Tuesday, December 18, 2018

ຂີ່ລົດຖີບໄປໂຮງຮຽນ

ຖ້າໃຜເກີດໃນຍຸກດຽວກັນຄົງຮູ້ດີເຖິງລົດຊາດຂອງການຂີ່ລົດຖີບໄປໂຮງຮຽນ. ບໍ່ຮູ້ເປັນຫຍັງການຂີ່ລົດຖີບໄປໂຮງຮຽນໃນຍຸກນັ້ນຈຶ່ງເປັນເລື່ອງ "ຢາກອາຍ" ຂອງໃຜຫຼາຍໆຄົນ; ເຖິງຂັ້ນທີ່ວ່າການຍ່າງຍັງບໍ່ເປັນຕາຢາກອາຍເທົ່າການຂີ່ລົດຖີບ.
ບໍ່ເບິ່ງຫຍັງຍາກນັບຈຳນວນລົດຖີບຕໍ່ລົດຈັກໃນຄອກຝາກລົດ ລົດຖີບມີບໍ່ຮອດ 15 ຄັນ, ເຫຼືອນັ້ນແມ່ນລົດຈັກທັງໝົດ ເຊິ່ງນັກຮຽນທັງໝົດມີພັນປາຍກວ່າຄົນ. ບາງຄົນກໍ່ແມ່ນພໍ່ແມ່ອ້າຍເອື້ອຍໄປສົ່ງ. ແລະ ຫຼາຍຄົນເລືອກຍ່າງເອົາດີກວ່າທີ່ຈະຂີ່ລົດຖີບໄປໂຮງຮຽນ.

ລົດຈັກທີ່ຄົນສ່ວນໃຫຍ່ຂີ່ໄປໂຮງຮຽນກໍ່ແມ່ນລົດ wave ຈີນ. ບາງຄົນມີລົດ wave ໄທ ກໍ່ຈະເປັນທີ່ເວົ້າເຖິງວ່າ "ມັນຂີ່ລົດໄທມາໂຮງຮຽນ". ອັນທີ່ເບິ່ງແລ້ວເດັ່ນເປັນສະຫງ່າກວ່ານັ້ນອີກແມ່ນລົດຈັກມີຄາດ, ເຊັ່ນພວກ Tena ຕາເພັດ ເຊິ່ງເປັນຄວາມແພງສົມຄວນທີ່ພໍ່ແມ່ຈະຊື້ໃຫ້ລູກຂີ່ໄປຮຽນໄດ້. ອ້າຍບ່າວຜູ້ໃດຂີ່ໄປໂຮງຮຽນຈະຕ້ອງຖືກແນມ ແລະ ກ່າວເຖິງທຳນອງທີ່ວ່າຢາກໄດ້ເປັນແຟນ, ພໍຊິໄດ້ໄປນັ່ງຊ້ອນທ້າຍໃຫ້ສາວອື່ນອິດສາຕາຮ້ອນ, ເພາະເດົາກັນວ່າແມ່ນລູກຄົນຮັ່ງຕັ່ງມີແນ່ນອນ. ການຂີ່ລົດຈັກທີ່ມັນເປັນຮຸ່ນເກົ່າໆ ເຊັ່ນລົດ Honda 50 ກໍ່ຖືວ່າເປັນຕາຢາກອາຍຄືກັນປານກັບການຂີ່ລົດຖີບ, ອາດຈະດີກວ່າຂີ່ລົດຖີບໜ້ອຍໜຶ່ງຢູ່ບ່ອນວ່າມັນໄປໄວກວ່າ. ສ່ວນການຂັບລົດໃຫຍ່ໄປຮຽນນັ້ນຖືວ່າເປັນສິ່ງທີ່ຍາກຫຼາຍ ຫຼື ເກືອບວ່າບໍ່ມີເລີຍໃນໂຮງຮຽນຂອງເຮົາໃນຍຸກນັ້ນ.
