ຂ້ອຍເປັນໃຜ? ໃນເວລາທີ່ເຂົາບອກວ່າ: "ຜູ້ຍິງລາວເກົ້າຜົມບ່ຽງແພ"
ຖ້າຄົນຕ່າງປະເທດເກົ້າຜົມບ່ຽງແພເປັນຫຍັງເຮົາຍັງບໍ່ເອີ້ນເຂົາວ່າຜູ້ຍິງລາວ. ເຮົາກໍ່ບອກແຕ່ວ່າ "ຂະໜາດຄົນຕ່າງປະເທດຍັງມັກໃນວັດທະນະທຳລາວ" ເທົ່ານັ້ນ. ແຕ່ຖ້າເຮົາຈະບອກວ່າຍ້ອນເຂົາບໍ່ແມ່ນລາວແທ້, ສ່ວນເຮົາເປັນລາວແທ້. ແລ້ວຄວາມເປັນລາວແທ້ໆມັນນັບກັນບ່ອນໃດ ໃນເມື່ອບັນພະບູລຸດຂ້ອຍເປັນຄົນຫວຽດນາມທີ່ເຂົ້າມາຢູ່ລາວໄດ້ 5 ເຊັ່ນຄົນແລ້ວ ແລະ ຖ້າຂ້ອຍຍັງມີສາຍເລືອດຫວຽດນາມປົນຢູ່ປະມານ 6,25% ທຸກຄົນຈະບອກວ່າຂ້ອຍເປັນລາວແທ້ ຫຼື ລາວບໍ່ແທ້. ແລະ ເວລາທີ່ຂ້ອຍເກົ້າຜົມບ່ຽງແພ ເຂົາຈະຮ້ອງຂ້ອຍວ່າຜູ້ຍິງລາວແທ້ໆບໍ່? ຖ້າຂ້ອຍເອົາຊຸດພື້ນເມືອງຫວຽດນາມມານຸ່ງເຂົາຈະເອີ້ນຂ້ອຍວ່າແນວໃດ? "ສາວຫວຽດນາມ 6,25%" ຫຼື "ສາວລາວນຸ່ງຊຸດຫວຽດນາມ" ຫຼື "ສາວຫວຽດນາມແທ້ໆ". ຂ້ອຍຕ້ອງຢືນຢູ່ຈຸດໃດຂອງສາຍເລືອດ ແລະ ວັດທະນະທຳ. ຫຼືຂ້ອຍຈຳເປັນຕ້ອງລືມສິ່ງທີ່ເປັນສ່ວນໜ້ອຍໃນຮ່າງກາຍ ແລະ ສາຍເລືອດຂອງຂ້ອຍໄປ, ຮັກສາໄວ້ແຕ່ສິ່ງທີ່ເປັນສ່ວນໃຫຍ່ທີ່ມີຢູ່. ພວກຄົນທີ່ໄປຢູ່ບ່ອນອື່ນດົນແຕ່ລືມສຳນຽງການປາກເວົ້າຂອງຕົນເອງໄປເຂົາຈະກ່າວຂວັນນິນທາວ່າເປັນພວກລືມຖິ່ນຖານບ້ານເກີດ. ພວກທີ່ຍ້າຍຖິ່ນຖານໄປຕັ້ງຢູ່ປະເທດອື່ນກໍ່ຈະໄດ້ຊື່ວ່າເປັນພວກ "ລືມຊາດ" ທັງທີ່ໃນປະຫວັດສາດຂອງມວນມະນຸດແຕ່ໃດມາເຮົາກໍ່ຍ້າຍຖິ່ນຖານກັນມາແຕ່ດຶກດຳບັນ ແລະ ເກີດຂຶ້ນຢ່າງຕໍ່ເນື່ອງ. ດັ່ງໃນຕົວຢ່າງທີ່ສຳຄັນທີ່ເຮົາເຫັນໄດ້ໃນອາຊຽນຄືຄົນຊາດສິງກະໂປ, ເຮົາຈະບໍ່ສາມາດລະບຸໄດ້ເຖິງຄວາມເປັນເຜົ່າດຶກດຳບັນຂອງສິງກະໂປວ່າແມ່ນໃຜ ເພາະທຸກຄົນມີທີ່ມາຈາກການຕັ່້ງຖິ່ນຖານໃໝ່ ໃຫ້ເຮົາສາມາດສືບຫາໄດ້ຂ້ອນຂ້າງຊັດເຈນ. ຖ້າເຮົາຖາມວ່າເຂົາເປັນຄົນຊາດໃດ? ແລ້ວເຂົາຕອບວ່າເປັນສິງກະໂປ, ເຮົາຈະຮູ້ສຶກຢາກເວົ້າໃຫ້ເຂົາບໍ່ວ່າ "ເຂົາເປັນພວກລືມບັນພະບູລຸດ" ເກົ່າກ່ອນຂອງເຂົາເຊັ່ນ: ຈີນ, ອິນເດຍ, ມາເລຍູ ຫຼື ແມ້ກະທັ່ງຄົນເອີລົບທີ່ຍ້າຍໄປຢູ່ ແລະ ຫາກໍ່ໄດ້ສັນຊາດໃໝ່ໆ? ແລ້ວຄົນໃນບາງຊາດທີ່ສາມາດຖືສອງສັນຊາດໄດ້ເຊັ່ນຫວຽດນາມເພື່ອນບ້ານເຮົານີ້, ເຮົາຈະເອີ້ນເຂົາເຈົ້າວ່າແນວໃດ? ຍັງບໍ່ນັບຫຼາຍໆຊາດໃນໂລກທີ່ສາມາດໃຫ້ຖືສອງສັນຊາດໄດ້.

ໃນຕອນເປັນເດັກນ້ອຍພໍ່ຈະເວົ້າໃຫ້ຟັງວ່າຄຳກ່າວຂອງຄົນທາງໃຕ້ ເຂົາຈະເວົ້າໃຫ້ກັບຄົນທີ່ລົງເຮືອນໄປທາງອື່ນທາງໄກດົນນານຫຼາຍປີ, ແຕ່ສຸດທ້າຍຍັງບໍ່ຫວິດການກັບຄືນມາບ້ານ ຫຼື ຄົນທີ່ບໍ່ໄປຜະຈົນໄພປະເຊີນໜ້າຊີວິດດ້ວຍຄົນເອງ ຢູ່ນຳພໍ່ແມ່ (ໂດຍສະເພາະແມ່ນຜູ້ຊາຍ) ວ່າ: "ສັງເກດເບິ່ງກອງຂີ້ເຖົ່າແມ໊, ມີແຕ່ຮອຍຫຳມັນອ້ອມຄີໄຟ" ເຊິ່ງໃນຄຳເວົ້ານີ້ສຽດສີເຖິງຄວາມບໍ່ກ້າຫານ ແລະ ບໍ່ສາມາດດູແລຕົນເອງໄດ້ຈົນກັບມາເປັນພາລະຂອງພໍ່ແມ່ອີກ, ປານເດັກນ້ອຍທີ່ສາມາດແຕ່ຄານອ້ອມເຕົາໄຟເພື່ອອາໄສຄວາມອົບອຸ່ນ ແລະ ຄອຍຖ້າພໍ່ແມ່ປ້ອນອາຫານໃຫ້. ເມື່ອຟັງພໍ່ເລົ່າເລື່ອງນີ້ຍາມໃດຂ້ອຍຮູ້ສຶກມັກຄຳນີ້ຢູ່ບໍ່ເບື່ອ ເພາະມັນເປັນຄຳສຽດສີທີ່ຂ້ອນຂ້າງແຫຼມຄົມຫຼາຍໃນການປູກຝັງໃຫ້ຄົນໄດ້ເດີນທາງໄປປະເຊີນໜ້າຢູ່ບ່ອນອື່ນດ້ວຍຕົນເອງ. ແຕ່ອີກໃນໜຶ່ງກໍ່ຄືວ່າເປັນການບັງຄັບແຕ່ຝັ່ງຜູ້ຊາຍ, ເຮັດໃຫ້ຜູ້ໄດ້ຮັບຄວາມກົດດັນແມ່ນຜູ້ຊາຍ. ສ່ວນຜູ້ຍິງບໍ່ຄ່ອຍໄດ້ຮັບການກະຕຸ້ນ ແລະ ສົ່ງເສີມຫຼາຍປານໃດ.
