮົາຖືກຄູວິຈານໃນຫ້ອງຮຽນເຖິງການເປັນຜູ້ຍິງທີ່ດີ ຫຼື ບໍ່ດີຕໍ່ ໜ້າຄົນອື່ນ; ເຮົາຖືກໝູ່ນິນທາເຖິງການສະແດງອອກຂອງເຮົາ; ເຮົາຖືກໝູ່ທີ່ບໍ່ຊື່ສັດຫັກຫຼັງ ແລະ ບໍ່ຊ່ວຍຮັກສາຄວາມລັບຂອງເຮົາ. ຖ້າເຮົາມີແຟນໝູ່ທີ່ບໍ່ເຂົ້າໃຈຈະຂິວໜ້າເຮົາ, ຄູບາງຄົນແທນທີ່ຈະໃຫ້ຄຳປຶກສາທີ່ດີ, ພັດນຳເລື່ອງຂອງເຮົາໄປກ່າວຂວັນຢ່າງມ່ວນປາກ. ຖ້າເຮົາມີຖືພາໃນຕອນທີ່ເຮົາຍັງຮຽນບໍ່ຈົບ ເຖິງແມ່ນວ່າໂຮງຮຽນຈະບໍ່ ໄດ້ໄລ່ເຮົາອອກໂດຍກົງ, ແຕ່ແທນທີ່ຄູຈະໃຫ້ກຳລັງໃຈເຮົາເພື່ອໃຫ້ເຮົາກ້າວຜ່ານສິ່ງທີ່ຍາກລຳບາກໃນຊີວິດໄປໄດ້, ສົ່ງເສີມໃຫ້ເຮົາກັບມາຮຽນໜັງສືເມື່ອເກີດລູກແລ້ວ ເພື່ອໃຫ້ອະນາຄົດອັນໃກ້ຈະໝົດຄວາມຫວັງຍັງພໍມີທາງອອກແດ່, ແຕ່ບໍ່ເລີຍ. ເຮົາຕ້ອງກົ້ມໜ້າກົ້ມຕາອອກຈາກໂຮງຮຽນໄປ ເພາະທຸກຄົນໃນໂຮງຮຽນເຫັນວ່າເຮົາຊົ່ວຊ້າສາມານ, ພວກເຂົາຈະລັງກຽດລັງຊັງເຮົາ, ບໍ່ຢາກເຂົ້າໃກ້ຄືເຮົາເປັນຄົນທີ່ແຜ່ໄວຣັສຜ່ານທາງອາກາດ, ພວກເຂົາຈະເຫັນວ່າເຮົາປານຕົວກາລາກີນີທີ່ເຮັດໃຫ້ໂຮງຮຽນດ່າງພ້ອຍ, ໝູ່ເພື່ອນຈະຖືກໃສ່ Program ທີ່ຕ້ອງລັງກຽດເຮົາໄປແລ້ວ. ບໍ່ຮູ້ວ່າໃຜສອນໃຫ້ເຮົາຕັ້ງແຕ່ຕອນໃດໃນການລັງກຽດ ແລະ ກ່າວຂວັນໝູ່ຄູ່ ແລະ ຜູ້ໃຫຍ່ກວ່າທີ່ແຕ່ງຕົວນຳສະໄໝ, ເຮົາຈະຢາກເບະສົບໃສ່ຄົນທີ່ທາແປ້ງແຕ່ງໜ້າ, ເຮັດຍອຍສະອື້ນ, ໃສ່ຕຸ້ມຫູບ້ວງໃຫຍ່ໆ, ນຸ່ງເສື້ອແອວລອຍ, ໃສ່ເກີບສົ້ນສູງ... ທັງທີ່ບາງຄັ້ງເຮົາເອງກໍ່ຢາກຈະລອງເຮັດນຳ, ແຕ່ກໍ່ຕ້ອງອົດກັ້ນໄວ້.

ໃນດ້ານຄວາມຮັກເຮົາຖືກຄອບງຳດ້ວຍແນວຄວາມຄິດຄວາມຮັກຄັ້ງທຳອິດ ແລະ ຈະຮັກກັນໄປຈົນແຕ່ງງານ, ຮັກກັນໄປຈົນເຖົ້າຈົນແກ່, ໂດຍຜ່ານບົດເພງ, ເລື່ອງ, ໜັງ, ລະຄອນທັງຫຼາຍ ແລະ ຄຳເວົ້າພວກ “ເອົາຜົວ/ເມຍຜິດຄິດຮອດມື້ຕາຍ”... ເຮົາຖືກສອນໃຫ້ເປັນຄົນ “ຫຼິ້ນໂຕ” ເພາະການທີ່ເປີດໃຈເວົ້າກົງໄປກົງມາກັບຜູ້ຊາຍມັນຈະບໍ່ງາມ ແລະ ບໍ່ມີຄ່າ. ເຮົາຕ້ອງລໍຄອຍຖ້າໃຫ້ຜູ້ຊາຍນຳມາຕື້ມາຈີບ ຈຶ່ງຈະຖືວ່າຜູ້ຊາຍຄົນນັ້ນຮັກເຮົາແທ້. ພວກຜູ້ໃຫຍ່ທັງຫຼາຍຈະປຽບທຽບໃຫ້ຟັງວ່າຜູ້ຊາຍກໍ່ຄື “ຄວາຍ”, ຜູ້ຍິງເປັນຄື “ບວກ” ແລະ ຄູມັກຈະເວົ້າແດກດັນເຮົາສະເໝີວ່າ “ສະໄໝນີ້ບວກມັນມັກແລ່ນໄປຫາຄວາຍເອງແລ້ວ”. ເຮົາເປັນຄົນມີຂາສອງຂາຄືກັນ, ມີຄວາມຮູ້ສຶກນຶກຄິດ ເປັນຫຍັງເຮົາຈະແລ່ນໄປຫາໃຜບໍ່ໄດ້ໃນເມື່ອເຮົາບໍ່ແມ່ນບວກ ແລະ ຜູ້ຊາຍກໍ່ບໍ່ແມ່ນຄວາຍສີ່ຂາ. ເຮົາຖືກສອນວ່າຕ້ອງຮັກຜູ້ຊາຍທີ່ຮັກເຮົາຫຼາຍກວ່າທີ່ເຮົາຮັກເຂົາ, ເວົ້າປານຄວາມຮັກແມ່ນກ້ອນຂີ້ຫີນທີ່ສາມາດເອົາໄປຊັ່ງໄດ້ ແລະ ແທນທີ່ຈະສອນໃຫ້ເຮົາຮູ້ຈັກຄວາມຮັກທີ່ເທົ່າທຽມ ແລະ ຮູ້ຈັກເບິ່ງຄົນດ້ວຍຈິດຕະວິທະຍາຂອງຄວາມເປັນມະນຸດ. ຜູ້ຊາຍພັດຖືກສອນວ່າ “ຕື້ເທົ່ານັ້ນທີ່ຄອງໂລກ” ແຕ່ພັດບໍ່ຮູ້ຈັກເຄົາລົບ ແລະ ໃຫ້ກຽດໃນການຕັດສິນໃຈຂອງເຮົາ.