ເລື່ອງໃບຂັບຂີ່ບໍ່ຕ້ອງເວົ້າເຖິງ ເພາະໃນກົດໝາຍຄົນທີ່ຈະໄປເສັງໃບຂັບຂີ່ລົດຈັກໄດ້ແມ່ນຕ້ອງມີອາຍຸ 15 ປີຂຶ້ນໄປ. ແຕ່ນັກຮຽນທັງຫຼາຍຂີ່ລົດຈັກໄປໂຮງຮຽນແຕ່ຕອນຢູ່ ມ2 ຫຼື ມ3 ນັ້ນກໍ່ແມ່ນຕອນອາຍຸ 12-13 ປີ. ບາງຄົນຂີ່ລົດຖີບຕອນ ປະຖົມ ແລະ ມ.ຕົ້ນ ພໍຮອດ ມ.ປາຍ ກໍ່ປ່ຽນໄປຂີ່ລົດຈັກ. ແຕ່ຖ້າໄປກວດເບິ່ງໃບຂັບຂີ່ໃນຕອນນັ້ນບໍ່ຮູ້ວ່່າຈະມີຮອດ 10 ສ່ວນຮ້ອຍ ຫຼື ບໍ່?.
ຂ່າວການເກີດອຸປະຕິເຫດຕ່າງໆ: ຖືກລົດຕຳ, ລົດລົ້ມ, ລົດດາດ ທີ່ເກີດກັບນັກຮຽນກໍ່ບໍ່ເວັ້ນບໍ່ວາຍໃນແຕ່ລະວັນ. ການຂັບຂີ່ລົດຈັກໃນຍຸກນັ້ນ ແລະ ກ່ອນໜ້ານັ້ນບໍ່ໄດ້ເຄັ່ງໄດ້ຄັດຫຍັງ, ຢາກຂີ່ກໍ່ຄາບລົດມາຕິດຈັກໄປໂລດ, ບໍ່ຕ້ອງໃສ່ໝວກກັນກະທົບ ເພາະຢ້ານຜົມເສຍຊົງ, ບໍ່ຕ້ອງມີແວ່ນ ເພາະມັນຄືເປັນສັນຍາລັກຂອງຄວາມ "ບ້ານນອກ" ແນວໃດກໍ່ບໍ່ຮູ້. ຖ້າຊື້ລົດມາໃຫມ່ຈະຕ້ອງຫັນແວ່ນອອກ, ເອົານ໋ອດແນວແປກໆມາຫັນໃສ່ຈຶ່ງຖືວ່າທັນສະໄໝໄວຮ້ອນແຮງ ແລະ ເບິ່ງຄືໄທບ້ານໄທເມືອງເພິ່ນ. ໃຜຂີ່ລົດມີແວ່ນ ແລະ ກະຕ່າຄົບ ກາຍໄປບ່ອນໃດເຮົາກໍ່ຈະໄດ້ຍິນເຂົາຊຶ່ມກັນພັນລະນາລັກສະນະຂອງລົດຈັກຄັນນັ້ນວ່າ "ຈັ່ງແມ່ນບ້ານນອກ, ແວ່ນກັບກະຕ່າຍັງຢູ່ຄົບໝົດເລີຍ". ສ່ວນພວກຜູ້ຊາຍກໍ່ຕັດທໍ່ຄວັນໃຫ້ມັນສຽງດັງ, ປ່ຽນເປັນກົງນ້ອຍໄປ, ຕັດສະຕິກເກີມາຕິດໃຫ້ມັນລາຍສຸດລິດສຸດເດດ, ສຸດຄວາມສາມາດເທົ່າທີໃຜຈະມີຫົວຄິດປະດິດສ້າງອອກມາໄດ້. ສະຕິກເກີກໍ່ແມ່ນພາສາໄທ ຫຼື ພາສາອັງກິດ ອາດແມ່ນຍ້ອນເຄື່ອງມືໃນການເຮັດສະຕິກເກີຍັງບໍ່ທັນໄດ້ແຜ່ຫຼາຍເທື່ອ ແລະ ມັນກໍ່ເປັນຕົ້ນທຶນທີ່ສູງຫຼາຍໃນຕອນນັ້ນ.