ໃນການນຳຫາຕົວຕົນຂອງຄົນຜູ້ໜຶ່ງເປັນເລື່ອງທີ່ເຮັດໃຫ້ປວດຫົວເມົາເກົ້າ ແລະ ອາດນຳມາເຊິ່ງຄວາມເຈັບປວດໄດ້, ຫາກເຮົາບໍ່ສາມາດຮູ້ໄດ້ວ່າເຮົາເປັນໃຜມາແຕ່ໃສ, ພໍ່ແມ່, ປູ່ຍ່າຕາທວດຂອງເຮົາແມ່ນໃຜ. ດັ່ງຕົວຢ່າງຈາກລະຄອນ ແລະ ຮູບເງົາຫຼາຍເລື່ອງໄດ້ສະທ້ອນຄວາມເຈັບປວດຂອງການນຳຫາຕົວຕົນຂອງຕົນເອງ. ເຊັ່ນໃນຮູບເງົາເລື່ອງ Fantastic Beasts: The Crimes of Grindelwald ທີ່ມີຕົວລະຄອນໜຶ່ງບໍ່ສາມາດລະບຸຄວາມເປັນຕົນເອງໄດ້ຈົນຕ້ອງໄດ້ໄປເຂົ້າຮ່ວມກັບກຸ່ມອຳນາດມືດ, ເພາະພວກເຂົາອ້າງວ່າຈະສາມາດຫາ ID ໃຫ້ຜູ້ກ່ຽວໄດ້.
ຖ້າເຄື່ອງມືໃນການກວດ DNA ທັນສະໄໝຈົນສາມາດກວດຫາເຜົ່າພັນຂອງເຮົາຕັ້ງແຕ່ຍຸກກຳເນີດມີມະນຸດໄດ້ ເຮົາຄົງໄດ້ເຫັນຫຼາຍກວ່າ ສອງ ຫຼື ສາມເຜົ່າພັນໃນຮ່າງກາຍຂອງຄົນຜູ້ໜຶ່ງ ແລ້ວເຮົາຈະເອີ້ນຄົນຜູ້ໜຶ່ງວ່າເປັນເຜົ່າພັນໃດ? ຫຼືເຮົາຈະເອີ້ນຕາມເຜົ່າພັນໃຫຍ່ທີ່ມີສັດສ່ວນຫຼາຍທີ່ສຸດໃນຮ່າງກາຍຂອງຄົນຜູ້ນັ້ນວ່າເຂົາເປັນໃຜ? ຫຼືເອີ້ນຕາມສັນຊາດຂອງຄົນຜູ້ນັ້ນກໍ່ພຽງພໍແລ້ວ?
ຖ້າວັດທະນະທຳເປັນຕົວຂັບເຄື່ອນຄວາມຄິດ, ຜົນຜະລິດ ທີ່ເກີດຈາກພູມປັນຍາດ້ວຍການມີຕົວແປເປັນສະພາບແວດລ້ອມ, ເວລາ ກໍ່ເປັນພາຫະນະທີ່ດີໃນການນຳພາວັດທະນະທຳໄປຕົກທອດ ດ້ວຍເຄື່ອງມືທີ່ສຳຄັນຄືມະນຸດເປັນຄົນຖ່າຍທອດໃຫ້ກັນ