ບາງຄອບຄົວໃຊ້ວິທີຈັບລູກແຕ່ງງານກັບຜູ້ຊາຍທີ່ມາພົວພັນກັນຄັ້ງທຳອິດທີ່ລູກເລີ່ມໃຫຍ່ເປັນສາວ, ສຸດທ້າຍຄວາມຮັກກໍ່ໄປບໍ່ລອດ, ເພາະຄວາມເປັນເດັກໃນສັງຄົມທີ່ກຳລັງປ່ຽນແປງຈາກສັງຄົມການກະເສດຢ່າງດຽວມາເປັນສັງຄົມເມືອງ ທີ່ຫຼາຍບັນຫາກໍ່ເກີດຂຶ້ນໄວກວ່າທີ່ເດັກຍິງ ແລະ ເດັກຊາຍໄວ 15-18 ປີຈະຮັບມືແກ້ໄຂໄດ້ທັນ. ບາງຄອບຄົວກໍ່ໃຊ້ວິທີວິພາກວິຈານລູກສາວຕໍ່ໜ້າສະມາຊິກຄອບຄົວຄົນອື່ນໆ ແລະ ສັ່ງໃຫ້ຮຽນໜັງສືໃຫ້ໜັກໆເພື່ອຈະໄດ້ບໍ່ຕ້ອງມີເວລາໃຫ້ຄຳວ່າ “ຄວາມຮັກ”. ບາງຄົນກໍ່ຖືກສັ່ງສອນໃຫ້ມັກຜູ້ຊາຍທີ່ມີອາຍຸໃຫຍ່ກວ່າຫຼາຍໆປີ ເພາະເວລາເກີດລູກແລ້ວຜູ້ຍິງຈະເຖົ້າກວ່າຜູ້ຊາຍ. ບາງຄົນກໍ່ຖືກສອນໃຫ້ມັກຜູ້ຊາຍທີ່ມີການງານໝັ້ນຄົງ ເຊິ່ງມັນກໍ່ເປັນເລື່ອງປົກກະຕິຂອງມະນຸດຢູ່ແລ້ວ. ແຕ່ທີ່ຮ້າຍໄປກວ່ານັ້ນກໍ່ການຈັບລູກແຕ່ງງານກັບຜູ້ຊາຍທີ່ພໍ່ແມ່ເຫັນວ່າມີເງິນມີຄຳເພື່ອຈະໄດ້ຊ່ວຍຊູຄອບຄົວ, ເພາະຄ່າດອງທີ່ຮຽກຮ້ອງນັ້ນຜູ້ບ່າວຮຸ່ນດຽວກັນ ຫຼື ກຳລັງມັກຮັກກັນພັດບໍ່ສາມາດແຕ່ງເອົາໄດ້.

ຫຼາຍຄົນບອກວ່າຄ່າດອງຄືການຕອບແທນຄ່ານ້ຳນົມທີ່ພໍ່ແມ່ຝ່າຍຍິງເປັນຄົນລ້ຽງລູກສາວມາ, ຟັງເບິ່ງຄືວ່າພໍ່ແມ່ຝ່າຍຊາຍບໍ່ໄດ້ລ້ຽງລູກມາດ້ວຍນຳ້ນົມທີ່ມີຄຸນຄ່າອາຫານເທົ່າໆກັນ. ແຕ່ຖ້າອ້າງເຫດຜົນວ່າ ເພາະແຕ່ງງານແລ້ວຕ້ອງລົງເຮືອນໄປຢູ່ນຳຜົວ ປານວ່າແຕ່ງເອົາຜູ້ຍິງໄປແລ້ວຈະບໍ່ມີສິດເສລີພາບໃນການໄປຢ້ຽມຢາມ ແລະ ໄປມາຫາສູ່ຄອບຄົວພໍ່ແມ່ຕົນຄືແຕ່ກ່ອນໄດ້ອີກຕໍ່ໄປ, ສິດທິຕ້ອງຂຶ້ນກັບຜູ້ເປັນຜົວຈັ່ງຊັ້ນລະ, ແຕ່ໃນຕົວຈິງແຕ່ງງານແລ້ວຫຼາຍຄົນກໍ່ໄປຢູ່ເຮືອນນຳເມຍກໍ່ມີ.
ກ່ອນແຕ່ງງານຫຼາຍຄົນຈະຕ້ອງໄປດູມໍວ່າເປັນຄູ່ເປັນແນນກັນມາແຕ່ຟ້າແຕ່ແຖນ, ແຕ່ຊາດປາງກ່ອນກັນ ຫຼື ບໍ່? ຖ້າບໍ່ແມ່ນບາງຄູ່ກໍ່ແກ້ກົນກັນ, ເສຍເຄາະເສຍເຂັນກັນໄປ. ບາງຄູ່ກໍ່ຈົນໄດ້ເລີກລາກັນໄປ. ບາງຄູ່ຖືກກີດກັນກໍ່ຈັບມືກັນຕາຍໄປພ້ອມກັນ.

ໃນເວລາທີ່ເກີດລູກ, ເຖິງແມ່ນວ່າຈະຍ້າຍໄປຢູ່ເຮືອນນຳຜົວແລ້ວບາງປະເພນີແມ່ນໃຫ້ໄປເກີດລູກຢູ່ເຮືອນພໍ່ແມ່ຂອງຕົນເອງ, ບາງປະເພນີກໍ່ໃຫ້ແມ່ຂອງຕົນເອງມາຄ້ຳກຳ, ກຳກັບນັບຊານຳນ້ຳໃນໄຟຟືນທີ່ໃຫ້ແມ່ກຳນັ້ນ; ປານເປັນການຜັກດັນພາລະການດູແລການເກີດນີ້ໃຫ້ຄອບຄອບຝ່າຍຍິງເປັນຜູ້ດູແລລູກສາວຕົນເອງໄປ. ກ່ອນໜ້າຍັງບໍ່ໄດ້ເກີດລູກພັດກົ້ມໜ້າກົ້ມຕາດູແລຜົວ ແລະ ຄອບຄົວຝ່າຍຊາຍ. ເມື່ອລູກໃຫຍ່ຂຶ້ນມາພັດວ່າເປັນຕະກູນຂອງຝ່າຍຊາຍ.
ຜູ້ຍິງທີ່ແຕ່ງງານແລ້ວໄປຫຼິ້ນຊູ້ສູ່ຊາຍຈະຖືເປັນຄວາມໜ້າອາຍ ແລະ ໜ້າລັງກຽດຂອງສັງຄົມ, ສ່ວນເວລາທີ່ຜູ້ຊາຍມີຊູ້ສູ່ສາວຈະຖືກໃຫ້ອະໄພດ້ວຍຄຳນິຍາມຄື: “ເປັນທຳມະດາຂອງຜູ້ຊາຍ”, “ບາງຄັ້ງກໍ່ຜິດກໍ່ພາດໄດ້”, “ເສືອມັນກໍ່ຕ້ອງກິນຊີ້ນເປັນທຳມະດາ” ຜູ້ຍິງຈະຕ້ອງອົດທົນກັບຄວາມຜິດນັ້ນຊ້ຳໆຊາກໆ, ຈົນກວ່າຈະທົນບໍ່ໄດ້ ແລະ ບາງຄົນກໍ່ໃຈດີອົດທົນໄປຕະຫຼອດຊີວິດ.ແລ້ວເຮົາກໍ່ຈະຫັນໄປກ່າວປະນາມຜູ້ຍິງນຳກັນເອງແທນ.

ຜູ້ຍິງທີ່ບໍ່ໄດ້ແຕ່ງງານ ຫຼື ບໍ່ຢາກແຕ່ງງານຈະຖືກການໃຊ້ຄຳແປກປະຫຼາດບາງຢ່າງແຕ່ຄຸ້ນຫູດີເຊັ່ນ: ເຮັດບຸນມາໜ້ອຍ, ໄປແກ້ກົນຢູ່ວັດ, ໄປປ່ຽນດວງຊາຕາ, ມີຊວງ, ຊາດທີ່ແລ້ວເຮັດບາບກັບຄວາມຮັກ...ແຕ່ບໍ່ເນັ້ນໄປທີ່ພຶດຕິກຳ ແລະ ຄວາມຄິດໃນປັດຈຸບັນ. ຜູ້ຍິງທີ່ເປັນຮ້າງເປັນໝ້າຍຈະຖືກເຝົ້າລະວັງຢ້ານວ່າຈະເປັນໄພຕໍ່ຄອບຄົວຂອງຕົນເອງ.
ຖ້າເຮົາຄາດຫວັງໃຫ້ຊີວິດ, ຄວາມຮັກ, ຄວາມເຂັ້ມແຂງ, ການຕັດສິນໃຈ...ຂອງຜູ້ຍິງຄົນໜຶ່ງໄດ້ມີຄວາມສາມາດ, ມີເສລີພາບ, ມີຄວາມເທົ່າທຽມພໍທີ່ຈະກຳນົດຊາຕາດ້ວຍຕົນເອງ ເຮົາຄວນສອນຫຍັງໃຫ້ພວກເຂົາແດ່, ໃຫ້ເປັນເຄື່ອງມືສຳຄັນໃນການນຳໃຊ້ໄດ້ຢ່າງມີປະສິດທິພາບເພື່ອການດຳລົງຢູ່ຢ່າງມີຄຸນະພາບຂອງຊີວິດຄົນໆໜຶ່ງ?

