Saturday, November 10, 2018

ຜົວໃຜໃຜກໍ່ຫວງ...ຍ້ອນມັນຫາຍາກ



ການທີ່ຜູ້ຍິງຄົນໜຶ່ງຈະໄດ້ແຕ່ງງານກັບໃຜ? ຕອນໃດ? ເປັນເລື່ອງທີ່ສະຫຼັບຊັບຊ້ອນພໍສົມຄວນໃນສັງຄົມທີ່ຜູ້ຊາຍໄດ້ຢືນຢູ່ໃນຈຸດທີ່ເອີ້ນວ່າເໜືອຄວາມ "ເທົ່າທຽມ" ເຖິງແມ່ນວ່າເຮົາສາມາດເວົ້າໄດ້ວ່າຜູ້ຍິງໃນສະໄໝນີ້ບໍ່ໄດ້ຖືກກົດຂີ່ຫຼາຍເທົ່າຜູ້ຍິງສະໄໝກ່ອນ ແລະ ມີສິດສະເໝີພາບກັນຕໍ່ໜ້າກົດໝາຍ ແຕ່ໃນທາງປະຕິບັດຜູ້ຍິງກໍ່ຍັງຖືກຂົ່ມເຫັງໃນຫຼາຍສະຖານະການ ແລະ ດ້ວຍຫຼາຍຮູບການທັງຈາກເພດຊາຍ ແລະ ເພດຍິງດ້ວຍກັນເອງ. ເຖິງວ່າແທ້ທີ່ຈິງແລ້ວຄວາມເທົ່າທຽມເປັນພຽງອຸດົມຄະຕິທີ່ຜູ້ຄົນ (ບາງກຸ່ມ) ຝັນຫາ ແລະ ເປັນພຽງຄວາມຄິດແບບສຳພັດເທົ່ານັ້ນເພາະຫຼາຍຄັ້ງໃນສັງຄົມໂລກຜູ້ຍິງກໍ່ຍັງຖືກຕັດສິນຈາກສາຍຕາ, ແນວຄິດ, ກົດເກນຂອງສັງຄົມແບບບໍ່ເປັນທຳ. ຍັງມີຫຼາຍໆຄັ້ງທີ່ຜູ້ຍິງ ແລະ ຜູ້ຊາຍພະຍາມຫາຄວາມເທົ່າທຽມແຕ່ກາຍເປັນວ່າຫາຄວາມລື່ນກາຍໃຫ້ຜູ້ຍິງ, ສຸດທ້າຍມັນກໍ່ກາຍເປັນການກ້າວບໍ່ພົ້ນຄວາມທີ່ຊາຍເປັນໃຫຍ່ຢູ່ນັ້ນເອງ.
ຫຼັງຈາກແຕ່ງງານຂ້ອຍໄດ້ໄປແລ່ນເອກະສານຢູ່ຫ້ອງການໜຶ່ງ, ພວກຜູ້ໃຫຍ່ສອງຄົນທີ່ເປັນຮຸ່ນພໍ່ ແລະ ເປັນທີ່ຮູ້ຈັກຂອງພໍ່. ພວກເຂົາລົມກັນພາກັນລົມກັນເລື່ອງການແຕ່ງງານກັບຄົນແຕ່ງປະເທດ ແລະ ຍົກຕົວຢ່າງການແຕ່ງງານກັບຄົນຕ່າງປະເທດຂອງຜູ້ຍິງລາວຂຶ້ນມາໃຫ້ຟັງແບບປຽບທຽບ ແລະ ເວົ້າສຽດສີຕ່າງໆນາໃນການເອົາຜົວຕ່າງດ້າວທ້າວຕ່າງແດນ, ຈົນຂ້ອຍເກືອບທົນບໍ່ໄຫວທີ່ຈະອົດກັ້ນຄຳເວົ້າໃນໃຈອອກໄປຢ່າງບໍ່ໄວ້ໜ້າຄົນທີ່ອາບນຳ້ຮ້ອນມາກ່ອນ, ແຕ່ກໍ່ພຽງແຕ່ເກືອບເທົ່ານັ້ນ, ເພາະຂ້ອຍຄິດຂຶ້ນມາໄດ້ວ່າການຖຽງຄົນປະເພດນີ້ຄົງຈະຫາບ່ອນລົງທີ່ສວຍງາມບໍ່ໄດ້ເປັນແນ່ແທ້. ພວກເຂົາເວົ້າໃນທຳນອງທີ່ວ່າອີກບໍ່ດົນກໍ່ຕ້ອງຖືກປ່ອຍປະລະໄລ, ຢ່າຮ້າງກັນໄປຕາມພາສາຄົນເສລີນິຍົມ, ສຸດທ້າຍກໍ່ຕ້ອງນຳ້ຕາເຊັດຫົວເຂົ່າກັນບ້ານກັນເກືອບທຸກຄົນ. ໃນຖານະຂອງຄວາມເປັນຜູ້ຍິງຄົນໜຶ່ງ, ເຮົາບໍ່ມີສິດຈະເລືອກຄູ່ຄອງທີ່ມາຈາກຕ່າງຖິ່ນ, ຕ່າງພາສາ, ສາສະໜາ ແລະ ວັດທະນະທຳດ້ວຍຄວາມສະໝັກໃຈຂອງເຮົາເອງບໍ? ເຖິງວ່າຜົນມັນຈະເປັນແນວໃດສິ່ງທີ່ຄວນປະຕິບັດຕໍ່ກັນດ້ວຍຄວາມໃຫ້ກຽດ ແລະ ເຄົາລົບການຕັດສິນໃຈຂອງກັນ ແລະ ກັນບໍ່ໄດ້ບໍ? ມັນເຮັດໃຫ້ຂ້ອຍຄິດຮອດບົດເພງຫຼາຍໆເພງທີ່ເວົ້າສຽດສີການທີ່ຜູ້ສາວບ້ານດຽວກັນໄປລົມບ່າວບ້ານອື່ນ, ບ້ານໄກ, ຂ້ອຍຫາກໍ່ມາເຂົ້າໃຈດຽວນ້ັນເອງວ່າ ການລົມບ່າວບ້ານອື່ນມັນລຳບາກຍາກໃຈສຳລັບສາວສະໄໝກ່ອນແນວໃດ.

ຫຼັງຈາກນັ້ນບໍ່ຮອດປີຕໍ່ມາຄົນທີ່ສຽດສີຂ້ອຍແບບຕໍ່ໜ້າຕໍ່ຕາກໍ່ຈາກໂລກນີ້ໄປໜຶ່ງຄົນ ແລະ ອີກໜຶ່ງຄົນໄດ້ລູກເຂີຍຕ່າງປະເທດ, ລູກສາວຖືພາມີລູກໂດຍທີ່ຍັງບໍ່ໄດ້ຈົດທະບຽນສົມລົດຖືກຕ້ອງຕາມກົດໝາຍຂອງປະເທດໃດ. ຂ້ອຍກໍ່ບໍ່ໄດ້ສະແດງຄວາມສົມນ້ຳໜ້າຜູ້ຍິງນຳກັນດອກ, ມີລູກກໍ່ພຽງແຕ່ລ້ຽງໃຫ້ໃຫຍ່, ບໍ່ແມ່ນເລື່ອງຄໍຂາດບາດຕາຍຫຍັງ. ແຕ່ຂ້ອຍຫວັງວ່າພໍ່ຄົນນັ້ນທີ່ໄດ້ເປັນພໍ່ຕູ້ຫຼານຊອດຂອງຕົນເອງແລ້ວຄົງຈະໄດ້ຮັບບົດຮຽນ, ເຂົ້າໃຈຫົວອົກອື່ນຫຼາຍຂຶ້ນກວ່າເກົ່າ ແລະ ບໍ່ໄປສຽດສີຜູ້ຍິງຄົນໃດອີກ.
ໃນຖານະທີ່ເປັນຜູ້ຍິງຄົນໜຶ່ງ ແລະ ແຕ່ງງານແລ້ວຕ້ອງຂໍອະນຸຍາດກ່າວເຖິງຊີວິດ, ເພດສະພາບ ແລະ ຄວາມຮັກ ຂອງຜູ້ຍິງທີ່ເຕີບໃຫຍ່ ຜ່ານແວ່ນຂະຫຍາຍຂອງສັງຄົມທີ່ເຮົາກຳເນີດ ແລະ ເຕີບໃຫຍ່ມາ.