ແລະ ກັນ. ແລ້ວຕັ້ງແຕ່ຕອນໃດກັນທີ່ເຮົາເອົາຄຳວ່າ "ວັດທະນະທຳ" (culture) ມາເປັນການຈຳກັດຂອບເຂດທີ່ຂອງຄວາມແຕກຕ່າງຫຼາກຫຼາຍຂອງມະນຸດ. ຕອນຮຽນຢູ່ຊັ້ນ ມ5 ມີອາຈານທ່ານໜຶ່ງສອນວິຊາສຶກສາພົນລະເມືອງ, ເພິ່ນເຄີຍເວົ້າວ່າ "ມະນຸດເຮົາເປັນສັດທີ່ສາມາດຮຽນຮູ້ຂ້າມເຜົ່າພັນໄດ້ວ່ອງໄວກວ່າສັດຊະນິດອື່ນ, ຍົກຕົວຢ່າງໃນເວລາທີ່ເຮົາເຮັດເຮືອນ, ເຮົາເຫັນເຮືອນຂອງຊາດອື່ນໆ ມີຄວາມສວຍງາມຖືກຕາ, ເຮົາກໍ່ສາມາດຮຽນແບບຕາມໄດ້. ແຕ່ສັດທັງຫຼາຍມັນບໍ່ສາມາດຮຽນຮູ້ຂ້າມສາຍພັນໄດ້ເຊັ່ນ: ນົກກະຈາບເຮັດຮັງແບບໜຶ່ງ, ນົກເຂົາກໍ່ເຮັດຮັງອີກແບບໜຶ່ງມັນຈະບໍ່ຮຽນແບບກັນ. ໃນເວລາທີ່ເຮົາເຮັດເຮືອນ ແລະ ອາໄສຢູ່ເຮືອນທີ່ມີລັກສະນະຮ່ວມສະໄໝ ບໍ່ໄດ້ເປັນເຮືອນໄມ້ຍົກຮ້ານສູງ, ແຕ່ເປັນເຮືອນກໍ່ຊີມັງ ແລະ ພື້ນຕ່ຳຕິດດິນ. ຫຼືອີກກໍລະນີໜຶ່ງຄືການກິນອາຫານທີ່ມີລັກສະນະຮ່ວມສະໄໝ ແລະ ມາຈາກຫຼາກຫຼາຍທະວີບຂຶ້ນ ເຮົາພັດເຫັນວ່າເປັນເລື່ອງປົກກະຕິ, ຖ່າຍຮູບໃຫ້ເຫັນເຮືອນງາມໆນຳກັນ, ຖ່າຍຮູບການກິນອາຫານແຊບໆໃຫ້ຄົນອື່ນເບິ່ງ. ຍາມເຂົ້າວັດບອກໃຫ້ນຸ່ງສິ້ນ, ບ່ຽງແພເພື່ອຮັກສາວັດທະນະທຳ; ບາງວັດເຖິງຂັ້ນຕິດປ້າຍຫ້າມຜູ້ຍິງທີ່ບໍ່ໄດ້ນຸ່ງສິ້ນຍ່າງຜ່ານ. ແຕ່ເວລາເຮັດຂອງກິນໄປຖວາຍຖ້າມີ: ຜັດໄທ, ຕົ້ມຍຳອາຫານທະເລ, ຂົ້ວສະປາເກັດຕີ, ສະເຕັກ, ຕຳໝາກຫຸ່ງ, ເຂົ້າຈີ່, ນ້ຳຫວານ ແລະ ເຂົ້າໜົມນຳເຂົ້າຈາກຕ່າງປະເທດທັງໝົດ, ລາວູ໊... ບໍ່ມີໃຜວ່າຫຍັງມີແຕ່ບອກ "ອີ່ມບຸນ-ອີ່ມໃຈ", ທັງຍັງຢ້ຳອີກວ່າ "ໃສ່ບາດຢ່າຖາມພຣະ".