ແລະ ຂໍສະແດງຄວາມຍິນດີກັບຄວາມຮັກຂອງໃຜຫຼາຍໆຄູ່ທີ່ສົມຫວັງ, ມີຄອບຄົວທີ່ສົມບູນ ຕາມທີ່ໄດ້ວາດຫວັງໄວ້. ສ່ວນຜູ້ຍິງຫຼາຍຄົນທີ່ຍັງຕ້ອງຜ່ານຜ່າສິ່ງຕ່າງດ້ວຍຕົນເອງກໍ່ຂໍໃຫ້ກຳລັງໃຈໃຫ້ເຂັ້ມແຂງ, ສູ້ຕໍ່ໄປ ແລະ ຫວັງວ່າມື້ໜຶ່ງຄວາມເທົ່າທຽມຈະມາສູ່ພວກເຮົາທຸກຄົນ ເຖິງວ່າມັນຈະເປັນພຽງຄວາມເທົ່າທຽມແບບສຳພັດກໍ່ຕາມ.


Saturday, October 20, 2018

ຖ້າໝູນເວລາກັບໄປເປັນເດັກປະຖົມ ແລະ ມັດທະຍົມໄດ້, ຂ້ອຍຢາກຈະກັບໄປເປັນເດັກນ້ອຍທີ່ບໍ່ໄປຮຽນເພີ່ມເພາະມັນໄດ້ເຮັດໃຫ້ຂ້ອຍເສຍເວລາຊີວິດໃນໄວເດັກໄປທັງໝົດ ແລະ ບໍ່ໄດ້ເອົາຄວາມຮູ້ຈາກການຮຽນເພີ່ມເລກ, ເຄມີ, ຟີຊິກ ນັ້ນມາໃຊ້ປະໂຫຍດຮອດ 5% ໃນຊີວິດ, ຂ້ອຍໜ້າຈະຄິດໄດ້ວ່າຄວນຮຽນໃນໂຮງຮຽນກໍ່ພໍຈະໄດ້ເອົາເວລາໄປເຮັດແນວອື່ນທີ່ຕົນເອງມັກ. ແຕ່ຂ້ອຍກໍ່ຢາກຈະເປັນນັກຮຽນເກັ່ງຮອບດ້ານຄືຄົນອື່ນໆ (ທັງທີ່ບໍ່ໄດ້ເປັນດອກ), ຢາກເສັງເຂົ້າຮຽນມະຫາວິທະຍາໄລ, ຢາກໄປຮຽນຕ່າງປະເທດເພາະມັນມີເສັງເລກ, ເຄມີ, ຟີຊິກ ເຖິງແມ່ນວ່າເຮົາອາດຈະຢາກໄປຮຽນໃນສາຍສັງຄົມເຊັ່ນ: ສັງຄົມສາດ, ປະຫວັດສາດ, ການເມືອງ, ການທ່ອງທ່ຽວ, ກົດໝາຍ, ປັດຊະຍາ, ຈິດຕະວິທະຍາ... ອາດຈະໄດ້ໃຊ້ຄະນິດສາດ ແຕ່ບໍ່ໄດ້ໃຊ້ເຄມີກັບຟີຊິກເລີຍ. ພໍ່ກັບແມ່ໜ້າຈະເອົາເງິນສ່ວນນັ້ນສົ່ງເຮົາໄປຮຽນສິ່ງທີ່ເປັນພອນສະຫວັນພິເສດຄື: ດົນຕີ, ສິລະປະ ແລະ ການກິລາຕ່າງໆ ຫຼື ຢ່າງນ້ອຍກໍ່ໄປຮຽນພາສາຕ່າງປະເທດຫຼາຍໆພາສາກໍ່ຍັງດີ, ທີ່ເປັນຄວາມຕ້ອງການໃນການໃຊ້ເພື່ອຄົນຫາຄົນເອງ ແລະ ນຳໄປເປັນວິຊາອາຊີບໄດ້ໃນອະນາຄົດ. ບາງຄົນມັກເຕະບານເປັນຊີວິດຈິດໃຈ ແທນທີ່ຈະໄດ້ໄປເປັນນັກກິລາ ແຕ່ພັດຕ້ອງໄປຮຽນແພດເພາະມັນເປັນຄວາມຝັນຂອງຄົນສົ່ງເງິນໃຫ້ເຮົາຮຽນ, ບາງຄົນມັກແຕ້ມຮູບແຕ່ກໍ່ຕ້ອງໄປຮຽນບໍລິຫານ ເພາະຄິດວ່າການເປັນນັກແຕ້ມມັນເປັນອາຊີບທີ່ບໍ່ສາມາດລ້ຽງຊີບໄດ້.