ພໍແຕ່ຮູ້ຈັກຄວາມເຮົາກໍ່ຖືກສອນດ້ວຍຄຳວ່າ: “ເປັນແມ່ຍ່າແມ່ຍິງ” ບໍ່ວ່າເລື່ອງນັ້ນເຮົາຈະຜິດໜ້ອຍຫຼືຫຼາຍ, ບໍ່ວ່າມັນຈະເປັນຄວາມຜິດພາດໂດຍເຈດຕະນາ ຫຼື ເປັນພຽງອຸປະຕິເຫດກໍ່ຕາມ. ເຮົາຖືກສອນໃຫ້ລັງກຽດຜູ້ຊາຍຮ່ວມຫ້ອງຮຽນ, ເວລາຫຼິ້ນເກມເສືອໄລ່ໝູ ຕອນຢູ່ອະນຸບານຕ້ອງຫາໄມ້ມາຈັບຖ້າຄົນທີ່ຢູ່ທາງຂ້າງແມ່ນຜູ້ຊາຍ ເພາະຫຍັງບໍ່ຮູ້ແຕ່ເຮົາຮູ້ສຶກວ່າເວລາເຮົາຈັບມືກັບຜູ້ຊາຍຈະຮູ້ສຶກຜິດ ແລະ ອາດຖືກໝູ່ຫົວຂວັນຄິກໆຄັກໆ. ເມື່ອເຂົ້າປະຖົມການກ່າວເຖິງເພດຊາຍຖືວ່າເປັນເລື່ອງໜ້າອາຍເພາະໝູ່ຈະຫາວ່າເຮົາມັກໃຜ, ເຂົາກໍ່ຈະເອົາໄປລໍ້ເຮົາ, ຄູ ແລະ ຜູ້ປົກຄອງ (ບາງຄົນ) ຈະເຫັນວ່າເປັນເລື່ອງຮ້າຍແຮງຖ້າເຮົາຈະກ່າວເຖິງເລື່ອງລໍ້ຫຼິ້ນກັນແບບຄວາມຮັກ (ຂອງເດັກນ້ອຍ). ພວກເຮົາຈະຮຽນຮູ້ເກັບງຳບາງຢ່າງໃຫ້ເປັນຄວາມລັບຈາກຜູ້ໃຫຍ່ ແລະ ລົມກັນສະເພາະໝູ່ສະໜິດເທົ່ານັ້ນ. ເມື່ອກ້າວເຂົ້າໄວມັດທະຍົມມັນເປັນໄວແຫ່ງຂະບວນການອັນຍາກລຳບາກຂອງພວກເຮົາ, ທີ່ຈະຮຽນຮູ້ການກ້າວໄປເປັນຜູ້ໃຫຍ່. ເພດສະພາບຂອງເຮົາປ່ຽນແປງ, ເຮົາມີປະຈຳເດືອນ, ເຮົາໄດ້ຮຽນເລື່ອງເພດໃນຫ້ອງຮຽນ, ເຮົາເລີ່ມລັກມັກໃຜບາງຄົນໃນຫ້ອງຮຽນ, ຖ້າເຮົາຖືກລໍ້ເຮົາອາດຈະຊັງຄົນທີ່ຖືກລໍ້ໃສ່ເຮົາໄປ, ເຮົາຖືກຄາດຫວັງໃຫ້ເປັນຄົນແຂງກະດ້າງໃສ່ເພດກົງກັນຂ້າມເພາະການເວົ້າດີນຳຖືເປັນການເຊີນຊວນເພດຊາຍ ແລະ ໝູ່ຈະມີປ້າຍແປະໜ້າເຮົາວ່າ “ກະແດະ”. ເຮົາຖືກຄອບຄົວກັນດັນໃນການເປັນລູກສາວທີ່ດີ; ເຮົາຖືກຄູວິຈານໃນຫ້ອງຮຽນເຖິງການເປັນຜູ້ຍິງທີ່ດີ ຫຼື ບໍ່ດີຕໍ່ ໜ້າຄົນອື່ນ; ເຮົາຖືກໝູ່ນິນທາເຖິງການສະແດງອອກຂອງເຮົາ; ເຮົາຖືກໝູ່ທີ່ບໍ່ຊື່ສັດຫັກຫຼັງ ແລະ ບໍ່ຊ່ວຍຮັກສາຄວາມລັບຂອງເຮົາ. ຖ້າເຮົາມີແຟນໝູ່ທີ່ບໍ່ເຂົ້າໃຈຈະຂິວໜ້າເຮົາ, ຄູບາງຄົນແທນທີ່ຈະໃຫ້ຄຳປຶກສາທີ່ດີ, ພັດນຳເລື່ອງຂອງເຮົາໄປກ່າວຂວັນຢ່າງມ່ວນປາກ. ຖ້າເຮົາມີຖືພາໃນຕອນທີ່ເຮົາຍັງຮຽນບໍ່ຈົບ ເຖິງແມ່ນວ່າໂຮງຮຽນຈະບໍ່ ໄດ້ໄລ່ເຮົາອອກໂດຍກົງ, ແຕ່ແທນທີ່ຄູຈະໃຫ້ກຳລັງໃຈເຮົາເພື່ອໃຫ້ເຮົາກ້າວຜ່ານສິ່ງທີ່ຍາກລຳບາກໃນຊີວິດໄປໄດ້, ສົ່ງເສີມໃຫ້ເຮົາກັບມາຮຽນໜັງສືເມື່ອເກີດລູກແລ້ວ ເພື່ອໃຫ້ອະນາຄົດອັນໃກ້ຈະໝົດຄວາມຫວັງຍັງພໍມີທາງອອກແດ່, ແຕ່ບໍ່ເລີຍ. ເຮົາຕ້ອງກົ້ມໜ້າກົ້ມຕາອອກຈາກໂຮງຮຽນໄປ ເພາະທຸກຄົນໃນໂຮງຮຽນເຫັນວ່າເຮົາຊົ່ວຊ້າສາມານ, ພວກເຂົາຈະລັງກຽດລັງຊັງເຮົາ, ບໍ່ຢາກເຂົ້າໃກ້ຄືເຮົາເປັນຄົນທີ່ແຜ່ໄວຣັສຜ່ານທາງອາກາດ, ພວກເຂົາຈະເຫັນວ່າເຮົາປານຕົວກາລາກີນີທີ່ເຮັດໃຫ້ໂຮງຮຽນດ່າງພ້ອຍ, ໝູ່ເພື່ອນຈະຖືກໃສ່ Program ທີ່ຕ້ອງລັງກຽດເຮົາໄປແລ້ວ. ບໍ່ຮູ້ວ່າໃຜສອນໃຫ້ເຮົາຕັ້ງແຕ່ຕອນໃດໃນການລັງກຽດ ແລະ ກ່າວຂວັນໝູ່ຄູ່ ແລະ ຜູ້ໃຫຍ່ກວ່າທີ່ແຕ່ງຕົວນຳສະໄໝ, ເຮົາຈະຢາກເບະສົບໃສ່ຄົນທີ່ທາແປ້ງແຕ່ງໜ້າ, ເຮັດຍອຍສະອື້ນ, ໃສ່ຕຸ້ມຫູບ້ວງໃຫຍ່ໆ, ນຸ່ງເສື້ອແອວລອຍ, ໃສ່ເກີບສົ້ນສູງ... ທັງທີ່ບາງຄັ້ງເຮົາເອງກໍ່ຢາກຈະລອງເຮັດນຳ, ແຕ່ກໍ່ຕ້ອງອົດກັ້ນໄວ້.

