Thursday, March 7, 2019

ຊີວິດເທິງລົດເມ


ຖ້າເຮົາເປັນລູກຄ້າປະຈຳຂອງລົດເມສາຍໃດໜຶ່ງໃນເວລາເດີມໆ, ເຮົາຈະໄດ້ເຫັນຄົນໜ້າເດີມໆ, ຄົນຂັບລົດຄົນເກົ່າ ແລະ ບັນຍາກາດທີ່ບໍ່ໄດ້ມີຫຍັງປ່ຽນແປງຫຼາຍໃນແຕ່ລະວັນ.
ໃນລົດເມມີປ້າຍບອກວ່າຫ້າມກິນອາຫານ, ຫ້າມດື່ມເຄື່ອງດື່ມ ແລະ ຫ້າມໃຊ້ສຽງດັງ. ແຕ່ສາວໄວມັດທະຍົມສາມສາວມັກຈະຂຶ້ນລົດມາດ້ວຍຄວາມຕື່ນເຕັ້ນ ແລະ ລົມກັນດ້ວຍສຽງອັນສົດໃສ, ຟັງໄດ້ຊັດເຈນຕັ້ງແຕ່ຫົວລົດຮອດທ້າຍລົດ. ຫຼາຍຄົນກຳລັງຈັບຈ້ອງທີ່ໂທລະສັບມືຖື, ບາງຄົນກຳລັງອ່ານປຶ້ມຫົວໜາເທົ່າໆກັບ Harry potter ເຫຼັ້ມ 7, ບາງຄົນກຳລັງລົມໂທສະລັບ, ບາງຄົນກຳລັງນັ່ງມິດ ແລະ ເຮັດໜ້າຫົດຫູ່, ບາງຄົນກຳລັງສົນທະນາກັນດ້ວຍສຽງກະຊິບກະຊາບ, ບາງຄົນຈົກເຈ້ຍ A4 ເປັນຕັບທີ່ລາຍໄປດ້ວຍຄວາມຫນັງສືອອກມາຈົດໆຂຽນໆປານກຳລັງເຮັດວຽກໃນຫ້ອງການ, ບາງຄົນກຳລັງຢອກລູກນ້ອຍໃນລໍ້ຍູ້.
ພາບຊີວິດຂອງຄົນກຸ່ມໜຶ່ງກຳລັງດຳເນີນໄປທ່າມການພາຫະນະຂັບເຄື່ອນ ທີ່ເປັນຫ້ອງຂະໜາດ 12.5*2.59*3.2004m. ເຖິງຈະບໍ່ມີຂໍ້ຕົກລົງເປັນວາຈາ ຫຼື ລາຍລັກອັກສອນໃດໆ ແຕ່ພວກເຮົາຄືຄົນຮ່ວມຊາຕາຊີວິດນຳກັນເປັນເວລາເກືອບເຄິ່ງຊົ່ວໂມງ.
ມີພາບເຄື່ອນທີ່ໜຶ່ງເຮັດໃຫ້ຂ້ອຍຕ້ອງຈຶ່ງເບິ່ງດ້ວຍຄວາມສົນໃຈ, ອ້າຍບ່າວຮ່າງໃຫຍ່, ຜົມຍາວລາກບ່າ, ເລົາແຂນໃຫຍ່, ນິ້ວມືລຳໜາ ກຳລັງກົ້ມຖັກເສັ້ນແລັນສີເທົາທີ່ແລ່ນຜ່ານນິ້ວມືຂອງລາວຢ່າງຕັ້ງອົກຕັ້ງໃຈ, ແມ່ນລາວຖັກຜ້າພັນຄໍ ຫຼື ເສື້ອ ຫຼື ໝວກ ນໍ?
ຫຼັງຈາກນັ້ນລົດກໍ່ພາພວກເຮົາໄປສູ່ຈຸດໝາຍ. ຫຼາຍວັນເປັນເດືອນຜ່ານໄປຂ້ອຍບໍ່ເຫັນລາວຖັກຢູ່ເທິງລົດເມອີກ, ຄົງຈະແມ່ນມັນສຳເລັດໄປແລ້ວ.

ແລະ ຂ້ອຍກໍ່ຕ້ອງປ່ຽນເວລາຮຽນມາເປັນຕອນບ່າຍ.

ຂ້ອຍຈື່ໃຜບໍ່ຄ່ອຍໄດ້ເພາະຄົນຂຶ້ນລົດເມບໍ່ຄ່ອຍປົກກະຕິຄືຕອນເຊົ້າ. ແຕ່ຂ້ອຍຈື່ລຸງຄົນໜຶ່ງຂຶ້ນ ແລະ ລົງລົດຄັນດຽວກັນກັບຂ້ອຍໃນປ້າຍໃກ້ຄຽງກັນທຸກມື້. ລາວໄປເຮັດວຽກຫຍັງນໍ? , ບາງຄັ້ງລຸງຈະແນມເບິ່ງໜ້າແຕ່ລະຄົນຮອບໆລົດເມ, ບາງຄັ້ງລຸງຈະເວົ້າສຽງດັງຄົນດຽວ ຄ້າຍຄືກຳລັງລະບາຍຄາມອຸກອັ່ງ, ຄັບຂ້ອງໃຈ ແລະ ຊີວິດອັນແສນຫົດຫູ່.

ແຕ່ສິ່ງທີ່ຂ້ອຍມັກທີ່ສຸດໃນການຂຶ້ນລົດເມຄືການໄດ້ທັກທາຍຄົນຂັບທີ່ທັກທາຍກັບທຸກຄົນ ແລະ ໄດ້ກ່າວຂອບໃຈໃນຂະນະທີ່ພວກເຂົາຈະຕອບກັບມາວ່າ: "ບໍ່ຕ້ອງເກງໃຈ, ຂອບໃຈເຊັ່ນກັນ", "ພົບກັນເທື່ອໜ້າ"... ລະຫວ່າງທາງກໍ່ໄດ້ອ່ານໜັງສືສິບ-ຊາວໜ້າກ່ອນຈະຮອດໂຮງຮຽນ.

ຂອບໃຈຄົນຂັບລົດເມທີ່ເຮັດໃຫ້ຊີວິດການເດີນທາງຂອງເຮົາສະດວກສະບາຍ ແລະ ປອດໄພທຸກມື້ລະຫວ່າງ ເຮືອນ, ໂຮງຮຽນ ແລະ ສະຖານທີ່ຮອບໆເມືອງ.