ວັນເສົາ-ອາທິດແທນທີ່ຈະແມ່ນວັນພັກຜ່ອນ, ເຮັດກິດຈະກຳ ແລະ ຄວາມສາມາດພິເສດຂອງເດັກແຕ່ເຮົາຕ້ອງໄປຮຽນເພີ່ມເປັນເວລາເຄິ່ງມື້ ຮຽນຟີຊິກ 2ຊມ. ຮຽນເຄມີ 2ຊມ ສ່ວນວິຊາເລກຮຽນຫຼັງຈາກເລີກຮຽນແຕ່ຈັນ-ສຸກ. ເພາະຖ້າເຮົາບໍ່ຮຽນເຮົາກໍ່ຈະບໍ່ໄດ້ຮຽນໃນສິ່ງທີ່ຄູຈະໃຊ້ໃນເວລາກວດກາ ແລະ ຄະແນນຂອງເຮົາກໍ່ຈະຕົກ ແລະ ເປັນຍ້ອນຄວາມຮຽນອ່ອນຂອງເຮົາເອງ, ຖ້າເຮົາຮຽນເກັ່ງແທ້ເຮົາກໍ່ບໍ່ຈຳເປັນຈະຕ້ອງໄປຮຽນເພີ່ມອີກ.
ພັກໂຮງຮຽນສາມເດືອນເຮົາໜ້າຈະໄດ້ໄປເຮັດຫຍັງຄັກໆ ແທນທີ່ການມາຮຽນເພີ່ມອີກຄັ້ງ. ແລ້ວເວລາກໍ່ຜ່ານພົ້ນໄປຈົນເຮົາຈົບມັດທະຍົມ ໄວຂອງການຄົ້ນຫາຄວາມສາມາດຂອງຕົນເອງ.
ຕອນນັ້ນເຮົາຮ້ອງເພງ, ຫຼິ້ນດົນຕີ ແລະ ຫຼິ້ນກິລາບໍ່ເປັນຈັກຢ່າງແມ່ນກະທັ່ງທັກສະໃນການເອົາຊີວິດລອດຄືການລອຍນ້ຳ, ກໍ່ພຽງແຕ່ເອົາໂຕອອກໃຫ້ຫ່າງຈາກນ້ຳເພື່ອຈະໄດ້ບໍ່ຈົມນ້ຳຕາຍກໍ່ເທົ່ານັ້ນ (ເພາະເຮົາກົ້ມໜ້າກົ້ມຕາຮຽນແຕ່ໜັງສື, ບໍ່ເຮັດກິດຈະກຳອື່ນ ເພື່ອອະນາຄົດຈະໄດ້ດີຄືເພິ່ນວ່າ, ແຕ່ປານນັ້ນຍັງຮຽນບໍ່ເກັ່ງຢູ່ ) ຫຼື ເປັນຍ້ອນເຮົາເອງທີ່ບໍ່ຊອກບໍ່ຂົນຂວາຍຫາ, ເພາະຄົນອື່ນທີ່ມີຄວາມສາມາດກໍ່ເຕັມໄປໝົດຢູ່. ຈົນທຸກວັນນີ້ຕ້ອງມານັ່ງຖາມ, ມານັ່ງໂຫຍຫາຕົນເອງໃນດ້ານທີ່ເຮົາບໍ່ເຄິີຍເຮັດໃຫ້ມັນໄດ້ສົມຫວັງຈັກເທື່ອທັງດ້ານດົນຕີ, ສິລະປະ ແລະ ກິລາ. ແລະ ມັນໄດ້ກາຍເປັນອາຊີບທີ່ມີຄ່າໂຕແພງໃນປັດຈຸບັນ.
ທັງທີ່ເວລາຮຽນເຮົາກໍ່ຫຼາຍຊົ່ວໂມງແຕ່ 8 ໂມງເຊົ້າຮອດ 4 ໂມງແລງ (ຍັງບໍ່ນັບເວລາຮຽນເພີ່ມ) ແຕ່ເປັນຫຍັງຜົນໄດ້ຮັບກໍ່ຍັງເປັນແບບນີ້ https://muan.sanook.com/41175/
ຫຼືວ່າເຮົາຄວນຫົວຂວັນຂໍ້ມູນນີ້ຄືຄົນເກັ່ງໆຫຼາຍຄົນເຮັດມາ ແລ້ວກໍ່ບອກກັນໄປວ່າເປັນຍ້ອນໂຕເອງບໍ່ຕັ້ງໃຈເອງ, ເຮົາບໍ່ຕ້ອງໄປໂທດລະບົບ, ຄິດບວກ... ກົ້ມໜ້າຮຽນໄປໃຫ້ມັນເກັ່ງທີ່ສຸດໃນໂຮງຮຽນ ແລ້ວໄປເສັງໄປຕ່າງປະເທດດ້ວຍລະບົບອຸປະຖຳທີ່ເຂົາໃຫ້ແລ້ວເຮົາກໍ່ຈະຫຼຸດພົ້ນຈາກລະບົບນັ້ນໄປ.
ຖ້າເຮົາເກີດເປັນລູກຄົນບໍ່ມີເງິນ, ບໍ່ໄດ້ໄປຈ້າງຮຽນເພີ່ມຄືຕອນນັ້ນ ແລະ ຮຽນໃນລະບົບມາຕະຫຼອດ ເຮົາຈະຍັງໄດ້ເຂົ້າຮຽນມະຫາວິທະຍາໄລນຳໝູ່ຢູ່ບໍ່?