ສິ່ງໜຶ່ງທີ່ຖືກເບິ່ງຂ້າມຫຼາຍກວ່າການໃຊ້ຄຳວ່າ "ຮີດຄອງປະເພນີ" ຄື "ພູມປັນຍາ" ທີ່ຄົນໃນຍຸກກ່ອນໄດ້ປະດິດສ້າງສິ່ງຕ່າງໆເພື່ອຄວາມແທດເໝາະທາງກາຍະພາບຂອງພູມີສາດຂອງທ້ອງຖິ່ນຕົນ. ຖ້າເຮົາບອກວ່າ "ແມ່ຍິງລາວເກົ້າຜົມບ່ຽງແພ" ເຮົາບໍ່ຄ່ອຍກ່າວເຖິງວ່າເປັນຫຍັງເຮົາຈຶ່ງເກົ້າຜົມ, ເປັນຫຍັງເຮົາຕ້ອງບ່ຽງແພ, ແພທີ່ເອົາມາບ່ຽງຜະລິດຈາກວັດຖຸດິບຊະນິດໃດ? ຖ້າສົມມຸດວ່າເຮົາເອົາຜ້າບ່ຽງທີ່ເປັນຂອງຮຽນແບບຈາກຈີນມາ (ຈີນເຄີຍເຮັດສິນຄ້າຮຽນແບບຫຼາຍຢ່າງມາກ່ອນໜ້ານີ້ແລ້ວ)
ບ່ຽງມັນຍັງຈະເອີ້ນໄດ້ວ່າມີເປັນຄວາມເປັນສາວລາວທີ່ເຮົາໂຫຍຫາໄວ້ຢູ່ຫຼືບໍ່? ຫຼື ມີຄຳເອີ້ນແບບອື່ນອີກ?
ໃນເວລາທີ່ເຮົາກ່າວເຖິງນັກທ່ອງທ່ຽວ ແລະ ການລົງຫຼິ້ນນ້ຳຂອງເຂົາເຈົ້າເຮົາຈະຄິດພາບເຫັນຄົນຕ່າງຊາດສ່ວນໃຫຍ່ທີ່ພາກັນນຸ່ງຊຸດລອຍນ້ຳລົງຫຼິ້ນນ້ຳ ແລະ ຍ່າງເລາະເທິງຫາດແຄມນ້ຳຊອງໃນເຂດວັງວຽງ ໂດຍສະເພາະແມ່ນຜູ້ຍິງວ່າເປັນຕົວຢ່າງໃນການທຳລາຍການນຸ່ງຖືອັນດີງາມຂອງຜູ້ຍິງລາວ. ແຕ່ຖ້າເຮົາເອົາຮູບສາວລາວປະນົມໃນຍຸກກ່ອນໃຫ້ເບິ່ງ, ຜູ້ທີ່ຂັດແຍ່ງກັບຄວາມຄິດນີ້ເຂົາພັດບອກວ່າເຮົາຕ້ອງປັບຕົວ. ແລ້ວການປັບຕົວທີ່ມັນເປັນໄປຢູ່ທຸກມື້ທຸກເຮົາພັດເຫັນວ່າມັນເປັນຄວາມເຊື່ອມຊາມ. ບໍ່ວ່າຈະເປັນການນຸ່ງເສື້ອຜ້າອາພອນກໍ່ດີ, ຫຼື ການຍ້ອມຜົມສີທອງຂອງສາວໆນຳສະໄໝທັງຫຼາຍ. ໃຜເຮັດຫຍັງລົງໄປໃນທາງທີ່ບໍ່ຖືກຫູຖືກຕາເຮົາກໍ່ຈະບອກວ່າຜິດຮີດສິບສອງ, ຜິດຄອງສິບສີ່; ຄືດັ່ງເພງ: ສາວຜົມທອງທີ່ໄດ້ຂັບຮ້ອງກັນມາດົນນານຫຼາຍປີ ແຕ່ເຮົາລອງມາອ່ານຮີດ 12 ຄອງ 14 ນຳກັນເບິ່ງວ່າມັນມີຂໍ້ຫ້າມກ່ຽວກັບການນຸ່ງເສື້ອຜ້າ ແລະ ສີຜົມຂອງເຮົາແນວໃດ?
ຮີດສິບສອງ
ໃນແຕ່ລະເດືອນຂອງປີໜຶ່ງຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ:
1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ
2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນຍັງເອີ້ນວ່າບຸນກອງເຂົ້າກໍມີ.