ໃນດ້ານຄວາມຮັກເຮົາຖືກຄອບງຳດ້ວຍແນວຄວາມຄິດຄວາມຮັກຄັ້ງທຳອິດ ແລະ ຈະຮັກກັນໄປຈົນແຕ່ງງານ, ຮັກກັນໄປຈົນເຖົ້າຈົນແກ່, ໂດຍຜ່ານບົດເພງ, ເລື່ອງ, ໜັງ, ລະຄອນທັງຫຼາຍ ແລະ ຄຳເວົ້າພວກ “ເອົາຜົວ/ເມຍຜິດຄິດຮອດມື້ຕາຍ”... ເຮົາຖືກສອນໃຫ້ເປັນຄົນ “ຫຼິ້ນໂຕ” ເພາະການທີ່ເປີດໃຈເວົ້າກົງໄປກົງມາກັບຜູ້ຊາຍມັນຈະບໍ່ງາມ ແລະ ບໍ່ມີຄ່າ. ເຮົາຕ້ອງລໍຄອຍຖ້າໃຫ້ຜູ້ຊາຍນຳມາຕື້ມາຈີບ ຈຶ່ງຈະຖືວ່າຜູ້ຊາຍຄົນນັ້ນຮັກເຮົາແທ້. ພວກຜູ້ໃຫຍ່ທັງຫຼາຍຈະປຽບທຽບໃຫ້ຟັງວ່າຜູ້ຊາຍກໍ່ຄື “ຄວາຍ”, ຜູ້ຍິງເປັນຄື “ບວກ” ແລະ ຄູມັກຈະເວົ້າແດກດັນເຮົາສະເໝີວ່າ “ສະໄໝນີ້ບວກມັນມັກແລ່ນໄປຫາຄວາຍເອງແລ້ວ”. ເຮົາເປັນຄົນມີຂາສອງຂາຄືກັນ, ມີຄວາມຮູ້ສຶກນຶກຄິດ ເປັນຫຍັງເຮົາຈະແລ່ນໄປຫາໃຜບໍ່ໄດ້ໃນເມື່ອເຮົາບໍ່ແມ່ນບວກ ແລະ ຜູ້ຊາຍກໍ່ບໍ່ແມ່ນຄວາຍສີ່ຂາ. ເຮົາຖືກສອນວ່າຕ້ອງຮັກຜູ້ຊາຍທີ່ຮັກເຮົາຫຼາຍກວ່າທີ່ເຮົາຮັກເຂົາ, ເວົ້າປານຄວາມຮັກແມ່ນກ້ອນຂີ້ຫີນທີ່ສາມາດເອົາໄປຊັ່ງໄດ້ ແລະ ແທນທີ່ຈະສອນໃຫ້ເຮົາຮູ້ຈັກຄວາມຮັກທີ່ເທົ່າທຽມ ແລະ ຮູ້ຈັກເບິ່ງຄົນດ້ວຍຈິດຕະວິທະຍາຂອງຄວາມເປັນມະນຸດ. ຜູ້ຊາຍພັດຖືກສອນວ່າ “ຕື້ເທົ່ານັ້ນທີ່ຄອງໂລກ” ແຕ່ພັດບໍ່ຮູ້ຈັກເຄົາລົບ ແລະ ໃຫ້ກຽດໃນການຕັດສິນໃຈຂອງເຮົາ.

ບາງຄອບຄົວໃຊ້ວິທີຈັບລູກແຕ່ງງານກັບຜູ້ຊາຍທີ່ມາພົວພັນກັນຄັ້ງທຳອິດທີ່ລູກເລີ່ມໃຫຍ່ເປັນສາວ, ສຸດທ້າຍຄວາມຮັກກໍ່ໄປບໍ່ລອດ, ເພາະຄວາມເປັນເດັກໃນສັງຄົມທີ່ກຳລັງປ່ຽນແປງຈາກສັງຄົມການກະເສດຢ່າງດຽວມາເປັນສັງຄົມເມືອງ ທີ່ຫຼາຍບັນຫາກໍ່ເກີດຂຶ້ນໄວກວ່າທີ່ເດັກຍິງ ແລະ ເດັກຊາຍໄວ 15-18 ປີຈະຮັບມືແກ້ໄຂໄດ້ທັນ. ບາງຄອບຄົວກໍ່ໃຊ້ວິທີວິພາກວິຈານລູກສາວຕໍ່ໜ້າສະມາຊິກຄອບຄົວຄົນອື່ນໆ ແລະ ສັ່ງໃຫ້ຮຽນໜັງສືໃຫ້ໜັກໆເພື່ອຈະໄດ້ບໍ່ຕ້ອງມີເວລາໃຫ້ຄຳວ່າ “ຄວາມຮັກ”. ບາງຄົນກໍ່ຖືກສັ່ງສອນໃຫ້ມັກຜູ້ຊາຍທີ່ມີອາຍຸໃຫຍ່ກວ່າຫຼາຍໆປີ ເພາະເວລາເກີດລູກແລ້ວຜູ້ຍິງຈະເຖົ້າກວ່າຜູ້ຊາຍ. ບາງຄົນກໍ່ຖືກສອນໃຫ້ມັກຜູ້ຊາຍທີ່ມີການງານໝັ້ນຄົງ ເຊິ່ງມັນກໍ່ເປັນເລື່ອງປົກກະຕິຂອງມະນຸດຢູ່ແລ້ວ. ແຕ່ທີ່ຮ້າຍໄປກວ່ານັ້ນກໍ່ການຈັບລູກແຕ່ງງານກັບຜູ້ຊາຍທີ່ພໍ່ແມ່ເຫັນວ່າມີເງິນມີຄຳເພື່ອຈະໄດ້ຊ່ວຍຊູຄອບຄົວ, ເພາະຄ່າດອງທີ່ຮຽກຮ້ອງນັ້ນຜູ້ບ່າວຮຸ່ນດຽວກັນ ຫຼື ກຳລັງມັກຮັກກັນພັດບໍ່ສາມາດແຕ່ງເອົາໄດ້.