Wednesday, October 17, 2018

ຂ້ອຍບໍ່ມີເງິນຈ້າງເຂົ້າເຮັດວຽກ

ຄົນອອກມາສະເໜີບັນຫາທີ່ມີ ແລະ ມັນເກີດຂຶ້ນແລ້ວໃນສັງຄົມ ບອກວ່າຄິດເບິ່ງວ່າຜົນກະທົບຊິໄປເຖິງຄົນຮຸ່ນຕໍ່ໄປແນວໃດ? ການທີ່ບໍ່ເວົ້າຫຍັງແລ້ວປ່ອຍໃຫ້ສິ່ງທີ່ເຮົາເອງຍັງຮັບບໍ່ໄດ້ ແຕ່ບໍ່ພະຍາຍາມເວົ້າຫຍັງ, ບໍ່ສະແດງຄວາມຄິດຫຍັງຕ່າງຫາກທີ່ຄົນຮຸ່ນຕໍ່ໄປຈະຫັນມາຖາມເຮົາວ່າ ເປັນຫຍັງຕ້ອງສົ່ງຕໍ່ສິ່ງທີ່ຕົນເອງບໍ່ມັກໃຫ້ຄົນອື່ນແບບນີ້ ຫຼື ວ່າການບໍ່ເວົ້າຫຍັງດີແລ້ວ?
ກໍ່ແມ່ນວ່າບາງຄົນບໍ່ເຄີຍມີທັງເສັ້ນສາຍທັງເງິນ ແຕ່ກໍ່ໄປດ້ວຍຕົນເອງຫຼາຍບ່ອນ, ແຕ່ມັນຄືຈັກເປີເຊັນຂອງຄົນທັງໝົດ? ບຸກຄະລາກອນທີ່ມີໂອກາດຄືຄົນເກັ່ງຫຼາຍໆຄົນທີ່ມີໂອກາດປັດຈຸບັນມັນພຽງພໍແລ້ວບໍ່?
ເປັນເລື່ອງດີທີ່ຄົນອອກມາບອກເຮົາວ່າເຂົາເຈົ້າເກັ່ງໄດ້ດ້ວຍຕົນເອງ, ບໍ່ມີທັງເງິນ ແລະ ເສັ້ນສາຍຫຍັງ, ແຕ່ໂອກາດທີ່ຕົນເອງໄດ້ຮັບມັນຄືກັບໂອກາດທີ່່ຄົນອື່ນໄດ້ຮັບບໍ່?, ແລ້ວຕົ້ນທຶນຊີວິດຂອງຄົນອື່ນເດບາງຄົນບໍ່ມີໂອກາດໄດ້ຮຽນໃນໂຮງຮຽນທີ່ດີ, ບໍ່ໄດ້ພົບຄູທີ່ດີ ...ເປັນຫຍັງຕ້ອງຫົວຂວັນຕອນຂຶ້ນຕົ້ນຄລິບ ເພາະມັນອາດຈະແມ່ນເລື່ອງເສົ້າໂສກຂອງຄົນອື່ນຢູ່. ການເວົ້າວ່າມີເງິນຈ້າງເຂົ້າເຮັດວຽກ ຫຼື ບໍ່ມີເງິນຈ້າງເຂົ້າເຮັດວຽກມັນບໍ່ໄດ້ເປັນເລື່ອງຕະຫຼົກແມ່ນແຕ່ນ້ອຍ.
ທີ່ຄົນອອກມາເວົ້າເລື່ອງນັ້ນບໍ່ແມ່ນການຕີລວດກວາດພຽງ ແຕ່ສະແດງວ່າເຂົາເຈົ້າບໍ່ຢາກໃຫ້ມີບັນຫານັ້ນເກີດຂຶ້ນອີກ, ຢາກໃຫ້ທຸກຄົນໄດ້ເຄົາລົບສິດຂອງກັນ ແລະ ກັນ, ຫັນມາແຂ່ງຂັນກັນແບບໂປ່ງໃສ ແລະ ກວດສອບໄດ້. ຄົນອື່ນໆຈະໄດ້ຮູ້ສຶກວ່າຕົນເອງມີຄ່າຄວາມເປັນຄົນຄືກັນ ຫຼື ເຮົາຈະຖຽງວ່າສິ່ງທີ່ເກີດຂຶ້ນຜ່ານມາຍັງຢູ່ໃນລະດັບທີ່ຮັບໄດ້.
ເຮົາຍັງຢາກປ່ອຍໃຫ້ມີຄົນເກັ່ງບາງກຸ່ມ ແລະ ຄົນທີ່ເຫຼືອກໍ່ຈັດການຊີວິດຕົນເອງໄປ, ແຕ່ລະບົບຈະບໍ່ມາຊ່ວຍໃຫ້ຄົນອື່ນໆດີຂຶ້ນເລີຍບໍ່? ຢ່າງນ້ອຍຄວນໃຫ້ເຂົາເຈົ້າໄດ້ພົບສິ່ງທີ່ເຂົາເຈົ້າຮັກ, ເຂົາເຈົ້າຖະໜັດ ແລະ ສາມາດເຂົ້າສູ່ວົງການອາຊີບໄດ້ຈາກການຄົ້ນພົບຕົນເອງເຖິງແມ່ນວ່າຈະບໍ່ໄດ້ໄປຮຽນຕ່າງປະເທດ, ແລ້ວມີໃຜສອນເຂົາເຈົ້າ ຫຼື ຍັງ? ຖ້າພວກເຈົ້າຄິດວ່າລະບົບການສຶກສາພາຍໃນມັນດີພໍ ພວກເຈົ້າຄົງຈະບໍ່ເອົາຕົວລອດດ້ວຍການດີ້ນຮົນ (ຈົນເມື່ອຍປາງຕາຍ) ເພື່ອແລ່ນໜີອອກໄປຮຽນຕ່າງປະເທດ, ປ່ອຍໃຫ້ຄົນອື່ນໆທີ່ຢູ່ໃນລະບົບການສຶກສາແບບນີ້ ແລ້ວພວກເຈົ້າກໍ່ກັບມາຊ້ຳເຕີມ ແລະ ຫົວຂວັນ, ນີ້ບໍ່ສິ່ງທີ່ໄດ້ໄປຮ່ຳຮຽນມາຫຼາຍຟ້າຫຼາຍປີ, ສິ່ງທີ່ໄດ້ຈາກປະເທດພັດທະນາແລ້ວ, ເຂົາສອນກັນໃຫ້ມາຫົວຂວັນຄວາມເປັນມະນຸດຂອງຄົນອື່ນແນວນີ້ບໍ່?. ແທນທີ່ຈະມາຊ່ວຍປົດເປື້ອງ ແລະ ຫຼຸດທອນຄວາມບໍ່ເທົ່າທຽມໃຫ້ໝົດໄປ, ແຕ່ແລ່ນມາບອກວ່າຕົນເອງເກັ່ງກວ່າຄົນອື່ນແນວໃດກໍ່ເທົ່ານັ້ນ.
ລະບົບອຸປະຖຳຄ້ຳຊູຈາກຄົນມີເງິນບາງກຸ່ມ, ຈາກອົງກອນບາງອົງກອນ, ຈາກປະເທດບາງປະເທດມັນບໍ່ສາມາດກະຈາຍຄວາມຊ່ວຍເຫຼືອໄດ້ທົ່ວເຖິງໃຫ້ໝົດທຸກຄົນໄດ້ ຖ້າຄົນໃນປະເທດບໍ່ຊ່ວຍກັນແກ້ໄຂໃຫ້ມີລະບົບທີ່ທຸກຄົນໄດ້ມີໂອກາດເທົ່າທຽມກັນ.