ຈະວ່າໄປລົດຈັກກໍ່ແມ່ນສິ່ງອຳນວຍຄວາມສະດວກໃນການເດີນທາງໄປໂຮງຮຽນທີ່ທຳມະດາທີ່ສຸດ, ເພາະລົດເມກໍ່ບໍ່ໄດ້ແລ່ນໄປທຸກຈອກແຈພໍຈະໃຫ້ເຮົາໄດ້ຂີ່ໄປຮຽນກັນຢ່າງທົ່ວເຖິງ. ຖ້າໃຜອາໄສຢູ່ຕາມສາຍທາງທີ່ລົດເມແລ່ນຜ່ານກໍ່ຍັງໄຄແດ່. ຖ້າໃຜຢູ່ໄກອອກໄປຈາກປ້າຍລົດເມຖືວ່າການເດີນທາງກໍ່ເປັນສິ່ງທີ່ບໍ່ງ່າຍປານໃດ.
ໃນຄວາມຕິດຂີ່ລົດຈັກຂອງໄທບ້ານເຮົາກໍ່ບໍ່ແມ່ນທຳມະດາ ຈົນວ່າທາງໃກ້ຮ້ອຍ-ສອງຮ້ອຍແມັດກໍ່ຍັງບໍ່ຢາກຍ່າງ, ມີແຕ່ຢາກຂີ່ລົດຈັກ. ມີປີໜຶ່ງທີ່ເຮົາໄປຮຽນຈີນແລ້ວໄປຮັບຮຸ່ນນ້ອງທີ່ມານຳຫຼັງ, ເຮົາພາໄປຫຼິ້ນ ແລະ ດ້ວຍຄວາມທີ່ນາງບໍ່ເຄີຍຍ່າງຫຼາຍປານນັ້ນ, ນາງຈົນຢາກໄຫ້ກັບຫໍພັກໄປພ້ອມບາດ. ເຮົາກໍ່ໄດ້ແຕ່ຄິດວ່າມື້ໜຶ່ງປະສົບການໃນເມືອງຈີນຈະເຮັດໃຫ້ນາງຍ່າງເກັ່ງ-ຍ່າງທົນຂຶ້ນເອງ.

ແຕ່ການຂີ່ລົດຖີບມາຮຽນກາຍເປັນເລື່ອງໜ້າອາຍໄດ້ແນວໃດ? ທັງທີ່ສັງຄົມຍຸກນັ້ນການຂີ່ລົດໃຫຍ່ຖືວ່າເປັນເລື່ອງຍາກສົມຄວນ, ພາຫະນະຫຼັກກໍ່ມີແຕ່ລົດຈັກກັບລົດຖີບ. ກ່ອນໜ້ານັ້ນຄົນຮຸ່ນເອື້ອຍອ້າຍ ຫຼື ນ້າບ່າວນ້າສາວ ຫຼື ຮຸ່ນພໍ່ແມ່ເຮົາເຂົາກໍ່ຂີ່ລົດຖີບໄປຮຽນ. ກ່ອນໜ້າທີ່ຂ້ອຍຈະໄດ້ຂີ່ລົດຖີບໄປຮຽນຫຼາຍປີ, ຂ້ອຍເຫັນລູກຊາຍໄທບ້ານໄຫ້ຂັດພໍ່ແມ່ຢາກຊື້ລົດຖີບ BMX; ຖ້າແມ່ນຜູ້ຍິງກໍ່ຢາກໄດ້ລົດ Flamingo ລົດຖີບປະເພດທີ່ຂຶ້ນຊື່ເລື່ອງໂສ້ຕົກແລ້ວເອົາຂຶ້ນຍາກທີ່ສຸດ. ສ່ວນຍຸກເຮົາແມ່ນລົດ LA ຖືວ່າມາແຮງສຸດໆ. ແຕ່ປານນັ້ນ ເຮົາກໍ່ຍັງຢາກອາຍ ເຖິງແມ່ນວ່າເຮົາຍັງບໍ່ມີໂຮງງານຜະລິດລົດໃດໆແມ່ນແຕ່ລົດຖີບ. ເປັນຫຍັງເຮົາຈຶ່ງຢາກອາຍທີ່ຈະຂີ່ລົດຖີບ, ເຄື່ອງມືທີ່ເຮົາບໍ່ມີປັນຍາຜະລິດມັນຂຶ້ນມາ. ຄ້າຍກັບວ່າມັນກາຍເປັນສັນຍາລັກຂອງຄວາມຕ່ຳຕ້ອຍ ແລະ ທຸກຍາກ. ຄວາມຄິດແບບນີ້ມັນເກີດຂຶ້ນມາໄດ້ແນວໃດ? ໃຜນຳເອົາຄວາມຄິດນີ້ມາໃຫ້ເຮົາ? ແມ່ນຫຍັງຄືຕົວຈຸດປະກາຍ, ຫຼໍ່ຫຼອມ ແລະ ຫຼໍ່ລ້ຽງຄວາມຄິດແບບນີ້ໃຫ້ງອກງາມ, ຈົນກາຍເປັນກະແສຄວາມຄິດທາງສັງຄົມທີ່ຍາກຈະແກະອອກຈາກຫົວເຮົາໄດ້.