3. ເດືອນສາມ ເຮັດບຸນເຂົ້າຈີ່
4. ເດືອນສີ່ ເຮັດບຸນພະເວດ
5. ເດືອນຫ້າ ເຮັດບຸນສົງພະ ຫຼືບຸນປີໃໝ່ລາວ
6. ເດືອນຫົກ ເຮັດບຸນບັ້ງໄຟ
7. ເດືອນເຈັດ ເຮັດບຸນບ້ານ ຫຼືບຸນລ້ຽງຜີມະເຫສັກຫຼັກເມືອງ
8. ເດືອນແປດ ບຸນເຂົ້າພັນສາ
9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ
10. ເດືອນສິບ ບຸນຫໍ່ເຂົ້າສະຫຼາກ
11. ເດືອນສິບເອັດ ບຸນອອກພັນສາ
12. ເດືອນສິບສອງ ບຸນທອດກະຖິນ
ຄອງສິບສີ່
1.ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ
2. ຢ່າເອົາອາຫານເຫຼືອ ຫຼື ເງື່ອນ ໄປໃຫ້ພະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ.
4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼື ຈຶ່ງຄ່ອຍລົມນຳເພິ່ນ.
5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະ ເຄື່ອງບໍລິຂານໄປທານຮ່ວມເພິ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫຼືລ້າງຕີນເສຍກ່ອນ
7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼື ນິມົນພະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ ໄປສົມມາຜົວຂອງຕົນ
9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫຼື ຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼື ຢ່າຖືອາວຸດໃດໆ.
10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະ ປະຕູເຮືອນ.(ປັດຈຸບັນ ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່).
11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດແລະບ້ານເຮືອນຂອງຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນກ່ອນໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ).
14. ຢ່າພາກັນລັກໂລບຕາຊີງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນ ແລະ ກັນ.(ອ້າງອີງ https://en.wikipedia.org)
ແລ້ວມັນມີຄຳກ່າວເຖິງເລື່ອງການນຸ່ງຖື, ສີຜົມໃນຂໍ້ໃດ? ຖ້າມັນບໍ່ມີກໍ່ບໍ່ຄວນເກັບມາອ້າງ, ຄວນໄປໃຊ້ຫຼັກຖານອື່ນມາອ້າງ, ບໍ່ແມ່ນແຕ່ງເພງແລ້ວຢາກແຕ່ງແນວໃດກໍ່ແຕ່ງ ຫຼື ຫາສະເພາະຄຳທີ່ມັນຄ່ອງກັນເທົ່ານັ້ນ. ເພາະມັນຈະເຮັດໃຫ້ຄົນຮຸ່ນໃໝ່ຮຽນຮູ້ເອົາສິ່ງຜິດໆໄປແບບບໍ່ຮູ້ສຶກຕົວ ໂດຍບໍ່ທັນໄດ້ມີການຄິດຕຶກຕອງ ແລະ ພິຈາລະນາ.
ໃນເວລາທີ່ຄົນຕ່າງປະເທດໄດ້ນຳເອົາວັດທະນະທຳຂອງເຮົາໄປໃຊ້ເຊັ່ນການ ນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ ເຮົາກໍ່ພາກັນຍ້ອງວ່າ: ໂອຍງາມ, ເອກອ້າງພູມໃຈ, ແຕ່ເປັນຫຍັງຄົນຊາດເຂົາຈຶ່ງບໍ່ອອກມາເວົ້າໃຫ້ກັນວ່າ: ພວກເຮັດໃຫ້ເສຍວັດທະນະທຳ, ເອົາເຄື່ອງຊາດອື່ນມານຸ່ງ, ເປັນແບບຢ່າງທີ່ບໍ່ດີໃຫ້ແກ່ເຍົາວະຊົນອັງກິດ, ຝຣັ່ງ, ອີຕາລີ....ແດ່?