ຈະປັ່ນລົດຖີບໃຫ້ໄວປານໃດ, ມັນກໍ່ບໍ່ທັນລົດໄຟໄດ້ ເພາະລະບົບມັນຕ່າງກັນ.

https://www.facebook.com/songkharmnumlai/videos/1910243839055030/?eid=ARB32vm57XBnOMgQv8dsIaj4EUWFIpCyuOmVY8WdMprR5-v-aKAbBTQ1kxHRSE4m1DnAO4SBsiNua3N8

Sunday, October 14, 2018

ອາຊີບທີ່ຮັກສຸດຫົວໃຈ


ໃນຊີວິດຂອງມະນຸດຄົນໜຶ່ງ ເຮົາອາດຈະຕ້ອງໄດ້ເຮັດຫຼາຍບົດບາດ, ຫລາຍໜ້າທີ່ ແລະ ຫຼາກຫຼາຍອາຊີບ. ແຕ່ທີ່ສຸດຂອງຊີວິດໃນການຄົ້ນຫາຕົວຕົນຂອງຄົນໆໜຶ່ງເຮົາຈະຕ້ອງເປັນຢູ່ສອງບົດບາດສະເໝີຄື: ຜູ້ຮຽນ ແລະ ຜູ້ຖ່າຍທອດ.
ການຮຽນຄືການພັດທະນາຕົນເອງຢູ່ຢ່າງບໍ່ມີວັນສິ້ນສຸດ, ການເປິດໃຈເປັນຜູ້ຮຽນທີ່ດີຄືການບໍ່ຖືຕົວວ່າພຽງພໍແລ້ວ, ເປີດໃຈຮັບສິ່ງໃໝ່ດ້ວຍຫົວໃຈທີ່ໄຮ້ດຽງສາ, ດ້ວຍຫົວໃຈທີ່ບໍ່ຄັບແຄບ, ພ້ອມທີ່ຈະຮັບຮູ້ຄວາມແຕກຕ່າງຫຼາກຫຼາຍ ແລະ ເຂົ້າໃຈມັນຢ່າງເລິກເຊິ່ງ. ຜູ້ຮຽນທີ່ດີຕ້ອງເປີດໃຈຟັງ, ຕ້ອງບໍ່ເຊື່ອໃນສິ່ງນັ້ນງ່າຍໆ, ຕ້ອງຕັ້ງຄຳຖາມ ແລະ ຕ້ອງກ້າສະແດງຄວາມເຫັນທີ່ແຕກຕ່າງ.
ການຖ່າຍທອດຄືການສົ່ງຄວາມຮູ້ນັ້ນໄປສູ່ຜູ້ອື່ນ, ຄວາມຮູ້ເປັນສິ່ງດຽວທີ່ຍິ່ງຖ່າຍທອດຍິ່ງເພີ່ມພູນຂຶ້ນເລື້ອຍໆ. ຄູທີ່ດີຈະບໍ່ບອກຄຳຕອບໃຫ້ຜູ້ຮຽນ, ແຕ່ຄູຈະເປັນຜຸູ້ສົ່ງເສີມໃຫ້ເຮົາຫາຄຳຕອບນັ້ນດ້ວຍຕົວເຮົາເອງ. ຄູທີ່ດີບໍ່ແມ່ນຄູທີ່ຕອບສະໜອງຄວາມຄາດຫວັງຂອງຕົນເອງ ແລະ ຜູ້ຮຽນດ້ວຍການເອົາຄະແນນເປັນຕົວຕັ້ງ. ຄູທີ່ດີບໍ່ແມ່ນຄູທີ່ຍ້ອງເຮົາໃນຍາມທີ່ເຮົາເຮັດໄດ້ດີ ຫຼື ເມີນເສີຍຍາມເຮົາເຮັດຜິດ, ແຕ່ຄູທີ່ກ້າຮ້າຍ ແລະ ສັ່ງສອນເຮົາເວລາເຮົາເຮັດຜິດຕ່າງຫາກທີ່ຈະເຮັດໃຫ້ເຮົານຳເອົາໄປປັບປຸງຕົນເອງໄດ້.
ໃນວັນທີ່ເຮົາຖອດຄາບຂອງນັກຮຽນອອກໄປໃຊ້ຊີວິດຈິງໃນສັງຄົມເຮົາຈະພົບວ່າການຮຽນຮູ້ນັ້ນຍາກກວ່າຮຽນໃນໂຮງຮຽນອີກຫຼາຍເທົ່າ. ໃນຊີວິດຈິງບໍ່ມີຄະແນນ, ບໍ່ມີຖືກທີ່ສຸດຫຼືຜິດທັງໝົດ, ຊີວິດບໍ່ມີຂາວບໍລິສຸດ ແລະ ດຳລ້ວນ, ແຕ່ມັນຄືການສະແດງບົດບາດດ້ວຍການລອງຜິດລອງຖືກຢູ່ຕະຫຼອດເວລາ.
ຄົນມັກຄາດຫວັງໃຫ້ຄູເປັນຄົນທີ່ດີທີ່ສຸດ, ຄູຕ້ອງເປັນແບບຢ່າງ, ຄູຕ້ອງເກັ່ງ...ແຕ່ຄູທີ່ຫາຍາກທີ່ສຸດຄືຄູທີ່ຫັກລ້າງທຸກຄວາມເຊື່ອ ແລະ ສອນໃຫ້ເຮົາເຊົາເຊື່ອໃຫ້ໄດ້.