ແນວຄິດຂອງນັກຮຽນທັງຫຼາຍໃນຕອນນັ້ນຄືຢ້ານຖືກໝູ່ແນມ ແລະ ເວົ້າໃຫ້. ເຮັດໃຫ້ຮູ້ສຶກຄືຕົນເອງເປັນຕົວປະຫຼາດທີ່ແຕກຕ່າງຈາກຄົນອື່ນ. ບາງຄົນກໍ່ບອກວ່າບໍ່ໄດ້ອາຍໃຜເລີຍກໍ່ພຽງແຕ່ຢາກຂີ່ລົດຈັກ ເພາະມັນສະດວກດີ. ໃນດ້ານຄວາມໄວແມ່ນຂຶ້ນກັບຂາເຈົ້າຂອງ ແລະ ຖືວ່າຊ້າສຳລັບການທີ່ຈະນອນຕື່ນສວາຍແລ້ວຮີບໄປຮຽນ. ການທີ່ຈະຂີ່ລົດຖີບໄປໂຮງຮຽນແມ່ນຕ້ອງຕື່ນອ່າວເຊົ້າ ແລະ ຖີບໄປໃຫ້ທັນເວລາກ່ອນທີ່ຈະເຂົ້າຫ້ອງ.
ເຮົາຂີ່ລົດຖີບໄປຮຽນຕັ້ງແຕ່ ມ3 ຕອນນັ້ນຍັງມີຄົນຂີ່ລົດຖີບໄປໂຮງຮຽນຫຼາຍຢູ່. ພໍຮອດ ມ6 ສັງເກດລົດໃນຄອກມີບໍ່ຮອດ 15 ຄັນ. ຄົນຮັບເໝົາຝາກລົດຂັ້ນລ໋ອກນ້ອຍໆປານຄອກໄກ່ຢູ່ເຮືອນໄວ້ສຳລັບລົດຖີບ. ສ່ວນຄອກລົດຈັກບໍ່ຮູ້ວ່າຈັກແຖວ.
ຕອນທຳອິດກໍ່ຮູ້ສຶກຢາກອາຍທີ່ບໍ່ໄດ້ລົດຈັກຂີ່ໄປຮຽນຄືໝູ່ ແຕ່ອົດທົນໄປມາກໍ່ລຶ້ງເຄີຍກັບຄວາມຮູ້ສຶກນັ້ນ ແລະ ຮູ້ສຶກທຳມະດາໄປ. ພໍ່ແມ່ເຮົາສອນສະເໝີວ່າ "ຄົນເຮົາບໍ່ອາດເບິ່ງກັນແຕ່ວັດຖຸພາຍນອກ, ພາຫະນະຕ່າງໆກໍ່ເຊັ່ນກັນມັນເປັນພຽງເຄື່ອງມືຮັບໃຊ້ເຮົາ, ບໍ່ຕ້ອງໄປອາຍໃຜດອກວ່າເຮົາຂີ່ລົດຖີບໄປໂຮງຮຽນ, ເຮົາຕ້ອງເບິ່ງວ່າມັນເຮັດໃຫ້ສຸຂະພາບແຂງແຮງຂຶ້ນ ເພາະເຮົາໄດ້ອອກກຳລັງກາຍທຸກມື້." ຟັງແລ້ວກໍ່ມີເຫດຜົນດີຢູ່ໃດ໋ເນາະ ຫຼື ວ່າສົງໄສພໍ່ແມ່ເຮົາທຸກຍາກບໍ່ມີເງິນຊື້ລົດຈັກໃຫ້ເຮົາຂີ່ໄປໂຮງຮຽນ, ຖ້າມັນເປັນແນວນັ້ນແທ້ກໍ່ຄົງຈະເປັນແນວນັ້ນຫັ້ນລະ, ມັນກໍ່ຄົງຖືກແລ້ວບໍ່ມີເງິນກໍ່ບໍ່ຕ້ອງຊື້ລົດໃຫ້ລູກຂີ່, ຖືວ່າຕ້ອງນັບຖືໃນຄວາມເດັດດ່ຽວ ແລະ ເດັດຂາດຂອງພວກເພິ່ນໃນການປະຕິບັດໜ້າທີ່ທີ່ພໍ່ແມ່ຄວນມີ.