ໃນການເກົ້າຜົມບ່ຽງແພ ໃນຍຸກປັດຈຸບັນເຮົາກໍ່ປະຕິບັດກັນເປັນບາງຄັ້ງຄາວ ແລະ ໂອກາດເຊັ່ນ: ໄປຖ່າຍຮູບ, ເປັນນາງແບບໂຄສະນາ, ເຮັດງານແຕ່ງດອງໂດຍສະເພາະແມ່ນເຈົ້າສາວ ແລະ ເຈົ້າພາບ, ສະແດງວ່າຄຳວ່າ ຜູ້ຍິງລາວເກົ້າຜົມບ່ຽງແພ ແມ່ນເປັນຜູ້ຍິງລາວບາງເທື່ອບາງຍາມ, ຍາມບໍ່ໄດ້ເກົ້າຜົມບ່ຽງແພ, ກໍ່ບໍ່ຮູ້ວ່າເປັນຜູ້ຍິງຫຍັງ? ອີກຢ່າງໜຶ່ງໃນເວລາທີ່ເຮົາເວົ້າວ່າ "ຜູ້ຍິງລາວເກົ້າຜົມບ່ຽງແພ" ເພື່ອເປັນການສົ່ງເສີມວັດທະນະທຳອັນດີງາມນັ້ນ, ເຮົາໄດ້ຄຳນຶງບໍ່ວ່າໃນລາວເຮົາມີຫຼາຍເຜົ່າພັນ; ບາງເຜົ່າບໍ່ໄດ້ນຸ່ງສິ້ນ, ເກົ້າຜົມ, ບ່ຽງແພ ແລ້ວເປັນຫຍັງເຮົາຕ້ອງເອົາສິ່ງໜຶ່ງສິ່ງດຽວມາເປັນຄຳຕັດສິນຊີ້ຂາດສິ່ງອື່ນໆທີ່ແຕກຕ່າງຫຼາກຫຼາຍທັງໝົດ. ຖ້າຂ້ອຍເກີດຢູ່ລາວໃຫຍ່ຢູ່ລາວ, ພໍ່ລາວ, ແມ່ລາວ ແຕ່ເຜົ່າຂ້ອຍບໍ່ໄດ້ເກົ້າຜົມບ່ຽງແພ ແລ້ວຂ້ອຍເປັນໃຜ?
ໃຜໆກໍ່ເວົ້າວ່າຂ້ອຍເປັນພວກຄິດຫຼາຍ, ເຮັດໃຫ້ຕົນເອງບໍ່ມີຄວາມສຸກ. ສົມມຸດຄວາມສຸກຂອງຂ້ອຍຄືການຄິດເດ, ຂ້ອຍຕ້ອງຄິດຕໍ່ແມ່ນຫຼືບໍ່? ເວລາເຮົາຖາມເລື່ອງນັ້ນເລື່ອງນີ້ ຄົນກໍ່ບອກວ່າເຮົາຫາເລື່ອງ, ເວົ້າຫຼາຍ. ແລ້ວເຄື່ອງມືທີ່ສຳຄັນທີ່ເຮົາເອີ້ນວ່າພາສາເຮົາຈະມີໄວ້ເຮັດຫຍັງຖ້າເຮົາບໍ່ໄດ້ຢາກໃຊ້ມັນເພື່ອຈະສື່ສານກັນໃນເລື່ອງຕ່າງໆ. ເຮົາຄົງບໍ່ມີວັນແມ່ຍິງສາກົນທີ່ໄດ້ມາຈາກການຕໍ່ສູ້ຂອງຄົນທີ່ "ຄິດຫຼາຍ" ທີ່ບໍ່ສະເພາະແຕ່ໄດ້ເຮັດເພື່ອຕົນເອງ, ແຕ່ພວກເຂົາໄດ້ເຮັດເພື່ອຄົນອື່ນໆນຳ. ເຮົາຄົງຕ້ອງບໍ່ໄດ້ສະຫຼອງວັນກຳມະກອນ ແລະ ເຮັດວຽກ 8 ຊົ່ວ/ວັນ, ບໍ່ມີຄົນທີ່ຄິດຫຼາຍ ແລະ ຕໍ່ສູ້ເພື່ອໃຫ້ໄດ້ມັນມາ. ເຮົາຄົງບໍ່ມີວັນເດັກສາກົນ, ຖ້າບໍ່ມີຜູ້ໃຫຍ່ທີ່ຄິດຫຼາຍ ແລະ ເຮັດໜ້າທີ່ຮຽກຮ້ອງແທນເດັກທຸກຄົນ.

ແລ້ວຂ້ອຍເປັນໃຜ? ຂ້ອຍຄົງຕ້ອງຄິດໃຫ້ຫຼາຍຂຶ້ນເຊັ່ນກັນ.
No comments:
Post a Comment