Stand for yourself!

ບາງຄັ້ງເຮົາກໍ່ເຮັດໂຕເປັນຊິງໄປຊັ່ງນ້ຳໜັກຂອງຄົນອື່ນຢູ່ຕະຫຼອດເວລາ, ໂດຍທີ່ບໍ່ຄຳນຶງວ່າມາດຕະຖານການຊັ່ງນ້ຳໜັກມີການຄິດຄົ້ນ ແລະ ປະຫວັດຄວາມເປັນມາຢ່າງຍາວນານ. ຄົນເກຣັກບູຮານໃຊ້ເປັນອຸປະກອນສຳຄັນໃນການຄ້າຂາຍ ແລະ ເປັນທີ່ຖົກຖຽງກັນໃນວົງນັກວິຊາການລະດັບສູງເຖິງຄວາມໜັກ ແລະ ຄວາມເບົາຂອງວັດຖຸທາດຕ່າງໆ.
ສັນນິຖານວ່າເຄື່ອງຊັ່ງອັນທຳອິດຂອງໂລກແມ່ນຖືກຄົ້ນພົບໃກ້ກັບຮ່ອມພູແມ່ນ້ຳສິນທຸມີອາຍຸປະມານ 2000 ປີກ່ອນ ຄສ. ໂດຍເປັນເຄື່ອງຊັ່ງນ້ຳໜັກແບບປຽບທຽບ ຫຼື ທີ່ເປັນລັກສະນະເປັນຕາຊັ່ງທີ່ມີວັດຖຸຄານເປັນສອງສົ້ນ. ລະບົບນີ້ມີຄວາມຖືກຕ້ອງຫຼາຍ, ແຕ່ກໍ່ໂກງກັນງ່າຍ.
ໃນສະຕະວັດທີ 18 ໃນຍຸກປະຕິວັດອຸດສາຫະກຳໃນເອີລົບ ໄດ້ມີການຄິດຄົ້ນການຊັ່ງນ້ຳໜັກດ້ວຍຊິງທີ່ມີໄສ້ເສືອ (ລໍຊໍ). ປີ 1940 ໄດ້ມີການນຳເອົາອຸປະກອນ Electronic ມາເປັນສ່ວນປະກອບໃນການເຮັດຊິງ; ເຮັດໃຫ້ຊິງມີຄວາມທ່ຽງກົງຫຼາຍຂຶ້ນ. ໃນຕົ້ນສະຕະວັດທີ 20 ຊິງໄດ້ຖືກຜະລິດຫຼາກຫຼາຍຮູບແບບ, ທັນສະໄໝ ແລະ ລາຄາຖືກລົງຈົນເຮັດໃຫ້ຄົນທຳມະດາສາມັນສາມາດຄອບຄອງຊິງໄວ້ໃຊ້ພາຍໃນຄົວເຮືອນຂອງຕົນເອງໄດ້ ເຊັ່ນດຽວກັບພໍ່ຄ້າຄົນຮັ່ງມີໃນສະໄໝກ່ອນ.
1kg=1000g= 10ຂີດ.
ສັນຍາວ່າຈະບໍ່ໄປຊັ່ງນ້ຳໜັກຂອງໃຜດ້ວຍປາກຂອງເຮົາອີກແລ້ວຖ້າບໍ່ໄດ້ໄປເຮັດຕາຕະລາງຊັ່ງນ້ຳໜັກນຳກັນກັບຄົນນັ້ນ.
ການທີ່ຄົນເຮົາຈະຕຸ້ຍຈະຈ່ອຍຖ້າມັນບໍ່ໄດ້ໜັກຫົວໃຜມັນກໍ່ເປັນສິດຂອງເຮົາ.
ປລ: ຂ້ອຍກິນເຂົ້າມື້ລະສີ່ຄາບ ແລະ ບໍ່ຕິຂອງກິນ (ຍົກເວັ້ນປາດຸກ)
ອອກກຳລັງກາຍຕາມຄວາມພໍໃຈ
ນ້ຳໜັກເທົ່າເດີມມາ 10 ປີ.
ບໍ່ເຄີຍກິນຢາຫຼຸດຄວາມຕຸ້ຍ, ແຕ່ກິນນົມເພີ່ມນ້ຳໜັກພັດຍັງເທົ່າເດີມ (ຊື້ເສຍເງິນ).
ການທີ່ເຮົາຢາກເປັນຄົນແບບໃດມັນເປັນສິດຂອງເຮົາທີ່ຈະເລືອກ. ການທີ່ເຮົາເລືອກແລ້ວວ່າຈະເປັນແນວໃດ ແລະ ມີຄວາມສຸກກັບມັນກໍ່ຢ່າໄປໃສ່ໃຈກັບຄຳຕັດສິນຂອງຄົນອື່ນໃຫ້ເສຍເວລາ.
ເມື່ອນ້ຳໜັກເປັນສ່ວນໜຶ່ງຂອງແຮງດຶງດູດຂອງໂລກ, ຈົ່ງໃຊ້ນ້ຳໜັກຂອງເຮົາຢຽບ ແລະ ຢືນໃນໂລກໜ່ວຍນີ້ຈົນສິ້ນລົມຫາຍໃຈ. ຢ່າໄປຮັບເອົາໂລກທີ່ຄົນອື່ນໂຍນມາໃຫ້ເຮົາແບກພຽງເພາະເຮົາບໍ່ກ້າຢືນຂຶ້ນເພື່ອຕົວເຮົາເອງ.
Stand for yourself!