ຫຼາຍຄົນບອກວ່າຄ່າດອງຄືການຕອບແທນຄ່ານ້ຳນົມທີ່ພໍ່ແມ່ຝ່າຍຍິງເປັນຄົນລ້ຽງລູກສາວມາ, ຟັງເບິ່ງຄືວ່າພໍ່ແມ່ຝ່າຍຊາຍບໍ່ໄດ້ລ້ຽງລູກມາດ້ວຍນຳ້ນົມທີ່ມີຄຸນຄ່າອາຫານເທົ່າໆກັນ. ແຕ່ຖ້າອ້າງເຫດຜົນວ່າ ເພາະແຕ່ງງານແລ້ວຕ້ອງລົງເຮືອນໄປຢູ່ນຳຜົວ ປານວ່າແຕ່ງເອົາຜູ້ຍິງໄປແລ້ວຈະບໍ່ມີສິດເສລີພາບໃນການໄປຢ້ຽມຢາມ ແລະ ໄປມາຫາສູ່ຄອບຄົວພໍ່ແມ່ຕົນຄືແຕ່ກ່ອນໄດ້ອີກຕໍ່ໄປ, ສິດທິຕ້ອງຂຶ້ນກັບຜູ້ເປັນຜົວຈັ່ງຊັ້ນລະ, ແຕ່ໃນຕົວຈິງແຕ່ງງານແລ້ວຫຼາຍຄົນກໍ່ໄປຢູ່ເຮືອນນຳເມຍກໍ່ມີ.
ກ່ອນແຕ່ງງານຫຼາຍຄົນຈະຕ້ອງໄປດູມໍວ່າເປັນຄູ່ເປັນແນນກັນມາແຕ່ຟ້າແຕ່ແຖນ, ແຕ່ຊາດປາງກ່ອນກັນ ຫຼື ບໍ່? ຖ້າບໍ່ແມ່ນບາງຄູ່ກໍ່ແກ້ກົນກັນ, ເສຍເຄາະເສຍເຂັນກັນໄປ. ບາງຄູ່ກໍ່ຈົນໄດ້ເລີກລາກັນໄປ. ບາງຄູ່ຖືກກີດກັນກໍ່ຈັບມືກັນຕາຍໄປພ້ອມກັນ.

ໃນເວລາທີ່ເກີດລູກ, ເຖິງແມ່ນວ່າຈະຍ້າຍໄປຢູ່ເຮືອນນຳຜົວແລ້ວບາງປະເພນີແມ່ນໃຫ້ໄປເກີດລູກຢູ່ເຮືອນພໍ່ແມ່ຂອງຕົນເອງ, ບາງປະເພນີກໍ່ໃຫ້ແມ່ຂອງຕົນເອງມາຄ້ຳກຳ, ກຳກັບນັບຊານຳນ້ຳໃນໄຟຟືນທີ່ໃຫ້ແມ່ກຳນັ້ນ; ປານເປັນການຜັກດັນພາລະການດູແລການເກີດນີ້ໃຫ້ຄອບຄອບຝ່າຍຍິງເປັນຜູ້ດູແລລູກສາວຕົນເອງໄປ. ກ່ອນໜ້າຍັງບໍ່ໄດ້ເກີດລູກພັດກົ້ມໜ້າກົ້ມຕາດູແລຜົວ ແລະ ຄອບຄົວຝ່າຍຊາຍ. ເມື່ອລູກໃຫຍ່ຂຶ້ນມາພັດວ່າເປັນຕະກູນຂອງຝ່າຍຊາຍ.