ເປັນອັນວ່າຂີ່ລົດຖີບຈົນຈົບມັດທະຍົມ, ຈົນໄປຮຽນຢູ່ມະຫາວິທະຍາໄລກໍ່ຍັງຂີ່ລົດຖີບໄປຮຽນຈົນຈົບອີກ. ທຸກມື້ນີ້ກໍ່ຍັງຂີ່ລົດຖີບຢູ່ອີກ.

ທຸກວັນນີ້ໃນຂະນະທີ່ລົດຂັບເຄື່ອນສີ່ລໍ້ທີ່ບໍ່ແມ່ນລົດລາກລົດແກ່ ໄດ້ກາຍເປັນພາຫະນະອັນແສນທຳມະດາຂອງໄທບ້ານ. ລົດຖີບໄດ້ກາຍເປັນເຄື່ອງຫຼິ້ນຊະນິດໜຶ່ງ, ຄົນມີເງິນທັງຫຼາຍຕ້ອງໄດ້ຊື້ລົດຖີບມາຂີ່ເພື່ອອວດຖານະ ແລະ ຄວາມແຂງແຮງກັນ. ລົດຖີບໄດ້ກາຍເປັນສັນຍາລັກຂອງການອອກກຳລັງກາຍ ແລະ ມີເຄື່ອງມືປະກອບຮວມກັນແລ້ວນັບວ່າແພງກວ່າຊື້ລົດຈັກ Honda wave 100 ມາຂີ່ອີກ.
ຄິດມາແລ້ວໃນຕອນນັ້ນເຮົາກໍ່ຍັງເອົາຄວາມຄິດ-ຄວາມຮູ້ສຶກຂອງຕົນໄປຝາກໄວ້ກັບຄຳຕັດສິນຂອງຄົນອື່ນ. ຢ້ານໝູ່ເວົ້າໃຫ້ຕ່າງໆນາໆ, ຢ້ານຖືກໝູ່ແນມ...ເພາະເຮົາຢາກອາຍ. ດຽວນີ້ເຮົາລືມຄວາມຮູ້ສຶກນັ້ນໄປຈົນໝົດສິ້ນແລ້ວ, ເຮົາຮຽນຮູ້ວ່າແທ້ຈິງມະນຸດກໍ່ໃສ່ໃຈແຕ່ຕົນເອງ, ແນມແຕ່ຕົນເອງ. ສ່ວນຄົນຈະມາຕັດສິນເຮົາແນວໃດມັນກໍ່ເປັນເລື່ອງຂອງເຂົາ, ເຮົາເຮັດໜ້າທີ່ຂອງເຮົາໃຫ້ເຖິງທີ່ສຸດທີ່ເຮົາຈະສາມາດເຮັດໄດ້. ປັດຈຸບັນເຮົາຕ້ອງມານັ່ງຄິດວ່າເຮົາຈະເປັນພໍ່ແມ່ແບບໃດໃຫ້ລູກຂອງເຮົາບໍ່ແມ່ນລູກ "ເທວະດາ" ໃນຍຸກໂລກາພິວັດຂອງພິວັດນີ້.