ຜູ້ຍິງທີ່ແຕ່ງງານແລ້ວໄປຫຼິ້ນຊູ້ສູ່ຊາຍຈະຖືເປັນຄວາມໜ້າອາຍ ແລະ ໜ້າລັງກຽດຂອງສັງຄົມ, ສ່ວນເວລາທີ່ຜູ້ຊາຍມີຊູ້ສູ່ສາວຈະຖືກໃຫ້ອະໄພດ້ວຍຄຳນິຍາມຄື: “ເປັນທຳມະດາຂອງຜູ້ຊາຍ”, “ບາງຄັ້ງກໍ່ຜິດກໍ່ພາດໄດ້”, “ເສືອມັນກໍ່ຕ້ອງກິນຊີ້ນເປັນທຳມະດາ” ຜູ້ຍິງຈະຕ້ອງອົດທົນກັບຄວາມຜິດນັ້ນຊ້ຳໆຊາກໆ, ຈົນກວ່າຈະທົນບໍ່ໄດ້ ແລະ ບາງຄົນກໍ່ໃຈດີອົດທົນໄປຕະຫຼອດຊີວິດ.ແລ້ວເຮົາກໍ່ຈະຫັນໄປກ່າວປະນາມຜູ້ຍິງນຳກັນເອງແທນ.

ຜູ້ຍິງທີ່ບໍ່ໄດ້ແຕ່ງງານ ຫຼື ບໍ່ຢາກແຕ່ງງານຈະຖືກການໃຊ້ຄຳແປກປະຫຼາດບາງຢ່າງແຕ່ຄຸ້ນຫູດີເຊັ່ນ: ເຮັດບຸນມາໜ້ອຍ, ໄປແກ້ກົນຢູ່ວັດ, ໄປປ່ຽນດວງຊາຕາ, ມີຊວງ, ຊາດທີ່ແລ້ວເຮັດບາບກັບຄວາມຮັກ...ແຕ່ບໍ່ເນັ້ນໄປທີ່ພຶດຕິກຳ ແລະ ຄວາມຄິດໃນປັດຈຸບັນ. ຜູ້ຍິງທີ່ເປັນຮ້າງເປັນໝ້າຍຈະຖືກເຝົ້າລະວັງຢ້ານວ່າຈະເປັນໄພຕໍ່ຄອບຄົວຂອງຕົນເອງ.
ຖ້າເຮົາຄາດຫວັງໃຫ້ຊີວິດ, ຄວາມຮັກ, ຄວາມເຂັ້ມແຂງ, ການຕັດສິນໃຈ...ຂອງຜູ້ຍິງຄົນໜຶ່ງໄດ້ມີຄວາມສາມາດ, ມີເສລີພາບ, ມີຄວາມເທົ່າທຽມພໍທີ່ຈະກຳນົດຊາຕາດ້ວຍຕົນເອງ ເຮົາຄວນສອນຫຍັງໃຫ້ພວກເຂົາແດ່, ໃຫ້ເປັນເຄື່ອງມືສຳຄັນໃນການນຳໃຊ້ໄດ້ຢ່າງມີປະສິດທິພາບເພື່ອການດຳລົງຢູ່ຢ່າງມີຄຸນະພາບຂອງຊີວິດຄົນໆໜຶ່ງ?

ແລະ ຂໍສະແດງຄວາມຍິນດີກັບຄວາມຮັກຂອງໃຜຫຼາຍໆຄູ່ທີ່ສົມຫວັງ, ມີຄອບຄົວທີ່ສົມບູນ ຕາມທີ່ໄດ້ວາດຫວັງໄວ້. ສ່ວນຜູ້ຍິງຫຼາຍຄົນທີ່ຍັງຕ້ອງຜ່ານຜ່າສິ່ງຕ່າງດ້ວຍຕົນເອງກໍ່ຂໍໃຫ້ກຳລັງໃຈໃຫ້ເຂັ້ມແຂງ, ສູ້ຕໍ່ໄປ ແລະ ຫວັງວ່າມື້ໜຶ່ງຄວາມເທົ່າທຽມຈະມາສູ່ພວກເຮົາທຸກຄົນ ເຖິງວ່າມັນຈະເປັນພຽງຄວາມເທົ່າທຽມແບບສຳພັດກໍ່ຕາມ.


No comments:

Post a Comment